Lao ພຣະຄຳພີສັກສິ 2012
|
| 1 |
| ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ໃຊ້ຄຳອຸປະມາກ່າວກັບປະຊາຊົນວ່າ, |
| 2 |
| “ຣາຊອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງ ຕຽມງານກິນລ້ຽງເນື່ອງໃນພິທີສົມຣົດລູກຊາຍຂອງຕົນ. |
| 3 |
| ເພິ່ນໄດ້ໃຊ້ບັນດາຜູ້ຮັບໃຊ້ໄປເອີ້ນພວກທີ່ຖືກເຊີນໃຫ້ມາໃນງານ, ແຕ່ພວກທີ່ຖືກເຊີນນັ້ນບໍ່ຢາກມາ. |
| 4 |
| ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ພວກອື່ນອີກອອກໄປໂດຍສັ່ງວ່າ, ‘ຈົ່ງບອກພວກທີ່ຖືກເຊີນວ່າ ບັດນີ້ ງານກິນລ້ຽງຂອງເຮົາກໍຈັດຕຽມໄວ້ພ້ອມແລ້ວ ງົວເຖິກແລະສັດທີ່ຕຸ້ຍພີດີງາມກໍມີຄົນຂ້າໄວ້ແລ້ວ ແລະທຸກສິ່ງກໍຕຽມໄວ້ພ້ອມແລ້ວ, ຈົ່ງມາຮ່ວມງານສົມຣົດນີ້ເຖີດ’, |
| 5 |
| ແຕ່ພວກທີ່ຖືກເຊີນບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ ແລະສົນໃຈນຳແຕ່ທຸລະກິດຂອງຕົນ ຄົນໜຶ່ງໄປໄຮ່ໄປນາຂອງຕົນ, ອີກຄົນໜຶ່ງໄປເຮັດຄ້າຂາຍຂອງຕົນ, |
| 6 |
| ສ່ວນຄົນອື່ນໆອີກກໍຈັບພວກຮັບໃຊ້ມາຂ້ຽນຕີ ແລະຂ້າເຂົາເສຍ. |
| 7 |
| ກະສັດໂກດຮ້າຍຫລາຍ, ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກອງທະຫານຂອງຕົນອອກໄປຂ້າຄາດຕະກອນພວກນັ້ນ ແລະຈູດເມືອງຂອງພວກເຂົາ. |
| 8 |
| ແລ້ວເພິ່ນກໍເອີ້ນບັນດາຜູ້ຮັບໃຊ້ຂອງຕົນມາ ແລະກ່າວແກ່ພວກເຂົາວ່າ, ‘ງານກິນລ້ຽງສົມຣົດຂອງເຮົາກໍພ້ອມແລ້ວ, ແຕ່ຄົນທີ່ຖືກເຊີນນັ້ນບໍ່ສົມກັບງານນີ້. |
| 9 |
| ບັດນີ້ ຈົ່ງອອກໄປຖະໜົນໃຫຍ່ບ່ອນທາງແຍກ ແລະເຊີນທຸກຄົນທີ່ພວກເຈົ້າພົບໃຫ້ມາຮ່ວມໃນງານນີ້.’ |
| 10 |
| ສະນັ້ນ ພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ ແລະຮວບຮວມເອົາຄົນທັງຫລາຍ ບໍ່ວ່າດີຫລືຊົ່ວທີ່ພວກເຂົາໄດ້ພົບ ແລະຫ້ອງທີ່ຈັດໄວ້ສຳລັບງານສົມຣົດນັ້ນກໍເຕັມໄປດ້ວຍແຂກຄົນ. |
| 11 |
| ດັ່ງນັ້ນ ກະສັດຈຶ່ງເຂົ້າໄປເລາະລຽບເບິ່ງບັນດາແຂກຄົນທີ່ມາໃນງານ ແລະເຫັນຊາຍຜູ້ໜຶ່ງທີ່ບໍ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດ. |
| 12 |
| ກະສັດຈຶ່ງຖາມລາວວ່າ, ‘ສະຫາຍເອີຍ ເຫດໃດເຈົ້າຈຶ່ງເຂົ້າມາທີ່ນີ້ ໂດຍບໍ່ນຸ່ງເຄື່ອງສຳລັບພິທີງານສົມຣົດ?’ ແຕ່ຜູ້ນັ້ນບໍ່ຕອບປະການໃດເລີຍ. |
| 13 |
| ແລ້ວກະສັດກໍບອກພວກຜູ້ຮັບໃຊ້ວ່າ, ‘ຈົ່ງມັດມືແລະຕີນຂອງມັນໄວ້ ແລະໂຍນມັນຖິ້ມອອກໄປຂ້າງນອກທີ່ມືດໆ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ.”’ |
| 14 |
| “ດ້ວຍວ່າມີຫລາຍຄົນຖືກເຊີນມາ ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.” |
| 15 |
