|
| 1 |
|
| ເມື່ອພຣະເຢຊູເຈົ້າສັ່ງສອນພວກສາວົກສິບສອງຄົນຂອງພຣະອົງແລ້ວ, ພຣະອົງກໍໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນ ແລະເທດສະໜາປ່າວປະກາດຕາມເມືອງຕ່າງໆຂອງພວກເຂົາ. |
|
| 2 |
|
| ໂຢຮັນບັບຕິສະໂຕຜູ້ທີ່ຖືກຄຸກຢູ່ ໄດ້ຍິນຄົນເວົ້າເຖິງກິດຈະການທີ່ພຣະຄຣິດໄດ້ເຮັດ ເພິ່ນຈຶ່ງໃຊ້ລູກສິດບາງຄົນຂອງຕົນໄປ. |
|
| 3 |
|
| ຖາມພຣະເຢຊູເຈົ້າວ່າ, “ຈົ່ງບອກພວກຂ້ານ້ອຍແດ່ວ່າ, ທ່ານແມ່ນຜູ້ທີ່ຈະມານັ້ນບໍ? ຫລືພວກຂ້ານ້ອຍຈະຕ້ອງລໍຄອຍຖ້າຜູ້ອື່ນອີກບໍ?” |
|
| 4 |
|
| ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງກັບໄປບອກໂຢຮັນຕາມທີ່ພວກເຈົ້າໄດ້ຍິນແລະໄດ້ເຫັນ |
|
| 5 |
|
| ຄື: ຄົນຕາບອດເຫັນຮຸ່ງໄດ້, ຄົນຂາຫ້ານຍ່າງໄດ້, ຜູ້ທີ່ເປັນພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍມີການປະກາດແກ່ຄົນຍາກຈົນ. |
|
| 6 |
|
| ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ.” |
|
| 7 |
|
| ເມື່ອລູກສິດຂອງໂຢຮັນພວກນັ້ນກຳລັງຈາກໄປ ພຣະເຢຊູເຈົ້າກໍເລີ່ມກ່າວເຖິງເລື່ອງໂຢຮັນແກ່ປະຊາຊົນວ່າ, “ເຈົ້າທັງຫລາຍໄດ້ອອກໄປຖິ່ນແຫ້ງແລ້ງກັນດານນັ້ນເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາຕາມກະແສລົມພັດບໍ? |
|
| 8 |
|
| ພວກເຈົ້າໄດ້ອອກໄປເບິ່ງຫຍັງ? ເບິ່ງຄົນທີ່ນຸ່ງເຄື່ອງຢ່າງລະອຽດອ່ອນຈົບງາມບໍ? ຜູ້ທີ່ນຸ່ງເຄື່ອງຢ່າງລະອຽດອ່ອນຈົບງາມເຊັ່ນນັ້ນ ກໍຢູ່ໃນວັງຂອງກະສັດ |
|
| 9 |
|
| ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວເຮົາບອກພວກເຈົ້າວ່າ ທ່ານຜູ້ນັ້ນກໍຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ. |
|
| 10 |
|
| ດ້ວຍວ່າ, ໂຢຮັນຜູ້ນີ້ແຫຼະ ທີ່ພຣະຄຳພີກ່າວເຖິງວ່າ, ‘ເບິ່ງແມ! ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນໜ້າເຈົ້າ ເພື່ອຈັດແຈງທາງໄວ້ສຳລັບເຈົ້າ.’ |
|
| 11 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ, ແຕ່ຜູ້ນ້ອຍທີ່ສຸດໃນຣາຊອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນ. |
|
| 12 |
|
| ຕັ້ງແຕ່ຄາວໂຢຮັນບັບຕິສະໂຕຈົນເຖິງປະຈຸບັນນີ້ ອານາຈັກສະຫວັນກໍຖືກຍາດຊິງເອົາຢ່າງຮຸນແຮງ ແລະພວກທີ່ມີໃຈຮຸນແຮງກໍເປັນຜູ້ຍາດຊິງເອົາໄດ້. |
|
| 13 |
|
| ພວກຜູ້ທຳນວາຍທຸກຄົນ ແລະກົດບັນຍັດໄດ້ທຳນວາຍມາຈົນເຖິງຄາວຂອງໂຢຮັນນີ້, |
|
| 14 |
|
| ແລະ ຖ້າພວກເຈົ້າຍອມຮັບເອົາຖ້ອຍຄຳນີ້ ກໍແມ່ນໂຢຮັນຜູ້ນີ້ແຫຼະ ທີ່ເປັນເອລີຢາຜູ້ທີ່ທຳນວາຍໄວ້ລ່ວງໜ້າວ່າຈະມາ. |
|
| 15 |
|
| ຜູ້ໃດມີຫູຟັງ ຈົ່ງຟັງເອົາ.” |
|
| 16 |
|
