Lao ພຣະຄຳພີລາວສະບັບສະໄໝໃໝ່ 2023
|
| 1 |
| ຫລັງຈາກທີ່ພຣະເຢຊູເຈົ້າໄດ້ເກີດທີ່ເບັດເລເຮັມໃນແຂວງຢູດາຍ, ໃນສະໄໝຂອງກະສັດເຮໂຣດ, ມີພວກໂຫລາຈານ ຈາກທິດຕາເວັນອອກໄດ້ມາທີ່ນະຄອນເຢຣູຊາເລັມ |
| 2 |
| ແລະ ໄດ້ຖາມວ່າ, “ຜູ້ທີ່ມາເກີດເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະ ພວກເຮົາຈຶ່ງມາເພື່ອຈະນະມັດສະການເພິ່ນ”. |
| 3 |
| ເມື່ອກະສັດເຮໂຣດໄດ້ຍິນດັ່ງນັ້ນແລ້ວກໍກັງວົນໃຈຫລາຍ ແລະ ຊາວເຢຣູຊາເລັມທຸກຄົນກໍພາກັນກັງວົນໃຈນໍາດ້ວຍ. |
| 4 |
| ເມື່ອເຮໂຣດໄດ້ເອີ້ນພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຂອງປະຊາຊົນທັງໝົດມາເຕົ້າໂຮມກັນແລ້ວ, ເພິ່ນກໍໄດ້ຖາມພວກເຂົາວ່າພຣະຄຣິດເຈົ້າ ຈະມາບັງເກີດຢູ່ທີ່ໃດ. |
| 5 |
| ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ: |
| 6 |
| “‘ສ່ວນເຈົ້າ ເບັດເລເຮັມໃນດິນແດນຢູດາຍເອີຍ, ເຈົ້າບໍ່ແມ່ນຜູ້ເລັກນ້ອຍທີ່ສຸດໃນທ່າມກາງບັນດາຜູ້ປົກຄອງຂອງຢູດາຍ, ເພາະຈະມີຜູ້ປົກຄອງຜູ້ໜຶ່ງອອກມາຈາກເຈົ້າ ຜູ້ທີ່ຈະເປັນຜູ້ລ້ຽງປະຊາຊົນຊາວອິດສະຣາເອນຂອງເຮົາ’ ”. |
| 7 |
| ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫລາຈານເຂົ້າມາພົບຢ່າງລັບໆ ແລະ ສືບຖາມພວກເຂົາເຖິງເວລາທີ່ແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ. |
| 8 |
| ແລ້ວເພິ່ນກໍໃຊ້ພວກໂຫລາຈານໄປຍັງເບັດເລເຮັມ ແລະ ສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່. ເມື່ອພວກເຈົ້າພົບເພິ່ນແລ້ວຈົ່ງບອກໃຫ້ເຮົາຮູ້ທັນທີ, ເພື່ອເຮົາຈະໄດ້ໄປນະມັດສະການເພິ່ນເໝືອນກັນ”. |
| 9 |
| ຫລັງຈາກພວກໂຫລາຈານໄດ້ຍິນຄຳສັ່ງຂອງກະສັດແລ້ວ, ພວກເຂົາກໍພາກັນເດີນທາງອອກໄປ ແລະ ດາວທີ່ພວກເຂົາໄດ້ເຫັນເມື່ອເວລາທີ່ດາວປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປຈົນໄດ້ມາຢຸດຢູ່ຊື່ບ່ອນທີ່ກຸມມານຢູ່. |
| 10 |
| ເມື່ອພວກເຂົາໄດ້ເຫັນດາວນັ້ນແລ້ວ, ພວກເຂົາກໍຊື່ນຊົມຍິນດີຫລາຍ. |
| 11 |
| ເມື່ອເຂົ້າໄປໃນເຮືອນ, ພວກເຂົາກໍໄດ້ເຫັນພຣະກຸມມານພ້ອມກັບມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບ ແລະ ນະມັດສະການເພິ່ນ. ແລ້ວພວກເຂົາກໍໄຂຫີບສົມບັດຂອງພວກເຂົາອອກມາ ແລະ ມອບຂອງຖວາຍແກ່ພຣະອົງຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ. |
| 12 |
| ແລະ ພວກເຂົາໄດ້ຮັບຄຳເຕືອນທາງຄວາມຝັນວ່າບໍ່ໃຫ້ກັບໄປຫາເຮໂຣດ, ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປປະເທດຂອງຕົນໂດຍໃຊ້ທາງເສັ້ນອື່ນ. |
