|
| 1 |
|
| ເຄາະກຳເປັນຂອງນະຄອນເຢຣູຊາເລັມສາແລ້ວ ຄືເປັນເມືອງທີ່ເສື່ອມເສຍ ແລະເປັນກະບົດ ທີ່ກົດຂີ່ຂົ່ມເຫັງປະຊາຊົນຂອງຕົນເອງ. |
|
| 2 |
|
| ເມືອງນີ້ບໍ່ຍອມຮັບຟັງຖ້ອຍຄຳຂອງພຣະເຈົ້າ ຫລືບໍ່ຍອມຮັບເອົາການແອບສອນຂອງພຣະອົງ. ເປັນເມືອງທີ່ບໍ່ໄວ້ວາງໃຈໃນພຣະເຈົ້າຢາເວ ຫລືບໍ່ຍອມຂໍໃຫ້ພຣະອົງຊ່ວຍເຫລືອ. |
|
| 3 |
|
| ບັນດາຂ້າຣາຊການໃນເມືອງນີ້ເປັນດັ່ງຝູງສິງທີ່ຮ້ອງຄຳຣາມ; ບັນດາຜູ້ຕັດສິນຄວາມກໍເປັນດັ່ງໝາປ່າທີ່ອຶດຫິວໃນຕອນກາງຄືນ ໂລພາໂພດຈົນບໍ່ຍອມປະກະດູກໃຫ້ເຖິງຕອນເຊົ້າ. |
|
| 4 |
|
| ບັນດາຜູ້ທຳນວາຍຂາດຄວາມຮັບຜິດຊອບແລະສໍ້ໂກງ; ບັນດາປະໂຣຫິດຕ່າງກໍເຮັດໃຫ້ສິ່ງສັກສິດເປັນມົນທິນ ແລະບິດເບືອນກົດບັນຍັດຂອງພຣະເຈົ້າເພື່ອຜົນປະໂຫຍດຂອງພວກເຂົາເອງ. |
|
| 5 |
|
| ແຕ່ພຣະເຈົ້າຢາເວຍັງສະຖິດຢູ່ໃນເມືອງນີ້ ພຣະອົງເຮັດຖືກຕ້ອງ ແລະບໍ່ເຮັດຜິດຈັກເທື່ອ. ທຸກໆເຊົ້າພຣະອົງນຳຄວາມຍຸດຕິທຳມາສູ່ປະຊາຊົນຂອງພຣະອົງບໍ່ໄດ້ຂາດ. ແຕ່ເຖິງປານນັ້ນ ຄົນອະທຳໃນທີ່ນັ້ນກໍຍັງສືບຕໍ່ເຮັດຜິດ ແລະບໍ່ລະອາຍໃຈ. |
|
| 6 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາໄດ້ລຶບລ້າງຊົນຊາດທັງໝົດໃຫ້ສິ້ນສູນແລ້ວ; ເຮົາໄດ້ທຳລາຍເມືອງທັງຫລາຍຂອງພວກເຂົາ ແລະໄດ້ປະປ່ອຍໃຫ້ກຳແພງເມືອງກັບຫໍຄອຍຕ່າງໆ ຮົກຮ້າງເພພັງ. ເມືອງຕ່າງໆໄດ້ກາຍເປັນເມືອງຮ້າງ; ຕາມທ້ອງຖະໜົນຫົນທາງຕ່າງໆກໍຫວ່າງເປົ່າ ບໍ່ມີແມ່ນແຕ່ຄົນດຽວເລີຍເຫຼືອຢູ່. |
|
| 7 |
|
| ແລ້ວເຮົາກໍຄິດວ່າ ປະຊາຊົນຂອງເຮົາຈະມີຄວາມຢຳເກງເຮົາ ແລະຮັບເອົາການແອບສອນຂອງເຮົາ ຊຶ່ງພວກເຂົາຈະບໍ່ລືມໄລຈັກເທື່ອ. ແຕ່ບໍ່ພໍເທົ່າໃດ ພວກເຂົາກໍແຮ່ງປະພຶດຊົ່ວຊ້າຫລາຍຍິ່ງຂຶ້ນ.” |
|
| 8 |
|
| ພຣະເຈົ້າຢາເວກ່າວວ່າ, “ຄອຍຖ້າເບິ່ງ ຄອຍຖ້າວັນທີ່ເຮົາລຸກຂຶ້ນກ່າວໂທດຊົນຊາດທັງຫລາຍ. ເຮົາໄດ້ຕັດສິນໃຈເຕົ້າໂຮມບັນດາຊົນຊາດ ແລະອານາຈັກທັງຫລາຍແລ້ວ ເພື່ອໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ທົ່ວແຜ່ນດິນໂລກຈະຖືກໄຟແຫ່ງຄວາມກີ້ວໂກດຂອງເຮົາທຳລາຍ. |
|
| 9 |
|
| ແລ້ວເຮົາກໍຈະປ່ຽນສົບປາກຂອງບັນດາຊົນຊາດຕ່າງໆໃຫ້ເປັນບໍຣິສຸດ ແລະພວກເຂົາທຸກຄົນຈະຮ້ອງອອກນາມຊື່ຂອງພຣະເຈົ້າຢາເວ ແລະຮັບໃຊ້ພຣະອົງດ້ວຍໃຈອັນດຽວກັນ. |
|
| 10 |
|
| ແມ່ນແຕ່ຈາກທີ່ຫ່າງໄກສຸດຂອງເອທິໂອເປຍ ຄືປະຊາຊົນທີ່ເຮົາໄດ້ກະຈັດກະຈາຍໄປນັ້ນ ພວກເຂົາກໍຈະນຳເຄື່ອງມາຖວາຍແກ່ເຮົາ. |
|
| 11 |
|
