|
| 1 |
|
| ໂກຣາ ລູກຊາຍຂອງອີຊະຮາ ຊາວເລວີຢູ່ໃນຕະກຸນໂກຮາດ ກໍໄດ້ຍົກຍໍຕົວຂຶ້ນກະບົດຕໍ່ໂມເຊ. ສະມາຊິກໃນເຜົ່າຣູເບັນສາມຄົນຄື: ດາທານ, ອາບີຣາມ ລູກຊາຍຂອງເອລີອາບ ແລະອອນລູກຊາຍຂອງເປເລັດ |
|
| 2 |
|
| ໄດ້ຮ່ວມມືກັບລາວໂດຍມີຜູ້ນຳ 250 ຄົນ ທີ່ມີຊື່ສຽງດີໃນທ່າມກາງຊຸມນຸມເປັນຜູ້ສະໜັບສະໜູນ. |
|
| 3 |
|
| ພວກເຂົາໄດ້ມາເຕົ້າໂຮມກັນຕໍ່ສູ້ໂມເຊແລະຕໍ່ສູ້ອາໂຣນ ແລະກ່າວວ່າ, “ທ່ານເຮັດໂພດເກີນໄປແລ້ວໃດ! ສະມາຊິກທັງໝົດຢູ່ໃນຊຸມຊົນເປັນຄົນບໍຣິສຸດ ແລະພຣະເຈົ້າຢາເວກໍສະຖິດຢູ່ນຳພວກເຮົາທຸກຄົນ. ແລ້ວເປັນຫຍັງທ່ານຈຶ່ງຖືຕົວເໜືອກວ່າຊຸມຊົນຂອງພຣະເຈົ້າຢາເວ?” |
|
| 4 |
|
| ເມື່ອໂມເຊໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຂາບລົງກັບພື້ນດິນ. |
|
| 5 |
|
| ແລ້ວເພິ່ນກໍໄດ້ບອກໂກຣາແລະພັກພວກຂອງລາວວ່າ, “ໃນມື້ອື່ນເຊົ້າ ພຣະເຈົ້າຢາເວຈະສຳແດງໃຫ້ພວກເຮົາເຫັນວ່າຜູ້ໃດເປັນຂອງພຣະອົງ ພຣະອົງຈະໃຫ້ຜູ້ທີ່ເປັນຂອງພຣະອົງ ຄືຜູ້ທີ່ພຣະອົງໄດ້ເລືອກນັ້ນ ຫຍັບເຂົ້າໃກ້ພຣະອົງທີ່ແທ່ນບູຊາ. |
|
| 6 |
|
| ໃນມື້ອື່ນເຊົ້າ ໃຫ້ເຈົ້າກັບພັກພວກຂອງເຈົ້າເອົາໝໍ້ຂາງ ແລະໃສ່ຖ່ານໄຟທີ່ລຸກແດງພ້ອມທັງໂຮຍເຄື່ອງຫອມໃສ່ດ້ວຍ ແລະຖືມາຕໍ່ໜ້າພຣະເຈົ້າຢາເວ ແລ້ວພວກເຮົາກໍຈະຮູ້ວ່າ ແມ່ນຜູ້ໃດໃນພວກເຮົາທີ່ພຣະເຈົ້າຢາເວໄດ້ເລືອກເອົາ. ແມ່ນພວກເຈົ້າຊາວເລວີນັ້ນແຫຼະ ທີ່ໄດ້ເຮັດໂພດເກີນໄປ.” |
|
| 7 |
|
|
|
| 8 |
|
| ໂມເຊບອກໂກຣາອີກວ່າ, “ຟັງໃຫ້ດີ ພວກເຈົ້າ ຊາວເລວີເອີຍ |
|
| 9 |
|
| ພວກເຈົ້າຖືເປັນເລື່ອງເລັກນ້ອຍຊັ້ນບໍ ທີ່ພຣະເຈົ້າຂອງຊາດອິດສະຣາເອນໄດ້ຕັ້ງພວກເຈົ້າໄວ້ຕ່າງຫາກຈາກຊຸມຊົນ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະອົງ ແລະເຮັດພິທີຕ່າງໆຢູ່ໃນຫໍເຕັນສັກສິດຂອງພຣະເຈົ້າຢາເວ ພ້ອມທັງເຮັດໜ້າທີ່ຮັບໃຊ້ຊຸມຊົນດ້ວຍ. |
|
| 10 |
|
| ພຣະອົງໄດ້ໃຫ້ພວກເຈົ້າແລະຊາວເລວີອື່ນໆທັງໝົດໄດ້ຮັບກຽດນີ້ ແລະມາບັດນີ້ ພວກເຈົ້າກຳລັງພະຍາຍາມຢາກເອົາຕຳແໜ່ງປະໂຣຫິດອີກ |
|
| 11 |
|
| ເມື່ອພວກເຈົ້າກ່າວຮ້າຍໃສ່ອາໂຣນກໍສໍ່າກັບວ່າ ພວກເຈົ້າກ່າວຮ້າຍໃສ່ພຣະເຈົ້າຢາເວ ອົງທີ່ພວກເຈົ້າແລະພັກພວກກຳລັງກະບົດຕໍ່ສູ້ຢູ່ນີ້.” |
|
| 12 |
|
