×

Lao ພຣະຄຳພີສັກສິ 2012

ຈົດບັນຊີ 35

1
ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,
2
“ຈົ່ງ​ມອບ​ບາງ​ເມືອງ​ລວມ​ທັງ​ທົ່ງຫຍ້າ​ຢູ່​ອ້ອມແອ້ມ​ດິນແດນ ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ນັ້ນ​ໃຫ້​ແກ່​ພວກ​ເລວີ.
3
ເມືອງ​ເຫຼົ່ານີ້ ຈະ​ເປັນ​ຂອງ​ພວກ​ເລວີ ເພື່ອ​ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ທົ່ງຫຍ້າ​ຈະ​ໃຊ້​ລ້ຽງ​ຝູງງົວ​ກັບ​ຝູງສັດ​ອື່ນໆ​ຂອງ​ພວກເຂົາ.
4
ທົ່ງຫຍ້າ​ນັ້ນ ຈາກ​ກຳແພງ​ເມືອງ​ແຕ່ລະ​ດ້ານ​ໃຫ້​ມີ 500 ແມັດ
5
ເພື່ອ​ພື້ນ​ທີ່​ນັ້ນ​ຈະ​ເປັນ​ຮູບ​ສີ່ຫລ່ຽມ​ມົນທົນ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້ 1.000 ແມັດ ໂດຍ​ມີ​ເມືອງ​ຕັ້ງ​ຢູ່​ທາງກາງ.
6
ໃຫ້​ຍົກ​ເມືອງ​ລີ້ໄພ​ຫົກ​ເມືອງ​ໃຫ້​ແກ່​ຊາວ​ເລວີ ເພື່ອ​ວ່າ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ມາ​ຫລົບລີ້​ຢູ່​ໄດ້. ໃຫ້​ຍົກ 42 ເມືອງ​ອື່ນ
7
ພ້ອມ​ທັງ​ທົ່ງຫຍ້າ​ໃຫ້​ພວກເຂົາ​ດ້ວຍ ເມື່ອ​ລວມ​ທັງໝົດ​ແລ້ວ​ມີ 48 ເມືອງ.
8
ຈຳນວນ​ເມືອງ​ຂອງ​ຊາວ​ເລວີ​ແຕ່ລະເຜົ່າ​ນີ້​ໃຫ້​ກຳນົດ​ເອົາ​ຕາມ​ຂະໜາດ​ຂອງ​ເຂດແດນ.”
9
ພຣະເຈົ້າຢາເວ​ໄດ້​ກ່າວຕໍ່​ໂມເຊ​ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ ດັ່ງນີ້: “ເວລາ​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ການາອານ​ນັ້ນ
10
11
ໃຫ້​ພວກເຈົ້າ​ເລືອກ​ເອົາ​ເມືອງ​ລີ້ໄພ ເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ຫລົບລີ້​ຢູ່​ໄດ້.
12
ຢູ່​ໃນ​ທີ່​ນີ້ ລາວ​ຈະ​ປອດໄພ​ຈາກ​ການ​ນຳ​ແກ້ແຄ້ນ​ຂອງ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ. ຄົນ​ທີ່​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້ຂ້າຄົນ​ຈະ​ບໍ່​ຖືກ​ລົງໂທດ​ເຖິງ​ຕາຍ ຈົນກວ່າ​ໄດ້​ຮັບ​ການ​ຕັດສິນ​ຈາກ​ປະຊາຊົນ​ທັງປວງ​ເສຍກ່ອນ.
13
ໃຫ້​ເລືອກ​ເອົາ​ຫົກ​ເມືອງ
14
ສາມ​ເມືອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ອີກ​ສາມ​ເມືອງ​ຢູ່​ໃນ​ດິນແດນ​ການາອານ ເພື່ອ​ໃຫ້​ເປັນ​ເມືອງ​ລີ້ໄພ.