| “ເຮົາຈະປຽບຄົນສະໄໝນີ້ໃສ່ກັບຜູ້ໃດ? ກໍຄ້າຍຄືກັບເດັກນ້ອຍທີ່ກຳລັງນັ່ງຢູ່ໃນຕະຫລາດຮ້ອງໃສ່ກັນແລະກັນວ່າ, |
|
| 17 |
|
| ‘ພວກຂ້ອຍເປົ່າປີ່ໃຫ້ຟ້ອນ ພວກເຈົ້າພັດບໍ່ຟ້ອນລຳ ພວກຂ້ອຍຮ້ອງໄຫ້ໄວ້ອາໄລ ແຕ່ພວກເຈົ້າບໍ່ຮ້ອງໄຫ້’ |
|
| 18 |
|
| ເມື່ອເວລາໂຢຮັນໄດ້ມາ ເພິ່ນບໍ່ກິນແລະບໍ່ດື່ມ ເຂົາເວົ້າວ່າ, ‘ຜີມານຮ້າຍສິງລາວຢູ່’ |
|
| 19 |
|
| ຝ່າຍບຸດມະນຸດໄດ້ມາ ທັງກິນແລະດື່ມ ແລະເຂົາກໍເວົ້າວ່າ, ‘ເບິ່ງຄົນນີ້ແມ ລາວເປັນຄົນກິນເກີນສ່ວນ ແລະມັກເມົາ ທັງເປັນເພື່ອນກັບຄົນເກັບພາສີແລະຄົນບາບທັງຫລາຍ,’ ແຕ່ສະຕິປັນຍາຂອງພຣະເຈົ້າກໍຖືກເປີດເຜີຍເປັນຈິງໂດຍຜົນຂອງພຣະປັນຍານັ້ນ.” |
|
| 20 |
|
| ດັ່ງນັ້ນ ພຣະອົງຈຶ່ງເລີ່ມປະນາມເມືອງຕ່າງໆ ທີ່ພຣະອົງເຮັດການອັດສະຈັນເປັນສ່ວນຫລາຍນັ້ນ ເພາະພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃໝ່. |
|
| 21 |
|
| ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ |
|
| 22 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນວັນພິພາກສາຂອງພຣະເຈົ້າ ໂທດຂອງຊາວເມືອງຕີເຣແລະຊີໂດນ ຈະໄດ້ຮັບກໍເບົາກວ່າໂທດທີ່ພວກເຈົ້າຈະໄດ້ຮັບ. |
|
| 23 |
|
| ສ່ວນເຈົ້າ ເມືອງກາເປນາອູມເອີຍ ເຈົ້າຈະຖືກຍົກຂຶ້ນໃຫ້ພຽງຟ້າສະຫວັນພຸ້ນບໍ? ເຈົ້າຈະຖືກຖິ້ມລົງສູ່ບຶງໄຟນະຣົກ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ໄດ້ຖືກກະທຳໃນເມືອງໂຊໂດມແລ້ວ ເມືອງນັ້ນກໍຄົງຍັງຕັ້ງຢູ່ຈົນເຖິງທຸກວັນນີ້. |
|
| 24 |
|
| ສະນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ ໃນວັນພິພາກສາຂອງພຣະເຈົ້າ ໂທດຂອງເມືອງໂຊໂດມກໍຈະເບົາກວ່າໂທດຂອງເຈົ້າ.” |
|
| 25 |
|
| ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກາບທູນວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ທີ່ພຣະອົງໄດ້ປິດບັງສິ່ງເຫຼົ່ານີ້ໄວ້ຈາກຜູ້ສະຫລາດ ແລະຜູ້ມີສະຕິປັນຍາ, ແຕ່ຊົງເປີດເຜີຍແກ່ຜູ້ທີ່ບໍ່ໄດ້ຮຽນຮູ້. |
|
| 26 |
|
| ແມ່ນແລ້ວພຣະບິດາເຈົ້າເອີຍ ພຣະອົງໄດ້ກະລຸນາຕາມຄວາມພໍໃຈຢ່າງນັ້ນຕໍ່ໜ້າພຣະອົງ.” |
|
| 27 |
|
| “ພຣະບິດາຂອງເຮົາໄດ້ມອບສິ່ງສາລະພັດໃຫ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ພຣະບິດາເຈົ້ານອກຈາກພຣະບຸດ ແລະຜູ້ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.” |
|
| 28 |
|
| “ບັນດາຜູ້ທີ່ເຮັດການໜັກໜ່ວງແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ. |
|
| 29 |
|
| ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ. |
|
| 30 |
|
| ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະພາລະຂອງເຮົາກໍເບົາ.” |
|
|
|
|