|
| 1 |
|
| ເມື່ອພຣະເຢຊູເຈົ້າກັບພວກສາວົກເຂົ້າໄປໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານເບັດຟາເຄ ທີ່ພູເຂົາໝາກກອກເທດ ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ |
|
| 2 |
|
| ໂດຍສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປທີ່ບ້ານຂ້າງໜ້ານັ້ນ ແລະເມື່ອໄປຮອດ ພວກເຈົ້າກໍຈະພົບລໍແມ່ໂຕໜຶ່ງຖືກມັດຢູ່ກັບລູກຂອງມັນ ຈົ່ງແກ້ມັນອອກແລະຈູງມາຫາເຮົາ. |
|
| 3 |
|
| ຖ້າມີຜູ້ໃດເວົ້າສິ່ງໃດ ຈົ່ງບອກຜູ້ນັ້ນວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວລາວກໍຈະປ່ອຍໃຫ້ທັນທີ.” |
|
| 4 |
|
| ເຫດການໄດ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍກ່າວໄວ້ວ່າ, |
|
| 5 |
|
| “ຈົ່ງກ່າວບອກປະຊາຊົນ ນະຄອນຊີໂອນວ່າ, ‘ເບິ່ງແມ! ກະສັດຂອງເຈົ້າກຳລັງ ສະເດັດມາຫາເຈົ້າ ເພິ່ນເປັນຜູ້ໃຈອ່ອນສຸພາບ ແລະນັ່ງເທິງຫລັງລໍ ຄືນັ່ງເທິງຫລັງລໍນ້ອຍ ລູກສັດໃຊ້ໂຕໜຶ່ງ.”’ |
|
| 6 |
|
| ສາວົກທັງສອງຈຶ່ງໄປເຮັດຕາມທີ່ພຣະເຢຊູເຈົ້າສັ່ງ. |
|
| 7 |
|
| ພວກເພິ່ນຈູງລໍແມ່ແລະລູກຂອງມັນມາ ເອົາເສື້ອຜ້າຂອງພວກຕົນປົກຫລັງມັນ ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່. |
|
| 8 |
|
| ແລ້ວປະຊາຊົນຕ່າງກໍວາງເສື້ອຜ້າຂອງຕົນປູຕາມທາງ ບາງຄົນຕັດຟົດໄມ້ມາປູຕາມທາງ. |
|
| 9 |
|
| ປະຊາຊົນທີ່ຍ່າງໄປທາງຫລັງພຣະອົງຮ້ອງຂຶ້ນວ່າ, “ໂຮຊັນນາ ແດ່ບຸດຂອງດາວິດ ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ ໂຮຊັນນາໃນທີ່ສູງສຸດ.” |
|
| 10 |
|
| ເມື່ອພຣະເຢຊູເຈົ້າເຂົ້າໄປນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງນະຄອນກໍແຕກຕື່ນ ແລະຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?” |
|
| 11 |
|
| ປະຊາຊົນຕອບວ່າ, “ຄົນນີ້ແມ່ນພຣະເຢຊູເຈົ້າ ຜູ້ທຳນວາຍທີ່ມາຈາກເມືອງນາຊາເຣັດ ແຂວງຄາລີເລ.” |
|
| 12 |
|
| ແລ້ວພຣະເຢຊູເຈົ້າກໍເຂົ້າໄປໃນພຣະວິຫານ ແລະຂັບໄລ່ບັນດາຄົນຊື້ຂາຍໃນທີ່ນັ້ນອອກໄປ ແລະຂວໍ້າໂຕະຂອງຄົນແລກປ່ຽນເງິນກັບບ່ອນນັ່ງຂອງຄົນຂາຍນົກເຂົາ. |
|
| 13 |
|
| ແລ້ວພຣະອົງກໍກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ ສະຖານທີ່ແຫ່ງການໄຫວ້ວອນ,’ ແຕ່ພວກເຈົ້າໄດ້ເຮັດໃຫ້ເປັນຖໍ້າຂອງໂຈນ.” |
|
| 14 |
|
