|
| 1 |
|
| ຫລັງຈາກພຣະເຢຊູເຈົ້າສັ່ງສອນສາວົກສິບສອງຄົນຂອງພຣະອົງຈົບແລ້ວ, ພຣະອົງກໍໄດ້ຈາກທີ່ນັ້ນໄປສັ່ງສອນ ແລະ ເທດສະໜາໃນເມືອງຕ່າງໆຂອງແຂວງຄາລີເລ. |
|
| 2 |
|
| ເມື່ອໂຢຮັນຜູ້ທີ່ໄດ້ຖືກຂັງຢູ່ໃນຄຸກ ໄດ້ຍິນຂ່າວກ່ຽວກັບກິດຈະການຂອງພຣະຄຣິດເຈົ້າແລ້ວ, ເພິ່ນຈຶ່ງໄດ້ໃຊ້ພວກລູກສິດຂອງເພິ່ນໄປ |
|
| 3 |
|
| ຖາມພຣະອົງວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?” |
|
| 4 |
|
| ພຣະເຢຊູເຈົ້າຕອບວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ຍິນ ແລະ ໄດ້ເຫັນຄື: |
|
| 5 |
|
| ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດ ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດກໍໄດ້ປະກາດແກ່ຄົນຍາກຈົນ. |
|
| 6 |
|
| ຜູ້ໃດທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາກໍເປັນສຸກ”. |
|
| 7 |
|
| ຂະນະທີ່ພວກລູກສິດຂອງໂຢຮັນກຳລັງຈະຈາກໄປ, ພຣະເຢຊູເຈົ້າກໍເລີ່ມກ່າວເຖິງເລື່ອງໂຢຮັນແກ່ປະຊາຊົນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ? |
|
| 8 |
|
| ຖ້າບໍ່ແມ່ນ, ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຄົນນຸ່ງເຄື່ອງທີ່ລະອຽດຈົບງາມບໍ? ບໍ່ແມ່ນ, ບັນດາຄົນທີ່ນຸ່ງເຄື່ອງທີ່ຈົບງາມກໍຢູ່ໃນວັງຂອງກະສັດ. |
|
| 9 |
|
| ດັ່ງນັ້ນ ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ, ເຮົາບອກພວກເຈົ້າວ່າທ່ານຜູ້ນັ້ນຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ. |
|
| 10 |
|
| ເພິ່ນແມ່ນຜູ້ທີ່ພຣະຄຳພີຂຽນໄວ້ເຖິງວ່າ: “‘ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານ, ເພື່ອຈັດຕຽມຫົນທາງໄວ້ລ່ວງໜ້າສຳລັບທ່ານ’. |
|
| 11 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດຍິ່ງໃຫຍ່ກວ່າໂຢຮັນບັບຕິສະໂຕ; ແຕ່ຜູ້ຕໍ່າຕ້ອຍທີ່ສຸດໃນອານາຈັກສະຫວັນກໍຍິ່ງໃຫຍ່ກວ່າເພິ່ນ. |
|
| 12 |
|
| ຕັ້ງແຕ່ສະໄໝໂຢຮັນບັບຕິສະໂຕ ຈົນເຖິງທຸກວັນນີ້, ອານາຈັກສະຫວັນກໍກຳລັງຖືກຍາດຊີງເອົາຢ່າງຮຸນແຮງ ແລະ ຄົນທີ່ມີໃຈຮຸນແຮງກໍເປັນຜູ້ຍາດຊີງເອົາໄດ້. |
|
| 13 |
|
| ເພາະວ່າພວກຜູ້ທຳນວາຍທຸກຄົນ ແລະ ກົດບັນຍັດທັງປວງໄດ້ທຳນວາຍມາຈົນເຖິງໂຢຮັນ. |
|
| 14 |
|
| ແລະ ຖ້າພວກເຈົ້າເຕັມໃຈຍອມຮັບເອົາຖ້ອຍຄຳນີ້, ໂຢຮັນກໍຄືເອລີຢາຜູ້ທີ່ຈະມາ. |
|
| 15 |
|
| ຜູ້ໃດມີຫູ, ກໍຈົ່ງຟັງເອົາ. |
|
| 16 |
|
| “ເຮົາຈະປຽບທຽບຄົນໃນສະໄໝນີ້ຄືກັບອັນໃດດີ? ພວກເຂົາກໍປຽບເໝືອນເດັກນ້ອຍທີ່ກຳລັງນັ່ງຢູ່ກາງຕະຫລາດ ແລະ ຮ້ອງໃສ່ກັນວ່າ: |