| ເມື່ອນັ້ນ ພວກຟາຣີຊາຍໄດ້ໄປປະຊຸມປຶກສາກັນວາງແຜນ ເພື່ອຈັບຜິດພຣະເຢຊູເຈົ້າໃນເລື່ອງໃດເລື່ອງໜຶ່ງ. |
| 16 |
| ແລ້ວພວກເຂົາກໍໃຊ້ພວກສິດຂອງພວກຕົນ ພ້ອມກັບພັກພວກຂອງເຮໂຣດບາງຄົນ ໄປເວົ້າກັບພຣະອົງວ່າ, “ອາຈານເອີຍ ພວກເຮົາຮູ້ວ່າທ່ານເປັນຜູ້ສັດຊື່ ແລະທ່ານສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າ ໂດຍບໍ່ໄດ້ເອົາໃຈຜູ້ໃດ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ. |
| 17 |
| ດັ່ງນັ້ນ ຈົ່ງບອກພວກເຮົາແດ່ວ່າ ທ່ານຄິດຢ່າງໃດກ່ຽວກັບເລື່ອງນີ້? ເປັນການສົມຄວນຫລືບໍ່ ທີ່ເສຍພາສີໃຫ້ກາຍຊາ?” |
| 18 |
| ແຕ່ພຣະເຢຊູເຈົ້າຮູ້ເຈດຕະນາຊົ່ວຮ້າຍຂອງພວກເຂົາຈຶ່ງກ່າວວ່າ, “ຄົນໜ້າຊື່ໃຈຄົດເອີຍ ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງເຮົາ? |
| 19 |
| ຈົ່ງເອົາເງິນຫລຽນທີ່ໃຊ້ເສຍພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ພວກເຂົາຈຶ່ງນຳເອົາເງິນຫລຽນໜຶ່ງມາໃຫ້ພຣະອົງ |
| 20 |
| ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບແລະຄຳຈາລຶກນີ້ ເປັນຂອງຜູ້ໃດ?” |
| 21 |
| ພວກເຂົາຕອບວ່າ, “ເປັນຂອງກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍໃຫ້ແກ່ພຣະເຈົ້າ.” |
| 22 |
| ເມື່ອພວກເຂົາໄດ້ຍິນເຊັ່ນນີ້ແລ້ວ ກໍປະຫລາດໃຈຫລາຍຈຶ່ງໜີໄປຈາກພຣະອົງ. |
| 23 |
| ໃນວັນດຽວກັນນັ້ນ ພວກຊາດູກາຍບາງຄົນກໍມາຫາພຣະເຢຊູເຈົ້າ ພວກນີ້ຖືວ່າມະນຸດຈະບໍ່ເປັນຄືນມາຈາກຕາຍ, ພວກເຂົາຖາມພຣະອົງວ່າ, |
| 24 |
| “ອາຈານເອີຍ, ໂມເຊໄດ້ກ່າວວ່າ, ຖ້າຊາຍຄົນໜຶ່ງຕາຍໄປໂດຍຍັງບໍ່ມີລູກນຳເມຍຂອງຕົນ ຕ້ອງໃຫ້ນ້ອງຊາຍຂອງຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ. |
| 25 |
| ບັດນີ້ ຍັງມີເຈັດອ້າຍນ້ອງທີ່ຢູ່ທ່າມກາງພວກເຮົາ, ອ້າຍກົກແຕ່ງງານແລ້ວ ແລະໄດ້ຕາຍໄປເມື່ອຍັງບໍ່ມີລູກ, ດັ່ງນັ້ນ ລາວກໍປະເມຍທີ່ເປັນໝ້າຍໄວ້ໃຫ້ນ້ອງຊາຍຂອງຕົນ. |
| 26 |
| ເຫດການເຊັ່ນດຽວກັນນີ້ ໄດ້ເກີດຂຶ້ນກັບນ້ອງຊາຍຜູ້ທີສອງ, ນ້ອງຊາຍຜູ້ທີສາມ ແລະຈົນເຖິງຜູ້ທີເຈັດ. |
| 27 |
| ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ. |
| 28 |
| ດັ່ງນັ້ນ ໃນວັນທີ່ມະນຸດເປັນຄືນມາຈາກຕາຍນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດໃນຊາຍເຈັດຄົນນີ້? ເພາະພວກເຂົາທັງເຈັດໄດ້ເປັນຜົວຂອງນາງ.” |
| 29 |
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຫລົງຜິດແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດເດດອຳນາດຂອງພຣະເຈົ້າ. |
| 30 |
