|
| 1 |
|
| ຮັບເຄາະກຳສາແລ້ວ ເມືອງທີ່ຂີ້ຕົວະ ເມືອງແຫ່ງອາຊະຍາກອນ ເມືອງທີ່ເຕັມແຕ່ເຄື່ອງປຸ້ນ |
|
| 2 |
|
| ຈົ່ງຟັງສຽງໄມ້ແສ້ ສຽງລໍ້ລົດໝູນໄປ ສຽງມ້າແລ່ນຫອບໄວໆ ແລະສຽງລົດຮົບກະທົບກະແທກ |
|
| 3 |
|
| ທະຫານມ້າປະທະກັນດ້ວຍດາບແວບວັບເປັນແສງ ສ່ວນຫອກທີ່ໃຊ້ແທງກໍເປັນແສງຟົ້ງໄປຂ້າງໜ້າ ຊາກສົບຂອງຄົນຕາຍນັບບໍ່ໄດ້ ທັບກັນຂຶ້ນເປັນກອງ ຄົນຕ້ອງຍ່າງໂຊເຊລົ້ມທັບເທິງກອງຊາກສົບນັ້ນ |
|
| 4 |
|
| ນີເນເວ ຍິງແພດສະຫຍາຖືກລົງໂທດແລ້ວເດ ນາງຜູ້ມີສະເໜ່ລໍ້ລວງຄົນທັງຫລາຍໃຫ້ຕາຍຍ້ອນ; ນາງເຮັດໃຫ້ຊາດຕ່າງໆຫລົງໄຫລໄປນຳ ແລະເຮັດໃຫ້ຄົນກາຍເປັນທາດຮັບໃຊ້ທັງປະເທດ. |
|
| 5 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ນີເນເວເອີຍ ເຮົາຈະລົງໂທດເຈົ້າ ເຮົາຈະແກ້ເສື້ອຜ້າເຈົ້າ ແລະແບກາຍເຈົ້າຄືກັນ ໃຫ້ຊາດຕ່າງໆເຫັນຂອງລັບ ໜ້າອັບອາຍຂອງເຈົ້າ. |
|
| 6 |
|
| ເຮົາຈະເຮັດຕໍ່ເຈົ້າ ຢ່າງດູຖູກຫຍໍ້ຫຍັນ ໃຫ້ສິ່ງເປິເປຶ້ອນປະດັບທີ່ເທິງກາຍຂອງເຈົ້າ ຄົນທັງຫລາຍຕ່າງກໍຈ້ອງເບິ່ງເຈົ້າດ້ວຍສາຍຕາ ອັນຂະຍະຂະແຫຍງຈົນຂົນຕົວລຸກ. |
|
| 7 |
|
| ທຸກຄົນທີ່ເຫັນເຈົ້າກໍຈະປົບໜີໄປ ຄົນຈະເວົ້າວ່າ, ‘ນີເນເວເມືອງເພພັງຮົກຮ້າງ ແມ່ນຜູ້ໃດເດນໍ ທີ່ຈະເຫັນອົກເຫັນໃຈນີເນເວ? ແມ່ນຜູ້ໃດເດນໍ ທີ່ຢາກຈະປອບໃຈເຈົ້າ?”’ |
|
| 8 |
|
| ນີເນເວເອີຍ ເຈົ້າດີກວ່າເທເບເມືອງເອກຂອງເອຢິບຊັ້ນບໍ່? ເມືອງນີ້ມີແມ່ນໍ້າສອງສາຍ ເປັນຄືກຳແພງປ້ອງກັນເມືອງໄວ້ ຄືແມ່ນໍ້ານິນເປັນບ່ອນປ້ອງກັນຂອງມັນ. |
|
| 9 |
|
| ເທເບໄດ້ປົກຄອງຊູດານກັບເອຢິບ ແລະການປົກຄອງຂອງນາງກໍບໍ່ມີຂອບເຂດຈຳກັດ; ຝ່າຍລີເບຍກໍເປັນພັນທະມິດຂອງເມືອງເທເບ. |
|
| 10 |
|
| ແຕ່ປະຊາຊົນເມືອງເທເບໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ບັນດາລູກໆຂອງພວກເຂົາໄດ້ຖືກຕີຈົນຕາຍຢູ່ຕາມທຸກແຈຂອງຖະໜົນຫົນທາງ. ບັນດາຜູ້ນຳຂອງພວກເຂົາໄດ້ຖືກລ່າມໂສ້ຄຸມໄປ ແລະຖືກແບ່ງປັນໃຫ້ພວກທີ່ຈັບພວກເຂົາໄປນັ້ນ. |
