|
| 1 |
|
| ຊາວອິດສະຣາເອນໄດ້ເຄື່ອນຍ້າຍໄປຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ແລະກົງກັນຂ້າມກັບເມືອງເຢຣິໂກ. |
|
| 2 |
|
| ພໍເຈົ້າບາຫລາກລູກຊາຍຂອງຊິບໂປກະສັດແຫ່ງໂມອາບໄດ້ຍິນເຖິງເລື່ອງທີ່ຊາວອິດສະຣາເອນໄດ້ເຮັດກັບຊາວອາໂມ ແລະຮູ້ວ່າຊາວອິດສະຣາເອນຢູ່ທີ່ນັ້ນຫລາຍພຽງໃດ; |
|
| 3 |
|
| ເພິ່ນແລະປະຊາຊົນທັງໝົດຈຶ່ງເກີດຢ້ານຫຼາຍ. |
|
| 4 |
|
| ຊາວໂມອາບໄດ້ເວົ້າຕໍ່ພວກຜູ້ນຳຊາວມີດີອານວ່າ, “ໃນບໍ່ຊ້າປະຊາຊົນອັນໃຫຍ່ນີ້ຈະທຳລາຍທຸກໆສິ່ງທີ່ຢູ່ອ້ອມຮອບພວກເຮົາ ເໝືອນດັ່ງງົວກິນຫຍ້າຢູ່ຕາມທົ່ງ.” ຍ້ອນວ່າໃນເວລານັ້ນ ເຈົ້າບາຫລາກລູກຊາຍຂອງຊິບໂປກໍເປັນກະສັດຂອງຊາວໂມອາບ. |
|
| 5 |
|
| ເພິ່ນຈຶ່ງໄດ້ສົ່ງຄະນະທູດໄປເຊີນເອົາບາລາອາມລູກຊາຍຂອງເບອໍ ຜູ້ທີ່ອາໄສຢູ່ໃນເປໂທ ໃກ້ກັບແມ່ນໍ້າເອີຟຣັດທີ່ດິນແດນອາມາວ. ພວກເຂົາໄດ້ນຳຂ່າວຈາກເຈົ້າບາຫລາກໄປບອກດັ່ງນີ້: “ເຮົາຢາກໃຫ້ທ່ານຮູ້ວ່າມີຊົນຊາດໜຶ່ງໄດ້ມາຈາກປະເທດເອຢິບ, ປະຊາຊົນຂອງຊາດນີ້ກຳລັງແຜ່ຜາຍໄປທົ່ວທຸກແຫ່ງ ແລະກຳລັງມີອຳນາດເໜືອດິນແດນຂອງພວກເຮົາ. |
|
| 6 |
|
| ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.” |
|
| 7 |
|
| ດັ່ງນັ້ນ ບັນດາຜູ້ນຳຂອງຊາວໂມອາບແລະຂອງຊາວມີດີອານ ຈຶ່ງອອກເດີນທາງໄປຫາບາລາອາມ ພ້ອມທັງນຳເງິນຄ່າພິທີສາບແຊ່ງໄປນຳດ້ວຍ ແລະບອກຄຳເວົ້າຂອງເຈົ້າບາຫລາກໃຫ້ແກ່ເພິ່ນ. |
|
| 8 |
|
| ບາລາອາມຈຶ່ງເວົ້າກັບພວກເຂົາວ່າ, “ຈົ່ງພາກັນນອນຄ້າງຄືນຢູ່ທີ່ນີ້ສາກ່ອນ ແລະໃນມື້ອື່ນເຊົ້າ ຂ້ອຍຈະລາຍງານໃຫ້ພວກເຈົ້າຮູ້ສິ່ງທີ່ພຣະເຈົ້າຢາເວໄດ້ບອກຂ້ອຍ.” ດັ່ງນັ້ນ ພວກຜູ້ນຳຂອງຊາວໂມອາບຈຶ່ງພັກຢູ່ທີ່ນັ້ນກັບບາລາອາມ. |
|
| 9 |
|
| ພຣະເຈົ້າໄດ້ມາຫາບາລາອາມ ແລະຖາມລາວວ່າ, “ຄົນເຫຼົ່ານີ້ທີ່ມາພັກນຳເຈົ້ານັ້ນແມ່ນໃຜ?” |
|
| 10 |
|
| ບາລາອາມຈຶ່ງຕອບພຣະເຈົ້າວ່າ, “ເຈົ້າບາຫລາກລູກຊາຍຂອງຊິບໂປກະສັດແຫ່ງໂມອາບໄດ້ສົ່ງຄົນພວກນີ້ມາ ແລະບອກຂ້ານ້ອຍວ່າ, |
