|
| 1 |
|
| “ເມື່ອນັ້ນ ອານາຈັກສະຫວັນປຽບເໝືອນຍິງສາວບໍຣິສຸດສິບຄົນ ທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ. |
|
| 2 |
|
| ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະອີກຫ້າຄົນເປັນຄົນສະຫລາດ. |
|
| 3 |
|
| ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານໍ້າມັນໄປເພື່ອ, |
|
| 4 |
|
| ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ ແລະເອົານໍ້າມັນໃສ່ແກ້ວໄປເພື່ອ. |
|
| 5 |
|
| ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະຫລັບໄປ. |
|
| 6 |
|
| ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ‘ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.’ |
|
| 7 |
|
| ຍິງສາວທຸກຄົນຈຶ່ງລຸກຂຶ້ນ ແລະຈັດຕຽມໂຄມໄຟຂອງຕົນ. |
|
| 8 |
|
| ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ‘ຂໍປັນນໍ້າມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.’ |
|
| 9 |
|
| ແຕ່ພວກຄົນສະຫລາດຕອບວ່າ, ‘ບໍ່ໄດ້ດອກ ນໍ້າມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະພວກເຈົ້າ, ຈົ່ງໄປຫາຄົນຂາຍນໍ້າມັນ ແລະຊື້ເອົາສຳລັບພວກເຈົ້າສາ.’ |
|
| 10 |
|
| ແລະໃນຂະນະທີ່ພວກເຂົາອອກໄປຊື້ນໍ້າມັນນັ້ນ ເຈົ້າບ່າວກໍມາຮອດ ແລະຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະປະຕູກໍອັດ. |
|
| 11 |
|
| ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະຮ້ອງວ່າ, ‘ພຣະອົງເຈົ້າເອີຍ ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ.’ |
|
| 12 |
|
| ແຕ່ເພິ່ນໄດ້ຕອບວ່າ, ‘ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ເຮົາບໍ່ຮູ້ຈັກພວກເຈົ້າ.’ |
|
| 13 |
|
| ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າບໍ່ຮູ້ຈັກວັນຫລືໂມງນັ້ນ.” |
|
| 14 |
|
| “ແລະ ອານາຈັກສະຫວັນຍັງປຽບເໝືອນມີຊາຍຜູ້ໜຶ່ງ ທີ່ກຳລັງຈະອອກເດີນທາງໄປ ເພິ່ນຈຶ່ງເອີ້ນພວກຄົນຮັບໃຊ້ມາ ແລະໃຫ້ພວກເຂົາຮັບຜິດຊອບຊັບສິນຂອງຕົນ. |
|
| 15 |
|
| ເພິ່ນໄດ້ມອບໝາຍໃຫ້ແຕ່ລະຄົນຕາມຄວາມສາມາດຂອງໃຜລາວ ຄືຜູ້ໜຶ່ງໄດ້ຮັບເງິນຫ້າຕະລັນຕົນ ຜູ້ໜຶ່ງໄດ້ຮັບສອງຕະລັນຕົນ ແລະຜູ້ໜຶ່ງອີກໄດ້ຮັບເງິນໜຶ່ງຕະລັນຕົນ ແລ້ວເພິ່ນກໍອອກເດີນທາງໄປ. |
|
| 16 |
|
| ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ກໍໄປລົງທຶນທັນທີ ແລະໄດ້ກຳໄລເທົ່າຕົວ. |
|
| 17 |
|
| ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍໄດ້ກຳໄລເທົ່າຕົວເໝືອນກັນ. |
|
| 18 |
|
| ສ່ວນຄົນໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນໄດ້ໄປຂຸດຂຸມ ແລະເຊື່ອງເງິນຂອງນາຍໄວ້. |
|
| 19 |
|
| ຢູ່ດົນນານຕໍ່ມາ ນາຍຂອງຄົນຮັບໃຊ້ເຫຼົ່ານີ້ກໍກັບມາຄິດບັນຊີກັບພວກເຂົາ. |
