|
| 1 |
|
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 2 |
|
| “ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ໄລ່ທຸກຄົນທີ່ເປັນໂຣກຂີ້ທູດ ຫລືມີສິ່ງບໍ່ສະອາດໄຫລອອກມາຈາກຮ່າງກາຍ ແລະເປັນມົນທິນເພາະແຕະຕ້ອງຊາກສົບ ອອກໄປຈາກຄ້າຍພັກອາໄສ. |
|
| 3 |
|
| ຈົ່ງໄລ່ຄົນເຫຼົ່ານີ້ອອກໄປຢູ່ນອກຄ້າຍພັກ ບໍ່ວ່າຍິງຫລືຊາຍກໍຕາມ; ເພື່ອວ່າພວກເຂົາຈະບໍ່ໄດ້ນຳເອົາຄວາມໜ້າກຽດໜ້າຊັງມາສູ່ຄ້າຍພັກ ບ່ອນທີ່ເຮົາສະຖິດຢູ່ໃນທ່າມກາງປະຊາຊົນຂອງເຮົາ.” |
|
| 4 |
|
| ຊາວອິດສະຣາເອນໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະໄລ່ພວກເຂົາທຸກຄົນອອກໄປຈາກຄ້າຍພັກ. |
|
| 5 |
|
| ພຣະເຈົ້າຢາເວໄດ້ມອບຄຳສັ່ງດັ່ງຕໍ່ໄປນີ້ໃຫ້ແກ່ໂມເຊວ່າ, |
|
| 6 |
|
| “ເມື່ອປະຊາຊົນອິດສະຣາເອນ ຜູ້ໃດຜູ້ໜຶ່ງບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ແລະເຮັດຜິດຕໍ່ຜູ້ໜຶ່ງຜູ້ໃດ |
|
| 7 |
|
| ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ. |
|
| 8 |
|
| ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ. |
|
| 9 |
|
| ເຊັ່ນດຽວກັນ ການຖວາຍແກວ່ງໄປແກວ່ງມາທຸກເທື່ອ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍ ຈະເປັນຂອງປະໂຣຫິດຜູ້ປະກອບພິທີລຶບລ້າງບາບ. |
|
| 10 |
|
| ປະໂຣຫິດແຕ່ລະຄົນຈະຮັບເອົາເຄື່ອງບູຊາທີ່ນຳມາຖວາຍນັ້ນເປັນຂອງຕົນ.” |
|
| 11 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, |
|
| 12 |
|
| “ໃຫ້ມອບຄຳແນະນຳດັ່ງຕໍ່ໄປນີ້ແກ່ປະຊາຊົນອິດສະຣາເອນວ່າ ຖ້າຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນວ່າ ນາງບໍ່ສັດຊື່ແລະເປັນຊູ້ກັບຊາຍຄົນອື່ນ, ແຕ່ຕົນບໍ່ແນ່ໃຈຍ້ອນວ່າຜູ້ເປັນເມຍອາດອຳໄວ້ ຄືບໍ່ມີຜູ້ຮູ້ເຫັນເປັນພະຍານໃຫ້ ແລະຈັບບໍ່ໄດ້ຄາທີ່ຄາບ່ອນ ຫລືອາດເປັນໄປໄດ້ທີ່ຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນ ໂດຍທີ່ນາງບໍ່ໄດ້ນອກໃຈຕົນກໍຕາມ. |
|
| 13 |
|
|
|
| 14 |
|
|
|
| 15 |
|
| ໃນສອງກໍລະນີນີ້ ໃຫ້ຜູ້ເປັນຜົວພາເມຍຂອງຕົນໄປຫາປະໂຣຫິດ. ລາວຈະຕ້ອງນຳແປ້ງເຂົ້າໜຶ່ງກິໂລກຼາມໄປຖວາຍ, ແຕ່ລາວຈະບໍ່ຖອກນໍ້າມັນໝາກກອກເທດໃສ່ແປ້ງ ຫລືໂຮຍເຄື່ອງຫອມລົງເທິງແປ້ງນັ້ນ ເພາະແມ່ນການຖວາຍທີ່ເກີດຈາກຄວາມສົງໄສ ເພື່ອຈະນຳຄວາມຈິງໃຈມາສູ່ຊຶ່ງກັນແລະກັນ. |
|
| 16 |
|
| ປະໂຣຫິດຈະນຳຍິງນັ້ນມາໃກ້, ແລະຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ. |
