|
| 1 |
|
| ໃນເວລານັ້ນ ພຣະເຢຊູເຈົ້າໄດ້ສະເດັດຜ່ານທົ່ງນາໄປໃນວັນຊະບາໂຕ, ສ່ວນພວກສາວົກຂອງພຣະອົງກໍຫິວເຂົ້າ ຈຶ່ງໄດ້ຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ. |
|
| 2 |
|
| ເມື່ອພວກຟາຣີຊາຍເຫັນຢ່າງນັ້ນ ຈຶ່ງກ່າວຕໍ່ພຣະເຢຊູເຈົ້າວ່າ, “ເບິ່ງແມ! ພວກສາວົກຂອງທ່ານເຮັດຜິດຕໍ່ກົດຂອງວັນຊະບາໂຕ.” |
|
| 3 |
|
| ພຣະເຢຊູເຈົ້າຊົງຕອບວ່າ, “ພວກເຈົ້າຍັງບໍ່ໄດ້ອ່ານຈັກເທື່ອບໍ ສິ່ງທີ່ດາວິດໄດ້ເຮັດເມື່ອເພິ່ນແລະຄົນຂອງເພິ່ນອຶດຫິວນັ້ນ? |
|
| 4 |
|
| ເພິ່ນໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະໄດ້ກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງເພິ່ນແລະຄົນຂອງເພິ່ນບໍ່ມີສິດທີ່ຈະກິນເຂົ້າຈີ່ນັ້ນ ເພາະແມ່ນປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນັ້ນໄດ້. |
|
| 5 |
|
| ພວກເຈົ້າບໍ່ໄດ້ອ່ານໃນກົດບັນຍັດບໍທີ່ວ່າ, ທຸກວັນຊະບາໂຕພວກປະໂຣຫິດໃນພຣະວິຫານ ໄດ້ເຮັດຜິດຕໍ່ວັນຊະບາໂຕ ແຕ່ບໍ່ມີຄວາມຜິດ? |
|
| 6 |
|
| ເຮົາບອກພວກເຈົ້າວ່າ ຢູ່ທີ່ນີ້ມີສິ່ງໜຶ່ງຍິ່ງໃຫຍ່ກວ່າພຣະວິຫານອີກ. |
|
| 7 |
|
| ຖ້າພວກເຈົ້າເຂົ້າໃຈຄວາມໝາຍຖ້ອຍຄຳໃນພຣະຄຳພີທີ່ວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ’ ພວກເຈົ້າກໍຄົງບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ. |
|
| 8 |
|
| ດ້ວຍວ່າ, ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ.” |
|
| 9 |
|
| ພຣະເຢຊູເຈົ້າໄດ້ໜີຈາກທີ່ນັ້ນ, ແລ້ວເຂົ້າໄປທີ່ທຳມະສາລາແຫ່ງໜຶ່ງຂອງພວກເຂົາ. |
|
| 10 |
|
| ໃນທີ່ນັ້ນ ມີຄົນມືລີບເບື້ອງໜຶ່ງ ຄົນໃນທີ່ນັ້ນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຖາມວ່າ, “ເປັນການຜິດຫລືຖືກ ທີ່ຈະຮັກສາຄົນໃນວັນຊະບາໂຕ?” |
|
| 11 |
|
| ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າຄົນໜຶ່ງໃນພວກເຈົ້າມີແກະໂຕດຽວ ແລະຕົກຂຸມໃນວັນຊະບາໂຕ ເຂົາຈະບໍ່ດຶງເອົາແກະໂຕນັ້ນຂຶ້ນບໍ? |
|
| 12 |
|
| ມະນຸດຜູ້ໜຶ່ງກໍມີຄ່າຫລາຍກວ່າແກະເທົ່າໃດໜໍ ສະນັ້ນ ຈຶ່ງອະນຸຍາດໃຫ້ເຮັດການດີໃນວັນຊະບາໂຕ.” |
|
| 13 |
|
| ແລ້ວພຣະອົງກໍເວົ້າກັບຊາຍມືລີບວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ລາວກໍຢຽດອອກ ແລ້ວມືນັ້ນກໍດີເປັນປົກກະຕິເໝືອນກັບມືອີກເບື້ອງໜຶ່ງ. |
|
| 14 |
|
| ແລ້ວພວກຟາຣີຊາຍກໍພາກັນອອກໄປປຶກສາກັນ ແລະວາງແຜນເພື່ອຈະຂ້າພຣະເຢຊູເຈົ້າ. |
|
| 15 |
|
| ເມື່ອພຣະເຢຊູເຈົ້າຮູ້ຈັກກົນອຸບາຍນີ້, ພຣະອົງກໍສະເດັດອອກຈາກທີ່ນັ້ນ ມີປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ ພຣະອົງໄດ້ຊົງໂຜດຮັກສາທຸກຄົນໃຫ້ດີພະຍາດ, |
|
| 16 |
|
| ແຕ່ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງກ່ຽວກັບພຣະອົງສູ່ຜູ້ໃດຟັງ. |
|
| 17 |
|
| ພຣະອົງເຮັດດັ່ງນີ້ ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, |
|
| 18 |
|
| “ນີ້ແມ່ນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກ ແລະພໍໃຈຂອງເຮົາ. ເຮົາຈະເອົາພຣະວິນຍານຂອງເຮົາ ໃສ່ໄວ້ເທິງເພິ່ນ ເພື່ອຈະປະກາດຄວາມຍຸດຕິທຳ ແກ່ບັນດາປະຊາຊາດ. |
