|
| 1 |
|
| ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ເຈົ້າກັບພວກລູກຊາຍຂອງເຈົ້າ ພ້ອມທັງຊາວເລວີຕ້ອງເປັນຜູ້ຮັບຜົນກຳຈາກຄວາມຜິດໃນການຮັບໃຊ້ ແລະການປະຕິບັດໜ້າທີ່ໃນຫໍເຕັນບ່ອນເຮົາສະຖິດຢູ່, ແຕ່ເຈົ້າກັບພວກລູກຊາຍຂອງເຈົ້າໃນຖານະທີ່ເປັນປະໂຣຫິດຂອງເຮົາ ຈະເປັນຜູ້ຮັບຜິດຊອບຕໍ່ຄວາມຜິດນັ້ນ. |
|
| 2 |
|
| ໃຫ້ນຳຍາດຕິພີ່ນ້ອງໃນເຜົ່າເລວີຂອງເຈົ້າມາເຮັດວຽກຊ່ວຍເຈົ້າ ໃນເວລາທີ່ພວກເຈົ້າເຂົ້າໄປຮັບໃຊ້ເຮົາໃນຫໍເຕັນ. |
|
| 3 |
|
| ໃຫ້ພວກເຂົາເຮັດວຽກເພື່ອເຈົ້າ ແລະຮັບຜິດຊອບໜ້າທີ່ໃນຫໍເຕັນ, ແຕ່ຢ່າໃຫ້ພວກເຂົາເຂົ້າໃກ້ສິ່ງໃດໆໃນບ່ອນສັກສິດຂອງເຮົາຫລືໃກ້ແທ່ນບູຊາ. ຖ້າພວກເຂົາຫາກຂືນເຮັດທັງເຂົາ ແລະເຈົ້າເອງຈະໄດ້ຮັບໂທດເຖິງຕາຍ. |
|
| 4 |
|
| ພວກເຂົາຈະເຮັດວຽກກັບເຈົ້າ ແລະຮັບຜິດຊອບໜ້າທີ່ທຸກຢ່າງໃນຫໍເຕັນບ່ອນຊຸມນຸມ, ແຕ່ຢ່າເອົາຄົນທີ່ຂາດຄຸນສົມບັດມາເຮັດວຽກການນຳເຈົ້າ. |
|
| 5 |
|
| ເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນ ຈະຕ້ອງຮັບຜິດຊອບຕໍ່ບ່ອນສັກສິດແລະຕໍ່ແທ່ນບູຊາ ເພື່ອຄວາມໂກດຮ້າຍຂອງເຮົາຈະບໍ່ໄດ້ຕົກຖືກປະຊາຊົນອິດສະຣາເອນອີກ. |
|
| 6 |
|
| ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຍາດຕິພີ່ນ້ອງຊາວເລວີຂອງເຈົ້າ ຈາກທ່າມກາງຊາວອິດສະຣາເອນ ເພື່ອໃຫ້ເປັນຂອງຂວັນແກ່ເຈົ້າ. ເຈົ້າໄດ້ອຸທິດຖວາຍພວກເຂົາໃຫ້ແກ່ພຣະເຈົ້າຢາເວ ເພື່ອວ່າພວກເຂົາຈະປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມໄດ້. |
|
| 7 |
|
| ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.” |
|
| 8 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ອາໂຣນວ່າ, “ຈົ່ງຈົດຈຳໄວ້ວ່າເຮົາໄດ້ມອບເຄື່ອງຖວາຍພິເສດທຸກສິ່ງທີ່ບໍ່ໄດ້ເຜົາບູຊາ ທີ່ຊາວອິດສະຣາເອນໄດ້ຖວາຍແກ່ເຮົາໃຫ້ແກ່ເຈົ້າ. ເຮົາໄດ້ມອບສິ່ງນັ້ນທັງໝົດໃຫ້ເປັນສ່ວນແບ່ງແກ່ເຈົ້າ ແລະເຊື້ອສາຍຂອງພວກເຈົ້າຕະຫລອດໄປ. |
