|
| 1 |
|
| ວັນຕໍ່ມາແຕ່ເຊົ້າໆ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ທຸກຄົນໄດ້ວາງແຜນຕໍ່ສູ້ພຣະເຢຊູເຈົ້າ ເພື່ອປະຫານຊີວິດພຣະອົງ. |
|
| 2 |
|
| ພວກເຂົາລ່າມໂສ້ພຣະອົງ ແລະນຳພຣະອົງໄປມອບໃຫ້ປີລາດຜູ້ປົກຄອງຊາວໂຣມ. |
|
| 3 |
|
| ເມື່ອຢູດາຄົນທໍລະຍົດ ໄດ້ຮູ້ວ່າພຣະເຢຊູເຈົ້າຕ້ອງຖືກໂທດເຖິງຕາຍ ລາວກໍສຳນຶກຜິດກິນແໜງໃຈ. ດັ່ງນັ້ນ ລາວຈຶ່ງນຳເງິນສາມສິບຫລຽນ ໄປຄືນໃຫ້ພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່. |
|
| 4 |
|
| ແລະກ່າວວ່າ, “ຂ້ານ້ອຍຜິດໄປແລ້ວ ໂດຍມອບຄົນທີ່ບໍ່ມີຄວາມຜິດໃຫ້ເຖິງແກ່ຄວາມຕາຍ.” ພວກເຂົາຕອບວ່າ, “ເລື່ອງນັ້ນເປັນທຸລະອັນໃດກັບເຮົາ ແມ່ນທຸລະຂອງເຈົ້າເອງ.” |
|
| 5 |
|
| ຢູດາໄດ້ຖິ້ມເງິນໄວ້ໃນພຣະວິຫານ ແລະອອກໜີໄປ ແລ້ວລາວກໍໄປຜູກຄໍຕາຍ. |
|
| 6 |
|
| ພວກຫົວໜ້າປະໂຣຫິດຈັບເອົາເງິນຫລຽນຂຶ້ນມາ ແລະເວົ້າວ່າ, “ນີ້ແມ່ນເງິນເລືອດ ແລະ ເປັນການຜິດກົດບັນຍັດ ທີ່ພວກເຮົາຈະເອົາໄປໄວ້ໃນຄັງຂອງວິຫານ.” |
|
| 7 |
|
| ຫລັງຈາກພວກເຂົາໄດ້ປຶກສາກັນເປັນທີ່ຕົກລົງແລ້ວ ກໍເອົາເງິນນີ້ໄປຊື້ນາຂອງຊ່າງປັ້ນໝໍ້ ເພື່ອໃຫ້ເປັນບ່ອນຝັງສົບສຳລັບຄົນຕ່າງດ້າວ. |
|
| 8 |
|
| ດັ່ງນັ້ນແຫລະ ນາທົ່ງນີ້ຈຶ່ງມີຊື່ວ່າ, “ນາເລືອດ” ຈົນເຖິງທຸກວັນນີ້. |
|
| 9 |
|
| ເຫດການນີ້ ກໍສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ, “ພວກເຂົາໄດ້ເອົາເງິນສາມສິບຫລຽນ ຊຶ່ງເປັນລາຄາຜູ້ທີ່ພວກເຂົາຄາດລາຄາໄວ້ ຄືປະຊາຊົນອິດສະຣາເອນໄດ້ຕີລາຄານັ້ນ |
|
| 10 |
|
| ແລະ ພວກເຂົາໃຊ້ເງິນນັ້ນເພື່ອຊື້ນາຂອງຊ່າງປັ້ນໝໍ້ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໄວ້.” |
|
| 11 |
|
| ເມື່ອພຣະເຢຊູເຈົ້າໄດ້ມາຢືນຢູ່ຕໍ່ໜ້າຜູ້ປົກຄອງຊາວໂຣມແລ້ວ ເພິ່ນຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ທ່ານເວົ້າດັ່ງນັ້ນແລ້ວ.” |
