|
| 1 |
|
| ພຣະເຈົ້າຢາເວໄດ້ແນະນຳໂມເຊແລະອາໂຣນດັ່ງຕໍ່ໄປນີ້ |
|
| 2 |
|
| ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ. |
|
| 3 |
|
| ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ. |
|
| 4 |
|
|
|
| 5 |
|
|
|
| 6 |
|
|
|
| 7 |
|
|
|
| 8 |
|
|
|
| 9 |
|
|
|
| 10 |
|
| ທາງດ້ານໃຕ້ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ຣູເບັນ ເອລີຊູ, ລູກຊາຍຂອງເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍຂອງດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້ກອງພົນຂອງຣູເບັນຍົກອອກໄປເປັນພວກທີສອງ. |
|
| 11 |
|
|
|
| 12 |
|
|
|
| 13 |
|
|
|
| 14 |
|
|
|
| 15 |
|
|
|
| 16 |
|
|
|
| 17 |
|
| ຕໍ່ມາ ລະຫວ່າງສອງກອງພົນທີ່ນຳໜ້າກ່ອນ ແລະສອງກອງພົນທີ່ນຳຫລັງນັ້ນ ໃຫ້ຊາວເລວີຫາມຫໍເຕັນບ່ອນຊຸມນຸມຍົກອອກໄປ. ແຕ່ລະກອງພົນຈະຕ້ອງຍົກອອກໄປໃຫ້ເປັນລຳດັບແບບດຽວກັນ ແລະໃນບ່ອນທີ່ຕັ້ງຄ້າຍພັກກໍໃຫ້ຢູ່ໃນລະບຽບນີ້ຄື: ແຕ່ລະກອງພົນໃຫ້ຢູ່ພາຍໃຕ້ທຸງໄຊຂອງຕົນ. |
|
| 18 |
|
| ທາງດ້ານຕາເວັນຕົກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເອຟຣາອິມ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້ກອງພົນຂອງເອຟຣາອິມຍົກອອກໄປເປັນພວກທີສາມ. |
|
| 19 |
|
|
|
| 20 |
|
|
|
| 21 |
|
|
|
| 22 |
|
|
|
| 23 |
|
|
|
| 24 |
|
|
|
| 25 |
|
| ທາງດ້ານເໜືອໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງດານ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ 62.700 ຄົນ ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ 41.500 ຄົນ ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ 53.400 ຄົນ ລວມ: 157.600 ຄົນ ໃຫ້ກອງພົນຂອງດານຍົກອອກໄປເປັນພວກສຸດທ້າຍ. |
|
| 26 |
|
|
|
| 27 |
|
|
|
| 28 |
|
|
|
| 29 |
|
|
|
| 30 |
|
|
|
| 31 |
|
|
|
| 32 |
|
| ລວມຈຳນວນປະຊາຊົນອິດສະຣາເອນທັງໝົດ ທີ່ຖືກເກນເຂົ້າເປັນທະຫານຢູ່ໃນກອງພົນ ເປັນໝວດໝູ່ຕ່າງໆນັ້ນມີ: 603.550 ຄົນ. |
|
| 33 |
|
| ສ່ວນຊາວເລວີບໍ່ໄດ້ຖືກຈົດຊື່ລວມເຂົ້ານຳພວກອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊ. |
|
| 34 |
|
| ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ. |
|
|
|
|