Lao ພຣະຄຳພີສັກສິ 2012
|
| 1 |
| ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ. |
| 2 |
| ແລ້ວບັນດາຫົວໜ້າຕະກຸນທັງຫລາຍ ທີ່ເປັນຜູ້ນຳໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ຄືພວກທີ່ຮັບຜິດຊອບໃນການຈົດສຳມະໂນຄົວ |
| 3 |
| ຕ່າງກໍນຳເອົາສິ່ງຂອງຂອງພວກຕົນມາຖວາຍຕໍ່ໜ້າພຣະເຈົ້າຢາເວດັ່ງນີ້: ກວຽນຫົກລຳກັບງົວເຖິກຫົກຄູ່, ກວຽນລຳໜຶ່ງຕໍ່ຜູ້ນຳສອງຄົນ ແລະງົວເຖິກໂຕໜຶ່ງຕໍ່ຜູ້ນຳຄົນໜຶ່ງ ເມື່ອນຳສິ່ງເຫຼົ່ານີ້ມາຕໍ່ໜ້າຫໍເຕັນສັກສິດແລ້ວ |
| 4 |
| ພຣະເຈົ້າຢາເວກໍບອກໂມເຊວ່າ, |
| 5 |
| “ຈົ່ງຮັບເອົາຂອງຖວາຍເຫຼົ່ານີ້ໄວ້ໃຊ້ໃນວຽກງານຂອງຫໍເຕັນບ່ອນຊຸມນຸມ ແລ້ວຈົ່ງມອບຕໍ່ໃຫ້ຊາວເລວີຕາມວຽກງານທີ່ພວກເຂົາຮັບຜິດຊອບນັ້ນ.” |
| 6 |
| ດັ່ງນັ້ນ ໂມເຊຈຶ່ງເອົາກວຽນແລະງົວມອບໃຫ້ຊາວເລວີ. |
| 7 |
| ເພິ່ນໄດ້ມອບກວຽນສອງລຳກັບງົວເຖິກສອງຄູ່ໃຫ້ພວກເກໂຊນ |
| 8 |
| ແລະກວຽນສີ່ລຳກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາແມ່ນຢູ່ໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງອາໂຣນ. |
| 9 |
| ແຕ່ໂມເຊບໍ່ໄດ້ມອບກວຽນແລະງົວໃຫ້ພວກໂກຮາດ ເພາະວ່າສິ່ງຂອງບໍຣິສຸດທີ່ພວກເຂົາເບິ່ງແຍງຮັກສານັ້ນ ຕ້ອງແບກຫາມໂດຍພວກເຂົາເອງ. |
| 10 |
| ບັນດາຜູ້ນຳຊາດອິດສະຣາເອນໄດ້ນຳເຄື່ອງຖວາຍ ສຳລັບການອຸທິດແທ່ນບູຊາມາໃຫ້ເຊັ່ນດຽວກັນ. ເມື່ອພວກເຂົາຕຽມພ້ອມທີ່ຈະຖວາຍຂອງຖວາຍທີ່ແທ່ນບູຊານັ້ນ |
| 11 |
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ແຕ່ລະມື້ ຈົ່ງໃຫ້ຫົວໜ້າແຕ່ລະຄົນນຳເຄື່ອງມາຖວາຍບູຊາທີ່ແທ່ນ ຕາມຜຽນຂອງໃຜລາວໃຫ້ຄົບສິບສອງວັນ.” |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/numbers/007.mp3
36
7