|
| 12 |
|
| ແຕ່ຂໍ້ກ່າວໂທດຂອງພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່ນັ້ນ ພຣະອົງບໍ່ຕອບຫຍັງເລີຍ. |
|
| 13 |
|
| ດັ່ງນັ້ນ ປີລາດຈຶ່ງເວົ້າຕໍ່ພຣະອົງວ່າ, “ເຈົ້າບໍ່ໄດ້ຍິນເລື່ອງທັງຫລາຍທີ່ພວກເຂົາກ່າວຫາບໍ?” |
|
| 14 |
|
| ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນຜູ້ປົກຄອງປະຫລາດໃຈຫລາຍ. |
|
| 15 |
|
| ໃນເທດສະການປັດສະຄາທຸກໆປີ ຜູ້ປົກຄອງຊາວໂຣມເຄີຍປ່ອຍນັກໂທດຄົນໜຶ່ງໃຫ້ເປັນອິດສະຫລະ ຕາມທີ່ປະຊາຊົນຂໍຮ້ອງ. |
|
| 16 |
|
| ໃນສະໄໝນັ້ນ ມີນັກໂທດຜູ້ໜຶ່ງທີ່ຄົນຮູ້ຈັກທົ່ວໄປຊື່ວ່າເຢຊູບາຣາບາ. |
|
| 17 |
|
| ເມື່ອປະຊາຊົນມາຮ່ວມຊຸມນຸມກັນ ແລ້ວປີລາດຈຶ່ງຖາມວ່າ, “ພວກທ່ານຢາກໃຫ້ຂ້າພະເຈົ້າປ່ອຍຜູ້ໃດ? ເຢຊູບາຣາບາ ຫລືເຢຊູຜູ້ທີ່ເອີ້ນວ່າພຣະຄຣິດ?” |
|
| 18 |
|
| ເພາະປີລາດຮູ້ດີວ່າ ພວກຜູ້ນຳສາສະໜາຢິວໄດ້ມອບພຣະເຢຊູເຈົ້າໄວ້ດ້ວຍໃຈອິດສາ. |
|
| 19 |
|
| ຂະນະທີ່ປີລາດນັ່ງຢູ່ບ່ອນຕັດສິນຄວາມນັ້ນ ເມຍຂອງເພິ່ນກໍໃຊ້ຄົນມາບອກເພິ່ນວ່າ, “ຢ່າໄດ້ພົວພັນກັບເລື່ອງຂອງຄົນບໍ່ມີຄວາມຜິດນັ້ນ ເພາະວັນນີ້ນ້ອງເປັນທຸກໜັກໃຈ ຍ້ອນຄວາມຝັນກ່ຽວກັບຜູ້ນັ້ນ.” |
|
| 20 |
|
| ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ໄດ້ຍຸຍົງປະຊາຊົນ ຂໍໃຫ້ປ່ອຍບາຣາບາ ແລະໃຫ້ປະຫານພຣະເຢຊູເຈົ້າ. |
|
| 21 |
|
| ແຕ່ປີລາດຖາມປະຊາຊົນວ່າ, “ໃນສອງຄົນນີ້ ພວກທ່ານຢາກໃຫ້ຂ້າພະເຈົ້າປ່ອຍຜູ້ໃດໃຫ້ພວກທ່ານ?” ພວກເຂົາຕອບວ່າ, “ບາຣາບາ”. |
|
| 22 |
|
| ແລ້ວປີລາດຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດ ແກ່ເຢຊູຜູ້ທີ່ເອີ້ນວ່າ ພຣະຄຣິດ?” ພວກເຂົາພາກັນຕອບວ່າ, “ໃຫ້ຄຶງໄວ້ທີ່ໄມ້ກາງແຂນ.” |
|
| 23 |
|