15
ເມືອງ​ທັງ​ຫົກ​ນີ້ ຈະ​ໃຊ້​ເປັນ​ບ່ອນ​ລີ້ໄພ​ຂອງ​ຊາວ​ອິດສະຣາເອນ ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ຊົ່ວຄາວ​ຫລື​ຢູ່​ຖາວອນ ເພື່ອ​ຜູ້ໃດ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ມາ​ຫລົບລີ້​ຢູ່​ໃນ​ເມືອງ​ໃດ​ເມືອງ​ໜຶ່ງ​ນີ້​ໄດ້.
16
ແຕ່​ຖ້າ​ຜູ້ໃດ​ຫາກ​ໃຊ້​ໂລຫະ ຫລື​ກ້ອນຫີນ ຫລື​ໄມ້ ເປັນ​ອາວຸດ​ຂ້າ​ຄົນ ລາວ​ກໍ​ຜິດ​ໃນ​ຖານ​ເປັນ​ຜູ້ຂ້າຄົນ ແລະ​ໃຫ້​ລົງໂທດ​ຄົນ​ນີ້​ເຖິງ​ຕາຍ.
17
18
19
ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.
20
ຖ້າ​ຜູ້ໃດ​ຫາກ​ຊັງ​ຄົນ​ໜຶ່ງ​ແລະ​ຂ້າ​ລາວ ໂດຍ​ຊຸກ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່​ຈົນ​ລາວ​ຕາຍ
21
ຫລື​ຕົບຕີ​ລາວ​ດ້ວຍ​ກຳປັ້ນ​ໃຫ້​ເຖິງ​ຕາຍ ຜູ້ນັ້ນ​ກໍ​ມີ​ໂທດ​ໃນ​ຖານ​ເປັນ​ຜູ້ຂ້າຄົນ ແລະ​ໃຫ້​ລົງໂທດ​ເຖິງ​ຕາຍ. ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.
22
ແຕ່​ຖ້າ​ວ່າ ມີ​ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ທີ່​ຕົນ​ບໍ່ໄດ້​ກຽດຊັງ​ໂດຍ​ບໍ່​ເຈດຕະນາ ບໍ່​ວ່າ​ໂດຍ​ຊຸກ​ລາວ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່.
23
ຫລື​ຖ້າ​ວ່າ ລາວ​ຫລຽວ​ບໍ່​ເຫັນ ຜູ້ໃດ​ຜູ້ໜຶ່ງ​ແກວ່ງ​ກ້ອນຫີນ​ຖືກ​ອີກ​ຄົນ​ໜຶ່ງ​ຕາຍ ຜູ້​ທີ່​ລາວ​ບໍ່ໄດ້​ຕັ້ງໃຈ​ເຮັດ​ໃຫ້​ບາດເຈັບ ແລະ​ທັງ​ບໍ່ໄດ້​ເປັນ​ສັດຕູ​ກັນ​ດ້ວຍ.
24
ໃນ​ກໍລະນີ​ເຊັ່ນນີ້ ຊຸມຊົນ​ຈະ​ຕ້ອງ​ຕັດສິນ​ຊ່ວຍ​ຜູ້ຂ້າຄົນ​ນັ້ນ ໃຫ້​ພົ້ນ​ຈາກ​ການ​ແກ້ແຄ້ນ​ຂອງ​ຍາດພີ່ນ້ອງ​ຜູ້ຕາຍ.
25
ໃຫ້​ຊຸມຊົນ​ຊ່ວຍກູ້​ຄວາມຜິດ​ຂອງ​ຜູ້​ທີ່​ຂ້າ​ຄົນ ໃຫ້​ພົ້ນ​ຈາກ​ເງື້ອມມື​ຍາດພີ່ນ້ອງ​ຂອງ​ຜູ້ຕາຍ ໂດຍ​ສົ່ງ​ລາວ​ໄປ​ທີ່​ເມືອງ​ລີ້ໄພ. ໃຫ້​ລາວ​ຢູ່​ທີ່​ນັ້ນ​ຈົນກວ່າ​ປະໂຣຫິດ​ປະຈຳການ​ໃນ​ສະໄໝ​ນັ້ນ​ຕາຍໄປ.
