|
| 1 |
|
| ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ. |
|
| 2 |
|
| ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ. |
|
| 3 |
|
| “ປະຊາຊົນຂອງເຮົາເອີຍ ເຮົາໄດ້ກະທຳຫຍັງແດ່ໃຫ້ແກ່ພວກເຈົ້າ? ເຮົາໄດ້ວາງພາລະໜັກອັນໃດແດ່ໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາເບິ່ງ. |
|
| 4 |
|
| ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ. |
|
| 5 |
|
| ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.” |
|
| 6 |
|
| ເມື່ອຂ້າພະເຈົ້າມານະມັດສະການພຣະເຈົ້າຢາເວ ແລະກົ້ມຂາບຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນ ຂ້າພະເຈົ້າຈະເອົາຫຍັງມາຖວາຍແກ່ພຣະອົງ? ຂ້າພະເຈົ້າຈະນຳເອົາລູກງົວໂຕຕຸ້ຍພີດີທີ່ສຸດ ມາເຜົາເປັນເຄື່ອງບູຊາຖວາຍແກ່ພຣະອົງບໍ? |
|
| 7 |
|
| ພຣະເຈົ້າຢາເວຈະພໍໃຈບໍ ຖ້າຂ້າພະເຈົ້ານຳແກະພັນໂຕ ຫລືນໍ້າມັນໝາກກອກເທດອັນບໍ່ໝົດເປັນຈັກເທື່ອ ມາຖວາຍແກ່ພຣະອົງ? ຂ້າພະເຈົ້າຄວນຈະຖວາຍລູກກົກແກ່ພຣະອົງ ເພື່ອເປັນຄ່າໄຖ່ການບາບຂອງຂ້າພະເຈົ້າບໍ? |
|
| 8 |
|
| ບໍ່ແມ່ນດອກ ພຣະເຈົ້າຢາເວໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນສິ່ງທີ່ດີ. ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງພວກເຮົາດ້ວຍຄວາມຖ່ອມໃຈ. |
|
| 9 |
|
| ການຢຳເກງພຣະເຈົ້າຢາເວເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ |
|
| 10 |
|
| ໃນເຮືອນຂອງຄົນຊົ່ວ ມີຊັບສົມບັດຫລາຍຢ່າງ ຊຶ່ງພວກເຂົາໄດ້ມາໃນທາງບໍ່ສັດຊື່. ພວກເຂົາໃຊ້ຕາຊິງປອມ ເປັນສິ່ງທີ່ເຮົາກຽດຊັງ. |
|
| 11 |
|
| ເຮົາຈະຍົກໂທດໃຫ້ແກ່ຜູ້ໃຊ້ຕາຊັ່ງແລະຕາຊິງປອມໄດ້ບໍ? |
|
| 12 |
|
| ພວກເຈົ້າຄົນຮັ່ງມີຫາຜົນປະໂຫຍດນຳຄົນຍາກຈົນ ແລະພວກເຈົ້າທຸກຄົນລ້ວນແຕ່ເປັນຄົນຂີ້ຕົວະ. |
|
| 13 |
|
| ສະນັ້ນ ເຮົາຈຶ່ງໄດ້ລົງມື ເຮັດໃຫ້ພວກເຈົ້າເຖິງຄວາມພິນາດແລະຄວາມຈິບຫາຍ ຍ້ອນພວກເຈົ້າເຮັດບາບ. |
|
| 14 |
|
| ພວກເຈົ້າຈະກິນແຕ່ຈະບໍ່ຮູ້ອີ່ມ ຕາມຄວາມຈິງແລ້ວພວກເຈົ້າຍັງຈະຫິວຢູ່ເລື້ອຍໆ. ພວກເຈົ້າຈະໄດ້ສິ່ງຂອງຫລາຍຢ່າງມາ ແຕ່ພວກເຈົ້າຈະທ້ອນໂຮມໄວ້ບໍ່ໄດ້; ທຸກສິ່ງທີ່ພວກເຈົ້າຈະສະສົມໄວ້ ເຮົາຈະທຳລາຍສິ່ງນັ້ນດ້ວຍໄພສົງຄາມ. |
|
| 15 |
|
| ພວກເຈົ້າຈະຫວ່ານເມັດພືດ ແຕ່ພວກເຈົ້າຈະບໍ່ໄດ້ເກັບກ່ຽວ. ພວກເຈົ້າຈະບີບເອົານໍ້າມັນຈາກໝາກກອກເທດແຕ່ຈະບໍ່ໄດ້ໃຊ້ມັນ. ພວກເຈົ້າຈະເຮັດເຫຼົ້າອະງຸ່ນແຕ່ຈະບໍ່ໄດ້ດື່ມມັນ. |
|
| 16 |
|
| ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.” |
|
|
|
|