Lao ພຣະຄຳພີສັກສິ 2012
|
| 1 |
| ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຢ່າງຫລວງຫລາຍເຊັ່ນນີ້, ພຣະອົງຈຶ່ງຂຶ້ນໄປເທິງໂນນພູແຫ່ງໜຶ່ງ ແລະນັ່ງລົງທີ່ນັ້ນ ແລ້ວພວກສາວົກຂອງພຣະອົງກໍມາເຕົ້າໂຮມກັນອ້ອມພຣະອົງ. |
| 2 |
| ພຣະອົງໄດ້ຊົງຕັ້ງຕົ້ນສັ່ງສອນພວກເຂົາວ່າ, |
| 3 |
| “ຜູ້ໃດຍາກຈົນຝ່າຍຈິດວິນຍານກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ |
| 4 |
| ຜູ້ໃດໂສກເສົ້າກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ການຊົງເລົ້າໂລມ |
| 5 |
| ຜູ້ໃດມີໃຈອ່ອນຫວານກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ. |
| 6 |
| ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ |
| 7 |
| ຜູ້ໃດມີໃຈກະລຸນາກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ພຣະກະລຸນາຕອບ |
| 8 |
| ຜູ້ໃດມີໃຈບໍຣິສຸດກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ |
| 9 |
| ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າ ເປັນບຸດ |
| 10 |
| ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ ຄວາມຊອບທຳກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ.” |
| 11 |
| “ເມື່ອຄົນກ່າວນິນທາແລະຂົ່ມເຫັງເຈົ້າທັງຫລາຍ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ. |
| 12 |
| ຈົ່ງເປັນສຸກແລະຈົ່ງຊົມຊື່ນຍິນດີເຖີດ ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.” |
| 13 |
| “ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດໂລກ, ແຕ່ຖ້າເກືອໝົດຣົດເຄັມແລ້ວຈະເຮັດໃຫ້ເຄັມຄືນໄດ້ອີກຢ່າງໃດ? ມັນບໍ່ມີຄ່າເສຍແລ້ວ. ດັ່ງນັ້ນ ຈຶ່ງມີແຕ່ໂຍນຖິ້ມໃຫ້ຄົນຢຽບຢໍ່າເທົ່ານັ້ນ.” |
| 14 |
| “ພວກເຈົ້າເປັນແສງສະຫວ່າງສຳລັບໂລກນີ້. ເມືອງຊຶ່ງຕັ້ງຢູ່ເທິງໂນນພູກໍເປັນທີ່ບັງໄວ້ບໍ່ໄດ້. |
| 15 |
| ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮືອນນັ້ນ. |
| 16 |
| ໃນທຳນອງດຽວກັນນີ້ແຫຼະ ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະພວກເຂົາຈະສັນລະເສີນພຣະບິດາເຈົ້າຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ.” |
| 17 |
| “ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫລືຜູ້ທຳນວາຍ ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ. |
| 18 |
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ຟ້າແລະດິນຍັງຕັ້ງຢູ່ ແມ່ນແຕ່ເມັດ ຫລືຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດຈະບໍ່ຖືກລຶບລ້າງໄປ ຈົນກວ່າທຸກສິ່ງຈະເກີດຂຶ້ນຄົບຖ້ວນ. |
| 19 |
| ດັ່ງນັ້ນ ຜູ້ໃດປະຕິເສດກົດບັນຍັດຂໍ້ເລັກນ້ອຍທີ່ສຸດ ແລະທັງສັ່ງສອນຄົນອື່ນໃຫ້ປະຕິເສດ, ຜູ້ນັ້ນຈະເປັນຜູ້ນ້ອຍໃນອານາຈັກສະຫວັນ, ແຕ່ຜູ້ໃດທີ່ປະຕິບັດຕາມກົດບັນຍັດ ແລະສັ່ງສອນຄົນອື່ນໃຫ້ປະຕິບັດຕາມ ຜູ້ນັ້ນຈະເປັນຜູ້ໃຫຍ່ໃນອານາຈັກສະຫວັນ. |
| 20 |
| ເຮົາຈຶ່ງບອກພວກເຈົ້າວ່າ, ຖ້າການປະຕິບັດຂໍ້ຄຳສັ່ງຂອງພຣະເຈົ້າຂອງພວກເຈົ້າ ບໍ່ລື່ນກວ່າການປະຕິບັດຂອງພວກທຳມະຈານ ແລະພວກຟາຣີຊາຍແລ້ວ ພວກເຈົ້າຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.” |
| 21 |
| “ເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ ຖ້າຜູ້ໃດທີ່ຂ້າຄົນຈະຕ້ອງຖືກນຳຂຶ້ນສານເພື່ອຕັດສິນລົງໂທດ.’ |
| 22 |
| ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ. |
