|
| 1 |
|
| ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນຂອງພຣະອົງມາພ້ອມກັນແລ້ວ, ພຣະອົງໃຫ້ສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີຊົ່ວຮ້າຍອອກ ແລະເພື່ອໃຫ້ພະຍາດໂຣຄາທັງການເຈັບໄຂ້ໄດ້ປ່ວຍທຸກຢ່າງດີໄດ້. |
|
| 2 |
|
| ພວກອັກຄະສາວົກສິບສອງຄົນນັ້ນ ຜູ້ທຳອິດຊື່ ຊີໂມນ (ຜູ້ທີ່ເອີ້ນວ່າເປໂຕ) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນເປັນລູກຊາຍຂອງເຊເບດາຍ; |
|
| 3 |
|
| ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບລູກຊາຍຂອງອາລະຟາຍ ແລະ ທາດາຍ, |
|
| 4 |
|
| ຊີໂມນຜູ້ຮັກຊາດ ແລະ ຢູດາອິດສະກາຣີອົດ ຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້ານັ້ນ. |
|
| 5 |
|
| ພຣະເຢຊູເຈົ້າໄດ້ໃຊ້ສິບສອງຄົນນີ້ອອກໄປ ໂດຍໃຫ້ຄຳສັ່ງດັ່ງນີ້: “ຢ່າໄປໃນທາງຂອງພວກຕ່າງຊາດ ຫລືຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ. |
|
| 6 |
|
| ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ. |
|
| 7 |
|
| ເວລາເດີນທາງໄປນັ້ນ ຈົ່ງປະກາດວ່າ, ‘ອານາຈັກສະຫວັນມາໃກ້ແລ້ວ’ |
|
| 8 |
|
| ຈົ່ງເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຫາຍດີ ຈົ່ງເຮັດໃຫ້ຄົນຕາຍຄືນມີຊີວິດ, ຈົ່ງເຮັດໃຫ້ຜູ້ທີ່ເປັນພະຍາດຂີ້ທູດຫາຍດີ ແລະຂັບໄລ່ຜີມານຮ້າຍອອກ, ພວກເຈົ້າໄດ້ຮັບລ້າໆໂດຍບໍ່ຄິດຄ່າຢ່າງໃດ ຈົ່ງໃຫ້ລ້າໆໂດຍບໍ່ຄິດຄ່າຢ່າງນັ້ນ. |
|
| 9 |
|
| ຢ່າຖືຄຳ ຫລືເງິນ ຫລືທອງແດງໃສ່ຖົງໄປນຳ; |
|
| 10 |
|
| ຢ່າເອົາຖົງໄປໃສ່ເຄື່ອງຂອງຕາມທາງ ຫລືເຄື່ອງນຸ່ງຫົ່ມໄປ ຫລືເກີບ ຫລືໄມ້ເທົ້າໄປນຳ, ເພາະຄົນງານກໍສົມຄວນໄດ້ຮັບອາຫານກິນ.” |
|
| 11 |
|
| “ເມື່ອພວກເຈົ້າໄປໃນເມືອງໃດຫລືບ້ານໃດ ຈົ່ງເຂົ້າໄປຫາຜູ້ທີ່ສົມຄວນຈະຕ້ອນຮັບພວກເຈົ້າ ແລະໃຫ້ອາໄສຢູ່ກັບເຂົາຈົນກວ່າຈາກໄປ. |
|
| 12 |
|
| ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດ ຈົ່ງຄຳນັບໄທເຮືອນນັ້ນ. |
|
| 13 |
|
| ຖ້າໄທເຮືອນນັ້ນສົມຄວນຮັບພຣະພອນ ກໍຂໍໃຫ້ສັນຕິສຸກຂອງເຈົ້າຢູ່ນຳເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ສັນຕິສຸກນັ້ນກັບຄືນມາສູ່ພວກເຈົ້າ. |
|
| 14 |
|
| ຖ້າບ້ານໃດຫລືເມືອງໃດບໍ່ຕ້ອນຮັບພວກເຈົ້າ ຫລືບໍ່ຟັງພວກເຈົ້າ ຈົ່ງອອກໄປຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກເຈົ້າອອກດ້ວຍ. |
|
| 15 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ ໃນວັນພິພາກສາ ໂທດຂອງຊາວເມືອງໂຊໂດມແລະໂກໂມຣາ ຈະທົນງ່າຍກວ່າໂທດຂອງປະຊາຊົນໃນເມືອງນັ້ນ.” |
|
| 16 |
|
| “ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ. |
|
| 17 |
|
| ຈົ່ງລະວັງໃຫ້ດີ. ດ້ວຍວ່າ, ຈະມີຄົນຈັບພວກເຈົ້າຂຶ້ນສານ ແລະເຂົາຈະຂ້ຽນຕີພວກເຈົ້າໃນທຳມະສາລາຂອງພວກເຂົາ. |
|
| 18 |
|
| ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະບັນດາກະສັດ ເພາະເຫັນແກ່ເຮົາ ເພື່ອຈະບອກຂ່າວປະເສີດແກ່ພວກເຂົາ ແລະແກ່ຄົນທີ່ບໍ່ເຊື່ອເໝືອນກັນ. |
|
| 19 |
|
| ເມື່ອພວກເຂົາຈັບກຸມພວກເຈົ້າຂຶ້ນໄປນັ້ນ ຢ່າຄິດກະວົນກະວາຍເລີຍວ່າ ພວກເຈົ້າຈະເວົ້າຫຍັງແດ່ ຫລືຈະເວົ້າແນວໃດ, ເມື່ອເຖິງເວລານັ້ນ ພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ພວກເຈົ້າຈະເວົ້າ. |
|
| 20 |
|
