|
| 1 |
|
| ວັນທີ່ພຣະເຈົ້າຢາເວຈະນັ່ງຕັດສິນມາໃກ້ແລ້ວ. ນະຄອນເຢຣູຊາເລັມຈະຖືກປຸ້ນ ແລະພວກເຂົາຈະແບ່ງປັນຂອງທີ່ປຸ້ນມາໄດ້ນັ້ນຕໍ່ໜ້າພວກເຈົ້າ. |
|
| 2 |
|
| ແລະເຮົາຈະນຳຊົນຊາດທັງໝົດມາເຕົ້າໂຮມກັນ ເພື່ອເຮັດເສິກຕໍ່ສູ້ກັບນະຄອນເຢຣູຊາເລັມ. ນະຄອນຈະຖືກຢຶດ, ເຮືອນຈະຖືກປຸ້ນ ແລະພວກແມ່ຍິງກໍຈະຖືກຂົ່ມຂືນ. ປະຊາຊົນເຄິ່ງນະຄອນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ແຕ່ປະຊາຊົນເຄິ່ງໜຶ່ງຈະມີເຫຼືອຢູ່ໃນນະຄອນ. |
|
| 3 |
|
| ແລ້ວພຣະເຈົ້າຢາເວກໍຈະອອກໄປຕໍ່ສູ້ກັບຊົນຊາດເຫຼົ່ານັ້ນ ດັ່ງທີ່ພຣະອົງໄດ້ຕໍ່ສູ້ມາແລ້ວໃນອະດີດ. |
|
| 4 |
|
| ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກ ເປັນສອງສ່ວນຈາກທິດຕາເວັນອອກຫາທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້. |
|
| 5 |
|
| ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. ພວກເຈົ້າຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີ ຄາວແຜ່ນດິນໄຫວໃນສະໄໝຂອງກະສັດອຸດຊີຢາແຫ່ງຢູດາຍນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ. |
|
| 6 |
|
| ເມື່ອວັນນັ້ນມາເຖິງ ຈະບໍ່ມີໜາວຫລືມີນໍ້າກ້າມ |
|
| 7 |
|
| ທັງຈະບໍ່ມີມືດອີກດ້ວຍ. ຈະມີແຕ່ແສງສະຫວ່າງແມ່ນແຕ່ຕອນກາງຄືນກໍດີ. ມີແຕ່ພຣະເຈົ້າຢາເວເທົ່ານັ້ນທີ່ຮູ້ຈັກ ເມື່ອເຫດການນີ້ຈະເກີດຂຶ້ນ. |
|
| 8 |
|
| ເມື່ອວັນນັ້ນມາເຖິງ ນໍ້າພຸຈະໄຫລອອກມາຈາກນະຄອນເຢຣູຊາເລັມ. ເຄິ່ງໜຶ່ງຂອງນໍ້ານັ້ນຈະໄຫລໄປສູ່ທະເລຕາຍ ແລະອີກເຄິ່ງໜຶ່ງຈະໄຫລໄປສູ່ທະເລເມດີແຕຣາເນ. ມັນຈະໄຫລຢູ່ຕະຫລອດປີ ທັງໃນລະດູແລ້ງແລະລະດູຝົນ. |
|
| 9 |
|
| ແລ້ວພຣະເຈົ້າຢາເວກໍຈະເປັນກະສັດ ປົກຄອງແຜ່ນດິນໂລກນີ້ທັງໝົດ; ໃນວັນນັ້ນ ຈະມີພຣະເຈົ້າຢາເວແຕ່ອົງດຽວ ແລະມີນາມຊື່ຂອງພຣະອົງແຕ່ນາມດຽວເທົ່ານັ້ນ. |
|
| 10 |
|
| ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ. |
|
| 11 |
|
| ປະຊາຊົນຈະຢູ່ໃນທີ່ນັ້ນຢ່າງປອດໄພ ຄືບໍ່ຖືກຄຸກຄາມໂດຍໄພພິບັດອີກຕໍ່ໄປ. |
|
| 12 |
|