| ໃນວັນນັ້ນ ພວກເຈົ້າທີ່ເປັນປະຊາຊົນຂອງເຮົາ ຈະບໍ່ໄດ້ອັບອາຍຂາຍໜ້າອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ເຮົາ. ເຮົາຈະກຳຈັດທຸກຄົນ ທີ່ອວດດີແລະຈອງຫອງໃຫ້ໝົດສິ້ນໄປ ແລະພວກເຈົ້າຈະບໍ່ກະບົດຕໍ່ສູ້ເຮົາອີກຕໍ່ໄປ ທີ່ເທິງເນີນພູສັກສິດຂອງເຮົາ. |
|
| 12 |
|
| ເຮົາຈະປ່ອຍປະຊາຊົນໃຫ້ຢູ່ໃນທີ່ນັ້ນ ຄືຜູ້ຕໍ່າຕ້ອຍແລະຖ່ອມໃຈລົງ ພວກເຂົາຈະສະແຫວງຫາທີ່ລີ້ໄພໃນພຣະນາມແຫ່ງພຣະເຈົ້າຢາເວ. |
|
| 13 |
|
| ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດ ຈະບໍ່ເຮັດຜິດຕໍ່ຜູ້ໃດ, ຈະບໍ່ເວົ້າຕົວະ, ທັງຈະບໍ່ຊອກຫາຫລອກລວງຜູ້ໃດດ້ວຍ. ພວກເຂົາຈະຈະເລີນຮຸ່ງເຮືອງແລະໝັ້ນຄົງ ຄືບໍ່ຢ້ານກົວຜູ້ໃດ.” |
|
| 14 |
|
| ໂອ ລູກສາວຊີໂອນເອີຍ ຈົ່ງຊົມຊື່ນຍິນດີຮ້ອງລຳທຳເພງເຖີດ ໂອ ຊາດອິດສະຣາເອນເອີຍ ຈົ່ງຮ້ອງດັງໆ ໂອ ລູກສາວເຢຣູຊາເລັມເອີຍ ຈົ່ງຍິນດີດ້ວຍສຸດຫົວໃຈຂອງເຈົ້າເຖີດ. |
|
| 15 |
|
| ພຣະເຈົ້າຢາເວໄດ້ເຊົາລົງໂທດພວກເຈົ້າແລ້ວໃດ ພຣະອົງກຳຈັດສັດຕູທັງໝົດຂອງພວກເຈົ້າແລ້ວ. ກະສັດແຫ່ງອິດສະຣາເອນຄືພຣະເຈົ້າຢາເວສະຖິດຢູ່ທ່າມກາງພວກເຈົ້າ ບັດນີ້ ບໍ່ມີສິ່ງໃດທີ່ພວກເຈົ້າຈະຕ້ອງຢ້ານກົວອີກ. |
|
| 16 |
|
| ເມື່ອວັນນັ້ນມາເຖິງ ພວກເຂົາຈະເວົ້າຕໍ່ນະຄອນເຢຣູຊາເລັມວ່າ, “ນະຄອນຊີໂອນ ຢ່າຢ້ານ, ຢ່າເສຍກຳລັງໃຈເທາະ |
|
| 17 |
|
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ ພວກເຈົ້າໄດ້ມີໄຊດ້ວຍຣິດອຳນາດຂອງພຣະອົງ ພຣະອົງຈະເປັນສຸກໃຈຍ້ອນພວກເຈົ້າທັງຫລາຍ ໃນຄວາມຮັກນັ້ນຈະຊົງໃຫ້ຊີວິດໃໝ່ແກ່ພວກເຈົ້າ. ພຣະອົງຈະຂັບຮ້ອງດີໃຈເໜືອພວກເຈົ້າທັງຫລາຍ |
|
| 18 |
|
| ຄືກັບປະຊາຊົນທີ່ເບີກບານໃຈໃນງານກິນລ້ຽງ.” “ເຮົາຈະເຮັດໃຫ້ເຄາະກຳຂອງພວກເຈົ້າ ໝົດສິ້ນສູນໄປ ແລະເຮັດໃຫ້ຄວາມອັບອາຍຂາຍໜ້າ ຂອງພວກເຈົ້າສູນຫາຍໄປສິ້ນ. |
|
| 19 |
|
| ເວລານັ້ນກຳລັງມາ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະນຳເອົາພວກຊະເລີຍໃຫ້ກັບຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍມາເປັນກຽດແກ່ພວກເຂົາ ແລະທັງໂລກຈະຍ້ອງຍໍສັນລະເສີນພວກເຂົາ. |
|
| 20 |
|
| ເວລານັ້ນກຳລັງມາ ເຮົາຈະນຳພວກເຈົ້າທີ່ຖືກແຕກກະຈັດກະຈາຍໄປ ກັບຄືນມາບ້ານ. ເຮົາຈະເຮັດໃຫ້ພວກເຈົ້າມີຊື່ສຽງໂດ່ງດັງທົ່ວພິພົບ ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງອີກເທື່ອໜຶ່ງໃດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
|
|
|