|
| 1 |
|
| ໃນເທື່ອນີ້ ບາລາອາມຮູ້ວ່າພຣະເຈົ້າຢາເວຢາກໃຫ້ຕົນອວຍພອນປະຊາຊົນອິດສະຣາເອນ; ສະນັ້ນ ລາວຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງຕາມທີ່ຕົນໄດ້ກະທຳມາ. ລາວໄດ້ອ່ວາຍໜ້າໄປທາງຖິ່ນແຫ້ງແລ້ງກັນດານ |
|
| 2 |
|
| ແລະເຫັນປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມລາວ |
|
| 3 |
|
| ແລ້ວລາວກໍກ່າວຄຳທຳນວາຍດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ. |
|
| 4 |
|
| ຜູ້ທີ່ໄດ້ຍິນຖ້ອຍຄຳທັງຫລາຍຂອງພຣະເຈົ້າ. ຄືຜູ້ທີ່ເຫັນນິມິດຈາກພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ, |
|
| 5 |
|
| ໂອ ຢາໂຄບເອີຍ ບັນດາເຕັນຂອງທ່ານຊ່າງງາມຫລາຍ ໂອ ຊາວອິດສະຣາເອນເອີຍ ທີ່ອາໄສທັງຫລາຍຂອງທ່ານ ຊ່າງງາມແທ້ໆ. |
|
| 6 |
|
| ດັ່ງຖັນແຖວຂອງຕົ້ນ ໝາກຕານທີ່ຍາວຢຽດ; ດັ່ງອຸດທະຍານແກ້ວ ທີ່ແຄມແມ່ນໍ້າພຸ້ນໃດ ດັ່ງຕົ້ນໄມ້ຫອມຫວນ ຊຶ່ງພຣະເຈົ້າຢາເວໄດ້ປູກໄວ້; ຫລືດັ່ງຕົ້ນສົນສີດາ ທີ່ຖືກປູກໄວ້ໃກ້ແຄມນໍ້າ. |
|
| 7 |
|
| ພວກເຂົາຈະໄດ້ຮັບ ນໍ້າຝົນຢ່າງອຸດົມສົມບູນຫລາຍ ແລະປູກພືດພັນໃນນາ ທີ່ມີນໍ້າຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າເຈົ້າອາກາ ແລະອຳນາດການປົກຄອງ ຈະຂະຫຍາຍຢ່າງໄກກວ້າງ. |
|
| 8 |
|
| ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ ພວກເຂົາໄດ້ເຂັ່ນຂ້າ ເຫຼົ່າສັດຕູຂອງພວກເຂົາ ທັງຫັກກະດູກກັບລູກທະນູ ໃຫ້ໝຸ່ນທະລາຍຈົນກ້ຽງ. |
|
| 9 |
|
| ປະຊາຊົນຊາດນີ້ ເປັນດັ່ງໂຕສິງທີ່ມີອຳນາດຍິ່ງ; ເມື່ອມັນພວມນອນຢູ່ນັ້ນ ບໍ່ມີໃຜກ້າປຸກມັນຂຶ້ນມາ. ຜູ້ໃດອວຍພອນຊາດອິດສະຣາເອນນັ້ນ ຜູ້ນັ້ນຈະໄດ້ຮັບຄຳອວຍພອນຄືນ ແລະຜູ້ໃດສາບແຊ່ງຊາດອິດສະຣາເອນ ຜູ້ນັ້ນຈະໄດ້ຖືກສາບແຊ່ງຕອບ.” |
|
| 10 |
|
| ເຈົ້າບາຫລາກລຸກຂຶ້ນຢືນກຳກຳປັ້ນດ້ວຍຄວາມໂກດຮ້າຍ ແລະເວົ້າຕໍ່ບາລາອາມວ່າ, “ເຮົາໄດ້ເຊີນເຈົ້າມານີ້ ເພື່ອໃຫ້ສາບແຊ່ງສັດຕູຂອງເຮົາ ແຕ່ເຈົ້າກັບອວຍພອນພວກເຂົາເຖິງສາມເທື່ອ. |
|
| 11 |
|
| ບັດນີ້ ກັບເມືອເຮືອນສາ ເຮົາສັນຍາວ່າຈະໃຫ້ບຳເໜັດແກ່ເຈົ້າ ແຕ່ພຣະເຈົ້າຢາເວບໍ່ເຫັນດີໃຫ້ເຈົ້າຮັບບຳເໜັດນັ້ນ.” |
|
| 12 |
|
| ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າບອກຄະນະທູດທີ່ທ່ານໄດ້ສົ່ງໄປຫາຂ້າພະເຈົ້າແລ້ວວ່າ |
|
| 13 |
|
| ແມ່ນແຕ່ທ່ານຈະເອົາເງິນຄຳທັງໝົດໃນຣາຊວັງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ອາດຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວໄດ້ໂດຍເຮັດຕາມໃຈຂອງທ່ານ. ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າຢາເວບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.” |