| ແຕ່ປີລາດຖາມວ່າ, “ຄົນຜູ້ນີ້ໄດ້ເຮັດຜິດຫຍັງ?” ແລ້ວພວກເຂົາກໍຮ້ອງດັງແຮງຂຶ້ນຈົນສຸດສຽງວ່າ, “ຄຶງໄວ້ທີ່ໄມ້ກາງແຂນ.” |
|
| 24 |
|
| ເມື່ອປີລາດເຫັນວ່າບໍ່ມີຜົນຫຍັງ ມີແຕ່ການວຸ້ນວາຍກຳລັງເກີດຂຶ້ນ. ສະນັ້ນ ເພິ່ນຈຶ່ງເອົານໍ້າມາລ້າງມືຕໍ່ໜ້າປະຊາຊົນ ແລະເວົ້າວ່າ, “ຂ້າພະເຈົ້າບໍ່ຂໍຮັບຜິດຊອບໃດໆ ສຳລັບຄວາມຕາຍຂອງຊາຍຄົນນີ້ ແຕ່ແມ່ນພວກທ່ານເອງທີ່ຕ້ອງຮັບຜິດຊອບ.” |
|
| 25 |
|
| ປະຊາຊົນທັງໝົດຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງລາວ ຕົກຖືກພວກເຮົາ ແລະລູກຫລານຂອງພວກເຮົາ.” |
|
| 26 |
|
| ແລ້ວປີລາດກໍປ່ອຍບາຣາບາໃຫ້ພວກເຂົາ ແລະເມື່ອໃຫ້ພວກເຂົາຂ້ຽນພຣະເຢຊູເຈົ້າແລ້ວ ເພິ່ນໄດ້ມອບພຣະອົງໃຫ້ຄຶງໄວ້ທີ່ໄມ້ກາງແຂນ. |
|
| 27 |
|
| ແລ້ວພວກທະຫານຂອງປີລາດກໍນຳພຣະເຢຊູເຈົ້າເຂົ້າໄປໃນເດີ່ນບ້ານຂອງຜູ້ປົກຄອງ ແລະໃຫ້ທະຫານທັງກອງຮ້ອຍມາເຕົ້າໂຮມກັນອ້ອມພຣະອົງ. |
|
| 28 |
|
| ພວກເຂົາດຶງເຄື່ອງນຸ່ງຂອງພຣະອົງອອກ ແລະເອົາເສື້ອຄຸມສີແດງສົດມານຸ່ງໃຫ້ພຣະອົງ. |
|
| 29 |
|
| ພວກເຂົາໄດ້ເອົາເຄືອໜາມຖັກເປັນໂຄ້ງແທນມົງກຸດ ສຸບໃສ່ຫົວຂອງພຣະອົງ ແລະເອົາໄມ້ອໍ້ໃສ່ມືເບື້ອງຂວາໃຫ້ພຣະອົງຖື ແລ້ວພວກເຂົາກໍຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເວົ້າເຢາະເຢີ້ຍວ່າ, “ຂໍໃຫ້ກະສັດຂອງຊາດຢິວ ຈົ່ງຊົງພຣະຈະເລີນເທີ້ນ.” |
|
| 30 |
|
| ພວກເຂົາໄດ້ຖົ່ມນໍ້າລາຍໃສ່ພຣະອົງ ແລະດຶງເອົາໄມ້ອໍ້ທີ່ພຣະອົງຖືນັ້ນ ມາຕີຫົວຂອງພຣະອົງ. |
|
| 31 |
|
| ເມື່ອເຢາະເຢີ້ຍພຣະອົງແລ້ວ ພວກເຂົາຈຶ່ງໄດ້ຖອດເສື້ອຄຸມອອກ ແລະໄດ້ເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ພຣະອົງຄືນ ແລ້ວພວກເຂົາກໍພາພຣະອົງອອກໄປ ເພື່ອຄຶງໄວ້ທີ່ໄມ້ກາງແຂນ. |
|
| 32 |
|
| ຂະນະທີ່ກຳລັງອອກໄປນັ້ນ ພວກເຂົາໄດ້ພົບຊາຍຊາວກີເຣເນຄົນໜຶ່ງຊື່ວ່າ ຊີໂມນ, ຈຶ່ງເກນລາວໃຫ້ແບກໄມ້ກາງແຂນຂອງພຣະເຢຊູເຈົ້າ. |
|
