|
| 1 |
|
| ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້ທີ່ເປັນນ້ອງຊາຍຂອງຢາໂກໂບຂຶ້ນໄປເທິງພູເຂົາຢູ່ທີ່ນັ້ນຕ່າງຫາກ. |
|
| 2 |
|
| ພວກສາວົກເຫັນພຣະກາຍຂອງພຣະອົງປ່ຽນແປງໄປຕໍ່ໜ້າພວກເພິ່ນຄື ໜ້າຂອງພຣະອົງສ່ອງແສງດັ່ງຕາເວັນ ແລະເຄື່ອງນຸ່ງຂອງພຣະອົງກໍຂາວຜ່ອງເຫຼື້ອມເໝືອນແສງສະຫວ່າງກ້າ. |
|
| 3 |
|
| ແລ້ວສາວົກທັງສາມກໍເຫັນໂມເຊ ແລະ ເອລີຢາກຳລັງສົນທະນາຢູ່ກັບພຣະອົງ. |
|
| 4 |
|
| ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຊ່າງເປັນການດີແທ້ໆ ທີ່ພວກຂ້ານ້ອຍຢູ່ບ່ອນນີ້ ຖ້າພຣະອົງຕ້ອງການໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນຄື ຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະຫລັງໜຶ່ງສຳລັບເອລີຢາ.” |
|
| 5 |
|
| ຂະນະທີ່ເປໂຕເວົ້າຍັງບໍ່ສຸດຄຳກໍມີກ້ອນເມກອັນແຈ່ມໃສລອຍມາປົກຄຸມພວກເພິ່ນໄວ້ ແລະມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫຼະ ເປັນບຸດທີ່ຮັກຂອງເຮົາ ຊຶ່ງເຮົາພໍໃຈຫລາຍ. ຈົ່ງຟັງເພິ່ນ.” |
|
| 6 |
|
| ເມື່ອພວກສາວົກໄດ້ຍິນສຽງນັ້ນ ກໍສະທ້ານຢ້ານກົວຫລາຍ ຈຶ່ງໝູບໜ້າຢູ່ກັບພື້ນດິນ. |
|
| 7 |
|
| ພຣະເຢຊູເຈົ້າມາຫາແລະຈັບບາຍພວກເພິ່ນ ພຣະອົງກ່າວວ່າ, “ຈົ່ງລຸກຂຶ້ນ ຢ່າສູ່ຢ້ານ.” |
|
| 8 |
|
| ເມື່ອພວກເພິ່ນມືນຕາຂຶ້ນ ແລະບໍ່ເຫັນມີຜູ້ໃດໃນທີ່ນັ້ນ ນອກຈາກພຣະເຢຊູເຈົ້າ. |
|
| 9 |
|
| ໃນເວລາທີ່ກຳລັງລົງມາແຕ່ພູເຂົາ ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເພິ່ນວ່າ, “ຢ່າສູ່ບອກນິມິດທີ່ພວກເຈົ້າເຫັນນີ້ໃຫ້ຜູ້ໃດຮູ້ ຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ.” |
|
| 10 |
|
| ພວກສາວົກຖາມພຣະອົງວ່າ, “ເຫດໃດພວກທຳມະຈານຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?” |
|
| 11 |
|
| ພຣະອົງຕອບວ່າ, “ຈິງແທ້ ເອລີຢາຕ້ອງມາກ່ອນ ເພື່ອຈັດແຈງທຸກສິ່ງໃຫ້ພ້ອມ. |
|
| 12 |
|
| ແຕ່ຝ່າຍເຮົາບອກພວກເຈົ້າວ່າ ເອລີຢາໄດ້ມາແລ້ວ ແລະປະຊາຊົນບໍ່ຮູ້ຈັກເພິ່ນ, ແຕ່ພວກເຂົາໄດ້ເຮັດກັບເພິ່ນຕາມໃຈມັກ, ສ່ວນບຸດມະນຸດກໍຈະຕ້ອງທົນທຸກທໍລະມານດ້ວຍມືຂອງພວກເຂົາເໝືອນກັນ.” |
|
| 13 |
|
| ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງກຳລັງກ່າວແກ່ພວກເພິ່ນເຖິງໂຢຮັນບັບຕິສະໂຕ. |
|
| 14 |
|
| ເມື່ອພວກເພິ່ນກັບຄືນມາບ່ອນທີ່ມີປະຊາຊົນແລ້ວ, ຊາຍຄົນໜຶ່ງກໍມາຫາພຣະເຢຊູເຈົ້າ ຄຸເຂົ່າລົງຕໍ່ໜ້າພຣະອົງ, |
|
| 15 |
|
| ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຂໍໂຜດເມດຕາລູກຊາຍຂອງຂ້ານ້ອຍແດ່ທ້ອນ, ລາວເປັນບ້າໝູ ແລະອາການປ່ວງບ້າເຊັ່ນນີ້ ເຮັດໃຫ້ລາວມີຄວາມທຸກລຳບາກຫລາຍ ຈົນໂດດໃສ່ໄຟ ແລະໂຕນລົງນໍ້າເລື້ອຍໆ, |