|
| 11 |
|
| ມີປະຊາຊົນຊາດໜຶ່ງທີ່ອອກມາຈາກປະເທດເອຢິບ ໄດ້ແຜ່ຂະຫຍາຍອອກໄປທົ່ວທຸກຫົນແຫ່ງໃນປະເທດ. ເພິ່ນຢາກໃຫ້ຂ້ານ້ອຍໄປສາບແຊ່ງພວກເຂົາ ເພື່ອວ່າເພິ່ນຈະໄດ້ຮົບຊະນະພວກເຂົາ.” |
|
| 12 |
|
| ພຣະເຈົ້າໄດ້ບອກບາລາອາມວ່າ, “ຢ່າໄປກັບຄົນເຫຼົ່ານີ້ ແລະຢ່າສາບແຊ່ງປະຊາຊົນອິດສະຣາເອນ ເພາະແມ່ນເຮົາເອງທີ່ອວຍພອນພວກເຂົາ.” |
|
| 13 |
|
| ເມື່ອເຊົ້າມື້ໃໝ່ມາ ບາລາອາມຈຶ່ງໄປຫາຄະນະທູດຂອງເຈົ້າບາຫລາກ ແລະເວົ້າວ່າ, “ຈົ່ງກັບຄືນເມືອສາ ເພາະພຣະເຈົ້າຢາເວບໍ່ໃຫ້ຂ້ອຍໄປກັບພວກເຈົ້າ.” |
|
| 14 |
|
| ສະນັ້ນ ພວກເຂົາຈຶ່ງກັບຄືນໄປຫາເຈົ້າບາຫລາກ ແລະບອກເພິ່ນວ່າບາລາອາມບໍ່ຍອມມາກັບພວກຕົນ. |
|
| 15 |
|
| ແລ້ວເຈົ້າບາຫລາກກໍໄດ້ສົ່ງບັນດາຜູ້ນຳຄົນສຳຄັນກວ່າພວກທຳອິດໄປອີກ. |
|
| 16 |
|
| ພວກເຂົາໄດ້ມາຫາບາລາອາມພ້ອມທັງນຳຄຳເວົ້າຈາກເຈົ້າບາຫລາກລູກຊາຍຂອງຊິບໂປມາດັ່ງນີ້: “ຂໍຢ່າໃຫ້ສິ່ງໃດສິ່ງໜຶ່ງກີດຂວາງທ່ານໄວ້ເລີຍ |
|
| 17 |
|
| ເຮົາຈະໃຫ້ບຳເໜັດແກ່ທ່ານຢ່າງຫລວງຫລາຍ ແລະຈະເຮັດສິ່ງໃດໆກໍໄດ້ຕາມທີ່ທ່ານກ່າວ. ກະລຸນາມາສາບແຊ່ງພວກເຫຼົ່ານີ້ໃຫ້ເຮົາແດ່ທ້ອນ.” |
|
| 18 |
|
| ແຕ່ບາລາອາມໄດ້ຕອບວ່າ, “ເຖິງແມ່ນວ່າເຈົ້າບາຫລາກຈະມອບເງິນຄຳທັງໝົດ ຢູ່ໃນພະຣາຊວັງຂອງເພິ່ນໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າບໍ່ໄດ້ ແມ່ນແຕ່ເລື່ອງເລັກນ້ອຍກໍຕາມ. |
|
| 19 |
|
| ແຕ່ຂໍໃຫ້ພວກທ່ານຄ້າງຄືນຢູ່ບ່ອນນີ້ດັ່ງພວກອື່ນໆທີ່ເຄີຍມາແລ້ວ ເພາະບາງທີພຣະເຈົ້າຢາເວອາດຈະມີສິ່ງໃດສິ່ງໜຶ່ງອີກບອກຂ້າພະເຈົ້າໃຫ້ຮູ້ຕື່ມກໍໄດ້.” |
|
| 20 |
|
| ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.” |
|
| 21 |
|
| ດັ່ງນັ້ນ ເຊົ້າວັນຕໍ່ມາ ບາລາອາມຈຶ່ງຈັດແຈງເອົາອານໃສ່ຫລັງລໍ ແລະອອກເດີນທາງໄປກັບພວກຜູ້ນຳຊາວໂມອາບ. |
|
| 22 |