|
| 9 |
|
| ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ. |
|
| 10 |
|
| ພວກເຈົ້າຕ້ອງກິນສິ່ງເຫຼົ່ານີ້ຢູ່ໃນບ່ອນສັກສິດທີ່ສຸດ ແລະມີພຽງແຕ່ຜູ້ຊາຍເທົ່ານັ້ນທີ່ກິນໄດ້ເພາະເປັນຂອງບໍຣິສຸດ. |
|
| 11 |
|
| ນອກຈາກນີ້ອີກ ເຄື່ອງຖວາຍພິເສດອື່ນໆທີ່ຊາວອິດສະຣາເອນຖວາຍແກ່ເຮົາ ຈະເປັນຂອງເຈົ້າ. ເຮົາຍົກໃຫ້ເປັນຂອງເຈົ້າ, ພວກລູກຊາຍຂອງເຈົ້າ ແລະລູກສາວຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ສະມາຊິກທຸກໆຄົນໃນຄອບຄົວຂອງເຈົ້າ ທີ່ບໍ່ເປັນມົນທິນກິນຂອງຖວາຍນັ້ນໄດ້. |
|
| 12 |
|
| ຜົນລະປູກຫົວປີອັນດີທີ່ສຸດ ຊຶ່ງຊາວອິດສະຣາເອນນຳມາຖວາຍແກ່ພຣະເຈົ້າຢາເວແຕ່ລະປີເຊັ່ນ: ນໍ້າມັນໝາກກອກເທດ, ເຫຼົ້າອະງຸ່ນ ແລະພືດຜົນເປັນເມັດເຮົາໄດ້ມອບໃຫ້ແກ່ເຈົ້າ. |
|
| 13 |
|
| ຜົນລະປູກລຸ້ນທຳອິດຂອງທຸກຢ່າງທີ່ຢູ່ໃນດິນແດນຂອງພວກເຂົາ ທີ່ພວກເຂົານຳມາຖວາຍແກ່ພຣະເຈົ້າຢາເວເປັນຂອງເຈົ້າ. ສະມາຊິກທຸກໆຄົນໃນຄອບຄົວຂອງເຈົ້າທີ່ບໍ່ເປັນມົນທິນ ກິນຂອງຖວາຍນັ້ນໄດ້. |
|
| 14 |
|
| ທຸກໆສິ່ງທີ່ປະຊາຊົນໃນຊາດອິດສະຣາເອນ ໄດ້ນຳມາຖວາຍແກ່ເຮົາ ໂດຍບໍ່ມີເງື່ອນໄຂເປັນຂອງເຈົ້າ. |
|
| 15 |
|
| ລູກກົກຂອງຊາວອິດສະຣາເອນ ບໍ່ວ່າເປັນຄົນຫລືສັດກໍດີທີ່ນຳມາຖວາຍແກ່ພຣະເຈົ້າຢາເວເປັນຂອງເຈົ້າ. ແຕ່ໃຫ້ໄຖ່ລູກກົກຂອງທຸກໆຄົນຄືນໄວ້ ແລະສັດຫົວປີທຸກໆໂຕທີ່ເປັນມົນທິນຕາມກົດບັນຍັດກໍໃຫ້ໄຖ່ຄືນໄດ້ເໝືອນກັນ. |
|
| 16 |
|
| ສິ່ງທີ່ຖືກໄຖ່ຄືນນັ້ນ ຈົ່ງໄຖ່ໄວ້ແຕ່ອາຍຸໜຶ່ງເດືອນຂຶ້ນໄປ ໃຫ້ໄຖ່ເອົາຄືນໄດ້ໃນລາຄາເງິນຫ້າຫລຽນ ຕາມອັດຕາເງິນຂອງສຳນັກນະມັດສະການຊຶ່ງໄດ້ກຳນົດໄວ້. |
|
| 17 |
|
