|
| 1 |
|
| ນີ້ແມ່ນເຊື້ອສາຍ ຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາ ຜູ້ທີ່ເປັນເຊື້ອສາຍຂອງດາວິດ ຜູ້ທີ່ເປັນເຊື້ອສາຍຂອງອັບຣາຮາມ ເຊິ່ງມີດັ່ງນີ້: |
|
| 2 |
|
| ອັບຣາຮາມເປັນພໍ່ຂອງອີຊາກ, ອີຊາກເປັນພໍ່ຂອງຢາໂຄບ, ຢາໂຄບເປັນພໍ່ຂອງຢູດາ ແລະ ອ້າຍນ້ອງຂອງລາວ, |
|
| 3 |
|
| ຢູດາເປັນພໍ່ຂອງເປເຣັດ ແລະ ເຊຣາ ແມ່ຂອງພວກເຂົາຊື່ວ່າຕາມາ, ເປເຣັດເປັນພໍ່ຂອງເຮຊະໂຣນ, ເຮຊະໂຣນເປັນພໍ່ຂອງຣາມ, |
|
| 4 |
|
| ຣາມເປັນພໍ່ຂອງອໍາມີນາດາບ, ອາມມີນາດາບເປັນພໍ່ຂອງນາໂຊນ, ນາໂຊນເປັນພໍ່ຂອງຊັນໂມນ, |
|
| 5 |
|
| ຊັນໂມນເປັນພໍ່ຂອງໂບອາດ ແມ່ຂອງລາວຊື່ວ່າຣາຮາບ, ໂບອາດເປັນພໍ່ຂອງໂອເບັດ ແມ່ຂອງລາວຊື່ວ່າຣຸດ, ໂອເບັດເປັນພໍ່ຂອງເຢຊີ, |
|
| 6 |
|
| ແລະ ເຢຊີເປັນພໍ່ຂອງກະສັດດາວິດ. ດາວິດເປັນພໍ່ຂອງໂຊໂລໂມນ, ແມ່ຂອງໂຊໂລໂມນເຄີຍເປັນເມຍຂອງອູຣີຢາມາກ່ອນ, |
|
| 7 |
|
| ໂຊໂລໂມນເປັນພໍ່ຂອງເຣໂຫໂບອາມ, ເຣໂຫໂບອາມເປັນພໍ່ຂອງອາບີຢາ, ອາບີຢາເປັນພໍ່ຂອງອາຊາ, |
|
| 8 |
|
| ອາຊາເປັນພໍ່ຂອງເຢໂຮຊາຟັດ, ເຢໂຮຊາຟັດເປັນພໍ່ຂອງເຢໂຮຣາມ, ເຢໂຮຣາມເປັນພໍ່ຂອງອຸດສີຢາ, |
|
| 9 |
|
| ອຸດສີຢາເປັນພໍ່ຂອງໂຢທາມ, ໂຢທາມເປັນພໍ່ຂອງອາຮາດ, ອາຮາດເປັນພໍ່ຂອງເຮເສກີຢາ, |
|
| 10 |
|
| ເຮເສກີຢາເປັນພໍ່ຂອງມານາເຊ, ມານາເຊເປັນພໍ່ຂອງອາໂມນ, ອາໂມນເປັນພໍ່ຂອງໂຢຊີຢາ, |
|
| 11 |
|
| ແລະ ໂຢຊີຢາເປັນພໍ່ຂອງເຢໂກນີຢາ ກັບອ້າຍນ້ອງຂອງລາວເມື່ອເວລາທີ່ຕົກເປັນຊະເລີຍທີ່ບາບີໂລນ. |
|
| 12 |
|
| ຫລັງຈາກຕົກເປັນຊະເລີຍທີ່ບາບີໂລນມີລາຍຊື່ດັ່ງນີ້: ເຢໂຮຍອາກິນເປັນພໍ່ຂອງເຊອານຕີເອນ, ເຊອານຕີເອນເປັນພໍ່ຂອງເຊຣຸບບາເບນ, |
|
| 13 |
|
| ເຊຣຸບບາເບນເປັນພໍ່ຂອງອາບີອຸດ, ອາບີອຸດເປັນພໍ່ຂອງເອລີອາກີມ, ເອລີອາກີມເປັນພໍ່ຂອງອາເຊີ, |
|
| 14 |
|
| ອາເຊີເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາກີມ, ອາກີມເປັນພໍ່ຂອງເອລີອຸດ, |
|
| 15 |
|
| ເອລີອຸດເປັນພໍ່ຂອງເອເລອາຊາ, ເອເລອາຊາເປັນພໍ່ຂອງມັດທານ, ມັດທານເປັນພໍ່ຂອງຢາໂຄບ, |
|
| 16 |
|
| ແລະ ຢາໂຄບເປັນພໍ່ຂອງໂຢເຊັບຜົວຂອງມາຣີຜູ້ໃຫ້ກຳເນີດພຣະເຢຊູເຈົ້າຜູ້ທີ່ມີຊື່ວ່າ: ພຣະຄຣິດເຈົ້າ. |