| ແລ້ວຄົນຕາບອດ ແລະຄົນຂາພິການກໍມາຫາພຣະເຢຊູເຈົ້າໃນພຣະວິຫານ ແລະ ພຣະອົງກໍຊົງໂຜດພວກເຂົາໃຫ້ຫາຍດີ. |
|
| 15 |
|
| ພວກຫົວໜ້າປະໂຣຫິດກັບພວກທຳມະຈານຈຶ່ງຂັດເຄືອງໃຈ ເມື່ອໄດ້ເຫັນສິ່ງທີ່ອັດສະຈັນ ຊຶ່ງພຣະອົງຊົງກະທຳ ແລະໄດ້ຍິນພວກເດັກນ້ອຍຮ້ອງໃນພຣະວິຫານວ່າ, “ໂຮຊັນນາແດ່ບຸດດາວິດ.” |
|
| 16 |
|
| ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າໄດ້ຍິນຄຳທີ່ພວກເຂົາກຳລັງຮ້ອງນັ້ນບໍ?” ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານຈັກເທື່ອບໍໃນຄຳທີ່ວ່າ, ‘ພຣະອົງຊົງຈັດໃຫ້ຄຳສັນລະເສີນອັນແທ້ຈິງ ອອກມາຈາກປາກຂອງເດັກນ້ອຍອ່ອນ ແລະຜູ້ທີ່ຍັງກິນນໍ້ານົມຢູ່.”’ |
|
| 17 |
|
| ແລ້ວພຣະເຢຊູເຈົ້າກໍສະເດັດຈາກພວກເຂົາ ອອກຈາກເມືອງໄປຍັງບ້ານເບັດທານີ ເພື່ອພັກນອນຢູ່ທີ່ນັ້ນ. |
|
| 18 |
|
| ແຕ່ເຊົ້າຂອງວັນຕໍ່ມາ ຂະນະທີ່ພຣະເຢຊູເຈົ້າສະເດັດຄືນເຂົ້າໄປໃນນະຄອນ ພຣະອົງຊົງຫິວອາຫານ. |
|
| 19 |
|
| ເມື່ອພຣະອົງເຫັນຕົ້ນເດື່ອເທດກົກໜຶ່ງ ຢູ່ແຄມທາງຈຶ່ງຍ່າງໄປທີ່ຕົ້ນໄມ້ນັ້ນ ແລະເຫັນວ່າບໍ່ມີໝາກ ມີແຕ່ໃບເທົ່ານັ້ນ. ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຕົ້ນເດື່ອເທດວ່າ, “ມຶງຢ່າໄດ້ເກີດໝາກອີກຕໍ່ໄປຈັກເທື່ອ” ໃນທັນໃດນັ້ນ ຕົ້ນເດື່ອເທດກໍຫ່ຽວແຫ້ງລົງ. |
|
| 20 |
|
| ເມື່ອພວກສາວົກເຫັນເຊັ່ນນີ້ ກໍປະຫລາດໃຈພວກເພິ່ນເວົ້າວ່າ, “ດ້ວຍເຫດໃດໜໍ ຕົ້ນເດື່ອເທດຈຶ່ງຫ່ຽວແຫ້ງຕາຍໃນທັນທີ?” |
|
| 21 |
|
| ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າພວກເຈົ້າມີຄວາມເຊື່ອ ແລະບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນເດື່ອເທດນີ້ໄດ້ ເໝືອນດັ່ງທີ່ເຮົາໄດ້ເຮັດ ບໍ່ພຽງເທົ່ານັ້ນ ພວກເຈົ້າຈະສາມາດສັ່ງແມ່ນແຕ່ພູເຂົາໜ່ວຍນີ້ວ່າ ‘ຈົ່ງເຈື່ອນລົງໄປສູ່ທະເລ’ ກໍຈະເປັນໄປຕາມນັ້ນ. |
|
| 22 |
|
| ຖ້າພວກເຈົ້າມີຄວາມເຊື່ອ ພວກເຈົ້າກໍຈະໄດ້ຮັບຕາມທີ່ພາວັນນາອະທິຖານຂໍໃນສິ່ງນັ້ນ.” |
|
| 23 |
|
| ເມື່ອພຣະເຢຊູເຈົ້າເຂົ້າໄປໃນພຣະວິຫານ, ໃນຂະນະທີ່ກຳລັງສັ່ງສອນຢູ່ນັ້ນ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ ກໍມາຫາພຣະອົງ ແລະຖາມວ່າ, “ເຈົ້າມີສິດຫຍັງທີ່ເຮັດການເຫຼົ່ານີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?” |
|
| 24 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າພຽງຂໍ້ດຽວ ແລະຖ້າພວກເຈົ້າໃຫ້ຄຳຕອບແກ່ເຮົາ, ເຮົາກໍຈະບອກພວກເຈົ້າວ່າ ດ້ວຍສິດອັນໃດທີ່ເຮົາເຮັດການເຫຼົ່ານີ້. |