| ແຕ່ລູກຫົວປີຂອງງົວ, ແກະ ແລະແບ້ໄຖ່ຄືນໄວ້ບໍ່ໄດ້; ສັດເຫຼົ່ານີ້ເປັນຂອງເຮົາຢ່າງສົມບູນ ແລະໃຫ້ພວກເຈົ້າຂ້າຖວາຍບູຊາແກ່ເຮົາ. ຈົ່ງຖອກເລືອດໃສ່ແທ່ນບູຊາ ແລະເຜົາໄຂມັນຕາມພິທີຖວາຍບູຊາດ້ວຍໄຟ ກິ່ນຫອມຫວນນັ້ນຈຶ່ງເປັນທີ່ພໍໃຈແກ່ພຣະເຈົ້າຢາເວ. |
|
| 18 |
|
| ສ່ວນຊີ້ນສັດເຫຼົ່ານັ້ນເປັນຂອງເຈົ້າ ເຊັ່ນ: ຊີ້ນໜ້າເອິກ ແລະຊີ້ນຂາຫລັງເບື້ອງຂວາ ທີ່ເປັນເຄື່ອງຖວາຍແກວ່ງໄປແກວ່ງມາ. |
|
| 19 |
|
| ເຄື່ອງຖວາຍພິເສດທັງໝົດເປັນບໍຣິສຸດທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ເປັນຂອງເຈົ້າແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ ແມ່ນພັນທະສັນຍາຂອງເກືອອັນປ່ຽນແປງບໍ່ໄດ້ຕໍ່ໜ້າພຣະເຈົ້າຢາເວສຳລັບເຈົ້າແລະເຊື້ອສາຍຂອງເຈົ້າ.” |
|
| 20 |
|
| ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ເຈົ້າຈະບໍ່ໄດ້ຮັບຊັບສົມບັດໃດໆເປັນມູນມໍຣະດົກ ແລະທັງຈະບໍ່ໄດ້ທີ່ດິນສ່ວນໃດໆໃນດິນແດນອິດສະຣາເອນເປັນຂອງພວກເຈົ້າໃນທ່າມກາງພວກເຂົາ. ເຮົາເປັນທຸກສິ່ງທີ່ເຈົ້າຕ້ອງການ.” |
|
| 21 |
|
| “ເຮົາໄດ້ມອບໜຶ່ງສ່ວນສິບຂອງທຸກໆສິ່ງ ທີ່ຊາວອິດສະຣາເອນຖວາຍແກ່ເຮົາໃຫ້ຊາວເລວີ. ອັນນີ້ເປັນຄ່າຕອບແທນວຽກການທີ່ພວກເຂົາຮັບຜິດຊອບເບິ່ງແຍງຮັກສາຫໍເຕັນບ່ອນຊຸມນຸມ. |
|
| 22 |
|
| ຊາວອິດສະຣາເອນຄົນອື່ນໆບໍ່ຕ້ອງເຂົ້າມາໃກ້ຫໍເຕັນບ່ອນຊຸມນຸມ ບໍ່ດັ່ງນັ້ນ ພວກເຂົາຈະຖືກລົງໂທດເຖິງຕາຍ. |
|
| 23 |
|
| ຕັ້ງແຕ່ນີ້ໄປ ໃຫ້ຊາວເລວີເທົ່ານັ້ນເບິ່ງແຍງຮັກສາຫໍເຕັນບ່ອນຊຸມນຸມ ແລະໃຫ້ພວກເຂົາຮັບຜິດຊອບຢ່າງເຕັມສ່ວນຕໍ່ໜ້າທີ່ນີ້. ອັນນີ້ແມ່ນລະບຽບການຕາຍຕົວທີ່ໃຫ້ພວກເຊື້ອສາຍຂອງພວກເຈົ້າປະຕິບັດຄືກັນ. ຊາວເລວີຈະບໍ່ມີສົມບັດອັນຖາວອນ ໃນດິນແດນອິດສະຣາເອນເຊັ່ນກັນ |
|
| 24 |
|