|
| 11 |
|
| ນີເນເວເອີຍ ເຈົ້າເອງກໍຈະຕົກຢູ່ໃນຄວາມມືດມົວເຊັ່ນດຽວກັນ ເຈົ້າເອງຈະພະຍາຍາມປົບໜີຈາກພວກສັດຕູຄືກັນ. |
|
| 12 |
|
| ປ້ອມປ້ອງກັນເມືອງທັງຫລາຍຂອງເຈົ້າເປັນດັ່ງຕົ້ນເດື່ອທີ່ມີໝາກເດື່ອສຸກ; ເມື່ອສັ່ນຕົ້ນຂອງມັນ ໝາກກໍຈະຕົກໃສ່ປາກຂອງພວກເຈົ້າໂລດ |
|
| 13 |
|
| ບັນດາທະຫານຂອງພວກເຈົ້າເປັນດັ່ງແມ່ຍິງ ແລະປະເທດຂອງເຈົ້າກໍຢືນຢູ່ຕໍ່ໜ້າສັດຕູ ຢ່າງບໍ່ມີໜ່ວຍປ້ອງກັນ. ໄຟຈະທຳລາຍທ່ອນເຫລັກທີ່ໃຊ້ກາດປະຕູເມືອງຂອງເຈົ້າ. |
|
| 14 |
|
| ຈົ່ງຕັກນໍ້າໄວ້ໃຊ້ໃນເວລາເມືອງຖືກປິດລ້ອມເຖີດ ແລະເສີມສ້າງປ້ອມປ້ອງກັນເມືອງໃຫ້ເຂັ້ມແຂງ ຈົ່ງຢຽບດິນໜຽວເພື່ອເຮັດກ້ອນດິນຈີ່ ແລະຈົ່ງຈັດຕຽມເຕົາເຜົາດິນຈີ່ໃຫ້ພ້ອມ, |
|
| 15 |
|
| ບໍ່ວ່າຈະເຮັດຫຍັງກໍຕາມ ເຈົ້າຈະຕ້ອງຖືກເຜົາໃຫ້ຕາຍ ຫລືຖືກຂ້າໃນສະໜາມຮົບ. ເຈົ້າຈະຖືກກວາດໄປຈົນກ້ຽງ ດັ່ງເຄື່ອງປູກທີ່ຝູງຕັກແຕນກັດກິນ. ເຈົ້າໄດ້ເພີ່ມພູນທະວີຂຶ້ນດັ່ງຝູງຕັກແຕນ, |
|
| 16 |
|
| ເຈົ້າໄດ້ຜະລິດພໍ່ຄ້າຫລາຍກວ່າດາວໃນທ້ອງຟ້າ ແຕ່ບັດນີ້ ພວກເຂົາກໍສູນຫາຍໄປໝົດສາແລ້ວ ເໝືອນຕັກແຕນທີ່ພືປີກອອກແລ້ວບິນໜີໄປ. |
|
| 17 |
|
| ບັນດາຂ້າຣາຊການຂອງເຈົ້ານັ້ນ ພວກເຂົາເປັນດັ່ງຝູງຕັກແຕນທີ່ຈັບຕາມກຳແພງໃນຍາມໜາວ. ເມື່ອຕາເວັນອອກມາ ພວກມັນຕ່າງກໍບິນໜີໄປໝົດ ແລະບໍ່ມີຜູ້ໃດຮູ້ວ່າພວກມັນໜີໄປໃສ. |
|
| 18 |
|
| ກະສັດແຫ່ງອັດຊີເຣຍ ຜູ້ສຳເລັດຣາຊການຂອງເຈົ້ານັ້ນຕາຍສາແລ້ວ ແລະພວກລ້ຽງແກະຂອງເຈົ້າກໍນອນຫລັບໄປເລີຍ ປະຊາຊົນຂອງເຈົ້າຖືກກະຈັດກະຈາຍຢູ່ຕາມເທິງພູ ແລະບໍ່ມີຜູ້ໃດນຳພວກເຂົາກັບຄືນມາອີກ. |
|
| 19 |
|
| ບໍ່ມີຫວ້ານຢາຫຍັງໃສ່ບາດແຜຂອງເຈົ້າ ແລະບາດແຜຂອງເຈົ້າກໍບໍ່ສາມາດປິ່ນປົວໃຫ້ດີໄດ້. ທຸກຄົນທີ່ຮູ້ວ່າເຈົ້າຖືກທຳລາຍ ຕ່າງກໍຕົບມືດ້ວຍຄວາມຍິນດີ. ມີຜູ້ໃດເດນໍ ທີ່ບໍ່ໄດ້ຮັບຄວາມທົນທຸກ ຍ້ອນຄວາມໂຫດຫ້ຽມອັນບໍ່ມີທີ່ສິ້ນສຸດຂອງເຈົ້າ? |
|
|
|
|