|
| 1 |
|
| ຫລັງຈາກວັນຊະບາໂຕນັ້ນເປັນວັນອາທິດ ຕັ້ງແຕ່ເຊົ້າໃກ້ຕາເວັນຂຶ້ນ ມາຣີໄທມັກດາລາ ແລະມາຣີຄົນໜຶ່ງອີກໄດ້ໄປເບິ່ງອຸບມຸງ. |
|
| 2 |
|
| ໃນທັນໃດນັ້ນ ກໍເກີດແຜ່ນດິນຫວັ່ນໄຫວຢ່າງຮ້າຍແຮງ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງ ໄດ້ລົງມາຈາກສະຫວັນ ກື່ງກ້ອນຫີນອອກ ແລະນັ່ງຢູ່ເທິງກ້ອນຫີນນັ້ນ. |
|
| 3 |
|
| ເທວະດາຕົນນີ້ມີລັກສະນະເໝືອນແສງຟ້າແມບ ແລະເຄື່ອງນຸ່ງກໍຂາວເໝືອນຫິມະ. |
|
| 4 |
|
| ຝ່າຍພວກທະຫານຍາມອຸບມຸງນັ້ນ ສະທ້ານຢ້ານກົວຫລາຍ ແລະໄດ້ກາຍເປັນເໝືອນຄົນຕາຍ. |
|
| 5 |
|
| ເທວະດາຕົນນັ້ນ ໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າສູ່ຢ້ານເລີຍ ເຮົາຮູ້ແລ້ວວ່າ ພວກເຈົ້າມາຊອກຫາພຣະເຢຊູເຈົ້າ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ. |
|
| 6 |
|
| ພຣະອົງບໍ່ຢູ່ທີ່ນີ້ ພຣະອົງເປັນຄືນມາຈາກຕາຍແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້ ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງພຣະອົງໄວ້. |
|
| 7 |
|
| ບັດນີ້ ຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ, ‘ພຣະອົງເປັນຄືນມາຈາກຕາຍແລ້ວ ແລະພຣະອົງໄປທີ່ແຂວງຄາລີເລກ່ອນພວກເຈົ້າ ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ’ ນີ້ແຫຼະ ເຮົາໄດ້ບອກພວກເຈົ້າແລ້ວ.” |
|
| 8 |
|
| ຍິງເຫຼົ່ານັ້ນຈຶ່ງຟ້າວອອກໄປຈາກອຸບມຸງທັງຢ້ານ ແລະທັງຊົມຊື່ນຍິນດີທີ່ສຸດ ແລະແລ່ນໄປບອກພວກສາວົກຂອງພຣະອົງ. |
|
| 9 |
|
| ໃນຂະນະນັ້ນ ພຣະເຢຊູເຈົ້າໄດ້ມາພົບພວກເຂົາ ແລະກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເທີ້ນ.” ຍິງເຫຼົ່ານັ້ນຈຶ່ງຫຍັບມາຈັບຕີນຂອງພຣະອົງ ແລະໄດ້ຂາບລົງນະມັດສະການພຣະອົງ. |
|
| 10 |
|
| ພຣະເຢຊູເຈົ້າກ່າວແກ່ພວກນາງວ່າ, “ຢ່າສູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາໃຫ້ໄປຍັງແຂວງຄາລີເລ ແລະໃນທີ່ນັ້ນພວກເຂົາຈະເຫັນເຮົາ.” |
|
| 11 |
|
| ໃນຂະນະທີ່ຍິງເຫຼົ່ານັ້ນກຳລັງໄປ ທະຫານຍາມອຸບມຸງບາງຄົນໄດ້ເຂົ້າໄປໃນເມືອງ ແລະໄດ້ບອກພວກຫົວໜ້າປະໂຣຫິດ ເຖິງເຫດການທັງປວງທີ່ໄດ້ເກີດຂຶ້ນນັ້ນ. |
|
| 12 |
|
| ພວກຫົວໜ້າປະໂຣຫິດຈຶ່ງປະຊຸມກັນກັບພວກເຖົ້າແກ່ ແລະໄດ້ເອົາເງິນຈຳນວນຫລາຍໃຫ້ພວກທະຫານຍາມ |
|
| 13 |
|
| ແລະ ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ, ‘ພວກສາວົກຂອງລາວໄດ້ມາລັກເອົາສົບໄປໃນຕອນກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່.’ |
|
| 14 |
|
| ຖ້າທ່ານຜູ້ປົກຄອງຮູ້ເຖິງເລື່ອງນີ້ ພວກເຮົາຈະຊັກຊວນເອົາໃຈເພິ່ນ ແລະຊ່ວຍໃຫ້ພວກເຈົ້າພົ້ນຈາກຄວາມທຸກຮ້ອນໃຈ.” |
|
| 15 |
|
| ເມື່ອພວກທະຫານຍາມຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳນັ້ນ ເລື່ອງນີ້ຈຶ່ງເປັນທີ່ເລົ່າລືກັນ ໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້. |
|
| 16 |
|
| ແລ້ວພວກສາວົກສິບເອັດຄົນ ກໍໄດ້ໄປທີ່ໂນນພູໃນແຂວງຄາລີເລ ບ່ອນທີ່ພຣະເຢຊູເຈົ້າໄດ້ບອກໃຫ້ແກ່ພວກເພິ່ນນັ້ນ. |
|
| 17 |
|
| ເມື່ອເຫັນພຣະອົງແລ້ວ ພວກເພິ່ນກໍຂາບລົງນະມັດສະການພຣະອົງ ແຕ່ບາງຄົນໃນພວກເພິ່ນຍັງສົງໄສຢູ່. |
|
| 18 |
|
| ພຣະເຢຊູເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ, “ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ. |
|
| 19 |
|
| ເຫດສະນັ້ນ ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດເຈົ້າ |
|
| 20 |
|
| ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/matthew/028.mp3
28
28