|
| 1 |
|
| ຕໍ່ມາ ພວກຟາຣີຊາຍແລະພວກທຳມະຈານບາງຄົນ ໄດ້ອອກມາຈາກນະຄອນເຢຣູຊາເລັມ, ເພື່ອພົບພຣະເຢຊູເຈົ້າ ແລະຖາມພຣະອົງວ່າ, |
|
| 2 |
|
| “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນ ທີ່ສືບທອດມາຈາກບັນພະບຸລຸດບູຮານ? ດ້ວຍວ່າ, ພວກເຂົາບໍ່ໄດ້ລ້າງມືຕາມທຳນຽມກ່ອນຮັບປະທານອາຫານ.” |
|
| 3 |
|
| ພຣະເຢຊູເຈົ້າຈຶ່ງຕອບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າ ດ້ວຍເຫັນແກ່ທຳນຽມທີ່ສືບທອດຕໍ່ກັນມາ? |
|
| 4 |
|
| ເພາະພຣະເຈົ້າກ່າວວ່າ, ‘ຈົ່ງນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ໝິ່ນປະໝາດພໍ່ແມ່ຂອງຕົນ, ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ.’ |
|
| 5 |
|
| ແຕ່ພວກເຈົ້າກັບສັ່ງສອນວ່າ, ຖ້າຄົນໜຶ່ງມີສິ່ງຂອງທີ່ຕົນອາດຊ່ວຍເຫລືອພໍ່ແມ່ຂອງຕົນໄດ້ ແລ້ວອ້າງສິ່ງນັ້ນວ່າ, ‘ເປັນຂອງຖວາຍແດ່ພຣະເຈົ້າ’ |
|
| 6 |
|
| ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືພໍ່ຂອງຕົນ. ການທີ່ພວກເຈົ້າເຮັດເຊັ່ນນັ້ນ ກໍເປັນການທຳລາຍຄຸນຄ່າແຫ່ງພຣະທຳຂອງພຣະເຈົ້າ, ເພື່ອເຫັນແກ່ທຳນຽມທີ່ພວກເຈົ້າສັ່ງສອນຖ່າຍທອດສືບຕໍ່ກັນມາ. |
|
| 7 |
|
| ພວກຄົນໜ້າຊື່ໃຈຄົດເອີຍ ເອຊາຢາໄດ້ທຳນວາຍໄວ້ເຖິງພວກເຈົ້າກໍຖືກຕ້ອງຄັກແນ່ແລ້ວທີ່ວ່າ, |
|
| 8 |
|
| ‘ຄົນເຫຼົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນຈິດໃຈຫ່າງໄກຈາກເຮົາ. |
|
| 9 |
|
| ການທີ່ພວກເຂົານະມັດສະການເຮົານັ້ນ ເປັນການໄຮ້ປະໂຫຍດ ເພາະພວກເຂົາເອົາຄຳສັ່ງສອນ ຕາມທຳນຽມຂອງມະນຸດ ມາຕູ່ຫາວ່າເປັນຄຳສັ່ງສອນຂອງເຮົາ.”’ |
|
| 10 |
|
| ຕໍ່ມາ ພຣະເຢຊູເຈົ້າໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງ ແລະກ່າວແກ່ພວກເຂົາວ່າ, “ຈົ່ງຟັງແລະເຂົ້າໃຈເອົາສາ |
|
| 11 |
|
| ບໍ່ແມ່ນສິ່ງທີ່ມະນຸດກິນເຂົ້າໄປໃນປາກເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.” |
|
| 12 |
|
| ແລ້ວພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ທ່ານຮູ້ບໍ່ວ່າຄຳທີ່ທ່ານກ່າວນັ້ນ ຕຳໃຈພວກຟາຣີຊາຍ?” |
|
| 13 |
|
| ພຣະເຢຊູເຈົ້າຕອບວ່າ, “ຕົ້ນໄມ້ທຸກຕົ້ນທີ່ພຣະບິດາເຈົ້າຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນບໍ່ໄດ້ປູກໄວ້ກໍຈະຖືກຫລົກຖິ້ມ. |