| 13 |
| ເມື່ອພວກໂຫລາຈານໄດ້ຈາກໄປແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບໃນຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເດັກໜີໄປຍັງປະເທດເອຢິບ. ຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ”. |
| 14 |
| ໂຢເຊັບຈຶ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເພິ່ນເດີນທາງໄປຍັງປະເທດເອຢິບໃນເວລາກາງຄືນ |
| 15 |
| ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍ. ເຫດການທີ່ເກີດຂຶ້ນທັງໝົດນີ້ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນເອົາບຸດຂອງເຮົາອອກຈາກປະເທດເອຢິບ”. |
| 16 |
| ເມື່ອເຮໂຣດໄດ້ຮູ້ວ່າພວກໂຫລາຈານຫລອກລວງຕົນ, ເພິ່ນກໍໃຈຮ້າຍຫລາຍ ແລະ ເພິ່ນຈຶ່ງສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທັງໝົດໃນເບັດເລເຮັມ ແລະ ບໍລິເວນໃກ້ຄຽງທີ່ມີອາຍຸສອງປີລົງມາ, ເຊິ່ງສອດຄ່ອງກັບເວລາທີ່ເພິ່ນໄດ້ຮູ້ຈາກພວກໂຫລາຈານ. |
| 17 |
| ເຫດການທີ່ໄດ້ເກີດຂຶ້ນນີ້ກໍໄດ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ: |
| 18 |
| “ໄດ້ຍິນສຽງໜຶ່ງໃນບ້ານຣາມາ, ເປັນສຽງຮ້ອງໄຫ້ ແລະ ສຽງຄ່ຳຄວນ, ນາງຣາເຊັນກຳລັງຮ້ອງໄຫ້ນໍາບັນດາລູກຂອງຕົນ ແລະ ບໍ່ຍອມຮັບຄຳປອບໃຈໃດໆ, ເພາະລູກທັງຫລາຍນັ້ນຕາຍແລ້ວ”. |
| 19 |
| ຫລັງຈາກເຮໂຣດໄດ້ຕາຍແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ |
| 20 |
| ແລະ ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນກັບຄືນໄປຍັງດິນແດນອິດສະຣາເອນ, ເພາະບັນດາຜູ້ທີ່ພະຍາຍາມເອົາຊີວິດກຸມມານນັ້ນໄດ້ຕາຍແລ້ວ”. |
| 21 |
| ດັ່ງນັ້ນ, ໂຢເຊັບຈຶ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນມາຍັງດິນແດນອິດສະຣາເອນ |
| 22 |
| ແຕ່ເມື່ອລາວໄດ້ຍິນວ່າອາກເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນພໍ່, ໂຢເຊັບກໍຢ້ານທີ່ຈະໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນໃນຄວາມຝັນ, ໂຢເຊັບຈຶ່ງໄປຍັງແຂວງຄາລີເລ, |
| 23 |
| ແລະ ໄປອາໄສຢູ່ທີ່ເມືອງໜຶ່ງຊື່ວ່ານາຊາເຣັດ. ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງບັນດາຜູ້ທຳນວາຍວ່າ, “ທ່ານຈະຖືກເອີ້ນວ່າ: ໄທນາຊາເຣັດ”. |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/laolcv/matthew/002.mp3
28
2