|
| 19 |
|
| ເພິ່ນຈະບໍ່ໂຕ້ຖຽງ ຫລືໃຊ້ສຽງດັງ ບໍ່ມີຜູ້ໃດຈະໄດ້ຍິນສຽງເພິ່ນ ຕາມຫົນທາງ. |
|
| 20 |
|
| ໄມ້ອໍ້ທີ່ບວບແລ້ວເພິ່ນຈະບໍ່ຫັກ ໄສ້ຕະກຽງເປັນຄວັນກຳລັງຈະມອດ ເພິ່ນຈະບໍ່ມອດ. ຈົນກວ່າເພິ່ນນຳຄວາມຍຸດຕິທຳ ໃຫ້ມີໄຊຊະນະ ແລະບັນດາປະຊາຊາດຈະມອບ ຄວາມຫວັງໄວ້ໃນນາມຂອງເພິ່ນ.” |
|
| 21 |
|
|
|
| 22 |
|
| ຕໍ່ມາ ໄດ້ມີບາງຄົນນຳຊາຍຜູ້ໜຶ່ງທີ່ຕາບອດແລະປາກກືກ ຍ້ອນຜີມານຮ້າຍເຂົ້າສິງຢູ່ມາຫາພຣະເຢຊູເຈົ້າ ແລະພຣະອົງໄດ້ຊົງໂຜດຮັກສາຊາຍຄົນນັ້ນໃຫ້ສາມາດເວົ້າແລະເຫັນຮຸ່ງໄດ້. |
|
| 23 |
|
| ປະຊາຊົນທັງຫລາຍກໍງຶດປະຫລາດໃຈ ຈຶ່ງຖາມກັນວ່າ, “ຄົນນີ້ອາດເປັນບຸດຂອງດາວິດໄດ້ບໍ?” |
|
| 24 |
|
| ພວກຟາຣີຊາຍໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຜູ້ນີ້ຂັບໄລ່ຜີມານຮ້າຍອອກໂດຍໃຊ້ອຳນາດຂອງເບເອນເຊບູນ ຜູ້ເປັນນາຍຜີມານຮ້າຍທັງຫລາຍ.” |
|
| 25 |
|
| ພຣະເຢຊູເຈົ້າຊົງຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວແກ່ພວກເຂົາວ່າ, “ອານາຈັກໃດທີ່ແຕກແຍກຕໍ່ສູ້ ຊຶ່ງກັນແລະກັນ ກໍຈະພິນາດຈິບຫາຍ, ເມືອງໃດຫລືຄອບຄົວໃດທີ່ແຕກແຍກກັນ ຈະຕັ້ງໝັ້ນຄົງຢູ່ບໍ່ໄດ້. |
|
| 26 |
|
| ຖ້າມານຊາຕານຂັບໄລ່ມານຊາຕານອອກເອງ ມັນກໍແຕກແຍກກັນຢູ່ໃນຕົວຂອງມັນເອງ ແລ້ວອານາຈັກຂອງມັນຈະຕັ້ງໝັ້ນໄດ້ຢ່າງໃດ? |
|
| 27 |
|
| ແລະ ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ ພວກລູກຫລານຂອງເຈົ້າທັງຫລາຍ ເຄີຍຂັບໄລ່ມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫຼະ ເຂົາຈະເປັນຜູ້ຕັດສິນພວກເຈົ້າ, |
|
| 28 |
|
| ແຕ່ເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.” |
|
| 29 |
|
| “ບໍ່ມີຜູ້ໃດຈະເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງຄົນແຂງແຮງໄດ້, ເວັ້ນແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ, ແລ້ວຈຶ່ງປຸ້ນເອົາຊັບຢູ່ໃນເຮືອນຂອງເພິ່ນໄດ້. |
|
| 30 |
|
| ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ແລະຜູ້ໃດບໍ່ຮ່ວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ. |
|
| 31 |
|
| ເພາະເຫດນີ້ ເຮົາຈຶ່ງບອກພວກເຈົ້າວ່າ ມະນຸດຈະໄດ້ຮັບການຍົກຜິດບາບທຸກປະການ ແລະຮັບການອະໄພໃນຄຳໝິ່ນປະໝາດທຸກຢ່າງ, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພ. |
|
| 32 |
|
| ຜູ້ໃດທີ່ເວົ້າຕໍ່ສູ້ບຸດມະນຸດກໍຈະອະໄພໃຫ້ແກ່ຜູ້ນັ້ນໄດ້, ແຕ່ຜູ້ໃດທີ່ເວົ້າຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພເລີຍ ທັງໃນໂລກນີ້ແລະໃນໂລກໜ້າດ້ວຍ.” |
|
| 33 |
|
| “ຕ້ອງມີຕົ້ນໄມ້ດີໝາກມັນຈຶ່ງຈະດີ ຖ້າຕົ້ນໄມ້ບໍ່ດີ ໝາກມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍໝາກຂອງມັນ. |
|
| 34 |
|
| ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ. |
|
| 35 |
|
| ຄົນດີກໍເອົາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ຄົນຊົ່ວກໍເອົາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.” |
