×

Lao ພຣະຄຳພີສັກສິ 2012

ມັດທາຍ 14

1
ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.
2
ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກ​ຄົນໃຊ້​ຂອງຕົນ​ວ່າ, “ຊາຍ​ຜູ້​ນີ້​ແຫຼະ ແມ່ນ​ໂຢຮັນ​ບັບຕິສະໂຕ ລາວ​ເປັນ​ຄືນ​ມາ​ມີ​ຊີວິດ​ແລ້ວ. ດັ່ງນັ້ນ ຈຶ່ງ​ເປັນ​ເຫດ​ໃຫ້​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ໄດ້​ຫລາຍ​ປະການ.”
3
ດ້ວຍວ່າ, ເຮໂຣດ​ໄດ້​ສັ່ງ​ຈັບ​ໂຢຮັນ​ລ່າມໂສ້ ແລະ​ນຳ​ໄປ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮໂຣເດຍ ເມຍ​ຂອງ​ຟີລິບ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງຕົນ.
4
ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ບອກ​ເຮໂຣດ​ຢູ່​ສະເໝີ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ເອົາ​ນາງ​ເຮໂຣເດຍ​ເປັນ​ເມຍ.”
5
ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ເສຍ, ແຕ່​ເພິ່ນ​ຢ້ານ​ປະຊາຊົນ ເພາະ​ເຂົາ​ຖື​ໂຢຮັນ​ວ່າ​ເປັນ​ຜູ້ທຳນວາຍ.
6
ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ເຮໂຣດ ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ຟ້ອນ​ລຳ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ມາ ເຮໂຣດ​ພໍໃຈ​ຫລາຍ
7
ຈົນ​ເພິ່ນ​ສັນຍາ​ໂດຍ​ສາບານ​ກັບ​ນາງ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ.”
8
ນາງ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ແມ່ ນາງ​ກ່າວ​ວ່າ, “ຈົ່ງ​ເອົາ​ຫົວ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້.”
9
ຝ່າຍ​ກະສັດ​ກໍ​ເປັນທຸກໃຈ​ຢ່າງ​ໜັກ ແຕ່​ເພາະ​ຄຳສັນຍາ​ທີ່​ໄດ້​ໃຫ້​ໄວ້​ຊ້ອງໜ້າ​ແຂກ​ທັງໝົດ​ຂອງຕົນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຕາມ​ທີ່​ນາງ​ໄດ້​ຂໍ.
10
ຄື​ເພິ່ນ​ສັ່ງ​ໃຫ້​ຄົນ​ໄປ​ຕັດ​ເອົາ​ຫົວ​ໂຢຮັນ​ຢູ່​ໃນ​ຄຸກ.
11
ແລ້ວ​ເຂົາ​ກໍ​ນຳ​ຫົວ​ໂຢຮັນ​ໃສ່​ຖາດ​ມາ​ມອບ​ໃຫ້​ຍິງ​ສາວ ແລະ​ນາງ​ກໍ​ມອບ​ຕໍ່​ໃຫ້​ແມ່​ຂອງຕົນ.
12
ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຮັບ​ເອົາ​ຊາກສົບ​ໄປ​ຝັງ, ແລ້ວ​ພວກເຂົາ​ກໍ​ໄປ​ບອກ​ໃຫ້​ພຣະເຢຊູເຈົ້າ​ຮູ້.
13
ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ກ່ຽວກັບ​ໂຢຮັນ ພຣະອົງ​ກໍ​ສະເດັດ​ລົງ​ເຮືອ​ຈາກ​ທີ່​ນັ້ນ ໄປ​ບ່ອນທີ່​ມິດງຽບ​ຢູ່​ຕ່າງຫາກ, ເມື່ອ​ປະຊາຊົນ​ຮູ້​ເລື່ອງ​ນີ້ ຈຶ່ງ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດຕາມ​ພຣະອົງ​ໄປ.
14
ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະຊາຊົນ​ຝູງ​ໃຫຍ່ ພຣະອົງ​ຈຶ່ງ​ສົງສານ​ປະຊາຊົນ​ເຫຼົ່ານັ້ນ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ທັງຫລາຍ​ໃຫ້​ຫາຍ​ດີ.
15
ເມື່ອ​ເຖິງ​ຕອນແລງ​ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ບ່ອນ​ນີ້​ກໍ​ເປັນ​ປ່າ​ບ່ອນ​ເປົ່າປ່ຽວ​ແລະ​ຄໍ່າ​ຫລາຍ​ແລ້ວ. ສະນັ້ນ ໃຫ້​ທ່ານ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຕາມ​ໝູ່ບ້ານ​ຕ່າງໆ ຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ.”
16
ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ເລີກ​ເມືອ​ດອກ ໃຫ້​ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.”
17
ພວກເພິ່ນ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມີ​ພຽງແຕ່​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ.”
18
ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ເອົາ​ອັນ​ນັ້ນ​ມາ​ໃຫ້​ເຮົາ.”