|
| 25 |
|
| ຄືຜູ້ໃດໃຫ້ສິດແກ່ໂຢຮັນເພື່ອໃຫ້ຮັບບັບຕິສະມາ ພຣະເຈົ້າໃຫ້ຫລືວ່າມະນຸດໃຫ້?” ພວກເຂົາຈຶ່ງໄດ້ປຶກສາກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ ‘ພຣະເຈົ້າໃຫ້’ ລາວກໍຈະຖາມວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ |
|
| 26 |
|
| ແຕ່ຖ້າພວກເຮົາຕອບວ່າ, ‘ມະນຸດໃຫ້’ ພວກເຮົາກໍຢ້ານປະຊາຊົນ ເພາະທຸກຄົນເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.” |
|
| 27 |
|
| ສະນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະອົງກໍຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ດ້ວຍສິດຫຍັງເຮົາຈຶ່ງເຮັດການເຫຼົ່ານີ້.” |
|
| 28 |
|
| “ແຕ່ພວກເຈົ້າຄິດຢ່າງໃດກ່ຽວກັບເລື່ອງນີ້? ຊາຍຜູ້ໜຶ່ງມີລູກຊາຍສອງຄົນ ລາວໄປຫາລູກກົກ ແລະສັ່ງວ່າ, ‘ລູກເອີຍ ວັນນີ້ເຈົ້າຈົ່ງໄປເຮັດວຽກໃນສວນອະງຸ່ນເດີ.’ |
|
| 29 |
|
| ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ຕໍ່ມາ ເຂົາເລີຍປ່ຽນໃຈແລ້ວກໍໄປ. |
|
| 30 |
|
| ແລ້ວພໍ່ກໍໄປຫາລູກຊາຍຜູ້ທີສອງ ແລະສັ່ງຢ່າງດຽວກັນ ລູກຂອງລາວຕອບວ່າ, ‘ເຈົ້າ ລູກຈະໄປ’, ແຕ່ເຂົາບໍ່ໄປ. |
|
| 31 |
|
| ໃນລູກສອງຄົນນີ້ຜູ້ໃດເຮັດຕາມໃຈຂອງພໍ່?” ພວກເຂົາຕອບວ່າ, “ແມ່ນລູກກົກ.” ພຣະເຢຊູເຈົ້າຈຶ່ງກ່າວຕໍ່ພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຄົນເກັບພາສີແລະຍິງໂສເພນີ ກຳລັງເຂົ້າໄປໃນອານາຈັກຂອງພຣະເຈົ້າກ່ອນພວກເຈົ້າ. |
|
| 32 |
|
| ເພາະໂຢຮັນບັບຕິສະໂຕໄດ້ມາຊີ້ບອກທາງທີ່ຖືກຕ້ອງໃຫ້ພວກເຈົ້າ ແລະພວກເຈົ້າບໍ່ເຊື່ອເພິ່ນ, ສ່ວນຄົນເກັບພາສີແລະຍິງໂສເພນີໄດ້ເຊື່ອເພິ່ນ, ຝ່າຍພວກເຈົ້າເຖິງແມ່ນໄດ້ເຫັນດັ່ງນີ້ແລ້ວກໍຕາມ, ແຕ່ພາຍລຸນມາພວກເຈົ້າກໍບໍ່ກັບໃຈ ແລະເຊື່ອເພິ່ນ.” |
|
| 33 |
|
| “ຈົ່ງຟັງຄຳອຸປະມາເລື່ອງໜຶ່ງອີກ ມີຄົນໜຶ່ງທີ່ເຮັດສວນອະງຸ່ນ ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ຢຽບໝາກອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້. ເພິ່ນໄດ້ເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍອອກໄປຈາກທີ່ນັ້ນ. |
|
| 34 |
|
| ພໍເຖິງລະດູເກັບກ່ຽວມາ ເພິ່ນກໍໃຊ້ບັນດາຜູ້ຮັບໃຊ້ຂອງຕົນໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຂອງຕົນ. |
