|
| 1 |
|
| ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ໄດ້ເປີດເຜີຍແກ່ຜູ້ທຳນວາຍຮາບາກຸກ. |
|
| 2 |
|
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຕ້ອງຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອດົນປານໃດ ກ່ອນພຣະອົງຈະສະດັບຮັບຟັງຂ້ານ້ອຍ ກ່ອນທີ່ພຣະອົງຈະຊ່ວຍຊູພວກຂ້ານ້ອຍໃຫ້ພົ້ນຈາກການທາລຸນ? |
|
| 3 |
|
| ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍເຫັນຄວາມເດືອດຮ້ອນເຊັ່ນນີ້? ພຣະອົງທົນເບິ່ງການກະທຳອັນຊົ່ວຊ້າເຊັ່ນນີ້ໄດ້ຢ່າງໃດ? ການທຳລາຍ ແລະການທາລຸນອ້ອມຮອບຂ້ານ້ອຍຢູ່ ທັງການສູ້ຮົບຕະຫລອດການວິວາດກັນກໍມີຢູ່ທຸກແຫ່ງທຸກຫົນ. |
|
| 4 |
|
| ກົດບັນຍັດຖືກຫຍໍ້ຫຍັນ ແລະຄວາມຍຸດຕິທຳກໍບໍ່ມີເລີຍ. ຄົນອະທຳເອົາປຽບຄົນຊອບທຳ; ເພາະເຫດນັ້ນ ຄວາມຍຸດຕິທຳຈຶ່ງຖືກບິດເບືອນ. |
|
| 5 |
|
| ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງຄອຍເຝົ້າເບິ່ງຊົນຊາດທັງຫລາຍທີ່ຢູ່ອ້ອມຮອບພວກເຈົ້າ ແລະພວກເຈົ້າກໍຈະປະຫລາດໃຈໃນສິ່ງທີ່ພວກເຈົ້າເຫັນ. ເຮົາກຳລັງຈະເຮັດໃນສິ່ງທີ່ພວກເຈົ້າຈະບໍ່ເຊື່ອ ເມື່ອພວກເຈົ້າໄດ້ຍິນກ່ຽວກັບເລື່ອງນັ້ນ. |
|
| 6 |
|
| ເຮົາກຳລັງນຳພວກບາບີໂລນ ຄືຄົນທີ່ໂຫດຮ້າຍ ແລະໃຈໂຫດຫ້ຽມມາຄອງອຳນາດ. ພວກເຂົາກຳລັງຍົກທັບອອກໄປຢຶດ ແລະຄອບຄອງປະເທດທັງຫລາຍທົ່ວໂລກ. |
|
| 7 |
|
| ພວກເຂົາສ້າງຄວາມຢ້ານກົວແລະຄວາມສັບສົນວຸ້ນວາຍຂຶ້ນ ໂດຍເປັນຜູ້ອອກກົດໝາຍແລະໃຊ້ກົດໝາຍເອງ. |
|
| 8 |
|
| ມ້າຂອງພວກເຂົາຊຶ່ງກຳລັງອຶດຫິວເຫຍື່ອກໍແລ່ນໄວກວ່າເສືອດາວ ທັງຮ້າຍກາດກວ່າໝາໄນ. ທະຫານຂອງພວກເຂົາຂີ່ມ້າຫອບມາແຕ່ດິນແດນໄກ; ກີບຕີນມ້າຂອງພວກເຂົາກະທືບພື້ນດິນ. ພວກມັນເຈີດລົງກິນເຫຍື່ອເໝືອນດັ່ງນົກອິນຊີ. |
|
| 9 |
|
| ກອງທັບຂອງພວກເຂົາບຸກໜ້າເຂົ້າມາຄອບຄອງຢ່າງຮ້າຍກາດ ແລະທຸກຄົນຕ່າງກໍສະທ້ານຢ້ານກົວເມື່ອພວກເຂົາເຂົ້າມາໃກ້. ຊະເລີຍທີ່ພວກເຂົາຈັບໄດ້ນັ້ນມີຈຳນວນຫລວງຫລາຍເໝືອນດັ່ງເມັດດິນຊາຍ. |
|
| 10 |
|
| ພວກເຂົາດູຖູກຫຍໍ້ຫຍັນບັນດາກະສັດ ແລະຫົວເຍາະເຍີ້ຍໃສ່ບັນດາຂ້າຣາຊການຊັ້ນສູງ. ບໍ່ມີປ້ອມປ້ອງກັນບ່ອນໃດທີ່ຕ້ານທານຕໍ່ການບຸກລຸກຂອງພວກເຂົາໄດ້. ພວກເຂົາໃຊ້ຍຸດທະວິທີຍາດຢຶດເອົາປ້ອມ ໂດຍກອງດິນຂຶ້ນໃຫ້ສູງເທົ່າກັບປ້ອມ ແລະເຂົ້າຢຶດເອົາ. |
|
| 11 |
|
| ແລ້ວພວກເຂົາກໍກວາດເອົາສິ່ງຂອງເໝືອນດັ່ງລົມພັດກວາດເອົາໄປ ຄົນພວກນີ້ນັບຖືອຳນາດຂອງຕົນເອງເປັນພຣະເຈົ້າຂອງພວກເຂົາ.” |
|
| 12 |
|
| ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້. |
|
| 13 |
|
| ແຕ່ພຣະອົງທົນເບິ່ງຄົນເລ້ຫລ່ຽມຫລອກລວງ ຄືຄົນຊົ່ວຊ້າເຫຼົ່ານີ້ໄດ້ຢ່າງໃດ? ຕາຂອງພຣະອົງແສນບໍຣິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້ ແລະພຣະອົງກໍບໍ່ອາດທົນຕໍ່ພາບຂອງປະຊາຊົນທີ່ເຮັດຜິດໄດ້. ດ້ວຍເຫດໃດ ພຣະອົງຈຶ່ງມິດງຽບຢູ່ ໃນເມື່ອພວກເຂົາທຳລາຍປະຊາຊົນ ຜູ້ທີ່ຊອບທຳກວ່າພວກເຂົາ? |
|
| 14 |
|
| ດ້ວຍເຫດໃດ ພຣະອົງຈຶ່ງເຮັດກັບຄົນທີ່ບໍ່ມີຜູ້ຊີ້ນຳ ດັ່ງເຮັດກັບປາ ແລະກັບຝູງແມງໄມ້? |
|
| 15 |
|
| ພວກບາບີໂລນຈັບເອົາປະຊາຊົນໂດຍໃຊ້ຂໍເກາະເອົາ ດັ່ງພວກເຂົາຕຶກເບັດເອົາປາ. ພວກເຂົາຕ່າງກໍໃຊ້ມອງກວາດເອົາປະຊາຊົນ ດ້ວຍສຽງໂຮຮ້ອງຍິນດີເພາະຈັບໄດ້ |
|
| 16 |
|
| ພວກເຂົາຂາບໄຫວ້ແລະຖວາຍເຄື່ອງບູຊາໃຫ້ແມ່ນແຕ່ມອງຂອງພວກເຂົາ ເພາະວ່າມອງນັ້ນເຮັດໃຫ້ພວກເຂົາໃຊ້ຊີວິດຢູ່ຢ່າງຟຸມເຟືອຍ ແລະມີອາຫານການກິນຢ່າງດີໆ. |
|
| 17 |
|
| ພວກເຂົາຈະໃຊ້ດາບທຳຮ້າຍຊົນຊາດຕ່າງໆ ສືບໄປຢ່າງບໍ່ມີຄວາມເມດຕາບໍ? |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/habakkuk/001.mp3
3
1