19
ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເທິງ​ຫຍ້າ, ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ​ນັ້ນ​ແລ້ວ, ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລະ​ໂມທະນາ​ຂອບພຣະຄຸນ, ພຣະອົງ​ຫັກ​ເຂົ້າຈີ່​ແລ້ວ​ຍື່ນໃຫ້​ພວກ​ສາວົກ, ແລ້ວ​ພວກ​ສາວົກ​ກໍ​ຢາຍ​ໃຫ້​ປະຊາຊົນ.
20
ພວກເຂົາ​ໄດ້​ກິນ​ອີ່ມ​ທຸກຄົນ ແລ້ວ​ພວກ​ສາວົກ​ກໍ​ເກັບ​ຕ່ອນ​ທີ່​ເຫຼືອ​ນັ້ນ ໄດ້​ອີກ​ສິບສອງ​ກະບຸງ.
21
ຈຳນວນ​ຄົນ​ທີ່​ໄດ້​ກິນ​ນັ້ນ​ມີ​ປະມານ​ຫ້າພັນ​ຄົນ ໂດຍ​ບໍ່​ນັບ​ແມ່ຍິງ​ແລະ​ເດັກນ້ອຍ.
22
ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ລົງ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂະນະ​ດຽວກັນ​ພຣະອົງ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.
23
ຫລັງຈາກ​ປະຊາຊົນ​ເລີກ​ເມືອ​ໝົດ​ແລ້ວ ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ ເພື່ອ​ພາວັນນາ​ອະທິຖານ. ເມື່ອ​ຄໍ່າ​ມາ ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ,
24
ສ່ວນ​ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ​ກໍ​ອອກ​ຫ່າງໄກ​ຈາກ​ຝັ່ງ ແລະ​ຖືກ​ຟອງ​ນໍ້າ​ທະເລສາບ​ຕີ​ພັດ​ໄປມາ ເພາະ​ເຮືອ​ຕ້ານ​ທວນ​ລົມ.
25
ລະຫວ່າງ​ສາມ​ໂມງ​ຂ້ອນ​ແຈ້ງ​ຫາ​ຫົກ​ໂມງ​ເຊົ້າ, ພຣະເຢຊູເຈົ້າ​ຊົງ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ພວກ​ສາວົກ.
26
ເມື່ອ​ພວກເພິ່ນ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້າ​ນໍ້າ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ທີ່ສຸດ​ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຜີ!” ພວກເພິ່ນ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຢ້ານ.
27
ແຕ່​ພຣະເຢຊູເຈົ້າ​ກ່າວ​ໂດຍ​ທັນທີ “ຈົ່ງ​ດີ​ໃຈ​ເຖີດ ແມ່ນ​ເຮົາ​ເອງ​ຢ່າສູ່ຢ້ານ.”
28
ແລ້ວ​ເປໂຕ​ກໍ​ເວົ້າ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ ໂຜດ​ສັ່ງ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ທ່ານ​ແດ່ທ້ອນ.”
29
ພຣະເຢຊູເຈົ້າ​ຕອບ​ວ່າ, “ມາແມ.” ດັ່ງນັ້ນ ເປໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະເຢຊູເຈົ້າ.
30
ແຕ່​ເມື່ອ​ເປໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ​ກຳລັງ​ຈະ​ຈົມ​ລົງ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”
31
ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ສົງໄສ?”
32
ເມື່ອ​ທັງສອງ​ໄດ້​ຂຶ້ນ​ໄປ​ໃນ​ເຮືອ​ແລ້ວ ລົມ​ກໍ​ເຊົາ​ພັດ.
33
ແລ້ວ​ພວກ​ສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ ກໍ​ກົ້ມ​ລົງ​ຂາບ​ພຣະເຢຊູເຈົ້າ ແລ້ວ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”
34
ເມື່ອ​ໄດ້​ຂ້າມ​ທະເລສາບ​ມາ​ເຖິງ​ຂົງເຂດ​ເຄັນເນຊາເຣັດ​ແລ້ວ.
35
ປະຊາຊົນ​ໃນ​ເມືອງ​ນີ້​ຈື່​ພຣະອົງ​ໄດ້ ແລ້ວ​ກໍ​ໃຊ້​ຄົນ​ໄປ​ບອກ​ຂ່າວ​ການ​ມາ​ຂອງ​ພຣະອົງ ໄປ​ທົ່ວ​ທຸກ​ຂົງເຂດ​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ຜູ້​ທີ່​ເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ.
36
ພວກເຂົາ​ຂໍຮ້ອງ​ນຳ​ພຣະອົງ ພຽງແຕ່​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຄມ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ທີ່​ໄດ້​ບາຍ​ກໍດີ​ເປັນ​ປົກກະຕິ​ທຸກຄົນ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