|
| 35 |
|
| ແຕ່ພວກຄົນເຊົ່າສວນນັ້ນ ໄດ້ຈັບພວກຜູ້ຮັບໃຊ້ຂອງເພິ່ນ, ຂ້ຽນຕີຜູ້ໜຶ່ງ, ຂ້າຜູ້ໜຶ່ງ ແລະເອົາຫີນແກວ່ງໃສ່ຜູ້ໜຶ່ງ. |
|
| 36 |
|
| ເຈົ້າຂອງສວນໄດ້ໃຊ້ຜູ້ຮັບໃຊ້ຄົນອື່ນໆໄປອີກ ເປັນຈຳນວນຫລວງຫລາຍກວ່າຄັ້ງທຳອິດ, ແຕ່ພວກຄົນເຊົ່າສວນກໍເຮັດຕໍ່ຄົນເຫຼົ່ານັ້ນເຊັ່ນດຽວກັນ. |
|
| 37 |
|
| ໃນທີ່ສຸດເພິ່ນຈຶ່ງໃຊ້ລູກຊາຍຂອງຕົນ ໄປຫາພວກເຂົາໂດຍຄິດວ່າ ‘ພວກເຂົາຄົງຈະໃຫ້ຄວາມນັບຖືແກ່ລູກຊາຍຂອງເຮົາຢ່າງແນ່ນອນ.’ |
|
| 38 |
|
| ແຕ່ເມື່ອຄົນເຊົ່າສວນເຫຼົ່ານັ້ນ ເຫັນລູກຊາຍຂອງເພິ່ນ ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, ‘ຄົນນີ້ແຫຼະ ເປັນເຈົ້າຂອງມໍຣະດົກ ຈົ່ງຂ້າມັນເສຍ ແລ້ວພວກເຮົາກໍຈະໄດ້ມໍຣະດົກຂອງມັນ’ |
|
| 39 |
|
| ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນຖິ້ມອອກໄປນອກສວນແລ້ວຂ້າເສຍ. |
|
| 40 |
|
| ເຫດສະນັ້ນ ເມື່ອເຈົ້າຂອງສວນອະງຸ່ນມາ ເພິ່ນຈະເຮັດຢ່າງໃດຕໍ່ຄົນເຊົ່າສວນເຫຼົ່ານັ້ນ?” |
|
| 41 |
|
| ພວກເຂົາຕອບວ່າ, “ເພິ່ນຈະຕ້ອງລົງໂທດຄົນຊົ່ວເຫຼົ່ານັ້ນຢ່າງຮ້າຍແຮງ ແລະຂ້າຖິ້ມເສຍ, ແລ້ວຍົກສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ ຄືຜູ້ຈະນຳຜົນທີ່ເກັບໄດ້ ມາໃຫ້ເພິ່ນຖືກຕ້ອງຕາມລະດູການ.” |
|
| 42 |
|
| ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີບໍ? ໃນຕອນທີ່ກ່າວວ່າ, ‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ ເພາະຖືວ່າໄຮ້ຄ່າ ກໍກາຍເປັນຫີນເສົາເອກ ສຳຄັນກວ່າໝູ່ໝົດ. ເລື່ອງນີ້ມາຈາກອົງພຣະຜູ້ເປັນເຈົ້າ ຜູ້ຊຶ່ງເປັນການປະຫລາດ ແກ່ຕາຂອງພວກເຮົາ.”’ |
|
| 43 |
|
| ເພາະສະນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ, “ຣາຊອານາຈັກຂອງພຣະເຈົ້າຈະຖືກຍົກໜີໄປຈາກພວກເຈົ້າ ແລະມອບໃຫ້ແກ່ຊົນຊາດໜຶ່ງ ຊຶ່ງຈະໃຫ້ຜົນດີສົມກັບຊົນຊາດນັ້ນ. [ |
|
| 44 |
|
| ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກໝຸ່ນໄປ.”] |
|
| 45 |
|
| ເມື່ອພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ໄດ້ຍິນຄຳອຸປະມານີ້ ກໍຮູ້ໄດ້ວ່າພຣະອົງເວົ້າເຖິງພວກເຂົາ, |
|
| 46 |
|
| ດັ່ງນັ້ນ ພວກເຂົາຈຶ່ງພະຍາຍາມຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະເຢຊູເຈົ້າເປັນຜູ້ທຳນວາຍ. |
|
|
|
|