|
| 1 |
|
| ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ. |
|
| 2 |
|
| ເພິ່ນຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນຕີນຮອງຕະກຽງທີ່ເປັນຄຳ ເທິງຈອມນັ້ນມີອ່າງໜ່ວຍໜຶ່ງສຳລັບໃສ່ນໍ້າມັນ. ທີ່ເທິງຕີນຮອງຕະກຽງນັ້ນມີຕະກຽງເຈັດໜ່ວຍ ແລະແຕ່ລະໜ່ວຍມີໄສ້ເຈັດອັນ. |
|
| 3 |
|
| ທີ່ແຕ່ລະຂ້າງຂອງຕີນຮອງຕະກຽງນັ້ນມີຕົ້ນໝາກກອກເທດສອງຕົ້ນ ຂ້າງລະຕົ້ນ.” |
|
| 4 |
|
| ແລ້ວຂ້າພະເຈົ້າກໍຖາມເທວະດາຕົນທີ່ກ່າວກັບຂ້າພະເຈົ້າວ່າ, “ທ່ານເອີຍ ສິ່ງເຫຼົ່ານີ້ໝາຍເຖິງຫຍັງ?” |
|
| 5 |
|
| ເທວະດາຕົນທີ່ກ່າວກັບຂ້າພະເຈົ້າຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.” ເທວະດາຕົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຕະກຽງທັງເຈັດໜ່ວຍນັ້ນແມ່ນຕາທັງເຈັດຂອງພຣະເຈົ້າຢາເວ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້.” |
|
| 6 |
|
| ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. |
|
| 7 |
|
| ອຸບປະສັກໃຫຍ່ທໍ່ພູຜາ ກໍຈະເຫືອດຫາຍໄປຕໍ່ໜ້າເຈົ້າ. ເຈົ້າຈະສ້າງວິຫານຂອງເຮົາຂຶ້ນໃໝ່ ແລະເມື່ອເຈົ້າວາງຫີນກ້ອນສຸດທ້າຍລົງໃນບ່ອນນັ້ນແລ້ວ ປະຊາຊົນກໍຈະຮ້ອງຂຶ້ນວ່າ, ‘ງາມແທ້ ງາມແທ້!”’ |
|
| 8 |
|
| ຂ້າພະເຈົ້າຍັງໄດ້ຮັບຖ້ອຍຄຳຢ່າງອື່ນອີກຈາກພຣະເຈົ້າຢາເວ. |
|
| 9 |
|
| ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.” |
|
| 10 |
|
|
|
| 11 |
|
| ແລ້ວຂ້າພະເຈົ້າກໍໄດ້ຖາມເພິ່ນວ່າ, “ຕົ້ນໝາກກອກເທດສອງຕົ້ນທີ່ຢູ່ແຕ່ລະຂ້າງນັ້ນ ໝາຍເຖິງຫຍັງ? |
|
| 12 |
|
| ສ່ວນກິ່ງໝາກກອກເທດສອງກິ່ງ ຊຶ່ງຢູ່ທີ່ຂ້າງຂອງທໍ່ຄຳ ສຳລັບຖອກນໍ້າມັນໝາກກອກເທດນັ້ນ ໝາຍເຖິງຫຍັງ?” |
|
| 13 |
|
| ເພິ່ນຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.” |
|
| 14 |
|
| ແລ້ວເພິ່ນກໍໄດ້ກ່າວວ່າ, “ສິ່ງເຫຼົ່ານັ້ນໝາຍເຖິງຊາຍສອງຄົນ ທີ່ພຣະເຈົ້າໄດ້ເລືອກເອົາແລະຫົດສົງແຕ່ງຕັ້ງໃຫ້ຮັບໃຊ້ ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.” |
|
|
|
|