|
| 1 |
|
| ເພິ່ນໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້າພະເຈົ້າ ແລ້ວໃຫ້ນຳເອົາງົວແລະແກະເຖິກແນວລະເຈັດໂຕມາໃຫ້ຂ້າພະເຈົ້າ.” |
|
| 2 |
|
| ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະທັງສອງໄດ້ຖວາຍງົວເຖິກກັບແກະເຖິກແນວລະໂຕເທິງແທ່ນບູຊາແຕ່ລະອັນ. |
|
| 3 |
|
| ແລ້ວບາລາອາມກໍໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປເບິ່ງວ່າ ພຣະເຈົ້າຢາເວຈະໃຫ້ຂ້າພະເຈົ້າພົບພຣະອົງຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່.” ສະນັ້ນ ບາລາອາມຈຶ່ງໄປທີ່ຈອມພູແຕ່ຜູ້ດຽວ |
|
| 4 |
|
| ແລະພຣະເຈົ້າກໍມາພົບບາລາອາມ, ແລ້ວບາລາອາມກໍໄດ້ກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍໄດ້ສ້າງແທ່ນບູຊາເຈັດແທ່ນ ແລະຂ້າງົວເຖິກກັບແກະເຖິກຖວາຍໄວ້ເທິງແຕ່ລະແທ່ນຢູ່ທີ່ນັ້ນ.” |
|
| 5 |
|
| ພຣະເຈົ້າຢາເວໄດ້ບອກບາລາອາມສິ່ງທີ່ລາວຕ້ອງກ່າວ; ແລ້ວພຣະອົງກໍສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ. |
|
| 6 |
|
| ສະນັ້ນ ລາວຈຶ່ງກັບຄືນມາແລະພົບເຈົ້າບາຫລາກກຳລັງຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມຂອງຕົນ ພ້ອມກັບບັນດາຫົວໜ້າຂອງຊາວໂມອາບໝົດທຸກຄົນດ້ວຍ. |
|
| 7 |
|
| ບາລາອາມໄດ້ກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກແຫ່ງໂມອາບ ໄດ້ນຳຂ້າພະເຈົ້າມາ; ຈາກປະເທດຊີເຣຍ ຄືຈາກພູດອຍທາງທິດຕາເວັນອອກ. ເພິ່ນກ່າວວ່າ, ຮີບມາເວົ້າ ສຳລັບເຮົາໃຫ້ແດ່ ມາສາບແຊ່ງປະຊາຊົນຊາດເຊື້ອ ອິດສະຣາເອນໃຫ້ແດ່ດູ |
|
| 8 |
|
| ເຮົາຈະສາບແຊ່ງຄົນທີ່ພຣະເຈົ້າ ບໍ່ສາບແຊ່ງໄດ້ຢ່າງໃດ? ຫລືປະນາມຄົນທີ່ພຣະເຈົ້າຢາເວ ບໍ່ໄດ້ປະນາມກໍບໍ່ຫ່ອນໄດ້. |
|
| 9 |
|
| ຈາກເທິງໂງ່ນພູສູງນັ້ນ ຂ້າພະເຈົ້າສາມາດຫລຽວເຫັນພວກເຂົາ ທັງສາມາດເຝົ້າເບິ່ງພວກເຂົາ ຈາກເທິງເນີນພູສູງໄດ້. ພວກເຂົາແມ່ນຊົນຊາດເຊື້ອ ທີ່ຢູ່ໂດດດ່ຽວຕາມລຳພັງ ທັງຮູ້ວ່າຈະໄດ້ຮັບພຣະພອນ ຫລາຍກວ່າຊົນຊາດອື່ນໆ. |
|
| 10 |
|
| ເຊື້ອສາຍອິດສະຣາເອນນັ້ນຫລວງຫລາຍ ປຽບປຸນດັ່ງຂີ້ຝຸ່ນດິນ; ພວກເຂົາທະວີຄູນຂຶ້ນຫລາຍ ເກີນກວ່າຈະນັບໄດ້. ຂໍໃຫ້ຂ້າພະເຈົ້າສິ້ນຊີບ ດັ່ງປະຊາຊົນຂອງພຣະເຈົ້າຄົນໜຶ່ງ; ຂໍໃຫ້ຂ້າພະເຈົ້າຕາຍຢ່າງສຸກລົ້ນ ເໝືອນດັ່ງຄົນຜູ້ໜຶ່ງທີ່ຊອບທຳ.” |
|
| 11 |
|
| ແລ້ວເຈົ້າບາຫລາກກໍເວົ້າຕໍ່ບາລາອາມວ່າ, “ເປັນຫຍັງເຈົ້າຈຶ່ງກະທຳຕໍ່ເຮົາແບບນີ້? ເຮົາໄດ້ເຊີນເຈົ້າມາທີ່ນີ້ເພື່ອໃຫ້ເຈົ້າສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າກັບມາອວຍພອນພວກເຂົາແທນ.” |
|
| 12 |
|
| ລາວຕອບເພິ່ນວ່າ, “ຂ້າພະເຈົ້າກ່າວໄດ້ແຕ່ສິ່ງທີ່ພຣະເຈົ້າຢາເວ ບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.” |
|
| 13 |
|
| ແລ້ວເຈົ້າບາຫລາກກໍໄດ້ກ່າວແກ່ບາລາອາມວ່າ, “ຈົ່ງໄປກັບເຮົາຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນໄດ້ພຽງຈຳນວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ.” |
|
| 14 |
|
