|
| 1 |
|
| ຕໍ່ມາ ພຣະວິນຍານໄດ້ນຳພຣະເຢຊູເຈົ້າ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອໃຫ້ມານຮ້າຍທົດລອງ. |
|
| 2 |
|
| ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ ພຣະເຢຊູເຈົ້າກໍຢາກອາຫານ. |
|
| 3 |
|
| ແລ້ວຜູ້ລໍ້ລວງກໍມາຫາພຣະອົງ ແລະເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ເປັນອາຫານແມ.” |
|
| 4 |
|
| ຝ່າຍພຣະອົງກໍຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ, ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.” |
|
| 5 |
|
| ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປທີ່ນະຄອນສັກສິດ ແລະໃຫ້ພຣະອົງຢືນຢູ່ເທິງຍອດພຣະວິຫານ |
|
| 6 |
|
| ແລ້ວເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາ ເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນ ອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ ຖືກກ້ອນຫີນ.”’ |
|
| 7 |
|
| ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ.”’ |
|
| 8 |
|
| ອີກເທື່ອໜຶ່ງ ມານຮ້າຍກໍພາພຣະເຢຊູເຈົ້າຂຶ້ນໄປເທິງຍອດພູທີ່ສູງສຸດແຫ່ງໜຶ່ງ ແລະສຳແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ. |
|
| 9 |
|
| ແລ້ວມັນເວົ້າວ່າ, “ຖ້າທ່ານກົ້ມຂາບນະມັດສະການເຮົາ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ທ່ານ.” |
|
| 10 |
|
| ແຕ່ພຣະເຢຊູເຈົ້າຕອບມັນວ່າ, “ຈົ່ງໜີໄປ໋ ອ້າຍຊາຕານ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງຂາບໄຫວ້ນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະປະຕິບັດແຕ່ພຣະອົງຜູ້ດຽວ.”’ |
|
| 11 |
|
| ແລ້ວມານຮ້າຍກໍໄດ້ໜີໄປຈາກພຣະເຢຊູເຈົ້າ ແລະ ມີຝູງເທວະດາມາບົວລະບັດຮັບໃຊ້ພຣະອົງ. |
|
| 12 |
|
| ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຈັບຂັງຄຸກແລ້ວ, ພຣະອົງກໍໄດ້ກັບໄປແຂວງຄາລີເລ. |
|
| 13 |
|
| ພຣະອົງຍ້າຍຈາກເມືອງນາຊາເຣັດໄປຢູ່ກາເປນາອູມ ເມືອງໜຶ່ງທີ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ. |
|
| 14 |
|
| ເຫດການໄດ້ເກີດຂຶ້ນເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, |
|
| 15 |
|
| “ດິນແດນເຊບູໂລນ ແລະດິນແດນເນັບທາລີ ຕາມທາງໄປສູ່ທະເລ ທາງຟາກໜຶ່ງອີກຂອງແມ່ນໍ້າຈໍແດນ ທີ່ແຂວງຄາລີເລແຫ່ງບັນດາປະຊາຊາດ |
|
| 16 |
|
| ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.” |
|
| 17 |
|
| ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະວ່າຣາຊອານາຈັກສະຫວັນມາໃກ້ແລ້ວ.” |
|
| 18 |
|
| ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງກໍເຫັນສອງອ້າຍນ້ອງທີ່ເປັນຄົນຫາປາ ຜູ້ໜຶ່ງຊື່ວ່າຊີໂມນ (ຍັງມີຊື່ອີກວ່າ ເປໂຕ) ແລະນ້ອງຂອງເພິ່ນຊື່ວ່າ ອັນເດອາ, ພວກເພິ່ນກຳລັງຖິ້ມມອງຫາປາລົງໃນທະເລສາບ. |
|
| 19 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ.” |
|
| 20 |
|
| ໃນທັນໃດນັ້ນ ພວກເພິ່ນກໍປະມອງໄວ້ແລະຕິດຕາມໄປກັບພຣະອົງ. |
|
| 21 |
|
| ພຣະເຢຊູເຈົ້າໄດ້ຍ່າງຕໍ່ໄປ ແລະເຫັນສອງອ້າຍນ້ອງຄື ຢາໂກໂບກັບໂຢຮັນ ລູກຊາຍຂອງເຊເບດາຍ ກຳລັງຝູງມອງຊ່ວຍພໍ່ຂອງຕົນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງເອີ້ນເອົາພວກເພິ່ນ, |
|
| 22 |
|
| ທັນໃດນັ້ນ ທ່ານທັງສອງກໍປະເຮືອກັບຄອບລາພໍ່ຂອງພວກເພິ່ນແລະຕາມພຣະອົງໄປ. |
|
| 23 |
|
| ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຄົນຕາມທຳມະສາລາ ແລະປະກາດຂ່າວປະເສີດຂອງຣາຊອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນທີ່ມີພະຍາດໂຣຄາແລະເຈັບໄຂ້ໄດ້ປ່ວຍທຸກຊະນິດໃຫ້ຫາຍດີ. |
|
| 24 |
|
| ຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວທັງປະເທດຊີເຣຍ ແລະພວກເຂົາຈຶ່ງໄດ້ນຳຄົນທີ່ເຈັບໄຂ້ໄດ້ປ່ວຍຕ່າງໆກັບຄົນຈິດໃຈບໍ່ປົກກະຕິ, ຄົນຜີມານຮ້າຍເຂົ້າສິງ, ຄົນບ້າໝູ ແລະຄົນເປັນເປ້ຍມາຫາພຣະອົງ ພຣະອົງກໍຊົງໂຜດຮັກສາພວກເຂົາໃຫ້ຫາຍດີທຸກຄົນ. |
|
| 25 |
|
| ປະຊາຊົນຢ່າງໜາແໜ້ນຈາກແຂວງຄາລີເລກັບເດກາໂປລີ ຈາກນະຄອນເຢຣູຊາເລັມ, ແຂວງຢູດາຍ ແລະດິນແດນທາງຟາກເບື້ອງນັ້ນຂອງແມ່ນໍ້າຈໍແດນ ຕ່າງກໍໄດ້ຕິດຕາມພຣະອົງໄປ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/matthew/004.mp3
28
4