| ພຣະເຈົ້າຢາເວຈະນຳໂຣກລະບາດມາສູ່ຊົນຊາດທັງໝົດ ຊຶ່ງໄດ້ເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ. ເນື້ອໜັງຂອງພວກເຂົາຈະເປື່ອຍເນົ່າ ເມື່ອຍັງມີຊີວິດຢູ່; ຕາແລະລີ້ນຂອງພວກເຂົາຈະເປື່ອຍເນົ່າເຊັ່ນກັນດ້ວຍ. |
|
| 13 |
|
| ໃນວັນນັ້ນ ພຣະເຈົ້າຢາເວຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍໃຫຍ່ ແລະຢ້ານກົວ ຈົນວ່າຈະໂຈມຕີແລະຈັບກຸມຄົນທີ່ຢູ່ໃກ້ຄຽງຕົນ. |
|
| 14 |
|
| ພວກຜູ້ຊາຍຊາວຢູດາຈະຕໍ່ສູ້ເພື່ອປ້ອງກັນນະຄອນເຢຣູຊາເລັມ. ພວກເຂົາຈະປຸ້ນເອົາຊັບສົມບັດຂອງບັນດາຊົນຊາດທັງໝົດເຊັ່ນ: ຄຳ, ເງິນ, ທັງເຄື່ອງນຸ່ງຫົ່ມເປັນຈຳນວນຫລວງຫລາຍ. |
|
| 15 |
|
| ໂຣກລະບາດອັນຮ້າຍແຮງຍັງຈະຕົກຖືກຝູງມ້າ, ລາ, ອູດ ແລະລໍ ຄືຕົກຖືກສັດທັງໝົດທີ່ຢູ່ໃນຄ້າຍພັກຂອງເຫຼົ່າສັດຕູ. |
|
| 16 |
|
| ແລ້ວພວກທີ່ລອດຊີວິດມາໄດ້ຈາກຊົນຊາດຕ່າງໆ ທີ່ໄດ້ໂຈມຕີນະຄອນເຢຣູຊາເລັມນັ້ນ ກໍຈະໄປທີ່ນັ້ນທຸກໆປີ ເພື່ອນະມັດສະການພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດ ແລະເພື່ອສະເຫລີມສະຫລອງເທດສະການປຸກຕູບຢູ່. |
|
| 17 |
|
| ຖ້າຊົນຊາດໃດບໍ່ຍອມໄປນະມັດສະການພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດແລ້ວ ຝົນກໍຈະບໍ່ຕົກລົງມາສູ່ດິນແດນຂອງພວກເຂົາ. |
|
| 18 |
|
| ຖ້າຊາວເອຢິບບໍ່ຍອມສະເຫລີມສະຫລອງເທດສະການປຸກຕູບຢູ່ ພວກເຂົາກໍຈະຖືກທຳລາຍດ້ວຍໂຣກລະບາດ ຊຶ່ງພຣະເຈົ້າຢາເວສົ່ງມາສູ່ທຸກຊົນຊາດ ທີ່ບໍ່ຍອມໄປທີ່ນັ້ນຄືກັນ. |
|
| 19 |
|
| ອັນນີ້ຈະເປັນການລົງໂທດ ທີ່ປະເທດເອຢິບແລະຊົນຊາດອື່ນໆທັງໝົດຈະໄດ້ຮັບ ຖ້າພວກເຂົາບໍ່ໄປສະເຫລີມສະຫລອງເທດສະການປຸກຕູບຢູ່. |
|
| 20 |
|
| ໃນວັນນັ້ນ ແມ່ນແຕ່ໝາກກະດິງທີ່ມັດຄໍມ້າກໍຈະຂຽນຖ້ອຍຄຳວ່າ, “ບໍຣິສຸດແດ່ພຣະເຈົ້າຢາເວ.” ໝໍ້ຄົວກິນໃນວິຫານຂອງພຣະເຈົ້າຢາເວກໍຈະບໍຣິສຸດ ດັ່ງຖ້ວຍທີ່ວາງໄວ້ຕໍ່ໜ້າແທ່ນບູຊາ. |
|
| 21 |
|
| ໝໍ້ຄົວກິນທຸກໆໜ່ວຍໃນນະຄອນເຢຣູຊາເລັມ ແລະໃນຢູດາຍຈະຖືກແຍກໄວ້ຕ່າງຫາກ ເພື່ອໃຊ້ນະມັດສະການພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ປະຊາຊົນທີ່ຖວາຍບູຊາຈະໃຊ້ສິ່ງຂອງເຫຼົ່ານີ້ ສຳລັບຕົ້ມຊີ້ນທີ່ໄດ້ມາຈາກເຄື່ອງບູຊາ. ເມື່ອເວລານັ້ນມາເຖິງ ຈະບໍ່ມີພໍ່ຄ້າຄົນໃດຢູ່ໃນວິຫານຂອງພຣະເຈົ້າຢາເວອົງ ຊົງຣິດອຳນາດຍິ່ງໃຫຍ່, ໃນວັນນັ້ນ. |
|
|
|
|