|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 2 |
|
| ໃຫ້ແນະນຳປະຊາຊົນອິດສະຣາເອນດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າເຂົ້າໄປການາອານ ດິນແດນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້ານັ້ນ ຊາຍແດນຂອງພວກເຈົ້າຈະມີດັ່ງນີ້: |
|
| 3 |
|
| ຊາຍແດນທາງໃຕ້ຈະຢຽດອອກຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊິນ ເລີຍໄປຕາມຊາຍແດນຂອງເອໂດມ. ທາງທິດຕາເວັນອອກ ຊາຍແດນທາງດ້ານໃຕ້ເລີ່ມແຕ່ສົ້ນສຸດຂອງທະເລຕາຍ |
|
| 4 |
|
| ແລ້ວໂຄ້ງໄປທາງໃຕ້ຂອງທາງຜ່ານຊ່ອງແຄບອັກຣັບບິມ ແລະຜ່ານຊິນໄປສູ່ທາງໃຕ້ເຖິງກາເດັດບາກເນອາ. ແລ້ວກໍໂຄ້ງຂຶ້ນໄປທາງທິດຕາເວັນຕົກສ່ຽງເໜືອເຖິງຮາຊາອັດດາ ແລະເລີຍໄປຮອດອາຊະໂມນ |
|
| 5 |
|
| ຕໍ່ຈາກນັ້ນ ຊາຍແດນຈະລ້ຽວໄປທາງຮ່ອມພູຂອງຊາຍແດນເອຢິບ ແລະສຸດລົງທີ່ທະເລເມດີແຕຣາເນ. |
|
| 6 |
|
| ຊາຍແດນທາງທິດຕາເວັນຕົກແມ່ນທະເລເມດີແຕຣາເນ. |
|
| 7 |
|
| ຊາຍແດນທາງດ້ານເໜືອແມ່ນລຽບຕາມຝັ່ງຂອງທະເລເມດີແຕຣາເນ ໄປເຖິງພູໂຮເຣ |
|
| 8 |
|
| ແລະຈາກນັ້ນໄປເຖິງຊ່ອງແຄບຮາມັດແລ້ວຕໍ່ໄປເຖິງເຊດາດ |
|
| 9 |
|
| ແລະຊິບຟະໂຣນແລະຈະສຸດລົງທີ່ຮາຊາເອນານ. |
|
| 10 |
|
| ຊາຍແດນທາງດ້ານຕາເວັນອອກຈະລຽບຕາມເສັ້ນທາງຮາຊາເອນານ ໄປເຖິງເຊຟາມ. |
|
| 11 |
|
| ຕໍ່ຈາກນັ້ນ ຈະເລີຍລົງໄປທາງໃຕ້ເຖິງຣິບລາ ທາງຕາເວັນອອກຂອງອາອິນ ແລະຂຶ້ນສູ່ເນີນພູທາງທິດຕາເວັນອອກຂອງຝັ່ງທະເລສາບຄາລິເລ |
|
| 12 |
|
| ແລ້ວກໍລຽບລົງມາທາງໃຕ້ຕາມຝັ່ງຂອງແມ່ນໍ້າຈໍແດນຈົນເຖິງທະເລຕາຍ. ອັນນີ້ແມ່ນຊາຍແດນທັງສີ່ທິດຂອງດິນແດນຂອງພວກເຈົ້າ.” |
|
| 13 |
|
| ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ. |
|
| 14 |
|
| ສ່ວນເຜົ່າຣູເບັນແລະກາດກັບອີກເຄິ່ງເຜົ່າຂອງມານາເຊນັ້ນ ໄດ້ຮັບສ່ວນແບ່ງຕາມຄອບຄົວຂອງພວກເຂົາແລ້ວ |
|
| 15 |
|
| ຄືດິນແດນທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ທີ່ຢູ່ກົງກັນຂ້າມກັບເມືອງເຢຣິໂກ.” |
|
| 16 |
|
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 17 |
|
| “ປະໂຣຫິດເອເລອາຊາແລະໂຢຊວຍລູກຊາຍຂອງນູນ ຈະເປັນຜູ້ແບ່ງປັນດິນແດນໃຫ້ປະຊາຊົນ. |
|
| 18 |
|
| ຈົ່ງເລືອກເອົາຜູ້ນຳຄົນໜຶ່ງຈາກແຕ່ລະເຜົ່າ ໃຫ້ເປັນຜູ້ຊ່ວຍເຫລືອໃນວຽກງານນີ້.” |
|
| 19 |
|
| ບຸກຄົນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ມີດັ່ງນີ້: ຢູດາ ກາເລັບ ລູກຊາຍຂອງເຢຟຸນເນ ຊີເມໂອນ ເຊລູມີເອນ ລູກຊາຍຂອງອາມມີຮຸດ ເບັນຢາມິນ ເອລິດາດ ລູກຊາຍຂອງກີສະໂລນ ດານ ບຸກກີ ລູກຊາຍຂອງໂຢກລີ ມານາເຊ ຮານນີເອນ ລູກຊາຍຂອງເອໂຟດ ເອຟຣາອິມ ເກມູເອນ ລູກຊາຍຂອງຊິບຟະຕານ ເຊບູໂລນ ເອລີຊາຟັນ ລູກຊາຍຂອງປາຣະນັກ ອິດຊາຄາ ປານຕີເອນ ລູກຊາຍຂອງອາຊະຊານ ອາເຊ ອາຮີຮຸດ ລູກຊາຍຂອງເຊໂລມີ ເນັບທາລີ ເປດາເຮນ ລູກຊາຍຂອງອາມມີຮຸດ |
|
| 20 |
|
|
|
| 21 |
|
|
|
| 22 |
|
|
|
| 23 |
|
|
|
| 24 |
|
|
|
| 25 |
|
|
|
| 26 |
|
|
|
| 27 |
|
|
|
| 28 |
|
|
|
| 29 |
|
| ແມ່ນບຸກຄົນເຫຼົ່ານີ້ ທີ່ພຣະເຈົ້າຢາເວໄດ້ມອບໝາຍໃຫ້ແບ່ງປັນຊັບສິນແກ່ປະຊາຊົນອິດສະຣາເອນໃນດິນແດນການາອານ. |
|
|
|
|