|
| 17 |
|
| ດັ່ງນັ້ນ ຕັ້ງແຕ່ອັບຣາຮາມລົງມາຈົນເຖິງດາວິດຈຶ່ງມີທັງໝົດສິບສີ່ຊົ່ວຄົນ, ຕັ້ງແຕ່ດາວິດມາຈົນເຖິງເມື່ອຄາວທີ່ຕົກເປັນຊະເລີຍຢູ່ທີ່ບາບີໂລນ ມີສິບສີ່ຊົ່ວຄົນ ແລະ ຕັ້ງແຕ່ຄາວຕົກເປັນຊະເລີຍຢູ່ທີ່ບາບີໂລນຈົນເຖິງພຣະຄຣິດເຈົ້າ ມີສິບສີ່ຊົ່ວຄົນ. |
|
| 18 |
|
| ເລື່ອງລາວການເກີດຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາມີດັ່ງນີ້: ມາຣີແມ່ຂອງພຣະອົງເປັນຄູ່ໝັ້ນຂອງໂຢເຊັບ, ແຕ່ກ່ອນທີ່ທັງສອງຈະຢູ່ກິນຮ່ວມກັນ, ກໍປາກົດວ່າມາຣີໄດ້ຖືພາແລ້ວໂດຍພຣະວິນຍານບໍລິສຸດເຈົ້າ. |
|
| 19 |
|
| ເນື່ອງຈາກວ່າໂຢເຊັບຄູ່ໝັ້ນຂອງນາງເປັນຄົນສັດຊື່ຕໍ່ກົດບັນຍັດ ແລະ ເຖິງຢ່າງໃດກໍຕາມ ລາວບໍ່ຕ້ອງການຈະເປີດເຜີຍເລື່ອງນີ້ໃຫ້ນາງອັບອາຍຕໍ່ໜ້າມະຫາຊົນ, ລາວຈຶ່ງຄິດໃນໃຈວ່າຈະຖອນໝັ້ນນາງຢ່າງງຽບໆ. |
|
| 20 |
|
| ແຕ່ຫລັງຈາກທີ່ໂຢເຊັບໄດ້ພິຈາລະນາເລື່ອງນີ້ແລ້ວ, ກໍມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດຕໍ່ລາວໃນຄວາມຝັນ ແລະ ກ່າວວ່າ, “ໂຢເຊັບບຸດດາວິດເອີຍ, ຢ່າຢ້ານເລີຍທີ່ຈະຮັບເອົາມາຣີມາເປັນເມຍຂອງເຈົ້າ, ເພາະວ່າຜູ້ທີ່ປະຕິສົນທິໃນທ້ອງຂອງນາງນັ້ນແມ່ນມາຈາກພຣະວິນຍານບໍລິສຸດເຈົ້າ. |
|
| 21 |
|
| ນາງຈະເກີດລູກຊາຍຜູ້ໜຶ່ງ ແລະ ເຈົ້າຈົ່ງຕັ້ງຊື່ເດັກນີ້ວ່າ ເຢຊູ, ເພາະວ່າພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນຈາກຄວາມບາບທັງຫລາຍຂອງພວກເຂົາ”. |
|
| 22 |
|
| ເລື່ອງທັງໝົດທີ່ເກີດຂຶ້ນນີ້ ກໍເພື່ອຈະໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ: |
|
| 23 |
|
| “ສາວບໍລິສຸດຄົນໜຶ່ງຈະຖືພາແລ້ວເກີດລູກຊາຍຄົນໜຶ່ງ ແລະ ພວກເຂົາຈະເອີ້ນທ່ານວ່າເອມານູເອນ” (ເຊິ່ງມີຄວາມໝາຍວ່າ “ພຣະເຈົ້າຢູ່ກັບພວກເຮົາ”). |
|
| 24 |
|
| ເມື່ອໂຢເຊັບຕື່ນຂຶ້ນ, ລາວຈຶ່ງປະຕິບັດຕາມທີ່ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງລາວໄວ້, ຄືຮັບເອົາມາຣີມາເປັນເມຍຂອງຕົນ |
|
| 25 |
|
| ແຕ່ລາວບໍ່ໄດ້ສົມສູ່ກັບນາງຈົນກວ່ານາງໄດ້ເກີດລູກຊາຍຄົນໜຶ່ງ ແລະ ໂຢເຊັບຈຶ່ງຕັ້ງຊື່ໃຫ້ເດັກນັ້ນວ່າ, ເຢຊູ. |
|
|
|
|