|
| 1 |
|
| ປະຊາຊົນເຢຣູຊາເລັມເອີຍ ຈົ່ງຮວບຮວມກຳລັງຂອງພວກເຈົ້າສາ ພວກເຮົາຖືກປິດລ້ອມແລ້ວ ພວກເຂົາກຳລັງໂຈມຕີຜູ້ນຳຂອງຊາດອິດສະຣາເອນ. |
|
| 2 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເບັດເລເຮັມເອຟຣາທາເອີຍ ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດ ໃນເມືອງທັງຫລາຍຂອງຢູດາຍ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງ ອອກມາຈາກເຈົ້າສຳລັບຊາດອິດສະຣາເອນ ຊຶ່ງໜໍ່ແນວເຊື້ອສາຍສືບມາຈາກສະໄໝເດີມ.” |
|
| 3 |
|
| ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫຼົ່າສັດຕູຂອງພວກເຂົາ ຈົນເຖິງເວລາຍິງສາວທີ່ໃຫ້ກຳເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ. |
|
| 4 |
|
| ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ |
|
| 5 |
|
| ແລະເພິ່ນຈະນຳສັນຕິສຸກມາໃຫ້. ເມື່ອພວກອັດຊີເຣຍຮຸກຮານປະເທດຂອງພວກເຮົາ ແລະທຳລາຍບ່ອນປ້ອງກັນຂອງພວກເຮົານັ້ນ ພວກເຮົາຈະສົ່ງພວກຜູ້ນຳທີ່ເຂັ້ມແຂງທີ່ສຸດອອກໄປສູ້ຮົບພວກເຂົາ. |
|
| 6 |
|
| ພວກເຂົາຈະຕີຊະນະອັດຊີເຣຍ ຄືດິນແດນຂອງນິມໂຣດດ້ວຍກຳລັງອາວຸດ; ແລະເຂົາ ຈະຊ່ວຍພວກເຮົາໃຫ້ພົ້ນຈາກພວກອັດຊີເຣຍ ເມື່ອພວກເຂົາຮຸກຮານດິນແດນຂອງພວກເຮົາ. |
|
| 7 |
|
| ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດມາໄດ້ ກໍຈະເປັນດັ່ງນໍ້າຄ້າງອັນສົດຊື່ນ ທີ່ອົງພຣະຜູ້ເປັນເຈົ້າສົ່ງລົງມາສຳລັບຫລາຍຊົນຊາດ ເໝືອນຫ່າຝົນທີ່ຕົກເທິງພືດພັນທີ່ຫາກໍ່ປົ່ງໃໝ່. ພວກເຂົາຈະອາໄສພຣະເຈົ້າ ແຕ່ບໍ່ແມ່ນອາໄສມະນຸດ. |
|
| 8 |
|
| ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ. |
|
| 9 |
|
| ຊາດອິດສະຣາເອນຈະຕີຊະນະເຫຼົ່າສັດຕູຂອງຕົນ ແລະຈະທຳລາຍພວກເຂົາໃຫ້ດັບກ້ຽງ. |
|
| 10 |
|
| ພຣະເຈົ້າຢາເວກ່າວວ່າ, “ໃນເວລານັ້ນ ເຮົາຈະເອົາມ້າທັງຫລາຍຂອງພວກເຈົ້າໜີໄປ ແລະທັງຈະທຳລາຍລົດຮົບຂອງພວກເຈົ້າດ້ວຍ. |
|
| 11 |
|
| ເຮົາຈະທຳລາຍເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ. |
|
| 12 |
|
| ເຮົາຈະທຳລາຍເຄື່ອງແຄ້ວຂອງຄົງອັນວິເສດ ທີ່ພວກເຈົ້າໃຊ້ນັ້ນ ແລະຈະບໍ່ໃຫ້ມີໝໍມໍອີກຕໍ່ໄປ. |
|
| 13 |
|
| ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະເສົາຫີນສັກສິດທັງຫລາຍ; ພວກເຈົ້າຈະບໍ່ໄດ້ຂາບໄຫວ້ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດຂຶ້ນມານັ້ນອີກຕໍ່ໄປ. |
|
| 14 |
|
| ເຮົາຈະຖອນຮູບຕ່າງໆຂອງເຈົ້າແມ່ອາເຊຣາ ໃນດິນແດນຂອງພວກເຈົ້າຖິ້ມ ແລະຈະທຳລາຍເມືອງຕ່າງໆຂອງພວກເຈົ້າອີກດ້ວຍ. |
|
| 15 |
|
| ແລະດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ.” |
|
|
|
|