|
| 17 |
|
| ເພິ່ນຈະຖອກນໍ້າບໍຣິສຸດໃສ່ຖ້ວຍດິນ ແລະເອົາຂີ້ຝຸ່ນດີນທີ່ຫໍເຕັນສັກສິດ ໂຮຍລົງໃນນໍ້າ. |
|
| 18 |
|
| ແລ້ວປະໂຣຫິດກໍຈະໃຫ້ຍິງນັ້ນຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ແກ້ຜົມທີ່ນາງມ້ວນໄວ້ນັ້ນອອກມາ, ແລະເອົາແປ້ງເຂົ້າທີ່ນາງນຳມາຖວາຍໃຫ້ນາງຖື. ສ່ວນປະໂຣຫິດເອງຈະເປັນຜູ້ຖືຖ້ວຍນໍ້າຂົມທີ່ນຳຄຳສາບແຊ່ງມາໃຫ້. |
|
| 19 |
|
| ແລ້ວປະໂຣຫິດກໍຈະກ່າວຄຳສາບານ ໂດຍໃຫ້ຍິງຜູ້ນັ້ນຕອບຮັບດັ່ງນີ້: ‘ຖ້າເຈົ້າຫາກບໍ່ໄດ້ຫລີ້ນຊູ້ ເຈົ້າກໍຈະພົ້ນຈາກຄຳສາບແຊ່ງທີ່ນໍ້ານີ້ຈະນຳມາໃຫ້. |
|
| 20 |
|
| ແຕ່ຖ້າເຈົ້າຫາກໄດ້ຫລີ້ນຊູ້ ກໍຂໍໃຫ້ພຣະເຈົ້າຢາເວເຮັດໃຫ້ຊື່ຂອງເຈົ້າຖືກປະນາມຢູ່ໃນທ່າມກາງຄົນທັງຫລາຍ. ຂໍພຣະອົງບັນດານໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນແລະທ້ອງຂອງເຈົ້າໃຄ່. |
|
| 21 |
|
|
|
| 22 |
|
| ຂໍພຣະເຈົ້າຢາເວເຮັດໃຫ້ນໍ້າທີ່ເຂົ້າໄປໃນທ້ອງຂອງເຈົ້ານັ້ນ ເຮັດໃຫ້ທ້ອງເຈົ້າໃຄ່ ແລະທັງເຮັດໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນດ້ວຍ.’ ຍິງນັ້ນຈະຕ້ອງຕອບວ່າ, ‘ອາແມນ ອາແມນ.’ |
|
| 23 |
|
| ແລ້ວປະໂຣຫິດກໍຈະຂຽນຄຳສາບແຊ່ງຈຸ່ມລົງໃນນໍ້າຂົມ ຈົນຄຳສາບແຊ່ງນັ້ນລຶບອອກ. |
|
| 24 |
|
| ກ່ອນຈະເອົານໍ້າໃຫ້ຍິງຜູ້ນັ້ນດື່ມ ຄືນໍ້າທີ່ເຮັດໃຫ້ນາງເຈັບປວດ |
|
| 25 |
|
| ປະໂຣຫິດຈະຮັບເອົາແປ້ງຊຶ່ງຖວາຍຕໍ່ໜ້າພຣະເຈົ້າຢາເວນໍາມາທີ່ແທ່ນບູຊາ. |
|
| 26 |
|
| ແລ້ວປະໂຣຫິດກໍຈະກຳເອົາແປ້ງໜຶ່ງກຳໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແປ້ງນັ້ນແລ້ວ. ສຸດທ້າຍ ເພິ່ນຈຶ່ງເອົານໍ້າໃຫ້ນາງດື່ມ. |
|
| 27 |
|
| ຖ້ານາງຫາກໄດ້ຫລີ້ນຊູ້ແທ້ ນໍ້ານັ້ນກໍຈະເຮັດໃຫ້ນາງໄດ້ຮັບຄວາມເຈັບປວດຢ່າງແຮງ; ທ້ອງຂອງນາງຈະໃຄ່ແລະອະໄວຍະວະກໍຈະລີບເຂົ້າ. ຝ່າຍຄົນທັງຫລາຍຈະສາບແຊ່ງຊື່ຂອງນາງ. |
|
| 28 |
|
| ແຕ່ຖ້ານາງຫາກບໍ່ມີຄວາມຜິດ ນາງກໍຈະບໍ່ເປັນອັນຕະລາຍແຕ່ຢ່າງໃດ ແລະນາງຈະມີລູກໄດ້. |
|
| 29 |
|
| ອັນນີ້ ແມ່ນກົດບັນຍັດໃນກໍລະນີທີ່ຊາຍຜູ້ໜຶ່ງຫຶງຫວງແລະສົງໄສວ່າ ເມຍຂອງຕົນຫລີ້ນຊູ້. ແລ້ວຍິງນັ້ນຈະຕ້ອງຢືນຢູ່ຕໍ່ໜ້າແທ່ນບູຊາຊ້ອງໜ້າພຣະເຈົ້າຢາເວ ແລະປະໂຣຫິດຈະເປັນຜູ້ປະຕິບັດຕາມກົດບັນຍັດນີ້ທຸກປະການ. |
|
| 30 |
|
|
|
| 31 |
|
| ຝ່າຍຜົວຈະພົ້ນຄວາມຜິດ ແຕ່ຝ່າຍເມຍກໍຈະໄດ້ຮັບໂທດຖ້ານາງຫາກເຮັດຜິດ.” |
|
|
|
|