|
| 14 |
|
| ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ບັດນີ້ ຂ້າພະເຈົ້າຈະກັບຄືນເມືອບ້ານເມືອງຂອງຂ້າພະເຈົ້າ, ແຕ່ກ່ອນຂ້າພະເຈົ້າຈາກໄປ ຂ້າພະເຈົ້າຢາກເຕືອນທ່ານກ່ຽວກັບສິ່ງທີ່ປະຊາຊົນອິດສະຣາເອນ ຈະເຮັດຕໍ່ປະຊາຊົນຂອງທ່ານໃນອະນາຄົດ.” |
|
| 15 |
|
| ແລ້ວບາລາອາມກໍທຳນວາຍໄວ້ດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ. |
|
| 16 |
|
| ຜູ້ໄດ້ຍິນສິ່ງທີ່ພຣະເຈົ້າ ກຳລັງກ່າວຈາ ແລະໄດ້ຮັບສະຕິປັນຍາ ມາຈາກຜູ້ສູງສຸດພຸ້ນ. ຄືເຫັນນິມິດລົງມາ ຈາກພຣະເຈົ້າອົງມີຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ, |
|
| 17 |
|
| ຂ້າພະເຈົ້າແນມເບິ່ງ ໄປໃນຄັ້ງໜ້າຄັ້ງໃນ ແລະຂ້າພະເຈົ້າໄດ້ເຫັນ ຊົນຊາດອິດສະຣາເອນນີ້. ມີກະສັດອົງໜຶ່ງຈະເກີດຂຶ້ນ ດັ່ງດວງແຈ້ງໃນຊົນຊາດຂອງພວກເຂົາ ເໝືອນດາວຫາງອັນຊົງຣິດ ທີ່ມາຈາກຊາດອິດສະຣາເອນນັ້ນ ເພິ່ນຈະເຂັ່ນຂ້າເປັນໝູ່ ຜູ້ນຳຂອງໂມອາບທັງຫລາຍ ຜູ້ທີ່ໂຫດຮ້າຍແລະຈອງຫອງ. ເພິ່ນຈະປາບພວກເຂົາໝົດທຸກຄົນຖິ້ມ. |
|
| 18 |
|
| ເພິ່ນຈະຕີຊະນະ ເຫຼົ່າສັດຕູໃນເອໂດມ ແລະຢຶດເອົາທີ່ດິນຂອງເຂົາ ມາເປັນກຳມະສິດຂອງຕົນດ້ວຍ, ແຕ່ວ່າຊາດອິດສະຣາເອນນັ້ນ ຈະສືບຕໍ່ເຂັ້ມແຂງ ຈະສືບຕໍ່ມີໄຊ ຕໍ່ເຫຼົ່າສັດຕູໝູ່ມານຮ້າຍ. |
|
| 19 |
|
| ຊົນຊາດອິດສະຣາເອນນັ້ນ ຈະຢຽບຢໍ່າເຫຼົ່າສັດຕູລົງ ແລະກວາດລ້າງພວກທີ່ຍັງເຫລືອ ຈົນຮອດຄົນສຸດທ້າຍ.” |
|
| 20 |
|
| ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.” |
|
| 21 |
|
| ໃນນິມິດນັ້ນບາລາອາມຍັງໄດ້ເຫັນຊາວເກນິດ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ບ່ອນທີ່ພວກທ່ານຢູ່ນີ້ ໜາແໜ້ນປອດໄພດີ; ປອດໄພເໝືອນຮັງນົກ ທີ່ງອຍຢູ່ເທິງໜ້າຜາພຸ້ນ. |
|
| 22 |
|
| ແຕ່ຊາວເກນິດນັ້ນ ພວກເຈົ້າຈະຖືກທຳລາຍລົງຈົນໝົດ ເມື່ອຊາວອັດຊີເຣຍ ມາຈັບພວກເຈົ້າໄປສູ່ຕ່າງຖິ່ນ.” |
|
| 23 |
|
| ບາລາອາມຍັງໄດ້ທຳນວາຍໄວ້ຕື່ມອີກວ່າ: “ຄົນທີ່ກຳລັງເຕົ້າໂຮມຢູ່ ທາງທິດເໜືອ ນັ້ນແມ່ນພວກໃດກັນ? ພວກຮຸກຮານຮາວີ ຈະຂີ່ເຮືອມາຈາກໄຊປຣັດພຸ້ນ. ພວກເຂົາຈະຕີຊະນະ ຊາວອັດຊີເຣຍແລະເອເບ, ແຕ່ໃນທີ່ສຸດພວກເຂົາ ກໍຈະດັບສູນໄປຕະຫລອດ.” |
|
| 24 |
|
|
|
| 25 |
|
| ແລ້ວບາລາອາມກໍກັບສູ່ບ້ານເມືອງຂອງຕົນ ສ່ວນເຈົ້າບາຫລາກກໍໄປຕາມທາງຂອງຕົນ. |
|
|
|
|