| ເພາະເມື່ອມະນຸດເປັນຄືນມານັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມຍກັນອີກ ແຕ່ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ. |
| 31 |
| ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານຖ້ອຍຄຳທີ່ພຣະເຈົ້າບອກພວກເຈົ້າຈັກເທື່ອບໍ? ພຣະອົງຊົງກ່າວວ່າ, |
| 32 |
| ‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ ເປັນພຣະເຈົ້າຂອງອີຊາກ ແລະເປັນພຣະເຈົ້າຂອງຢາໂຄບ.’ ພຣະອົງແມ່ນພຣະເຈົ້າຂອງຄົນເປັນ ບໍ່ແມ່ນພຣະເຈົ້າຂອງຄົນຕາຍ.” |
| 33 |
| ເມື່ອປະຊາຊົນໄດ້ຍິນເລື່ອງນີ້ແລ້ວ ກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ. |
| 34 |
| ເມື່ອພວກຟາຣີຊາຍໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າຕອບພວກຊາດູກາຍຈົນພວກເຂົາມິດຢູ່ ພວກເຂົາກໍພາກັນມາເປັນໝູ່ |
| 35 |
| ແລະຄົນໜຶ່ງໃນພວກເຂົາທີ່ເປັນທຳມະຈານກໍທົດລອງພຣະອົງ |
| 36 |
| ໂດຍຖາມວ່າ, “ອາຈານເອີຍ ໃນກົດບັນຍັດແມ່ນຂໍ້ໃດ ທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?” |
| 37 |
| ພຣະເຢຊູເຈົ້າຊົງຕອບວ່າ, “‘ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄິດຂອງເຈົ້າ.’ |
| 38 |
| ນັ້ນແຫຼະ ແມ່ນກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ. |
| 39 |
| ຂໍ້ທີສອງກໍເໝືອນກັນຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ |
| 40 |
| ກົດບັນຍັດທັງໝົດ ແລະບັນດາຖ້ອຍຄຳຂອງພວກຜູ້ທຳນວາຍ ກໍຂຶ້ນກັບກົດບັນຍັດສອງຂໍ້ນີ້ແຫຼະ.” |
| 41 |
| ໃນຂະນະທີ່ພວກຟາຣີຊາຍຍັງເຕົ້າໂຮມກັນເປັນໝູ່ນັ້ນ ພຣະເຢຊູເຈົ້າຖາມພວກເຂົາວ່າ, |
| 42 |
| “ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດ? ເພິ່ນເປັນເຊື້ອສາຍຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນເຊື້ອສາຍຂອງດາວິດ.” |
| 43 |
| ພຣະອົງຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍຣິສຸດເຈົ້າ ຈຶ່ງດົນໃຈດາວິດໃຫ້ເອີ້ນພຣະຄຣິດວ່າ ‘ພຣະອົງເຈົ້າ?’ ດາວິດໄດ້ເວົ້າວ່າ, |
| 44 |
| ‘ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູຂອງເຈົ້າ ໃຫ້ຢູ່ໃຕ້ຕີນຂອງເຈົ້າ.’ |
| 45 |
| ດັ່ງນັ້ນ ຖ້າດາວິດເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ?” |
| 46 |
| ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ ແລະນັບແຕ່ວັນນັ້ນມາ ກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ. |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/matthew/022.mp3
28
22