| ເພາະຖ້ອຍຄຳທີ່ພວກເຈົ້າຈະເວົ້ານັ້ນ ຈະບໍ່ມາຈາກພວກເຈົ້າເອງ, ແຕ່ແມ່ນພຣະວິນຍານຈາກພຣະບິດາຂອງພວກເຈົ້າ ທີ່ຈະເປັນຜູ້ກ່າວໃນພວກເຈົ້າ.” |
|
| 21 |
|
| “ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມຕາຍ. |
|
| 22 |
|
| ຄົນທັງປວງຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຊື່ຂອງເຮົາ, ແຕ່ຜູ້ໃດທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ. |
|
| 23 |
|
| ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປທີ່ເມືອງອື່ນ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຈະບໍ່ທັນໄປໃນທົ່ວທຸກເມືອງຂອງຊາດອິດສະຣາເອນ ກ່ອນທີ່ບຸດມະນຸດມາ.” |
|
| 24 |
|
| “ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ ແລະຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ. |
|
| 25 |
|
| ໃຫ້ສິດສະເໝີກັບຄູ ແລະຂ້ອຍໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ ຖ້າຄົນເອີ້ນຫົວໜ້າຄອບຄົວວ່າ, ເບເອນເຊບູນ ສະມາຊິກໃນຄອບຄົວກໍຈະຖືກປະນາມຍິ່ງກວ່ານັ້ນຫລາຍເທົ່າໃດໜໍ.” |
|
| 26 |
|
| “ດັ່ງນັ້ນ ຢ່າສູ່ຢ້ານມະນຸດ ສິ່ງໃດທີ່ຖືກປິດບັງໄວ້ຈະຖືກເປີດເຜີຍ ສິ່ງໃດທີ່ເປັນຄວາມລັບຈະຖືກໄຂອອກໃຫ້ຮູ້. |
|
| 27 |
|
| ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ. |
|
| 28 |
|
| ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ. |
|
| 29 |
|
| ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນບໍ? ແມ່ນແຕ່ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາເຈົ້າຂອງພວກເຈົ້າບໍ່ເຫັນພ້ອມ. |
|
| 30 |
|
| ສຳລັບພວກເຈົ້າແມ່ນແຕ່ຜົມເທິງຫົວຂອງເຈົ້າ ກໍຖືກນັບໄວ້ໝົດທຸກເສັ້ນແລ້ວ. |
|
| 31 |
|
| ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດຫລາຍກວ່ານົກຈອກຫລາຍໂຕ.” |
|
| 32 |
|
| “ທຸກຄົນທີ່ຮັບເຮົາຕໍ່ໜ້າມະນຸດ ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ. |
|
| 33 |
|
| ແຕ່ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.” |
|
| 34 |
|
| “ຢ່າຄິດວ່າເຮົານຳຄວາມສະຫງົບສຸກມາສູ່ໂລກ, ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ. |
|
| 35 |
|
| ເຮົາໄດ້ມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກສາວບໍ່ຖືກກັນກັບແມ່, ລູກໃພ້ບໍ່ຖືກກັບແມ່ຍ່າ, |
|
| 36 |
|
| ແລະສະມາຊິກໃນຄອບຄົວຂອງຕົນກໍຈະເປັນສັດຕູຜູ້ຮ້າຍຕໍ່ກັນ.” |
|
| 37 |
|
| “ຜູ້ທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ, ຜູ້ທີ່ຮັກລູກຊາຍຫລືລູກສາວຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ. |
|
| 38 |
|
| ຜູ້ທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນ ແລະຕິດຕາມເຮົາໄປ ກໍບໍ່ສົມຄວນເປັນສາວົກຂອງເຮົາ. |
|
| 39 |
|
| ຜູ້ທີ່ຮັກສາຊີວິດຂອງຕົນໄວ້ ກໍຈະເສຍຊີວິດ, ແຕ່ຜູ້ທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ກໍຈະໄດ້ຊີວິດ.” |
|
| 40 |
|
| “ຜູ້ທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ. |
|
| 41 |
|
| ຜູ້ທີ່ຕ້ອນຮັບຜູ້ປະກາດພຣະທຳ ເພາະເປັນຜູ້ປະກາດພຣະທຳ ກໍຈະໄດ້ບຳເໜັດເໝືອນຜູ້ປະກາດພຣະທຳ ແລະຜູ້ທີ່ຕ້ອນຮັບຄົນຊອບທຳ ເພາະເປັນຄົນຊອບທຳ ກໍຈະໄດ້ຮັບບຳເໜັດເໝືອນຄົນຊອບທຳ. |
|
| 42 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.” |
|
|
|
|