|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ ເມື່ອເດືອນທີໜຶ່ງຂອງປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ອອກຈາກປະເທດເອຢິບ. ພຣະອົງກ່າວວ່າ, |
|
| 2 |
|
| “ໃນວັນທີສິບສີ່ ຂອງເດືອນນີ້ ຕັ້ງແຕ່ຕາເວັນຕົກດິນໄປ ໃຫ້ປະຊາຊົນອິດສະຣາເອນສະຫລອງປັດສະຄາ ຕາມລະບຽບການແລະກົດເກນທຸກຢ່າງທີ່ໄດ້ກຳນົດໄວ້.” |
|
| 3 |
|
|
|
| 4 |
|
| ສະນັ້ນ ໂມເຊຈຶ່ງໄດ້ບອກປະຊາຊົນອິດສະຣາເອນໃຫ້ສະຫລອງປັດສະຄາ. |
|
| 5 |
|
| ແລະໃນຕອນແລງຂອງວັນທີສິບສີ່ເດືອນທີໜຶ່ງ ພວກເຂົາໄດ້ຈັດພິທີຂຶ້ນຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ປະຊາຊົນໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ. |
|
| 6 |
|
| ແຕ່ໄດ້ມີປະຊາຊົນບາງຄົນທີ່ເປັນມົນທິນ ຍ້ອນພວກເຂົາໄດ້ແຕະຕ້ອງຊາກສົບ ແລະພວກເຂົາບໍ່ສາມາດສະຫລອງປັດສະຄາໃນມື້ນັ້ນໄດ້. ພວກເຂົາຈຶ່ງໄດ້ໄປຖາມໂມເຊແລະອາໂຣນ |
|
| 7 |
|
| ແລະກ່າວວ່າ, “ພວກເຮົາເປັນມົນທິນຍ້ອນພວກເຮົາໄດ້ແຕະຕ້ອງຊາກສົບ, ແຕ່ເປັນຫຍັງພວກເຮົາຈຶ່ງຖືກຍົກເວັ້ນຈາກການຖວາຍບູຊາແກ່ພຣະເຈົ້າຢາເວ ກັບຊາວອິດສະຣາເອນຄົນອື່ນໆ?” |
|
| 8 |
|
| ໂມເຊຈຶ່ງຕອບວ່າ, “ຈົ່ງລໍຖ້າຈົນກວ່າຂ້າພະເຈົ້າໄດ້ຮັບຄຳແນະນຳ ຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.” |
|
| 9 |
|
| ພຣະເຈົ້າຢາເວໄດ້ບອກໂມເຊ |
|
| 10 |
|
| ໃຫ້ກ່າວແກ່ປະຊາຊົນອິດສະຣາເອນດັ່ງນີ້: “ເມື່ອຜູ້ໃດໃນພວກເຈົ້າ ຫລືລູກຫລານຂອງພວກເຈົ້າເປັນມົນທິນ ຍ້ອນແຕະຕ້ອງຊາກສົບຫລືຍ້ອນເດີນທາງໄກ ແຕ່ຍັງຕ້ອງການທີ່ຈະຖືປັດສະຄາຖວາຍແກ່ພຣະເຈົ້າຢາເວຢູ່ |
|
| 11 |
|
| ຈົ່ງໃຫ້ພວກເຂົາສະຫລອງພິທີນີ້ໄດ້ເດືອນໜຶ່ງຕໍ່ມາ ຄືໃນຕອນແລງຂອງວັນທີສິບສີ່ຂອງເດືອນທີສອງ ຈົ່ງສະຫລອງພິທີນັ້ນດ້ວຍການກິນເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ. |
|
| 12 |
|
| ຢ່າປະອາຫານໃດໆເຫຼືອໄວ້ຮອດມື້ອື່ນເຊົ້າ ແລະຢ່າຫັກກະດູກໃດໆຂອງສັດ. ຈົ່ງສະຫລອງປັດສະຄານີ້ຕາມລະບຽບທຸກຢ່າງທີ່ໄດ້ວາງໄວ້. |
|
| 13 |
|
| ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຕາມກຳນົດທີ່ໄດ້ຖືກວາງໄວ້. ລາວຕ້ອງຮັບຜົນບາບກຳທີ່ຕົນໄດ້ກະທຳນັ້ນ. |
|
| 14 |
|
| ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄາຂອງພຣະເຈົ້າຢາເວ ເຂົາຕ້ອງຖືຕາມລະບຽບການແລະກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ສຳລັບທຸກໆຄົນ ບໍ່ວ່າເປັນຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມ.” |
|
| 15 |
|
| ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ. |
|
| 16 |
|
|
|
| 17 |
|
| ເມື່ອໃດເມກລອຍຂຶ້ນໄປ ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍພັກເມື່ອນັ້ນ ແລະພວກເຂົາກໍຕັ້ງຄ້າຍພັກໃໝ່ອີກໃນບ່ອນທີ່ເມກລອຍລົງມາ. |
|
| 18 |
|
| ປະຊາຊົນໄດ້ມ້າງຄ້າຍພັກແລະຕັ້ງຄ້າຍພັກ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ຕາບໃດທີ່ເມກຍັງປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຢູ່ໃນຄ້າຍພັກບ່ອນເກົ່າ. |
|
| 19 |
|
| ເມື່ອເມກປົກຄຸມຫໍເຕັນສັກສິດເປັນເວລານານ ພວກເຂົາຕ້ອງເຊື່ອຟັງພຣະເຈົ້າຢາເວແລະບໍ່ໄດ້ເຄື່ອນຍ້າຍໄປໃສ. |
|
| 20 |
|
| ບາງເທື່ອເມກໄດ້ປົກຄຸມຢູ່ເທິງຫໍເຕັນສັກສິດ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ພຣະເຈົ້າຢາເວສັ່ງຫລືຍົກຍ້າຍໄປກໍແມ່ນພຣະເຈົ້າຢາເວເປັນຜູ້ສັ່ງການ. |
|
| 21 |
|
| ບາງເທື່ອເມກໄດ້ປົກຄຸມຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກຍ້າຍໄປເມື່ອນັ້ນ. |
|
| 22 |
|
| ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ຫລືດົນນານກໍຕາມ, ຕາບໃດທີ່ເມກປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ. |
|
| 23 |
|
| ພວກເຂົາຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະເຈົ້າຢາເວ, ຫລືມ້າງຄ້າຍພັກກໍຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ, ຕາມທີ່ພຣະເຈົ້າຢາເວໄດ້ບອກຜ່ານທາງໂມເຊ. |
|
|
|
|