|
| 20 |
|
| ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ໄດ້ເຂົ້າມາພ້ອມເງິນກຳໄລຫ້າຕະລັນຕົນຕື່ມອີກ ລາວກ່າວວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນຫ້າຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ກຳໄລຫ້າຕະລັນຕົນຕື່ມອີກ.’ |
|
| 21 |
|
| ນາຍຂອງລາວກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ |
|
| 22 |
|
| ແລ້ວຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍເຂົ້າມາເໝືອນກັນ ແລະເວົ້າວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນສອງຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ສອງຕະລັນຕົນມາຕື່ມ.’ |
|
| 23 |
|
| ນາຍຂອງລາວຈຶ່ງກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງອັນເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ |
|
| 24 |
|
| ຕໍ່ມາ ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນກໍເຂົ້າມາ ແລະເວົ້າວ່າ, ‘ນາຍເອີຍ ຂ້ານ້ອຍຮູ້ວ່າທ່ານເປັນຄົນໃຈແຂງ ທ່ານເກັບກ່ຽວຜົນໃນບ່ອນທີ່ທ່ານບໍ່ໄດ້ຫວ່ານ ທ່ານຮວບຮວມເອົາຜົນລະປູກໃນບ່ອນທີ່ທ່ານບໍ່ໄດ້ຝັດ. |
|
| 25 |
|
| ຂ້ານ້ອຍຢ້ານຈຶ່ງໄດ້ເອົາເງິນທີ່ທ່ານມອບໃຫ້ໄປຝັງດິນໄວ້. ເບິ່ງແມ! ນີ້ເດ ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ.’ |
|
| 26 |
|
| ນາຍຂອງລາວຕອບວ່າ, ‘ອ້າຍຄົນໃຊ້ຜູ້ຊົ່ວຊ້າແລະກຽດຄ້ານເອີຍ ເຈົ້າຮູ້ວ່າ ເຮົາເກັບກ່ຽວເອົາຜົນໃນບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະຮວບຮວມເອົາຜົນລະປູກໃນບ່ອນທີ່ເຮົາບໍ່ໄດ້ຝັດ?’ |
|
| 27 |
|
| ດັ່ງນັ້ນ ເຈົ້າຄວນເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ ແລ້ວເມື່ອເຮົາກັບມາກໍຈະໄດ້ເງິນນັ້ນຄືນພ້ອມກັບດອກເບ້ຍ. |
|
| 28 |
|
| ບັດນີ້ ຈົ່ງເອົາເງິນໜຶ່ງຕະລັນຕົນນຳມັນມາຄືນ ແລະມອບໃຫ້ຜູ້ທີ່ມີສິບຕະລັນຕົນ. |
|
| 29 |
|
| ເພາະທຸກຄົນທີ່ມີຢູ່ແລ້ວ ກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ ເພື່ອວ່າລາວຈະໄດ້ມີຢ່າງເຕັມບໍລິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ. |
|
| 30 |
|
| ແລະເອົາຄົນຮັບໃຊ້ຜູ້ບໍ່ມີປະໂຫຍດຜູ້ນີ້ ໂຍນຖິ້ມອອກໄປຂ້າງນອກໃນຄວາມມືດ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຢູ່.” |
|
| 31 |
|
| “ເມື່ອບຸດມະນຸດສະເດັດມາໃນສະຫງ່າຣາສີ ພ້ອມດ້ວຍຝູງເທວະດາຂອງພຣະອົງນັ້ນ ເພິ່ນຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ |
|
| 32 |
|
| ບັນດາປະຊາຊົນທຸກຊົນຊາດ ຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ, ແລ້ວພຣະອົງຈະແຍກພວກເຂົາອອກຈາກກັນ ເໝືອນກັບຄົນລ້ຽງສັດແຍກຝູງແກະອອກຈາກຝູງແບ້. |
|
| 33 |
|
| ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງພຣະອົງ, ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ. |
|
| 34 |
|
| ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາເຈົ້າຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ. |
|
| 35 |
|
| ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າພວກເຈົ້າກໍເອົາໃຫ້ເຮົາດື່ມ, ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້. |
|
| 36 |
|
| ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ, ເຮົາຢູ່ໃນຄຸກ ພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ.’ |
|
| 37 |
|
| ແລ້ວຝ່າຍພວກຜູ້ຊອບທຳ ກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າເອີຍ ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ແລະເອົາເຂົ້າໃຫ້ພຣະອົງກິນ ແລະເຫັນພຣະອົງຫິວນໍ້າ ແລະເອົານໍ້າໃຫ້ພຣະອົງດື່ມ? |
|
| 38 |
|
| ເມື່ອໃດພວກຂ້ານ້ອຍເຫັນພຣະອົງເປັນແຂກບ້ານ ແລະຮັບຕ້ອນພຣະອົງໄວ້ ຫລືເຫັນພຣະອົງເປືອຍກາຍ ແລະເອົາເຄື່ອງໃຫ້ພຣະອົງນຸ່ງຫົ່ມ? |
|
| 39 |
|
| ເມື່ອໃດພວກຂ້ານ້ອຍເຫັນພຣະອົງເຈັບປ່ວຍ ຫລືຢູ່ໃນຄຸກ ແລະໄປຢ້ຽມຢາມພຣະອົງ?’ |
|
| 40 |
|
| ຈອມກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.’ |
|
| 41 |
|
| ເມື່ອນັ້ນ ພຣະອົງກໍຈະກ່າວຕໍ່ບັນດາຜູ້ທີ່ຢູ່ເບື້ອງຊ້າຍວ່າ, ‘ຫຍັບອອກໄປໃຫ້ຫ່າງຈາກເຮົາ ພວກສູຜູ້ທີ່ຖືກສາບແຊ່ງເອີຍ ລົງໄປໃນບຶງໄຟທີ່ໄໝ້ຢູ່ຕະຫລອດໄປເປັນນິດ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບມານຮ້າຍ ແລະບໍລິວານຂອງມັນ |
|
| 42 |
|
| ເມື່ອເຮົາຫິວເຂົ້າ ພວກສູບໍ່ໄດ້ເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າ ພວກສູບໍ່ໄດ້ເອົາໃຫ້ເຮົາດື່ມ, |
|
| 43 |
|
| ເມື່ອເຮົາເປັນແຂກບ້ານ ພວກສູບໍ່ໄດ້ຮັບຕ້ອນເຮົາໄວ້ ເມື່ອເຮົາເປືອຍກາຍ ພວກສູບໍ່ໄດ້ເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເມື່ອເຮົາເຈັບປ່ວຍແລະຢູ່ໃນຄຸກ ພວກສູບໍ່ໄດ້ມາຢ້ຽມຢາມເຮົາ.’ |
|
| 44 |
|
| ແລ້ວພວກເຂົາກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າເອີຍ, ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ຫລືຫິວນໍ້າ ຫລືເປັນແຂກບ້ານ ຫລືເປືອຍກາຍ ຫລືເຈັບປ່ວຍ ຫລືຢູ່ໃນຄຸກ ແລະພວກຂ້ານ້ອຍບໍ່ໄດ້ບົວລະບັດພຣະອົງ?’ |
|
| 45 |
|
| ຈອມກະສັດຈະຕອບພວກເຂົາວ່າ, ‘ເຮົາບອກພວກສູຕາມຄວາມຈິງວ່າ ເມື່ອພວກສູບໍ່ໄດ້ເຮັດສິ່ງເຫຼົ່ານັ້ນ ແກ່ຜູ້ໜຶ່ງໃນບັນດາຜູ້ທີ່ຕໍ່າຕ້ອຍທີ່ສຸດພວກນີ້ ພວກສູກໍບໍ່ໄດ້ເຮັດແກ່ເຮົາເໝືອນກັນ’ |
|
| 46 |
|
| ແລ້ວພວກເຫຼົ່ານີ້ຈະຖືກສົ່ງໄປສູ່ການລົງໂທດອັນຕະຫລອດໄປເປັນນິດ, ແຕ່ພວກຊອບທຳຈະເຂົ້າສູ່ຊີວິດນິຣັນດອນ.” |
|
|
|
|