| 33 |
|
| ເມື່ອມາເຖິງບ່ອນໜຶ່ງທີ່ເອີ້ນວ່າ ໂຄລະໂຄທາ ຊຶ່ງໝາຍຄວາມວ່າ, “ບ່ອນທີ່ມີກະໂຫລກຫົວ.” |
|
| 34 |
|
| ພວກເຂົາໄດ້ເອົາເຫຼົ້າອະງຸ່ນສົ້ມ ປະສົມກັບນໍ້າບີໃຫ້ພຣະອົງດື່ມ, ແຕ່ເມື່ອຊີມເບິ່ງແລ້ວພຣະອົງບໍ່ຍອມດື່ມ. |
|
| 35 |
|
| ເມື່ອໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ ພວກເຂົາກໍໄດ້ແບ່ງປັນເຄື່ອງນຸ່ງຂອງພຣະອົງໂດຍໃຊ້ສະຫລາກ. |
|
| 36 |
|
| ຫລັງຈາກນັ້ນ ກໍພາກັນນັ່ງຢູ່ທີ່ນັ້ນ ເພື່ອເຝົ້າເບິ່ງພຣະອົງ. |
|
| 37 |
|
| ຢູ່ເທິງຫົວຂອງພຣະອົງ ພວກເຂົາໄດ້ເອົາປ້າຍຄຳກ່າວໂທດຕອກຕິດໃສ່ໄວ້ໂດຍມີຂໍ້ຂຽນວ່າ, “ຜູ້ນີ້ແມ່ນເຢຊູ ກະສັດຂອງຊາດຢິວ.” |
|
| 38 |
|
| ໃນຂະນະດຽວກັນນັ້ນ ກໍໄດ້ຄຶງໂຈນສອງຄົນໃສ່ໄມ້ກາງແຂນໄວ້ກັບພຣະອົງ ເບື້ອງຂວາຄົນໜຶ່ງ ແລະເບື້ອງຊ້າຍຄົນໜຶ່ງ. |
|
| 39 |
|
| ຝ່າຍປະຊາຊົນທີ່ຜ່ານໄປມານັ້ນສັ່ນຫົວ ແລະກ່າວໝິ່ນປະໝາດໃສ່ພຣະອົງວ່າ, |
|
| 40 |
|
| “ເຮີຍ ເຈົ້າຜູ້ທີ່ມ້າງພຣະວິຫານ ແລະສ້າງໃໝ່ໃນສາມວັນ ຖ້າເຈົ້າເປັນລູກຂອງພຣະເຈົ້າແທ້ ຊ່ວຍຕົນເອງແມ ຈົ່ງລົງມາຈາກໄມ້ກາງແຂນເບິ່ງດູ.” |
|
| 41 |
|
| ໃນທຳນອງດຽວກັນ ພວກຫົວໜ້າປະໂຣຫິດແລະພວກທຳມະຈານກັບພວກເຖົ້າແກ່ ກໍໄດ້ເວົ້າໝິ່ນປະໝາດພຣະອົງວ່າ, |
|
| 42 |
|
| “ລາວຊ່ວຍຄົນອື່ນໄດ້ ແຕ່ລາວຊ່ວຍຕົນເອງບໍ່ໄດ້ ຖ້າລາວເປັນກະສັດຂອງຊາດອິດສະຣາເອນ, ໃຫ້ລາວລົງຈາກໄມ້ກາງແຂນດຽວນີ້ ແລ້ວພວກເຮົາຈະເຊື່ອໃນລາວ |
|
| 43 |
|
| ລາວໄດ້ໄວ້ວາງໃຈໃນພຣະເຈົ້າ ແລະໄດ້ອ້າງຕົນວ່າເປັນພຣະບຸດຂອງພຣະເຈົ້າ ເບິ່ງດູວ່າ ພຣະເຈົ້າຈະພໍພຣະໄທຊ່ວຍລາວໃຫ້ພົ້ນດຽວນີ້ຫລືບໍ່.” |
|
| 44 |
|
| ແມ່ນແຕ່ໂຈນທີ່ຖືກຄຶງໄວ້ທີ່ໄມ້ກາງແຂນກັບພຣະອົງ ກໍເວົ້າໝິ່ນປະໝາດພຣະອົງເໝືອນກັນ. |
|
| 45 |
|
| ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ. |
|
| 46 |
|
| ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າໄດ້ຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອລີ ເອລີ ແລມາ ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?” |
|
| 47 |
|
| ມີບາງຄົນທີ່ຢືນຢູ່ໃນທີ່ນັ້ນ ເມື່ອໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ລາວຮ້ອງຫາເອລີຢາ.” |
|
| 48 |
|
| ໃນທັນໃດນັ້ນ ມີຄົນໜຶ່ງໃນພວກເຂົາ ໄດ້ແລ່ນໄປເອົາຟອງນໍ້າຈຸ່ມໃສ່ເຫຼົ້າອະງຸ່ນສົ້ມ, ສຽບໃສ່ປາຍໄມ້ອໍ້ ແລະຍື່ນໃຫ້ພຣະອົງດື່ມ. |
|
| 49 |
|
| ແຕ່ຄົນອື່ນເວົ້າວ່າ, “ຄອຍຖ້າກ່ອນ ຖ້າເບິ່ງວ່າເອລີຢາຈະມາຊ່ວຍລາວໃຫ້ພົ້ນຫລືບໍ່.” |
|
| 50 |
|
| ພຣະເຢຊູເຈົ້າໄດ້ຮ້ອງສຽງດັງອີກເທື່ອໜຶ່ງ ແລ້ວກໍສິ້ນລົມຫາຍໃຈ. |
|
| 51 |
|
| ແລ້ວຜ້າກັ້ງໃນພຣະວິຫານ ກໍໄດ້ຈີກອອກເປັນສອງຕ່ອນແຕ່ເທິງຮອດລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ແລະໂງ່ນຫີນກໍແຕກອອກເປັນປ່ຽງໆ |
|
| 52 |
|
| ອຸບມຸງຝັງສົບທັງຫລາຍໄດ້ໄຂອອກ ແລ້ວສົບໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ຕາຍໄປແລ້ວ ກໍຄືນສູ່ຊີວິດ |
|
| 53 |
|
| ຫລັງຈາກພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ເຂົາທັງຫລາຍຈຶ່ງໄດ້ອອກຈາກອຸບມຸງ ແລະໄດ້ເຂົ້າໄປໃນນະຄອນສັກສິດ ແລະປາກົດໃຫ້ຫລາຍຄົນໄດ້ເຫັນ. |
|
| 54 |
|
| ເມື່ອນາຍທະຫານກັບພວກທະຫານທີ່ເຝົ້າພຣະເຢຊູເຈົ້າ ໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະເຫດການທັງໝົດທີ່ເກີດຂຶ້ນນັ້ນ ພວກເຂົາກໍສະທ້ານຢ້ານກົວຫລາຍ ຈຶ່ງເວົ້າວ່າ, “ເພິ່ນແມ່ນພຣະບຸດຂອງພຣະເຈົ້າແທ້ຈິງ.” |
|
| 55 |
|
| ໃນທີ່ນັ້ນ ມີແມ່ຍິງຫລາຍຄົນເບິ່ງຢູ່ຫ່າງໆ ແມ່ຍິງເຫຼົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະບົວລະບັດພຣະອົງ ມາແຕ່ແຂວງຄາລີເລ. |
|
| 56 |
|
