|
| 1 |
|
| ໂມເຊໄດ້ກ່າວແກ່ບັນດາຜູ້ນຳເຜົ່າຕ່າງໆຂອງຊາດອິດສະຣາເອນວ່າ, ນີ້ເປັນຂໍ້ຄຳສັ່ງຂອງພຣະເຈົ້າຢາເວໄດ້ສັ່ງໄວ້ຄື: |
|
| 2 |
|
| ເມື່ອຊາຍຄົນໜຶ່ງບະບົນໄວ້ວ່າຈະຖວາຍສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະເຈົ້າຢາເວ ຫລືສາບານວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ; ລາວຕ້ອງບໍ່ເຮັດຜິດຄຳສັນຍາ, ແຕ່ຈະຕ້ອງເຮັດຕາມທີ່ໄດ້ເວົ້າໄວ້ທຸກປະການ. |
|
| 3 |
|
| ເມື່ອຍິງສາວຜູ້ໜຶ່ງຍັງຢູ່ໃນເຮືອນພໍ່ຂອງຕົນແລະບະບົນໄວ້ວ່າ ຈະຖວາຍສິ່ງໃດສິ່ງໜຶ່ງແກ່ພຣະເຈົ້າຢາເວ ຫລືສັນຍາວ່າຈະລະເວັ້ນຈາກສິ່ງໜຶ່ງສິ່ງໃດ; |
|
| 4 |
|
| ນາງຈະຕ້ອງກະທຳຕາມທີ່ຕົນໄດ້ບະບົນ ຫລືໄດ້ສັນຍາໄວ້ນັ້ນທຸກປະການ ເວັ້ນເສຍແຕ່ພໍ່ຂອງນາງຮູ້ເລື່ອງແລະຂັດຂວາງໄວ້. |
|
| 5 |
|
| ແຕ່ຖ້າພໍ່ຂອງນາງຫາກໄດ້ຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມນັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງ ເພາະວ່າພໍ່ຂອງນາງບໍ່ຍອມໃຫ້ນາງຮັກສາຄຳສັນຍານັ້ນ. |
|
| 6 |
|
| ຖ້າຍິງຜູ້ໜຶ່ງທີ່ບໍ່ທັນໄດ້ແຕ່ງງານຫາກບະບົນໄວ້ໂດຍບໍ່ຕັ້ງໃຈ ຫລືຢ່າງບໍ່ຄິດຖີ່ຖ້ວນ ຫລືສັນຍາວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ ແລ້ວນາງກໍແຕ່ງງານໄປ; |
|
| 7 |
|
| ນາງຕ້ອງເຮັດຕາມທີ່ຕົນໄດ້ສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງ ແລະຂັດຂວາງໄວ້. |
|
| 8 |
|
| ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະໄດ້ຫ້າມປາມໄວ້ ນາງກໍບໍ່ຕ້ອງກະທຳຕາມສັນຍານັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງເອງ. |
|
| 9 |
|
| ແມ່ໝ້າຍຫລືແມ່ຮ້າງຕ້ອງເຮັດຕາມຄຳບະບົນທີ່ຕົນໄດ້ບະບົນໄວ້ ແລະຮັກສາຄຳສັນຍາທີ່ຕົນໄດ້ກ່າວໄວ້ວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ. |
|
| 10 |
|
| ຖ້າແມ່ຍິງທີ່ແຕ່ງງານແລ້ວຫາກໄດ້ບະບົນ ຫລືສັນຍາໄວ້ວ່າຕົນຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ |
|
| 11 |
|
| ນາງຕ້ອງເຮັດຕາມທີ່ຕົນໄດ້ບະບົນຫລືສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງແລະຂັດຂວາງໄວ້. |
|
| 12 |
|
| ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ພຣະເຈົ້າຢາເວຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ. |
|
| 13 |
|
| ຜົວຂອງນາງມີສິດທີ່ຈະຮັບຮອງ ຫລືຍົກເລີກຄຳບະບົນ ຫລືສັນຍາຕ່າງໆທີ່ນາງໄດ້ເຮັດໄວ້. |
|
| 14 |
|
| ແຕ່ຖ້າຜົວຂອງນາງຫາກບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ລາວຮູ້ນັ້ນ ນາງຕ້ອງເຮັດຕາມທີ່ນາງໄດ້ສັນຍາ ຫລືບະບົນໄວ້ນັ້ນທຸກປະການ. ລາວໄດ້ຮັບຮອງເອົາການບະບົນນັ້ນແລ້ວ ໂດຍບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ຕົນຮູ້ເລື່ອງນັ້ນ. |
|
| 15 |
|
| ແຕ່ຕໍ່ມາ ຖ້າລາວຫາກຍົກເລີກການບະບົນ ລາວຈະຕ້ອງຮັບຜົນກຳຂອງເມຍ ສຳລັບຄວາມບໍ່ສຳເລັດທີ່ຕົນໄດ້ບະບົນໄວ້. |
|
| 16 |
|
| ອັນນີ້ແມ່ນກົດຕ່າງໆກ່ຽວກັບການບະບົນຂອງຍິງທີ່ບໍ່ທັນໄດ້ແຕ່ງງານແລະອາໄສຢູ່ນຳພໍ່ແມ່ ຫລືຍິງທີ່ໄດ້ແຕ່ງງານແລ້ວ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊ. |
|
|
|
|