|
| 36 |
|
| “ເຮົາບອກພວກເຈົ້າວ່າ, ຖ້ອຍຄຳເປົ່າໆທຸກຄຳທີ່ມະນຸດເວົ້າ ຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ. |
|
| 37 |
|
| ດ້ວຍເຫດທີ່ເຈົ້າຈະພົ້ນໂທດໄດ້ ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ.” |
|
| 38 |
|
| ແລ້ວທຳມະຈານແລະພວກຟາຣີຊາຍບາງຄົນ ກໍເວົ້າວ່າ, “ອາຈານເຈົ້າເອີຍ, ພວກເຮົາຢາກເຫັນທ່ານເຮັດໝາຍສຳຄັນການອັດສະຈັນ.” |
|
| 39 |
|
| ພຣະອົງຕອບພວກເຂົາວ່າ, “ຄົນສະໄໝຊົ່ວ ແລະຄິດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນການອັດສະຈັນ ແລະຈະບໍ່ຊົງໂຜດໃຫ້ແກ່ພວກເຂົາ ເວັ້ນໄວ້ແຕ່ໝາຍສຳຄັນຂອງຜູ້ທຳນວາຍໂຢນາ. |
|
| 40 |
|
| ໂຢນາຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນຢ່າງໃດ ບຸດມະນຸດກໍຈະຢູ່ໃນພື້ນຂອງແຜ່ນດິນໂລກສາມວັນສາມຄືນຢ່າງນັ້ນ. |
|
| 41 |
|
| ໃນວັນແຫ່ງການພິພາກສາຊາວເມືອງນີເນເວ ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງໂຢນາ ແລະ ທີ່ນີ້ຍັງມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາ |
|
| 42 |
|
| ໃນວັນແຫ່ງການພິພາກສາ ຣາຊີນີຝ່າຍທິດໃຕ້ຈະຢືນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາແຕ່ທີ່ສຸດແຜ່ນດິນໂລກເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງກະສັດໂຊໂລໂມນ ແລະທີ່ນີ້ມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນ.” |
|
| 43 |
|
| “ເມື່ອຜີຊົ່ວຮ້າຍອອກຈາກຄົນໜຶ່ງແລ້ວ ມັນກໍທຽວໄປມາໃນຖິ່ນແຫ້ງແລ້ງກັນດານຊອກຫາບ່ອນພັກເຊົາ ແຕ່ມັນຫາບໍ່ໄດ້ |
|
| 44 |
|
| ມັນເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນບ່ອນທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນເປົ່າຫວ່າງຢູ່ທັງສະອາດແລະຕົບແຕ່ງໄວ້ຢ່າງດີ. |
|
| 45 |
|
| ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ໂຫດຫ້ຽມຮ້າຍກາດຍິ່ງກວ່າມັນອີກມາອາໄສຢູ່ທີ່ເຮືອນນັ້ນ, ໃນທີ່ສຸດ ບັ້ນປາຍຂອງຄົນນັ້ນ ກໍຈະຢູ່ໃນສະພາບທີ່ຊົ່ວລົງກວ່າຕອນຕົ້ນອີກ ນີ້ແຫຼະ ຄືສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວໃນຍຸກນີ້.” |
|
| 46 |
|
| ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວກັບປະຊາຊົນຢູ່ນັ້ນ ມານດາແລະບັນດານ້ອງຊາຍຂອງພຣະອົງໄດ້ມາຖ້າຢູ່ຂ້າງນອກ ເພື່ອຢາກເວົ້າກັບພຣະອົງ. |
|
| 47 |
|
| ດັ່ງນັ້ນ ຈຶ່ງມີຄົນໜຶ່ງເວົ້າຕໍ່ພຣະອົງວ່າ, “ທ່ານເອີຍ ມານດາແລະບັນດານ້ອງຊາຍຂອງທ່ານ ຢືນຖ້າຢູ່ຂ້າງນອກຢາກເວົ້າກັບທ່ານ.” |
|
| 48 |
|
| ພຣະເຢຊູເຈົ້າກ່າວແກ່ຄົນນັ້ນວ່າ, “ຜູ້ໃດເປັນມານດາ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?” |
|
| 49 |
|
| ແລ້ວພຣະອົງກໍຊີ້ໄປທີ່ພວກສາວົກຂອງພຣະອົງແລ້ວກ່າວວ່າ, “ນີ້ແຫຼະ ຄືມານດາແລະນ້ອງຊາຍຂອງເຮົາ |
|
| 50 |
|
| ຜູ້ໃດທີ່ປະຕິບັດຕາມນໍ້າພຣະໄທພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ຜູ້ນັ້ນແຫຼະ ເປັນນ້ອງຊາຍ, ນ້ອງສາວ ແລະມານດາຂອງເຮົາ.” |
|
|
|
|