|
| 14 |
|
| ຢ່າສົນນຳພວກເຂົາເທາະ! ພວກເຂົາເປັນຄົນຕາບອດນຳຄົນຕາບອດ ແລະເມື່ອຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຕົກລົງໃນຂຸມ.” |
|
| 15 |
|
| ເປໂຕເວົ້າຂຶ້ນວ່າ, “ໂຜດອະທິບາຍຄຳອຸປະມານີ້ ສູ່ພວກຂ້ານ້ອຍຟັງແດ່.” |
|
| 16 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? |
|
| 17 |
|
| ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ກໍລົງໃນທ້ອງແລ້ວກໍຖ່າຍອອກມາ. |
|
| 18 |
|
| ແຕ່ສິ່ງທີ່ອອກມາຈາກປາກກໍອອກມາຈາກໃຈ ສິ່ງນີ້ແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. |
|
| 19 |
|
| ເພາະຄວາມຄິດຊົ່ວ ຊຶ່ງນຳໄປສູ່ການຂ້າຄົນ, ການຫລິ້ນຊູ້ສູ່ຜົວເມຍ ແລະການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ ແລະການກ່າວຮ້າຍປ້າຍສີຜູ້ອື່ນ ແມ່ນສິ່ງທີ່ອອກມາຈາກໃຈມະນຸດ. |
|
| 20 |
|
| ສິ່ງເຫຼົ່ານີ້ແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ການຮັບປະທານອາຫານໂດຍບໍ່ໄດ້ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.” |
|
| 21 |
|
| ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປສູ່ເຂດແດນເມືອງຕີເຣແລະຊີໂດນ. |
|
| 22 |
|
| ມີຍິງຊາວການາອານຜູ້ໜຶ່ງ ຢູ່ໃນຂົງເຂດນີ້ໄດ້ມາຫາພຣະອົງ ຮ້ອງຂຶ້ນວ່າ, “ພຣະອົງເຈົ້າຜູ້ເປັນບຸດດາວິດເອີຍ ຂໍໂຜດເມດຕາຂ້ານ້ອຍແດ່ທ້ອນ ຜີມານຮ້າຍສິງລູກສາວຂອງຂ້ານ້ອຍ ແລະມີຄວາມທຸກທໍລະມານຫລາຍຍ້ອນມັນບັງຄັບ.” |
|
| 23 |
|
| ແຕ່ພຣະອົງບໍ່ໄດ້ກ່າວຈັກຄຳແກ່ນາງ, ພວກສາວົກມາຫາພຣະອົງ ແລະຂໍຮ້ອງວ່າ, “ບອກນາງໜີສາ ເພາະນາງຮ້ອງຕາມພວກເຮົາມາ.” |
|
| 24 |
|
| ແລ້ວພຣະອົງກໍຕອບວ່າ, “ເຮົາຖືກໃຊ້ມາຫາຝູງແກະທີ່ເສຍໄປ ໃນຊາດອິດສະຣາເອນເທົ່ານັ້ນ.” |
|
| 25 |
|
| ຝ່າຍຍິງຜູ້ນີ້ກໍມາຂາບລົງທີ່ຕີນຂອງພຣະອົງ ແລ້ວເວົ້າວ່າ, “ພຣະອົງເຈົ້າເອີຍ ໂຜດຊ່ວຍຂ້ານ້ອຍແດ່ທ້ອນ.” |
|
| 26 |
|
| ພຣະອົງຕອບວ່າ, “ບໍ່ເປັນການສົມຄວນທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ.” |
|
| 27 |
|
| ຍິງຜູ້ນັ້ນຕອບວ່າ, “ຈິງຢູ່ພຣະອົງເຈົ້າເອີຍ ແມ່ນແຕ່ໝາກໍຍັງໄດ້ກິນເສດອາຫານ ທີ່ຕົກຈາກໂຕະນາຍຂອງມັນ.” |
|