| ໃນພວກແມ່ຍິງເຫຼົ່ານີ້ມີ: ມາຣີໄທມັກດາລາ, ມາຣີຜູ້ເປັນແມ່ຂອງຢາໂກໂບ ແລະ ໂຢເຊັບ ແລະເມຍຂອງເຊເບດາຍ. |
|
| 57 |
|
| ເມື່ອເຖິງຕອນຄໍ່າ ຊາຍຮັ່ງມີຄົນໜຶ່ງຈາກບ້ານອາຣີມາທາຍກໍມາເຖິງ ລາວຊື່ວ່າໂຢເຊັບ ແລະເປັນສາວົກຄົນໜຶ່ງຂອງພຣະເຢຊູເຈົ້າເໝືອນກັນ. |
|
| 58 |
|
| ທ່ານຜູ້ນີ້ໄດ້ໄປຫາປີລາດ ເພື່ອຂໍເອົາພຣະສົບຂອງພຣະເຢຊູເຈົ້າ, ປີລາດຈຶ່ງໄດ້ສັ່ງໃຫ້ເຂົາ ມອບພຣະສົບຂອງພຣະອົງນັ້ນໃຫ້ແກ່ລາວ. |
|
| 59 |
|
| ເມື່ອໂຢເຊັບໄດ້ຮັບເອົາພຣະສົບລົງແລ້ວ ກໍໃຊ້ຜ້າປ່ານໃໝ່ອ່ຽມຫໍ່ພຣະສົບໄວ້, |
|
| 60 |
|
| ແລະ ນຳໄປວາງໄວ້ໃນອຸບມຸງຂອງຕົນ ຊຶ່ງຫາກໍເຈາະໄວ້ໃນໂງ່ນຫີນ ແລະເມື່ອກື່ງກ້ອນຫີນຂະໜາດໃຫຍ່ ອັດປາກອຸບມຸງໄວ້ແລ້ວ ລາວກໍໜີໄປ. |
|
| 61 |
|
| ມາຣີໄທມັກດາລາ ກັບມາຣີຄົນໜຶ່ງອີກ ກໍນັ່ງຢູ່ທີ່ນັ້ນຕໍ່ໜ້າອຸບມຸງ. |
|
| 62 |
|
| ວັນຕໍ່ມາເປັນວັນຊະບາໂຕ ພວກຫົວໜ້າປະໂຣຫິດກັບພວກຟາຣີຊາຍໄດ້ໄປພົບປີລາດ |
|
| 63 |
|
| ແລະເວົ້າວ່າ, “ທ່ານເອີຍ ພວກຂ້າພະເຈົ້າຈື່ໄດ້ວ່າ ເມື່ອຄົນຫລອກລວງຜູ້ນັ້ນຍັງມີຊີວິດຢູ່ ໄດ້ເວົ້າວ່າ, ‘ຫລັງຈາກສາມວັນແລ້ວ ເຮົາຈະເປັນຄືນມາສູ່ຊີວິດ.’ |
|
| 64 |
|
| ດ້ວຍເຫດນັ້ນ ຂໍທ່ານຈົ່ງອອກຄຳສັ່ງໃຫ້ວາງມາດຕະການ ເຝົ້າຍາມອຸບມຸງຢ່າງເຂັ້ມງວດ ຈົນເຖິງວັນທີສາມ ຢ້ານວ່າພວກສາວົກຂອງລາວຈະມາລັກເອົາສົບນັ້ນໄປ ແລະມາບອກປະຊາຊົນວ່າ ລາວເປັນຄືນມາຈາກຕາຍ ການຫລອກລວງຄັ້ງສຸດທ້າຍນີ້ ຈະຮ້າຍແຮງຍິ່ງກວ່າຄັ້ງທຳອິດ.” |
|
| 65 |
|
| ປີລາດຈຶ່ງຕອບພວກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງເອົາໄປຍາມອຸບມຸງໃຫ້ດີ ຕາມຄວາມເຫັນຂອງພວກທ່ານ.” |
|
| 66 |
|
| ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງຈາກໄປ ແລະໄດ້ຈັດວາງຄົນເຝົ້າຍາມອຸບມຸງໄວ້ຢ່າງເຂັ້ມແຂງ ພ້ອມທັງຕີຕາປະທັບໃສ່ກ້ອນຫີນໄວ້ດ້ວຍ. |
|
|
|
|