|
| ພຣະເຈົ້າໂກດຮ້າຍທີ່ບາລາອາມໄປກັບພວກເຂົາ; ໃນຂະນະທີ່ບາລາອາມກຳລັງຂີ່ລໍໄປ ໂດຍມີຄົນຮັບໃຊ້ສອງຄົນຕິດຕາມໄປນຳນັ້ນ ເທວະດາຂອງພຣະເຈົ້າຢາເວກໍມາຢືນຂວາງທາງໄວ້. |
|
| 23 |
|
| ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະເຈົ້າຢາເວຢືນຖືດາບຢູ່ທີ່ນັ້ນ ກໍແລ່ນອອກຈາກທາງໄປສູ່ທົ່ງນາ. ບາລາອາມຈຶ່ງຕີລໍແລະຂະໜາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່. |
|
| 24 |
|
| ແລ້ວເທວະດາຂອງພຣະເຈົ້າຢາເວກໍມາຢືນຂວາງທາງລະຫວ່າງສວນອະງຸ່ນ ຊຶ່ງມີກຳແພງຫີນຢູ່ສອງຟາກຂ້າງ. |
|
| 25 |
|
| ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະເຈົ້າຢາເວກໍເຊເຂົ້າໄປຕຳກຳແພງ ແລະໜິບຕີນຂອງບາລາອາມເຂົ້າໃສ່ກັບຝາຫີນ, ບາລາອາມຈຶ່ງຕີລໍອີກ. |
|
| 26 |
|
| ອີກເທື່ອໜຶ່ງເທວະດາຂອງພຣະເຈົ້າຢາເວໄດ້ໄປລ່ວງໜ້າກ່ອນ ແລະຮອດບ່ອນແຄບໆຊຶ່ງບໍ່ມີປ່ອງທີ່ຈະຜ່ານໄປສູ່ທາງອື່ນໄດ້. |
|
| 27 |
|
| ໃນເທື່ອນີ້ ເມື່ອລໍຫລຽວເຫັນເທວະດາຂອງພຣະເຈົ້າຢາເວມັນກໍໝູບລົງ. ບາລາອາມເກີດໃຈຮ້າຍຂຶ້ນຈຶ່ງໃຊ້ໄມ້ແສ້ຕີຫລັງລໍອີກ. |
|
| 28 |
|
| ພຣະເຈົ້າຢາເວໄດ້ບັນດານໃຫ້ລໍປາກເປັນ ແລະເວົ້າຕໍ່ບາລາອາມວ່າ, “ຂ້ອຍເຮັດຫຍັງໃຫ້ເຈົ້າແດ່? ເປັນຫຍັງເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້?” |
|
| 29 |
|
| ບາລາອາມຕອບວ່າ, “ກໍຍ້ອນເຈົ້າແກ້ງເຮັດໃຫ້ຂ້ອຍ ຖ້າຫາກຂ້ອຍມີດາບ ຂ້ອຍຈະຂ້າເຈົ້າໂລດ.” |
|
| 30 |
|
| ໂຕລໍຈຶ່ງຖາມອີກວ່າ, “ຂ້ອຍບໍ່ແມ່ນລໍໂຕທີ່ເຈົ້າເຄີຍຂີ່ໄປມາຊົ່ວຊີວິດນັ້ນບໍ? ຂ້ອຍເຄີຍໄດ້ເຮັດກັບເຈົ້າແບບນີ້ມາກ່ອນຫລືບໍ່?” ບາລາອາມຕອບວ່າ, “ບໍ່.” |
|
| 31 |
|
| ແລ້ວພຣະເຈົ້າຢາເວກໍບັນດານໃຫ້ບາລາອາມເຫັນເທວະດາຖືດາບຢືນຢູ່ທີ່ນັ້ນ; ບາລາອາມຈຶ່ງໝູບໜ້າລົງດິນ. |
|
| 32 |
|
| ເທວະດາຂອງພຣະເຈົ້າຢາເວໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ. |
