|
| 1 |
|
| ຂ້ອຍຈະປີນຂຶ້ນໄປເທິງຫໍຄອຍຂອງຂ້ອຍ ແລະຊອມເບິ່ງວ່າ ພຣະອົງຈະບອກຫຍັງໃຫ້ແກ່ຂ້ອຍຮູ້ແດ່ ແລະແມ່ນຄຳຕອບຢ່າງໃດທີ່ພຣະອົງ ຈະໃຫ້ກ່ຽວກັບຄຳຮ້ອງທຸກຂອງຂ້ອຍ. |
|
| 2 |
|
| ພຣະເຈົ້າຢາເວໄດ້ໃຫ້ຄຳຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ. |
|
| 3 |
|
| ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ. |
|
| 4 |
|
| ຕໍ່ໄປນີ້ແມ່ນຖ້ອຍຄຳຂອງເຮົາ: ‘ຄົນທີ່ເຮັດຊົ່ວຈະບໍ່ລອດຊີວິດຢູ່ໄດ້ເລີຍ. ແຕ່ຄົນທີ່ຊອບທຳຈະມີຊີວິດຢູ່ ດ້ວຍວ່າພວກເຂົາສັດຊື່ຕໍ່ພຣະເຈົ້າ.”’ |
|
| 5 |
|
| ຄວາມຮັ່ງມີເປັນສິ່ງຫລອກລວງ. ຄົນໂລພາກໍຈອງຫອງ ແລະຢູ່ບໍ່ເປັນສຸກດັ່ງມັດຈຸຣາດທີ່ບໍ່ຮູ້ຈັກອີ່ມ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຄອບຄອງຊົນຊາດທັງຫລາຍເພື່ອພວກເຂົາເອງ. |
|
| 6 |
|
| ປະຊາຊົນທີ່ຖືກຄອບຄອງນັ້ນ ພວກເຂົາຈະປ້ອຍດ່າແລະດູຖູກຢຽບຫຍາມພວກທີ່ຄອບຄອງພວກຕົນ ແລະສະແດງທ່າທີຫຍໍ້ຫຍັນໃສ່ພວກເຂົາໂດຍຈະເວົ້າວ່າ, “ພວກສູໄດ້ເອົາຂອງຜູ້ອື່ນມາເປັນຂອງຕົນ ແຕ່ເຄາະກຳຈະເປັນຂອງພວກສູ ພວກສູຈະສ້າງຮັ່ງຄູນມີອີກດົນນານປານໃດ ໂດຍບັງຄັບລູກໜີ້ໃຫ້ຊຳລະໜີ້ສິນໝົດ?” |
|
| 7 |
|
| ແຕ່ກ່ອນພວກເຈົ້າຈະຮູ້ສຶກຕົວ ພວກເຈົ້າຜູ້ຄອບຄອງຄົນອື່ນກໍຈະເປັນໜີ້ເສຍເອງ ແລະຖືກບັງຄັບໃຫ້ຈ່າຍດອກເບ້ຍຄືນ. ເຫຼົ່າສັດຕູຈະບຸກລຸກເຂົ້າມາ ແລະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວ. ພວກເຂົາຈະປຸ້ນຈີ້ພວກເຈົ້າ. |
|
| 8 |
|
| ພວກເຈົ້າໄດ້ປຸ້ນຈີ້ປະຊາຊົນຫລາຍໆຊົນຊາດ; ແຕ່ບັດນີ້ ຜູ້ທີ່ລອດຕາຍມາໄດ້ນັ້ນ ຈະປຸ້ນຈີ້ພວກເຈົ້າຄືນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ. |
|
| 9 |
|
| ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ |
|
| 10 |
|
| ແຕ່ເລ້ກົນຂອງພວກເຈົ້ານັ້ນ ໄດ້ນຳຄວາມອັບອາຍຂາຍໜ້າມາສູ່ຄອບຄົວ; ການທີ່ພວກເຈົ້າໄດ້ທຳລາຍຊົນຊາດຕ່າງໆ ກໍເທົ່າກັບການນຳເອົາຄວາມຈິບຫາຍມາສູ່ພວກເຈົ້າເອງເທົ່ານັ້ນ. |
|
| 11 |
|
| ແມ່ນແຕ່ກ້ອນຫີນຕາມກຳແພງກໍຈະຮ້ອງຕໍ່ສູ້ພວກເຈົ້າ ແລະໄມ້ກອນຂອງເຮືອນກໍຈະສົ່ງສຽງກ້ອງດັງສະໜັ່ນອອກມາ. |
|
| 12 |
|
| ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ວາງຮາກຖານຂອງເມືອງດ້ວຍອາຊະຍາກຳ ແລະສ້າງເມືອງຂຶ້ນມາດ້ວຍຄາດຕະກຳ. |
|
| 13 |
|
| ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກຳລັງໂດຍບໍ່ມີປະໂຫຍດ ແລະສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳການນີ້. |
|
| 14 |
|
| ທະເລມີນໍ້າເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມຮອບຮູ້ ແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ. |
|
| 15 |
|
| ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ດູຖູກ ແລະເຮັດໃຫ້ເພື່ອນບ້ານຂອງພວກເຈົ້າເສື່ອມເສຍ ຍ້ອນຄວາມໂກດຮ້າຍຂອງພວກເຈົ້າ; ພວກເຈົ້າເຮັດໃຫ້ພວກເຂົາຍ່າງໂຊເຊເໝືອນຄົນເມົາເຫຼົ້າ. |
|
| 16 |
|
| ພວກເຈົ້າຈະໄດ້ຮັບຄວາມອັບອາຍຂາຍໜ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ພວກເຈົ້າເອງຈະດື່ມເຫຼົ້າ ແລະຈະຍ່າງໂຊເຊ. ພຣະເຈົ້າຢາເວເອງຈະມອບຈອກແຫ່ງການລົງໂທດນີ້ໃຫ້ພວກເຈົ້າດື່ມ ແລະກຽດຕິຍົດຂອງພວກເຈົ້າກໍຈະເສື່ອມເສຍໄປ. |
|
| 17 |
|
| ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ. |
|
| 18 |
|
| ຮູບເຄົາຣົບໃຫ້ຜົນປະໂຫຍດຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດໄດ້ສ້າງຂຶ້ນເທົ່ານັ້ນ ແລະມັນກໍບໍ່ບອກຫຍັງໃຫ້ພວກເຈົ້າຮູ້ໄດ້ ເວັ້ນແຕ່ຄຳຕົວະເທົ່ານັ້ນ. ມີດີຫຍັງແດ່ທີ່ຜູ້ສ້າງຮູບເຄົາຣົບນັ້ນປົງໃຈໃນມັນ ຄືຮູບພະທີ່ປາກບໍ່ໄດ້ |
|
| 19 |
|
| ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເວົ້າກັບຮູບໄມ້ວ່າ, “ລຸກຂຶ້ນແມ” ຫລືເວົ້າຕໍ່ກ້ອນຫີນວ່າ, “ຢືນຂຶ້ນແມ” ຮູບເຄົາຣົບສະແດງນິມິດຢ່າງໃດຢ່າງໜຶ່ງໃຫ້ພວກເຈົ້າຮູ້ໄດ້ບໍ? ມັນອາດຈະໂອບດ້ວຍເງິນແລະຄຳ ແຕ່ມັນບໍ່ມີຊີວິດຈິດໃຈເລີຍ. |
|
| 20 |
|
| ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/habakkuk/002.mp3
3
2