|
| 1 |
|
| ເລື່ອງລາວຕໍ່ໄປນີ້ແມ່ນຊື່ບ່ອນຕ່າງໆ ຊຶ່ງຊາວອິດສະຣາເອນໄດ້ຕັ້ງຄ້າຍພັກອາໄສຢູ່ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢິບຕາມເຜົ່າຂອງໃຜລາວ ພາຍໃຕ້ການນຳພາຂອງໂມເຊແລະອາໂຣນ. |
|
| 2 |
|
| ຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊໄດ້ຈົດຊື່ແຕ່ລະບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ນັ້ນ. |
|
| 3 |
|
| ປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ ເມື່ອວັນທີສິບຫ້າເດືອນທີໜຶ່ງຂອງປີນັ້ນ ໃນມື້ຕໍ່ມາ ຫລັງຈາກປັດສະຄາຄັ້ງທຳອິດ. ພວກເຂົາໄດ້ອອກມາຈາກເມືອງຣາມາເຊັດຕໍ່ໜ້າຊາວເອຢິບທັງໝົດ |
|
| 4 |
|
| ໃນຂະນະທີ່ກຳລັງຝັງສົບລູກຊາຍຫົວປີຂອງພວກເຂົາທີ່ພຣະເຈົ້າຢາເວໄດ້ລົງໂທດເຖິງຕາຍ ພຣະເຈົ້າຢາເວໄດ້ສຳແດງໃຫ້ເຫັນເຖິງຣິດອຳນາດອັນຍິ່ງໃຫຍ່ ທີ່ພຣະອົງມີເໜືອພະທັງຫລາຍຂອງພວກເຂົາ. |
|
| 5 |
|
| ປະຊາຊົນອິດສະຣາເອນໄດ້ອອກຈາກເມືອງຣາມາເຊັດ ແລະພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງຊຸກໂກດ. |
|
| 6 |
|
| ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເອທາມແຄມຖິ່ນແຫ້ງແລ້ງກັນດານ. |
|
| 7 |
|
| ຈາກເອທາມພວກເຂົາໄດ້ກັບຄືນມາທີ່ປີຮາຮີໂຣດ ທາງທິດຕາເວັນອອກຂອງບາອານເຊໂຟນ ແລະໄດ້ຕັ້ງຄ້າຍພັກຢູ່ໃກ້ມິກໂດນ. |
|
| 8 |
|
| ພວກເຂົາໄດ້ເດີນທາງຈາກປີ-ຮາຮີໂຣດ ແລະໄດ້ຜ່ານທະເລແດງ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊູເຣ; ຫລັງຈາກເດີນທາງໄດ້ສາມວັນແລ້ວ ພວກເຂົາໄດ້ມາຕັ້ງຄ້າຍພັກທີ່ມາຣາ. |
|
| 9 |
|
| ຈາກມາຣາພວກເຂົາໄດ້ເດີນທາງຮອດເອລິມບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ ເພາະວ່າບ່ອນນີ້ມີນໍ້າພຸ 12 ບໍ່ ແລະຕົ້ນຕານ 70 ຕົ້ນ. |
|
| 10 |
|
| ພວກເຂົາໄດ້ອອກຈາກເອລິມແລະໄດ້ຕັ້ງຄ້າຍພັກຢູ່ໃກ້ທະເລແດງ. |
|
| 11 |
|
| ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານສີນ. |
|
| 12 |
|
| ຈາກຖິ່ນແຫ້ງແລ້ງກັນດານສີນ ແລ້ວພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ໂດບຟະກາ |
|
| 13 |
|
| ຈາກໂດບຟະກາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ອາລູຊາ. |
|
| 14 |
|
| ຈາກອາລູຊາ ພວກເຂົາໄດ້ມາຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ບ່ອນທີ່ບໍ່ມີນໍ້າສຳລັບໃຫ້ພວກເຂົາດື່ມ. |
|
|
|
|