|
| 17 |
|
| “‘ພວກເຮົາເປົ່າປີ່ໃຫ້ພວກເຈົ້າ, ແລະ ພວກເຈົ້າກໍບໍ່ຟ້ອນລຳ, ພວກເຮົາຮ້ອງເພງໄວ້ອາໄລ, ແລະ ພວກເຈົ້າກໍບໍ່ໂສກເສົ້າ’. |
|
| 18 |
|
| ເພາະວ່າໂຢຮັນມາທັງບໍ່ກິນ ຫລື ບໍ່ດື່ມ, ແລະ ພວກເຂົາກໍເວົ້າວ່າ, ‘ເພິ່ນມີຜີມານຮ້າຍສິງຢູ່’. |
|
| 19 |
|
| ບຸດມະນຸດມາທັງກິນ ແລະ ດື່ມ ແລະ ພວກເຂົາກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຜົນຂອງປັນຍານັ້ນເອງ”. |
|
| 20 |
|
| ແລ້ວພຣະເຢຊູເຈົ້າເລີ່ມຕິຕຽນເມືອງຕ່າງໆທີ່ສ່ວນຫລາຍພຣະອົງໄດ້ສະແດງການອັດສະຈັນ, ເພາະວ່າພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃໝ່. |
|
| 21 |
|
| “ວິບັດແກ່ເຈົ້າ, ເມືອງໂຂຣາຊິນ! ວິບັດແກ່ເຈົ້າ, ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າແລ້ວນັ່ງເທິງຂີ້ເຖົ່າ. |
|
| 22 |
|
| ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດເມືອງຕີເຣ ແລະ ເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ. |
|
| 23 |
|
| ສ່ວນເຈົ້າ, ເມືອງກາເປນາອູມເອີຍ, ເຈົ້າຈະຖືກຍົກຂຶ້ນພຽງຟ້າສະຫວັນບໍ? ບໍ່ເລີຍ, ເຈົ້າຈະຕ້ອງລົງໄປນະລົກ. ເພາະຖ້າການອັດສະຈັນທີ່ໄດ້ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງໂຊໂດມແລ້ວ, ເມືອງນັ້ນກໍຄົງຍັງຕັ້ງຢູ່ມາຈົນເຖິງທຸກວັນນີ້. |
|
| 24 |
|
| ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະເບົາກວ່າໂທດຂອງພວກເຈົ້າ”. |
|
| 25 |
|
| ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຜູ້ສະຫລາດ ແລະ ຜູ້ມີສະຕິປັນຍາ, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍຮູ້. |
|
| 26 |
|
| ແມ່ນແລ້ວ ພຣະບິດາເຈົ້າເອີຍ, ເພາະພຣະອົງພໍໃຈຢ່າງນັ້ນ. |
|
| 27 |
|
| “ພຣະບິດາເຈົ້າຂອງເຮົາມອບທຸກສິ່ງໃຫ້ແກ່ເຮົາ. ບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາເຈົ້າ ແລະ ບໍ່ມີຜູ້ໃດຮູ້ຈັກພຣະບິດາເຈົ້ານອກຈາກພຣະບຸດ ແລະ ບັນດາຜູ້ທີ່ພຣະບຸດໄດ້ເລືອກທີ່ຈະເປີດເຜີຍພຣະອົງ. |
|
| 28 |
|
| “ບັນດາຜູ້ທີ່ອິດເມື່ອຍ ແລະ ແບກພາລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ. |
|
| 29 |
|
| ຈົ່ງເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ, ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ. |
|
| 30 |
|
| ເພາະແອກຂອງເຮົານັ້ນກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ”. |
|
|
|
|