| ເພາະເຮົາໄດ້ຍົກໜຶ່ງສ່ວນສິບຂອງການຖວາຍພິເສດ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ໃຫ້ເປັນກຳມະສິດຂອງພວກເຂົາ. ດັ່ງນັ້ນ ເຮົາຈຶ່ງບອກວ່າພວກເຂົາຈະບໍ່ມີຊັບສົມບັດອັນຖາວອນໃດໆ ຢູ່ໃນດິນແດນອິດສະຣາເອນ.” |
|
| 25 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ |
|
| 26 |
|
| ໃຫ້ບອກຊາວເລວີດັ່ງນີ້, “ເມື່ອພວກເຈົ້າຮັບໜຶ່ງສ່ວນສິບທີ່ໄດ້ຈາກຊາວອິດສະຣາເອນ ພວກເຈົ້າຕ້ອງແບ່ງໜຶ່ງສ່ວນສິບຖວາຍເປັນສ່ວນຖວາຍພິເສດໃຫ້ແກ່ພຣະເຈົ້າຢາເວເໝືອນກັນ. |
|
| 27 |
|
| ສ່ວນຖວາຍພິເສດນີ້ ຈະຖືເປັນດັ່ງເຂົ້າໃໝ່ ແລະເຫຼົ້າອະງຸ່ນໃໝ່ທີ່ຊາວສວນໄດ້ນຳມາຖວາຍ. |
|
| 28 |
|
| ໃນທຳນອງນີ້ ພວກເຈົ້າຈົ່ງຖວາຍສ່ວນຖວາຍພິເສດທີ່ເປັນຂອງພຣະເຈົ້າຢາເວ ທີ່ໄດ້ຮັບຈາກໜຶ່ງສ່ວນສິບທັງໝົດຂອງຊາວອິດສະຣາເອນເໝືອນກັນ. ໃຫ້ພວກເຈົ້າມອບສ່ວນຖວາຍພິເສດນີ້ໃຫ້ປະໂຣຫິດອາໂຣນ ເພື່ອໃຫ້ເພິ່ນຖວາຍແກ່ພຣະເຈົ້າຢາເວ. |
|
| 29 |
|
| ຈາກສິ່ງທັງໝົດຊຶ່ງພວກເຈົ້າໄດ້ຮັບ ຈົ່ງເອົາສ່ວນດີທີ່ສຸດນັ້ນມາຖວາຍແກ່ພຣະເຈົ້າຢາເວ. |
|
| 30 |
|
| ເມື່ອພວກເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດແລ້ວ ພວກເຈົ້າກໍຮັກສາສ່ວນທີ່ເຫຼືອນັ້ນໄວ້ໄດ້ ເໝືອນກັນກັບຊາວສວນໄດ້ຮັກສາສິ່ງທີ່ເຫຼືອໄວ້ ຫລັງຈາກທີ່ພວກເຂົາໄດ້ຖວາຍແລ້ວ. |
|
| 31 |
|
| ພວກເຈົ້າແລະຄອບຄົວຈະເອົາໄປກິນບ່ອນໃດບ່ອນໜຶ່ງກໍໄດ້ ເພາະວ່າແມ່ນຄ່າຈ້າງສຳລັບວຽກງານທີ່ພວກເຈົ້າໄດ້ເຮັດໃນຫໍເຕັນບ່ອນຊຸມນຸມ. |
|
| 32 |
|
| ພວກເຈົ້າບໍ່ມີຄວາມຜິດໃນຂອງຖວາຍ ເມື່ອພວກເຈົ້າກິນສ່ວນທີ່ໄດ້ຮັບນັ້ນ. ແຕ່ຢ່າເຮັດໃຫ້ຂອງຖວາຍທີ່ຊາວອິດສະຣາເອນຖືວ່າບໍຣິສຸດນັ້ນເປັນມົນທິນ ໂດຍກິນສ່ວນໃດສ່ວນໜຶ່ງກ່ອນຖວາຍສ່ວນທີ່ດີທີ່ສຸດ ຖ້າພວກເຈົ້າຫາກຂືນເຮັດ ພວກເຈົ້າຈະໄດ້ຮັບໂທດເຖິງຕາຍ.” |
|
|
|
|