Lao ພຣະຄຳພີສັກສິ 2012
|
| 1 |
| ໃນເວລານັ້ນ ໂຢຮັນບັບຕິສະໂຕໄດ້ຕັ້ງຕົ້ນເທດສະໜາປ່າວປະກາດໃນຖິ່ນແຫ້ງແລ້ງກັນດານແຂວງຢູດາຍວ່າ, |
| 2 |
| “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເຊົາເຮັດບາບສາ ເພາະວ່າອານາຈັກສະຫວັນມາໃກ້ແລ້ວ” |
| 3 |
| ແມ່ນໂຢຮັນຄົນນີ້ແຫຼະ ທີ່ຜູ້ທຳນວາຍເອຊາຢາໄດ້ກ່າວເຖິງວ່າ, “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງ ໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.”’ |
| 4 |
| ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດດ້ວຍຂົນອູດ ແລະ ເພິ່ນໃຊ້ສາຍໜັງຮັດແອວ ສ່ວນອາຫານຂອງເພິ່ນແມ່ນຕັກແຕນແລະນໍ້າເຜິ້ງປ່າ |
| 5 |
| ປະຊາຊົນຈາກນະຄອນເຢຣູຊາເລັມ ຈາກທົ່ວທັງແຂວງຢູດາຍ ແລະ ຄົນທັງປວງທີ່ຢູ່ແຄມແມ່ນໍ້າຈໍແດນກໍອອກມາຫາໂຢຮັນ. |
| 6 |
| ພວກເຂົາໄດ້ສາລະພາບບາບກຳຂອງຕົນ ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ. |
| 7 |
| ພໍໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍຢ່າງຫລວງຫລາຍມາຫາຕົນ ເພື່ອຮັບບັບຕິສະມາ ເພິ່ນຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ? |
| 8 |
| ເຫດສະນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່ |
| 9 |
| ແລະ ຢ່າຄິດໃນໃຈວ່າ ພວກເຮົາມີອັບຣາຮາມເປັນພໍ່ເຄົ້າຂອງພວກເຮົາ. ຂ້າພະເຈົ້າບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດບັນດານໃຫ້ກ້ອນຫີນເຫຼົ່ານີ້ເປັນລູກຫລານຂອງອັບຣາຮາມກໍໄດ້ |
| 10 |
| ບັດນີ້ ຂວານກໍມີຢູ່ແລ້ວ ທີ່ວາງໄວ້ພ້ອມຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ. ສະນັ້ນ ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ. |
| 11 |
| ຂ້າພະເຈົ້າໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ ໝາຍເຖິງການຖິ້ມໃຈເກົ່າເອົາໃຈໃໝ່ກໍແມ່ນ, ແຕ່ຜູ້ທີ່ຈະມາພາຍຫລັງຂ້າພະເຈົ້າກໍມີຣິດກວ່າຂ້າພະເຈົ້າອີກ ຊຶ່ງຂ້າພະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າແລະດ້ວຍໄຟ |
| 12 |
| ມືຂອງເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.” |
| 13 |
| ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຈາກແຂວງຄາລີເລ ມາຫາໂຢຮັນທີ່ແມ່ນໍ້າຈໍແດນ ເພື່ອຮັບບັບຕິສະມາຈາກເພິ່ນ. |
| 14 |
| ແຕ່ໂຢຮັນໄດ້ຄັດຄ້ານພຣະເຢຊູເຈົ້າ ແລະເວົ້າກັບພຣະອົງວ່າ, “ຂ້ານ້ອຍຄວນຈະຮັບບັບຕິສະມາຈາກທ່ານ ແລ້ວທ່ານຊໍ້າພັດມາຫາຂ້ານ້ອຍບໍ?” |
| 15 |
| ແຕ່ພຣະເຢຊູເຈົ້າຊົງຕອບລາວວ່າ, “ບັດນີ້ ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ສຳເລັດຕາມຄວາມຊອບທຳທຸກຢ່າງທີ່ພຣະເຈົ້າປະສົງ.” ດັ່ງນັ້ນ ໂຢຮັນຈຶ່ງຍອມ. |
| 16 |
| ເມື່ອພຣະເຢຊູເຈົ້າຮັບບັບຕິສະມາແລ້ວ ພຣະອົງກໍຂຶ້ນຈາກນໍ້າ ໃນທັນໃດນັ້ນ ຟ້າສະຫວັນກໍໄຂອອກ ແລະ ພຣະອົງໄດ້ເຫັນພຣະວິນຍານຂອງພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ. |
| 17 |
| ແລ້ວກໍມີສຽງໜຶ່ງດັງມາຈາກທ້ອງຟ້າວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫລາຍ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/matthew/003.mp3
28
3