|
| 16 |
|
| ຂ້ານ້ອຍໄດ້ນຳລາວມາຫາພວກສາວົກຂອງທ່ານແລ້ວ, ແຕ່ພວກເພິ່ນບໍ່ສາມາດເຮັດໃຫ້ຫາຍດີໄດ້.” |
|
| 17 |
|
| ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນນານປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກມາຫາເຮົາເບິ່ງດູ.” |
|
| 18 |
|
| ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນກໍອອກໄປຈາກເດັກຊາຍ, ໃນທັນໃດນັ້ນ ເດັກຊາຍກໍດີເປັນປົກກະຕິ. |
|
| 19 |
|
| ແລ້ວພວກສາວົກກໍມາຫາພຣະເຢຊູເຈົ້າເປັນການສ່ວນຕົວ ແລະຖາມພຣະອົງວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍຈຶ່ງຂັບໄລ່ຜີມານຮ້າຍອອກບໍ່ໄດ້?” |
|
| 20 |
|
| ພຣະອົງຕອບວ່າ, “ເພາະພວກເຈົ້າມີຄວາມເຊື່ອໜ້ອຍ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າພວກເຈົ້າມີຄວາມເຊື່ອທໍ່ເມັດຜັກກາດ ພວກເຈົ້າກໍຈະສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ,’ ແລະມັນກໍຈະເຄື່ອນໄປ. ບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.” [ |
|
| 21 |
|
| “ແຕ່ຜີແນວນີ້ບໍ່ເຄີຍຖືກຂັບອອກ ເວັ້ນແຕ່ດ້ວຍການພາວັນນາອະທິຖານ ແລະການຖືສິນອົດອາຫານ.”] |
|
| 22 |
|
| ເມື່ອພວກສາວົກຂອງພຣະອົງມາໂຮມກັນຢູ່ແຂວງຄາລີເລ, ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເພິ່ນວ່າ, |
|
| 23 |
|
| “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ພວກເຂົາຈະຂ້າເພິ່ນ, ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຄວາມຕາຍສູ່ຊີວິດ.” ພວກສາວົກກໍມີຄວາມໂສກເສົ້າຢ່າງໜັກ. |
|
| 24 |
|
| ເມື່ອພຣະເຢຊູເຈົ້າກັບພວກສາວົກມາຮອດເມືອງກາເປນາອູມແລ້ວ ກໍມີຄົນເກັບຄ່າບຳລຸງພຣະວິຫານມາຫາເປໂຕ ແລ້ວຖາມວ່າ, “ອາຈານຂອງພວກເຈົ້າບໍ່ເສຍຄ່າບຳລຸງພຣະວິຫານບໍ?” |
|
| 25 |
|
| ເປໂຕຕອບວ່າ, “ເສຍ.” ເມື່ອເປໂຕເຂົ້າມາໃນເຮືອນ ແລ້ວພຣະເຢຊູເຈົ້າຊົງກ່າວຂຶ້ນກ່ອນໂດຍຖາມລາວວ່າ, “ຊີໂມນເອີຍ ເຈົ້າຄິດຢ່າງໃດໃນການເສຍສ່ວຍ ຫລືເສຍພາສີໃຫ້ກະສັດໃນໂລກນີ້? ເພິ່ນເກັບຈາກລູກຂອງຕົນ ຫລືເກັບຈາກຄົນອື່ນ.” |
|
| 26 |
|
| ເປໂຕຕອບວ່າ, “ເກັບຈາກຄົນອື່ນ.” ພຣະເຢຊູເຈົ້າຕອບຄືນວ່າ, “ຖ້າເປັນຢ່າງນັ້ນ ຝ່າຍລູກກໍບໍ່ຕ້ອງເສຍ. |
|
| 27 |
|
| ແຕ່ເພື່ອບໍ່ຢາກເຮັດໃຫ້ຄົນເຫຼົ່ານີ້ເສຍໃຈ, ເຈົ້າຈົ່ງໄປຕຶກເບັດທີ່ທະເລສາບເມື່ອໄດ້ປາໂຕທຳອິດແລ້ວ ໃຫ້ເຈົ້າງະປາກມັນອອກ ແລະເຈົ້າຈະພົບເງິນຫລຽນໜຶ່ງຢູ່ໃນປາກຂອງມັນ ຈົ່ງເອົາເງິນນັ້ນໄປຈ່າຍເປັນຄ່າບຳລຸງພຣະວິຫານສຳລັບເຮົາແລະເຈົ້າ.” |
|
|
|
|