| ຕໍ່ມາ ໂມເຊໃຫ້ຄົນໄປຕາມດາທານ ແລະອາບີຣາມລູກຊາຍຂອງເອລີອາບມາ ແຕ່ພວກເຂົາເວົ້າວ່າ, “ພວກເຮົາບໍ່ໄປ! |
|
| 13 |
|
| ທ່ານໄດ້ນຳພວກເຮົາອອກມາຈາກດິນແດນທີ່ອຸດົມສົມບູນໃນປະເທດເອຢິບ ເພື່ອຈະຂ້າພວກເຮົາໃນຖິ່ນແຫ້ງແລ້ງກັນດານນີ້ຍັງບໍ່ພໍບໍ? ທ່ານຍັງຈະມາຕັ້ງຕົວເປັນນາຍເໜືອຫົວເຮົາອີກບໍ? |
|
| 14 |
|
| ທ່ານບໍ່ໄດ້ນຳພວກເຮົາເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີ ຫລືມອບໄຮ່ນາແລະສວນອະງຸ່ນໃຫ້ພວກເຮົາເປັນກຳມະສິດ ແລະບັດນີ້ ທ່ານກຳລັງພະຍາຍາມຫລອກລວງພວກເຮົາອີກ. ພວກເຮົາບໍ່ໄປດອກ.” |
|
| 15 |
|
| ໂມເຊໃຈຮ້າຍແລະກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍພຣະອົງຢ່າຮັບເຄື່ອງຖວາຍໃດໆ ທີ່ຄົນເຫຼົ່ານີ້ນຳມາເລີຍ. ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກເຂົາ; ແມ່ນແຕ່ລໍໂຕໜຶ່ງຂ້ານ້ອຍກໍບໍ່ໄດ້ເອົາມາຈາກພວກເຂົາ.” |
|
| 16 |
|
| ໂມເຊໄດ້ເວົ້າຕໍ່ໂກຣາວ່າ, “ມື້ອື່ນ ໃຫ້ເຈົ້າແລະພັກພວກ 250 ຄົນຂອງເຈົ້າ ມາຕໍ່ໜ້າພຣະເຈົ້າຢາເວ ອາໂຣນຈະໄປທີ່ນັ້ນຄືກັນ. |
|
| 17 |
|
| ໃຫ້ພວກເຈົ້າແຕ່ລະຄົນຖືໝໍ້ຂາງທີ່ມີຖ່ານໄຟແດງ ແລະໂຮຍເຄື່ອງຫອມໃສ່ເທິງໝໍ້ຂາງ 250 ໜ່ວຍນັ້ນມາຕໍ່ໜ້າພຣະເຈົ້າຢາເວ ພວກເຈົ້າແຕ່ລະຄົນພ້ອມອາໂຣນໃຫ້ຖືໝໍ້ຂາງຂອງຕົນມາດ້ວຍ.” |
|
| 18 |
|
| ດັ່ງນັ້ນ ທຸກໆຄົນຈຶ່ງໄດ້ເອົາໝໍ້ຂາງຂອງຕົນໃສ່ຖ່ານໄຟທີ່ກຳລັງລຸກຢູ່ ພ້ອມທັງເຄື່ອງຫອມໂຮຍໃສ່ເທິງຖືມາ ແລະຢືນຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມພ້ອມກັບໂມເຊແລະອາໂຣນ. |
|
| 19 |
|
| ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ |
|
| 20 |
|
| ແລະພຣະເຈົ້າຢາເວກໍໄດ້ບອກໂມເຊແລະອາໂຣນວ່າ, |
|
| 21 |
|
| “ຈົ່ງຖ່ອຍໜີຈາກປະຊາຊົນເຫຼົ່ານີ້ ເຮົາຈະທຳລາຍພວກເຂົາດຽວນີ້.” |
|
| 22 |
|
| ແຕ່ໂມເຊແລະອາໂຣນຂາບລົງດິນ ທູນວ່າ, “ໂອ ຂ້າແດ່ພຣະເຈົ້າ ອົງເປັນພຣະເຈົ້າແຫ່ງຈິດວິນຍານທັງໝົດຂອງມະນຸດ. ເມື່ອຄົນຜູ້ດຽວເຮັດບາບ ພຣະອົງຈະໂກດຮ້າຍຊຸມຊົນທັງໝົດຫລື?” |
|
| 23 |
|
| ພຣະເຈົ້າຢາເວຕອບໂມເຊວ່າ, |
|
| 24 |
|
| “ບອກໃຫ້ປະຊາຊົນຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ ດຽວນີ້.” |
