|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, |
|
| 2 |
|
| “ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ຊາຍຫລືຍິງຄົນໃດທີ່ບະບົນຕົນເອງເປັນພິເສດວ່າ ຈະເປັນຄົນນາຊີຣີແລະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ |
|
| 3 |
|
| ຈະຕ້ອງບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນຫລືກິນໝາກອະງຸ່ນສົດຫລືແຫ້ງ. |
|
| 4 |
|
| ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນ ແມ່ນແຕ່ແນວປູກແລະເປືອກຂອງມັນກໍຕາມ. |
|
| 5 |
|
| ໃນລະຫວ່າງທີ່ອຸທິດຕົນເປັນຄົນນາຊີຣີຢູ່ນັ້ນ ລາວຈະຕ້ອງບໍ່ຕັດຜົມຫລືແຖໜວດ. ລາວຈະຕ້ອງຢູ່ໃຕ້ຄຳບະບົນຕົວຕະຫລອດເວລາທີ່ວ່າ ຈະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ແລະລາວຈະຕ້ອງຈົ່ງຜົມແລະຈົ່ງໜວດຂອງຕົນ. |
|
| 6 |
|
| ຜົມຂອງລາວເປັນເຄື່ອງໝາຍຂອງການອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ. ສະນັ້ນ ລາວຈຶ່ງຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນໂດຍເຂົ້າໄປໃກ້ຊາກສົບ ບໍ່ວ່າຂອງພໍ່ແມ່ຫລືອ້າຍເອື້ອຍນ້ອງຂອງຕົນກໍຕາມ. |
|
| 7 |
|
|
|
| 8 |
|
| ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງປະພຶດຕົນຢ່າງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ. |
|
| 9 |
|
| ຖ້າມີຄົນໜຶ່ງຫາກຕາຍຢ່າງກະທັນຫັນຢູ່ໃກ້ຄົນນາຊີຣີ ອັນເປັນເຫດໃຫ້ຜົມອັນສັກສິດຂອງລາວເປັນມົນທິນ ລາວຕ້ອງຄອຍຖ້າເຈັດວັນກ່ອນຈຶ່ງຕັດຜົມແລະແຖໜວດໄດ້. ແລ້ວລາວກໍຈະເປັນມົນທິນຕາມກົດບັນຍັດ. |
|
| 10 |
|
| ໃນວັນທີແປດ ລາວຈະຕ້ອງນຳນົກເຂົາຫລືນົກກາງແກແນວລະສອງໂຕ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. |
|
| 11 |
|
| ປະໂຣຫິດຈະຕ້ອງຖວາຍໂຕໜຶ່ງເພື່ອເປັນການລຶບລ້າງບາບ ແລະອີກໂຕໜຶ່ງຈະຕ້ອງເຜົາບູຊາເພື່ອປະກອບພິທີຊຳລະຕົວໃຫ້ບໍຣິສຸດ ຍ້ອນແຕະຕ້ອງຊາກສົບ. ນັບແຕ່ວັນນັ້ນເປັນຕົ້ນໄປ ຊາຍຄົນນີ້ຈະຮັກສາຜົມຂອງລາວໃຫ້ສັກສິດອີກໃໝ່ |
|
| 12 |
|
| ແລະຈະຕ້ອງອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ເປັນຄົນນາຊີຣີອີກຕາມເວລາທີ່ໄດ້ກຳນົດໄວ້. ການອຸທິດຕົນໃນຄັ້ງກ່ອນນັ້ນໃຊ້ການບໍ່ໄດ້ ເພາະວ່າຜົມອັນສັກສິດຂອງລາວເປັນມົນທິນ. ເພື່ອເປັນການໃຊ້ແທນຄືນ ລາວຈະຕ້ອງນຳແກະເຖິກໂຕໜຶ່ງອາຍຸໜຶ່ງປີມາຖວາຍ. |
|
| 13 |
|
| ເມື່ອຄົບກຳນົດບະບົນແລ້ວ ຄົນນາຊີຣີຈະຕ້ອງປະກອບພິທີຕາມກົດບັນຍັດ ລາວຈະຕ້ອງໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ |
|
| 14 |
|
| ແລະຖວາຍສັດສາມໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ ໃຫ້ແກ່ພຣະເຈົ້າຢາເວດັ່ງນີ້: ແກະເຖິກໂຕໜຶ່ງອາຍຸໜຶ່ງປີເພື່ອເຜົາບູຊາ, ແກະແມ່ໂຕໜຶ່ງອາຍຸໜຶ່ງປີເພື່ອລຶບລ້າງບາບ ແລະແກະເຖິກໂຕໜຶ່ງເພື່ອຄວາມສາມັກຄີທຳ. |
|
| 15 |
|
| ລາວຈະຕ້ອງຖວາຍເຂົ້າຈີ່ບໍ່ມີເຊື້ອແປ້ງອີກກະຕ່າໜຶ່ງຄື: ເຂົ້າໜົມເປັນແຜ່ນໜາໆທີ່ເຮັດດ້ວຍແປ້ງປະສົມກັບນໍ້າມັນໝາກກອກເທດ, ເຂົ້າໜົມເປັນແຜ່ນບາງໆທີ່ປົນກັບນໍ້າມັນໝາກກອກເທດ ແລະນອກຈາກນີ້ຍັງຈະຖວາຍພືດຜົນເປັນເມັດ ແລະເຫຼົ້າອະງຸ່ນຕາມກຳນົດອີກດ້ວຍ. |
|
| 16 |
|
| ປະໂຣຫິດຈະຕ້ອງຖວາຍສິ່ງທັງໝົດເຫຼົ່ານັ້ນຕໍ່ໜ້າພຣະເຈົ້າຢາເວ ພ້ອມທັງຖວາຍເຄື່ອງລຶບລ້າງບາບແລະເຄື່ອງບູຊາດ້ວຍໄຟ. |
|
| 17 |
|
| ເພິ່ນຈະຕ້ອງຖວາຍແກະເຖິກ ໃຫ້ແກ່ພຣະເຈົ້າຢາເວເພື່ອຄວາມສາມັກຄີທຳ ພ້ອມກັບກະຕ່າເຂົ້າຈີ່ນັ້ນ; ເພິ່ນຈະຕ້ອງຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນອີກດ້ວຍ. |
|
| 18 |
|
| ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ຄົນນາຊີຣີຈະແຖຫົວຂອງຕົນແລະເອົາຜົມໄປຈູດໄຟ ທີ່ກຳລັງໄໝ້ເຄື່ອງຖວາຍບູຊາເພື່ອຄວາມສາມັກຄີທຳຢູ່ນັ້ນ. |
|
| 19 |
|
| ແລ້ວປະໂຣຫິດກໍຈະເອົາຊີ້ນຂາໜ້າຂອງແກະເຖິກ ທີ່ຕົ້ມສຸກແລ້ວ ພ້ອມທັງເຂົ້າໜົມໜາແຜ່ນໜຶ່ງແລະເຂົ້າໜົມບາງແຜ່ນໜຶ່ງ ໄປໃສ່ມືຂອງຄົນນາຊີຣີ. |
|
| 20 |
|
| ຕໍ່ມາ ປະໂຣຫິດຈະຖວາຍສິ່ງເຫຼົ່ານີ້ ເປັນເຄື່ອງຖວາຍບູຊາດ້ວຍໄຟແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ; ສິ່ງເຫຼົ່ານັ້ນ ເປັນເຄື່ອງຖວາຍອັນສັກສິດສຳລັບປະໂຣຫິດ ນອກຈາກສ່ວນທຳມະດາທີ່ເພິ່ນໄດ້ຮັບຕາມກົດບັນຍັດຄື: ຊີ້ນໜ້າເອິກແລະຂາຂອງແກະເຖິກ. ຫລັງຈາກນັ້ນ ຄົນນາຊີຣີຈຶ່ງດື່ມເຫຼົ້າອະງຸ່ນໄດ້. |
|
| 21 |
|
| ອັນນີ້ ເປັນກົດບັນຍັດຂອງຄົນນາຊີຣີ, ແຕ່ຖ້າຄົນນາຊີຣີຜູ້ໜຶ່ງຫາກສາບານວ່າ ຈະຖວາຍບູຊາແກ່ພຣະເຈົ້າຢາເວນອກເໜືອໄປກວ່ານີ້ອີກ ລາວຕ້ອງປະຕິບັດໃຫ້ສຳເລັດຕາມທີ່ຕົນໄດ້ສາບານໄວ້.” |
|
| 22 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 23 |
|
| ໃຫ້ບອກອາໂຣນແລະພວກລູກຊາຍຂອງເພິ່ນ ອວຍພອນປະຊາຊົນອິດສະຣາເອນ ໂດຍໃຊ້ຖ້ອຍຄຳດັ່ງຕໍ່ໄປນີ້: |
|
| 24 |
|
| “ຂໍພຣະເຈົ້າຢາເວອວຍພອນແລະປົກປັກຮັກສາພວກເຈົ້າ; |
|
| 25 |
|
| ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາແລະກະລຸນາ; |
|
| 26 |
|
| ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາເອັນດູ ແລະໂຜດສັນຕິສຸກແກ່ພວກເຈົ້າເຖີດ.” |
|
| 27 |
|
| “ຖ້າພວກເຂົາຫາກກ່າວຄຳອວຍພອນແກ່ລູກຫຼານອິດສະຣາເອນ ໃນນາມຊື່ຂອງເຮົາດັ່ງນີ້ ເຮົາກໍຈະອວຍພອນພວກເຂົາ.” |
|
|
|
|