|
| 1 |
|
| ຈົ່ງຂໍຝົນປາຍລະດູຈາກພຣະເຈົ້າຢາເວ. ແມ່ນພຣະເຈົ້າຢາເວທີ່ສົ່ງພະຍຸຝົນກັບຫ່າຝົນລົງມາໃຫ້ແກ່ປະຊາຊົນ, ທັງໃຫ້ທົ່ງໄຮ່ທົ່ງນາຂຽວງາມສຳລັບທຸກຄົນ. |
|
| 2 |
|
| ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ. |
|
| 3 |
|
| ເຮົາໂກດຮ້າຍຊາວຕ່າງດ້າວເຫຼົ່ານັ້ນ ຄືຜູ້ທີ່ປົກຄອງປະຊາຊົນຂອງເຮົາ ແລະເຮົາກຳລັງຈະລົງໂທດພວກເຂົາ. ປະຊາຊົນຢູດາເປັນຂອງເຮົາ ແລະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເບິ່ງແຍງພວກເຂົາ. ພວກເຂົາຈະເປັນມ້າເສິກທີ່ແຂງແຮງຂອງເຮົາ. |
|
| 4 |
|
| ຈາກທ່າມກາງພວກເຂົານັ້ນຈະມີບັນດາຜູ້ປົກຄອງ, ບັນດາຜູ້ນຳ ແລະບັນດາຜູ້ບັນຊາການທະຫານປົກຄອງປະຊາຊົນຂອງເຮົາ. |
|
| 5 |
|
| ປະຊາຊົນຢູດາຈະມີໄຊຊະນະດັ່ງທະຫານທີ່ຢຽບຢໍ່າເຫຼົ່າສັດຕູລົງໃນຂີ້ຕົມ ຕາມທ້ອງຖະໜົນຫົນທາງ. ພວກເຂົາຈະຕໍ່ສູ້ເຫຼົ່າສັດຕູ ເພາະພຣະເຈົ້າຢາເວຢູ່ກັບພວກເຂົາ ແລະພວກເຂົາຈະເອົາຊະນະແມ່ນແຕ່ກອງທະຫານມ້າຂອງເຫຼົ່າສັດຕູດ້ວຍ. |
|
| 6 |
|
| ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ. |
|
| 7 |
|
| ປະຊາຊົນອິດສະຣາເອນຈະເຂັ້ມແຂງດັ່ງນັກຮົບ ສົດຊື່ນດັ່ງຄົນທີ່ກຳລັງໄດ້ດື່ມເຫຼົ້າອະງຸ່ນ. ເຊື້ອສາຍຂອງພວກເຂົາຈະຈົດຈຳໄຊຊະນະນີ້ ແລະຈະປິຕິຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ເຮັດ. |
|
| 8 |
|
| ເຮົາຈະເອີ້ນເອົາປະຊາຊົນຂອງເຮົາ ແລະທ້ອນໂຮມພວກເຂົາເຂົ້າມາຫາກັນໄວ້. ເຮົາຈະໄຖ່ເອົາພວກເຂົາ ເຮັດໃຫ້ພວກເຂົາມີຈຳນວນຫລາຍຄືດັ່ງແຕ່ກ່ອນ. |
|
| 9 |
|
| ເຖິງແມ່ນເຮົາໄດ້ກະຈັດກະຈາຍພວກເຂົາໄປກໍຕາມ ໃນທ່າມກາງບັນດາຊົນຊາດທັງຫລາຍນັ້ນ ແຕ່ຈາກທີ່ຫ່າງໄກພຸ້ນພວກເຂົາຍັງຈະລະນຶກຄິດເຖິງ ແລະຈົດຈຳເຮົາໄດ້ຢູ່. ພວກເຂົາຈະລອດຊີວິດມາໄດ້ພ້ອມດ້ວຍລູກໆຂອງພວກເຂົາ ແລະຕ່າງກໍຈະຫັນຕ່າວຄືນມາບ້ານ. |
|
| 10 |
|
| ຈາກປະເທດເອຢິບ ແລະອັດຊີເຣຍເຮົາຈະນຳພວກເຂົາກັບມາ ແລະໃຫ້ຕັ້ງຖິ່ນຖານຢູ່ໃນປະເທດຂອງພວກເຂົາ. ເຮົາຍັງຈະໃຫ້ຕັ້ງທີ່ຢູ່ໃນກີເລອາດ ແລະເລບານອນ ດິນແດນທັງໝົດກໍຈະເຕັມໄປດ້ວຍປະຊາຊົນທັງນັ້ນ. |
|
| 11 |
|
| ເມື່ອພວກເຂົາຜ່ານທະເລທີ່ໃຫ້ຄວາມເດືອດຮ້ອນໃຈ ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ ສ່ວນທ້ອງນໍ້າເລິກຂອງແມ່ນໍ້ານິນ ກໍຈະບົກລົງ ແລະເຫືອດແຫ້ງໄປຈົນກ້ຽງ. ອັດຊີເຣຍຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ ແລະປະເທດເອຢິບຜູ້ທີ່ມີກຳລັງກໍຈະສູນເສຍອຳນາດ. |
|
| 12 |
|
| ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງໃນພຣະເຈົ້າຢາເວ ພວກເຂົາຈະເຊື່ອຟັງ ແລະນະມັດສະການ ເຮົາດ້ວຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
|
|
|