|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, |
|
| 2 |
|
| “ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.” |
|
| 3 |
|
| ອາໂຣນກໍໄດ້ເຊື່ອຟັງ ແລະຕັ້ງຕະກຽງເຍືອງໄປຂ້າງໜ້າຂອງຫລັກຕະກຽງ, ດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. |
|
| 4 |
|
| ແລະຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄຳທີ່ຕີເປັນລວດລາຍ ຕາມແບບທີ່ພຣະເຈົ້າຢາເວໄດ້ສຳແດງໃຫ້ແກ່ໂມເຊ. |
|
| 5 |
|
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 6 |
|
| “ຈົ່ງແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ແລະຊຳລະພວກເຂົາ |
|
| 7 |
|
| ຕາມພິທີການດັ່ງນີ້: ໃຫ້ໃຊ້ນໍ້າຊຳລະຊິດໃສ່ພວກເຂົາ, ໃຫ້ພວກເຂົາແຖຂົນຕາມຕົນຕົວ ແລະຊັກເຄື່ອງນຸ່ງຫົ່ມຂອງພວກເຂົາ. ແລ້ວກໍຈະຖືວ່າພວກເຂົາບໍ່ເປັນມົນທິນ. |
|
| 8 |
|
| ຕໍ່ມາໃຫ້ພວກເຂົານຳງົວເຖິກໜຸ່ມໂຕໜຶ່ງ ແລະພືດຜົນເປັນເມັດມາຖວາຍຄູ່ກັນຄື: ແປ້ງເຂົ້າປະສົມກັບນໍ້າມັນໝາກກອກເທດ ແລະໃຫ້ນຳງົວເຖິກໜຸ່ມໂຕໜຶ່ງມາອີກເປັນການຖວາຍລຶບລ້າງບາບ. |
|
| 9 |
|
| ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ໂດຍໃຫ້ພວກເລວີຢືນຢູ່ແຖວໜ້າຂອງຫໍເຕັນບ່ອນຊຸມນຸມ. |
|
| 10 |
|
| ຈົ່ງໃຫ້ພວກເລວີຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະຊົນຊາດອິດສະຣາເອນເອົາມືວາງທີ່ເທິງຫົວຂອງພວກເລວີ, |
|
| 11 |
|
| ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ. |
|
| 12 |
|
| ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ. |
|
| 13 |
|
| ຈົ່ງອຸທິດຖວາຍພວກເລວີໃຫ້ເປັນຂອງຖວາຍແກວ່ງໄປແກວ່ງມາ ແກ່ພຣະເຈົ້າຢາເວ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເປັນຜູ້ດູແລພວກເຂົາ. |
|
| 14 |
|
| ໃນທຳນອງນີ້ ໃຫ້ເຈົ້າແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ. |
|
| 15 |
|
| ຫລັງຈາກເຈົ້າໄດ້ຊຳລະແລະອຸທິດຖວາຍພວກເລວີແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານທີ່ຫໍເຕັນບ່ອນຊຸມນຸມໄດ້. |
|
| 16 |
|
| ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ. |
|
| 17 |
|
| ເມື່ອເຮົາໄດ້ຂ້າລູກກົກທັງໝົດໃນປະເທດເອຢິບນັ້ນ ເຮົາໄດ້ອຸທິດຖວາຍລູກກົກຂອງຊາວອິດສະຣາເອນແຕ່ລະຄອບຄົວໃຫ້ເປັນຂອງເຮົາ ຕະຫລອດທັງລູກຫົວປີຂອງສັດທຸກໆໂຕດ້ວຍ. |
|
| 18 |
|
| ບັດນີ້ ເຮົາກຳລັງຮັບເອົາພວກເລວີໄວ້ແທນລູກກົກຂອງຊາວອິດສະຣາເອນ; |
|
| 19 |
|
| ເຮົາໄດ້ມອບພວກເລວີໃຫ້ອາໂຣນແລະພວກລູກຊາຍຂອງລາວ ເປັນຂອງຖວາຍຈາກຊາວອິດສະຣາເອນ; ເພື່ອໃຫ້ພວກເລວີບົວລະບັດຫໍເຕັນບ່ອນຊຸມນຸມແທນປະຊາຊົນອິດສະຣາເອນທັງໝົດ ແລະເພື່ອປ້ອງກັນພວກເລວີຈາກໄພພິບັດທີ່ຈະມາຖືກພວກເຂົາ ເມື່ອໃດທີ່ພວກເຂົາເຂົ້າມາໃກ້ສະຖານທີ່ສັກສິດເກີນໄປ.” |
|
| 20 |
|
| ສະນັ້ນ ໂມເຊແລະອາໂຣນພ້ອມກັບປະຊາຊົນອິດສະຣາເອນ ຈຶ່ງໄດ້ອຸທິດຖວາຍພວກເລວີໃຫ້ແກ່ພຣະເຈົ້າຢາເວ ຕາມຄຳສັ່ງຂອງພຣະອົງ. |
|
| 21 |
|
| ພວກເລວີໄດ້ຊຳລະຕົນເອງແລະຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນກໍອຸທິດຖວາຍພວກເຂົາເປັນຂອງຖວາຍແກວ່ງໄປແກວ່ງມາໃຫ້ແກ່ພຣະເຈົ້າຢາເວ. ເພິ່ນໄດ້ປະກອບພິທີຊຳລະໃຫ້ພວກເຂົາຄືກັນ. |
|
| 22 |
|
| ປະຊາຊົນໄດ້ເຮັດທຸກໆສິ່ງຕໍ່ພວກເລວີ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. ສະນັ້ນ ພວກເຂົາຈຶ່ງມີຄຸນສົມບັດເຮັດວຽກງານໃນຫໍເຕັນບ່ອນຊຸມນຸມ ໂດຍພາຍໃຕ້ການດູແລຂອງອາໂຣນແລະພວກລູກຊາຍຂອງເພິ່ນ. |
|
| 23 |
|
| ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, |
|
| 24 |
|
| “ຊາວເລວີແຕ່ລະຄົນທີ່ມີອາຍຸ 25ປີ ຂຶ້ນໄປ ຈະຕ້ອງປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມ; |
|
| 25 |
|
| ເມື່ອອາຍຸຮອດ 50ປີ ແລ້ວຈຶ່ງໃຫ້ພວກເຂົາເຊົາ. |
|
| 26 |
|
| ຫລັງຈາກນັ້ນແລ້ວ ພວກເຂົາອາດຊ່ວຍພີ່ນ້ອງເລວີຄົນອື່ນໆເຮັດໜ້າທີ່ຮັກສາໃນຫໍເຕັນບ່ອນຊຸມນຸມກໍໄດ້; ແຕ່ຢ່າໃຫ້ພວກເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ ແມ່ນຂໍ້ບັງຄັບໃນການກຳນົດໜ້າທີ່ໃຫ້ພວກເລວີເຮັດ.” |
|
|
|
|