|
| 25 |
|
| ແລ້ວໂມເຊ ຕິດຕາມດ້ວຍບັນດາຜູ້ນຳຂອງຊາດອິດສະຣາເອນ ກໍໄດ້ໄປຫາດາທານແລະອາບີຣາມ. |
|
| 26 |
|
| ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.” |
|
| 27 |
|
| ສະນັ້ນ ປະຊາຊົນຈຶ່ງຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ. ດາທານແລະອາບີຣາມພ້ອມດ້ວຍເມຍແລະລູກຂອງພວກເຂົາ ໄດ້ອອກມາຢືນຢູ່ຕໍ່ໜ້າເຕັນຂອງພວກເຂົາ. |
|
| 28 |
|
| ໂມເຊກ່າວຕໍ່ປະຊາຊົນວ່າ, “ດ້ວຍວິທີນີ້ ພວກເຈົ້າຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາເຮັດສິ່ງທັງໝົດນີ້ ແລະຂ້າພະເຈົ້າບໍ່ໄດ້ເລືອກເຮັດເອງ. |
|
| 29 |
|
| ຖ້າຄົນເຫຼົ່ານີ້ຫາກຕາຍແບບທຳມະດາ ໂດຍບໍ່ໄດ້ຖືກລົງໂທດພວກເຂົາແຕ່ຢ່າງໃດຢ່າງໜຶ່ງ ກໍໝາຍຄວາມວ່າພຣະເຈົ້າຢາເວບໍ່ໄດ້ໃຊ້ຂ້າພະເຈົ້າມາ. |
|
| 30 |
|
| ແຕ່ຖ້າພຣະເຈົ້າຢາເວຫາກເຮັດບາງສິ່ງບາງຢ່າງທີ່ພວກເຈົ້າບໍ່ເຄີຍເຫັນ ແລະພື້ນດິນຍະກືນກິນພວກເຂົາພ້ອມກັບທຸກສິ່ງທີ່ເປັນຂອງພວກເຂົາ ເພື່ອໃຫ້ລົງໄປສູ່ແດນມໍຣະນາ; ພວກເຈົ້າກໍຈະຮູ້ວ່າ ຄົນພວກນີ້ໄດ້ໝິ່ນປະໝາດຢຽບຢໍ່າພຣະເຈົ້າຢາເວໄປເສຍແລ້ວ.” |
|
| 31 |
|
| ພໍໂມເຊກ່າວຈົບ ພື້ນດິນບ່ອນທີ່ດາທານແລະອາບີຣາມຢືນຢູ່ນັ້ນ |
|
| 32 |
|
| ກໍຍະອອກກືນກິນພວກເຂົາແລະຄອບຄົວພ້ອມພັກພວກຂອງໂກຣາ ແລະສິ່ງຂອງທັງໝົດຂອງພວກເຂົາ. |
|
| 33 |
|
| ພື້ນດິນຍະກືນກິນພວກເຂົາທັງເປັນ ແລະທຸກຢ່າງກໍດັບສູນໄປໝົດ. |
|
| 34 |
|
| ປະຊາຊົນອິດສະຣາເອນທຸກຄົນທີ່ຢູ່ໃນທີ່ນັ້ນ ໄດ້ແລ່ນປົບໜີໄປ ເມື່ອໄດ້ຍິນສຽງຮ້ອງຂອງຄົນເຫຼົ່ານັ້ນ. ປະຊາຊົນໄດ້ຮ້ອງຂຶ້ນວ່າ, “ແລ່ນໜີໄວໆ! ພື້ນດິນອາດຍະກືນກິນພວກເຮົາເໝືອນກັນກໍໄດ້.” |
|
| 35 |
|
| ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ. |
|
| 36 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, |
|
| 37 |
|
| “ຈົ່ງບອກເອເລອາຊາລູກຊາຍຂອງປະໂຣຫິດອາໂຣນ ໃຫ້ເອົາຖ່ານໄຟຢູ່ໃນໝໍ້ຂາງທອງສຳຣິດ ຈາກຄົນທີ່ຖືກໄຟເຜົາຜານນັ້ນໄປຖອກຖິ້ມບ່ອນອື່ນ ເພາະເປັນໝໍ້ຂາງບໍຣິສຸດ. |
|
| 38 |
|