| 28 |
|
| ແລ້ວພຣະເຢຊູເຈົ້າກໍຕອບນາງວ່າ, “ເຈົ້າເປັນຍິງທີ່ມີຄວາມເຊື່ອຍິ່ງໃຫຍ່ຫລາຍ ຈົ່ງໃຫ້ເປັນໄປຕາມທີ່ເຈົ້າຕ້ອງການເທີ້ນ.” ໃນເວລາດຽວກັນນັ້ນ ລູກສາວຂອງນາງກໍຫາຍດີແລ້ວ. |
|
| 29 |
|
| ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ລຽບໄປຕາມແຄມທະເລສາບຄາລີເລ, ພຣະອົງໄດ້ຂຶ້ນໄປໂນນພູ ແລະນັ່ງລົງທີ່ນັ້ນ. |
|
| 30 |
|
| ປະຊາຊົນຢ່າງຫລວງຫລາຍໄດ້ມາຫາພຣະອົງ ພວກເຂົາພາຄົນຂາຫ້ານ, ຄົນຕາບອດ, ຄົນແຂນຂາພິການ, ຄົນປາກກືກ ແລະຄົນເຈັບປ່ວຍຊະນິດຕ່າງໆຢ່າງຫລວງຫລາຍ ມາວາງໄວ້ທີ່ຕີນຂອງພຣະອົງ ແລະພຣະອົງກໍຊົງໂຜດຮັກສາທຸກຄົນໃຫ້ຫາຍດີ. |
|
| 31 |
|
| ຝ່າຍປະຊາຊົນຕ່າງກໍງຶດປະຫລາດໃຈ ເມື່ອພວກເຂົາເຫັນຄົນປາກກືກເວົ້າໄດ້, ຄົນແຂນຂາພິການດີເປັນປົກກະຕິ, ຄົນຂາຫ້ານຍ່າງໄດ້ ແລະຄົນຕາບອດເຫັນຮຸ່ງໄດ້, ແລ້ວພວກເຂົາຕ່າງກໍສັນລະເສີນພຣະເຈົ້າແຫ່ງຊາດອິດສະຣາເອນ. |
|
| 32 |
|
| ພຣະເຢຊູເຈົ້າໄດ້ເອີ້ນເອົາພວກສາວົກຂອງພຣະອົງມາ ແລະກ່າວວ່າ, “ເຮົາສົງສານຄົນເຫຼົ່ານີ້ ເພາະພວກເຂົາຢູ່ກັບເຮົາໄດ້ສາມວັນແລ້ວ ແລະບັດນີ້ບໍ່ມີຫຍັງກິນ, ເຮົາບໍ່ຢາກບອກພວກເຂົາໃຫ້ເລີກເມືອໂດຍທີ່ຍັງຫິວຢູ່ ເພາະພວກເຂົາອາດອິດອ່ອນເມື່ອຍແຮງຕາມທາງກັບເມືອກໍໄດ້.” |
|
| 33 |
|
| ພວກສາວົກຈຶ່ງຖາມພຣະອົງວ່າ, “ໃນຖິ່ນແຫ້ງແລ້ງກັນດານເຊັ່ນນີ້ ພວກຂ້ານ້ອຍຈະຫາອາຫານມາແຕ່ໃສ ພໍໃຫ້ປະຊາຊົນເຫຼົ່ານີ້ກິນອີ່ມ?” |
|
| 34 |
|
| ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ມີເຈັດກ້ອນແລະປານ້ອຍສອງສາມໂຕ.” |
|
| 35 |
|
| ດັ່ງນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງກັບພື້ນດິນ. |
|
| 36 |
|
| ແລ້ວພຣະອົງກໍຮັບເອົາເຂົ້າຈີ່ເຈັດກ້ອນກັບປາ, ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວກໍຫັກຍື່ນໃຫ້ພວກສາວົກ ແລະພວກສາວົກກໍຢາຍໃຫ້ແກ່ປະຊາຊົນ. |
|
| 37 |
|
| ທຸກຄົນຕ່າງກໍກິນອີ່ມ ສ່ວນອາຫານທີ່ເຫຼືອ ພວກເພິ່ນເກັບໄດ້ເຈັດກະບຸງເຕັມ. |
|
| 38 |
|
| ຈຳນວນປະຊາຊົນທີ່ໄດ້ຮັບກິນນັ້ນ ມີຜູ້ຊາຍສີ່ພັນຄົນໂດຍບໍ່ໄດ້ນັບແມ່ຍິງແລະເດັກນ້ອຍ. |
|
| 39 |
|
| ແລ້ວພຣະເຢຊູເຈົ້າກໍບອກປະຊາຊົນໃຫ້ເລີກເມືອ, ສ່ວນພຣະອົງນັ້ນສະເດັດຂຶ້ນເຮືອ ແລະໄດ້ໄປສູ່ຂົງເຂດມາຄາດານ. |
|
|
|
|