26
ຖ້າ​ຜູ້ຂ້າຄົນ​ໂດຍ​ບໍ່ໄດ້​ຕັ້ງໃຈ​ຫາກ​ໜີໄປ​ຈາກ​ເມືອງ​ລີ້ໄພ​ບ່ອນ​ທີ່​ລາວ​ຫລົບລີ້​ຢູ່​ນັ້ນ
27
ແລະ​ຖ້າ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ​ຫາກ​ພົບ​ເຫັນ​ລາວ​ຢູ່​ນອກ​ເມືອງ​ລີ້ໄພ ແລະ​ຂ້າ​ລາວ ການ​ແກ້ແຄ້ນ​ເຊັ່ນນີ້​ກໍ​ບໍ່​ແມ່ນ​ການ​ຄາດຕະກຳ.
28
ຄົນ​ມີ​ຄວາມຜິດ​ໃນ​ຖານ​ເປັນ​ຜູ້​ຂ້າ​ຄົນ​ໂດຍ​ບໍ່ໄດ້​ຕັ້ງໃຈ ຈະ​ຕ້ອງ​ຢູ່​ໃນ​ເມືອງ​ລີ້ໄພ ຈົນກວ່າ​ປະໂຣຫິດ​ປະຈຳການ​ຢູ່​ໃນ​ສະໄໝ​ນັ້ນ​ຕາຍໄປ ຫລັງຈາກ​ນັ້ນ​ແລ້ວ ລາວ​ກໍ​ກັບ​ເມືອ​ເຮືອນ​ຂອງຕົນ​ໄດ້.
29
ບໍ່​ວ່າ​ພວກເຈົ້າ​ຈະ​ອາໄສ​ຢູ່​ແຫ່ງຫົນ​ໃດ​ກໍຕາມ ໃຫ້​ພວກເຈົ້າ​ແລະ​ລູກຫລານ​ປະຕິບັດ​ຕາມ​ກົດ​ບັງຄັບ​ເຫຼົ່ານີ້.
30
ຜູ້ໃດ​ທີ່​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ຂ້າ​ຄົນ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ​ໄດ້ ກໍ​ຕໍ່​ເມື່ອ​ມີ​ພະຍານ​ສອງ​ຄົນ ຫລື​ຫລາຍກວ່າ​ນັ້ນ; ພະຍານ​ຄົນ​ດຽວ​ບໍ່​ພຽງພໍ​ຈະ​ສະໜັບສະໜູນ​ຂໍ້​ກ່າວຫາ​ໄດ້.
31
ຜູ້ຂ້າຄົນ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ. ລາວ​ຈະ​ໃຊ້​ເງິນ​ຊື້​ໃຫ້​ພົ້ນ​ໂທດ​ນີ້​ບໍ່ໄດ້.
32
ຖ້າ​ຄົນ​ໜຶ່ງ​ຫາກ​ໜີ​ເຂົ້າ​ໄປ​ໃນ​ເມືອງ​ລີ້ໄພ ຢ່າ​ຍອມ​ໃຫ້​ຄົນ​ນັ້ນ​ໃຊ້​ເງິນ​ຊື້​ລາວ​ເອງ ກັບ​ເມືອ​ເຮືອນ​ກ່ອນ​ປະໂຣຫິດ​ຕາຍໄປ.
33
ຖ້າ​ພວກເຈົ້າ​ຫາກ​ເຮັດ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ພວມ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ. ເມື່ອ​ຜູ້ຂ້າຄົນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ກໍ​ບໍ່ມີ​ພິທີ​ໃດ​ຈະ​ຊຳລະ​ມົນທີນ​ໃຫ້​ໝົດ​ໄປ​ຈາກ​ດິນແດນ​ໄດ້ ນອກຈາກ​ການ​ປະຫານ​ຊີວິດ​ຂອງ​ຜູ້ຂ້າຄົນ​ນັ້ນ.
34
ຢ່າ​ເຮັດ​ໃຫ້​ດິນແດນ​ທີ່​ເຈົ້າ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ ເພາະວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສະຖິດ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ.”
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