| ໝໍ້ຂາງເຫຼົ່ານີ້ບໍຣິສຸດ ເມື່ອໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວທີ່ແທ່ນບູຊາ. ສະນັ້ນ ຈົ່ງເອົາໝໍ້ຂາງຈາກຜູ້ທີ່ຖືກຂ້າຕາຍ ເພາະການບາບຂອງພວກເຂົາເຫຼົ່ານີ້ໄປຊຸບຕີເປັນແຜ່ນບາງໆສຳລັບປົກແທ່ນບູຊາ ເພື່ອຈະເປັນໝາຍສຳຄັນແກ່ປະຊາຊົນອິດສະຣາເອນ.” |
|
| 39 |
|
| ສະນັ້ນ ປະໂຣຫິດເອເລອາຊາຈຶ່ງເອົາໝໍ້ຂາງເຫຼົ່ານັ້ນ ມາຕີເປັນແຜ່ນບາງໆສຳລັບປົກຄຸມແທ່ນບູຊາ. |
|
| 40 |
|
| ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ. |
|
| 41 |
|
| ວັນຕໍ່ມາ ຊຸມຊົນທັງໝົດໄດ້ມາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ທ່ານເປັນຜູ້ເຮັດໃຫ້ປະຊາຊົນບາງຄົນຂອງພຣະເຈົ້າຢາເວ ຖືກຂ້າຕາຍ.” |
|
| 42 |
|
| ຫລັງຈາກທີ່ພວກເຂົາໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊກັບອາໂຣນແລ້ວ ພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນບ່ອນຊຸມນຸມ; ພວກເຂົາຈຶ່ງເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດຂຶ້ນ. |
|
| 43 |
|
| ໂມເຊແລະອາໂຣນໄດ້ອອກໄປຢືນຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມ, |
|
| 44 |
|
| ແລະພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 45 |
|
| “ຈົ່ງຖອຍອອກຫ່າງຈາກປະຊາຊົນເຫຼົ່ານີ້ສາ ເພາະເຮົາຈະທຳລາຍພວກເຂົາກັບບ່ອນນີ້.” ທັງສອງພາກັນໝູບໜ້າລົງດິນ |
|
| 46 |
|
| ແລະໂມເຊບອກອາໂຣນວ່າ, “ຈົ່ງເອົາໝໍ້ຂາງໄປໃສ່ຖ່ານໄຟໃນແທ່ນບູຊາ ແລະເອົາເຄື່ອງຫອມໂຮຍໃສ່ເທິງເພື່ອເຮັດພິທີຊຳລະປະຊາຊົນໄວໆ. ພຣະເຈົ້າຢາເວໂກດຮ້າຍ ແລະເຮັດໃຫ້ໂຣກລະບາດເກີດຂຶ້ນແລ້ວ.” |
|
| 47 |
|
| ອາໂຣນກໍໄດ້ປະຕິບັດຕາມນັ້ນ ເພິ່ນໄດ້ເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ ແລ່ນໄປທ່າມກາງປະຊາຊົນ. ເມື່ອເຫັນວ່າໂຣກລະບາດຮ້າຍແຮງໄດ້ແຜ່ກວ້າງອອກໄປຫລາຍແລ້ວ ເພິ່ນກໍເອົາເຄື່ອງຫອມໂຮຍໃສ່ເທິງຖ່ານ ແລະເຮັດພິທີຊຳລະມົນທິນໃຫ້ປະຊາຊົນ. |
|
| 48 |
|
| ໂຣກລະບາດຮ້າຍແຮງຈຶ່ງຢຸດເຊົາ ແລະເພິ່ນໄດ້ຢືນຂຶ້ນລະຫວ່າງຄົນເປັນແລະຄົນຕາຍ. |
|
| 49 |
|
| ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ. |
|
| 50 |
|
| ເມື່ອໂຣກລະບາດຮ້າຍແຮງເຊົາແລ້ວ ອາໂຣນຈຶ່ງກັບຄືນໄປຫາໂມເຊທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. |
|
|
|
|