| ເພິ່ນໄດ້ພາລາວໄປທີ່ນາຂອງໂຊພິມເທິງພູປີສະກາ. ຢູ່ທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກແລະແກະເຖິກໄວ້ໃນແຕ່ລະແທ່ນ. |
|
| 15 |
|
| ບາລາອາມໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະອົງຢູ່ທີ່ອື່ນ.” |
|
| 16 |
|
| ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ. |
|
| 17 |
|
| ສະນັ້ນ ລາວຈຶ່ງກັບຄືນມາ ແລະພົບເຈົ້າບາຫລາກຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກຈຶ່ງຖາມສິ່ງທີ່ພຣະເຈົ້າຢາເວກ່າວ |
|
| 18 |
|
| ແລະບາລາອາມກໍກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກ ລູກຊາຍຊິບໂປເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄຳທີ່ຂ້າພະເຈົ້າຕ້ອງກ່າວ. |
|
| 19 |
|
| ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທຳໂລດ. |
|
| 20 |
|
| ພຣະອົງແນະນຳຂ້າພະເຈົ້າ ໃຫ້ກ່າວຄຳອວຍພອນ ແລະເມື່ອພຣະເຈົ້າອວຍພອນ ຂ້າພະເຈົ້າບໍ່ຫ່ອນຈະຢັບຢັ້ງໄດ້. |
|
| 21 |
|
| ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງຊາດອິດສະຣາເອນ ຈະບໍ່ນຳໂຊກຮ້າຍໃດໆ ຫລືຄວາມລຳບາກມາສູ່ພວກເຂົາຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ກໍສະຖິດຢູ່ນຳພວກເຂົາ ພວກເຂົາປະກາດວ່າພຣະອົງ ເປັນກະສັດຂອງພວກເຂົາເຈົ້າ. |
|
| 22 |
|
| ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ. |
|
| 23 |
|
| ບໍ່ມີເວດມົນຄາຖາໃດດອກ ແລະບໍ່ມີວິຊາອາຄົມໃດເລີຍ ຊຶ່ງຈະນຳມາໃຊ້ຕໍ່ສູ້ກັບ ຊົນຊາດອິດສະຣາເອນໄດ້. ບັດນີ້ ປະຊາຊົນທັງຫລາຍຈະເວົ້າ ເຖິງຊາດອິດສະຣາເອນ ວ່າ ເບິ່ງແມ! ສິ່ງທີ່ພຣະເຈົ້າກຳລັງ ໄດ້ເຮັດສຳລັບພວກເຂົາ |
|
| 24 |
|
| ປະຊາຊົນພວກນີ້ ຈະລຸກຂຶ້ນເໝືອນດັ່ງໂຕສິງ ມັນຈະກັດກິນເນື້ອໜັງ ສິ່ງທີ່ຕົກເປັນເຫຍື່ອຂອງມັນນັ້ນ. ມັນຈະດູດກິນເລືອດ ຂອງຜູ້ທີ່ຖືກເຄາະຮ້າຍທັງຫລາຍ ແລ້ວກໍພາກັນຍ່າງຍ້າຍໄປ ຫລົບເຂົ້າສູ່ໝົ້ງນອນພຸ້ນ.” |
|
| 25 |
|
| ແລ້ວເຈົ້າບາຫລາກກໍເວົ້າຕໍ່ບາລາອາມວ່າ, “ເຖິງແມ່ນເຈົ້າບໍ່ຍອມສາບແຊ່ງ ປະຊາຊົນອິດສະຣາເອນກໍຕາມ ແຕ່ເຈົ້າຢ່າອວຍພອນພວກເຂົາແມ.” |
|
| 26 |
|
| ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ຂ້າພະເຈົ້າຕ້ອງກ່າວທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າກ່າວ.” |
|
| 27 |
|
| ເຈົ້າບາຫລາກໄດ້ເວົ້າວ່າ, “ຈົ່ງມາພີ້ກັບເຮົາ ແລະເຮົາຈະພາເຈົ້າໄປທີ່ອື່ນອີກ. ບາງທີໃນທີ່ນັ້ນ ພຣະເຈົ້າຈະຍິນຍອມໃຫ້ເຈົ້າສາບແຊ່ງພວກເຂົາສຳລັບເຮົາກໍໄດ້.” |
|
| 28 |
|
| ສະນັ້ນ ເພິ່ນຈຶ່ງພາບາລາອາມໄປເທິງພູເປອໍ ບ່ອນທີ່ສາມາດແນມເຫັນຖິ່ນແຫ້ງແລ້ງກັນດານ. |
|
| 29 |
|
| ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຈົ່ງເຮັດແທ່ນບູຊາຂຶ້ນໃນທີ່ນີ້ເຈັດແທ່ນໃຫ້ຂ້າພະເຈົ້າ ແລະນຳງົວເຖິກແລະແກະເຖິກເຈັດໂຕມາ.” |
|
| 30 |
|
| ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະເພິ່ນໄດ້ຖວາຍງົວເຖິກ ແລະແກະເຖິກ ແນວລະໂຕໄວ້ໃນແຕ່ລະແທ່ນ. |
|
|
|
|