|
| 33 |
|
| ແຕ່ລໍຂອງເຈົ້າໄດ້ເຫັນເຮົາຈຶ່ງຫັນໜີເຖິງສາມເທື່ອ. ຖ້າມັນຫາກບໍ່ເຮັດດັ່ງນັ້ນ ປານນີ້ເຮົາຄົງຂ້າເຈົ້າຖິ້ມແລະໄວ້ຊີວິດລໍສາແລ້ວ.” |
|
| 34 |
|
| ບາລາອາມໄດ້ກ່າວຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດສາແລ້ວ ເພາະຂ້ານ້ອຍບໍ່ຮູ້ວ່າທ່ານຢືນຂວາງທາງໄວ້, ແຕ່ບັດນີ້ຖ້າຫາກທ່ານເຫັນວ່າ ການໄປຂອງຂ້ານ້ອຍນັ້ນບໍ່ເປັນການສົມຄວນ ຂ້ານ້ອຍກໍຈະກັບຄືນເມືອ.” |
|
| 35 |
|
| ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ບອກບາລາອາມວ່າ, “ຈົ່ງເດີນທາງຕໍ່ໄປກັບຄົນເຫຼົ່ານີ້ ແຕ່ໃຫ້ເຈົ້າກ່າວສິ່ງທີ່ເຮົາບອກເຈົ້າກ່າວເທົ່ານັ້ນ.” ສະນັ້ນ ບາລາອາມຈຶ່ງເດີນທາງຕໍ່ໄປກັບຄະນະທູດ. |
|
| 36 |
|
| ເມື່ອເຈົ້າບາຫລາກໄດ້ຍິນວ່າບາລາອາມກຳລັງເດີນທາງມາ ເພິ່ນກໍຮີບເດີນທາງອອກໄປພົບລາວທີ່ເມືອງອາຣະ ຊຶ່ງຕັ້ງຢູ່ແຄມແມ່ນໍ້າອາກໂນນໃກ້ຊາຍແດນຂອງໂມອາບ. |
|
| 37 |
|
| ເຈົ້າບາຫລາກໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ມາ ເມື່ອເຮົາໃຊ້ຄົນໄປເຊີນເຈົ້າເທື່ອທຳອິດ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ຂອງບັນນາການແກ່ເຈົ້າພຽງພໍຊັ້ນບໍ?” |
|
| 38 |
|
| ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າມານີ້ແລ້ວບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອຳນາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ.” |
|
| 39 |
|
| ດັ່ງນັ້ນ ບາລາອາມກັບເຈົ້າບາຫລາກຈຶ່ງໄປທີ່ເມືອງກິຣີອາດ-ຮູຊົດ |
|
| 40 |
|
| ບ່ອນທີ່ເຈົ້າບາຫລາກໄດ້ຂ້າງົວ ແລະແກະຖວາຍບູຊາ. ເພິ່ນໄດ້ເອົາຊີ້ນບາງສ່ວນໃຫ້ບາລາອາມ ແລະພວກຜູ້ນຳທີ່ໄດ້ໄປກັບຕົນ. |
|
| 41 |
|
| ເຊົ້າວັນໃໝ່ມາ ເຈົ້າບາຫລາກໄດ້ພາບາລາອາມຂຶ້ນໄປທີ່ເມືອງບາໂມດ-ບາອານ ຈາກບ່ອນນັ້ນບາລາອາມສາມາດຫລຽວເຫັນປະຊາຊົນອິດສະຣາເອນສ່ວນໜຶ່ງໄດ້. |
|
|
|
|