| 23 |
| ດັ່ງນັ້ນ ເມື່ອເຈົ້າເອົາເຄື່ອງບູຊາມາຖວາຍທີ່ເທິງແທ່ນບູຊາ ແລະທີ່ນັ້ນ ເຈົ້າຄິດໄດ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີຂໍ້ຂຸ້ນເຄືອງໃຈກັບເຈົ້າເພາະເລື່ອງໃດເລື່ອງໜຶ່ງ, |
| 24 |
| ຈົ່ງວາງເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາ ແລ້ວກັບໄປຄືນດີກັບອ້າຍເອື້ອຍນ້ອງຂອງຕົນສາກ່ອນ ຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.” |
| 25 |
| “ຈົ່ງຮີບປອງດອງກັບຄູ່ໂຈດຂອງຕົນ ໃນຂະນະທີ່ຍັງຢູ່ກາງທາງນຳກັນ ຢ້ານວ່າໂຈດນັ້ນຈະມອບເຈົ້າໄວ້ກັບຕຸລາການ ແລະຕຸລາການຈະມອບເຈົ້າໄວ້ກັບເຈົ້າໜ້າທີ່ ແລ້ວເຈົ້າຈະໄດ້ຖືກຂັງໄວ້ໃນຄຸກ. |
| 26 |
| ເຮົາບອກເຈົ້າຕາມຄວາມຈິງວ່າ, ເຈົ້າຈະອອກຈາກຄຸກບໍ່ໄດ້ ຈົນກວ່າເຈົ້າໄດ້ຈ່າຍໜີ້ຄົບທຸກອັດ.” |
| 27 |
| “ເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຢ່າຫລິ້ນຊູ້ສູ່ຜົວເມຍທ່ານ.’ |
| 28 |
| ແຕ່ຝ່າຍເຮົາ ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງແມ່ຍິງດ້ວຍໃຈຄິດຢາກລ່ວງເກີນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ. |
| 29 |
| ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຄວັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ທີ່ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຖືກໂຍນຖິ້ມລົງໃນໝໍ້ນະຣົກ. |
| 30 |
| ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຕັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຕົກໃນໝໍ້ນະຣົກ.” |
| 31 |
| “ຍັງມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດທີ່ປະຮ້າງເມຍຂອງຕົນ ໃຫ້ລາວເຮັດໜັງສືຢ່າຮ້າງໃຫ້ນາງ.’ |
| 32 |
| ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຖ້າຜູ້ໃດປະຮ້າງເມຍຂອງຕົນດ້ວຍເຫດຜົນອື່ນໃດ ນອກຈາກການຫລິ້ນຊູ້ກັບຊາຍອື່ນ. ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງຫລິ້ນຊູ້ ເມື່ອນາງແຕ່ງງານໃໝ່ ແລະຜູ້ທີ່ແຕ່ງງານກັບນາງນັ້ນ ກໍມີຄວາມຜິດໃນຖານຫລິ້ນຊູ້ເໝືອນກັນ.” |
| 33 |
| “ອັນໜຶ່ງອີກ ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳສາບານ, ແຕ່ຈົ່ງປະຕິບັດຕາມທີ່ຕົນໄດ້ສາບານໄວ້ກັບອົງພຣະຜູ້ເປັນເຈົ້າ.’ |
| 34 |
| ແຕ່ບັດນີ້ ເຮົາບອກເຈົ້າທັງຫລາຍວ່າ, ຢ່າສາບານເລີຍ, ຢ່າສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນແມ່ນບັນລັງຂອງພຣະເຈົ້າ |
| 35 |
| ຫລືໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກແມ່ນບ່ອນຮອງຕີນຂອງພຣະອົງ ຫລືໂດຍອ້າງເຖິງນະຄອນເຢຣູຊາເລັມ ເພາະນະຄອນເຢຣູຊາເລັມແມ່ນນະຄອນຂອງກະສັດຜູ້ຍິ່ງໃຫຍ່. |
| 36 |
| ຢ່າສາບານໂດຍອ້າງໃສ່ແມ່ນແຕ່ຫົວຂອງເຈົ້າເອງ ເພາະເຈົ້າເອງຈະເຮັດໃຫ້ຜົມຂາວຫລືດຳແມ່ນແຕ່ເສັ້ນດຽວກໍບໍ່ໄດ້. |
| 37 |
| ແຕ່ຈົ່ງໃຫ້ຖ້ອຍຄຳຂອງເຈົ້າເປັນດັ່ງນີ້, ‘ແມ່ນ’ ກໍວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ສ່ວນຄຳເວົ້າທີ່ເກີນກວ່ານີ້ແມ່ນມາຈາກມານຊົ່ວຮ້າຍ.” |
| 38 |
| “ເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແຂ້ວແທນແຂ້ວ’ |
| 39 |
| ແຕ່ເຮົາບອກພວກເຈົ້າວ່າ, ຢ່າແກ້ແຄ້ນຜູ້ທີ່ເຮັດຜິດຕໍ່ພວກເຈົ້າ ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ ຈົ່ງປິ່ນໃຫ້ເຂົາຕົບແກ້ມເບື້ອງຊ້າຍດ້ວຍ. |
| 40 |
| ຖ້າມີຜູ້ໃດຟ້ອງເອົາເສື້ອຊັ້ນໃນຂອງເຈົ້າ ຈົ່ງໃຫ້ເຂົາເອົາເສື້ອຊັ້ນນອກດ້ວຍ. |
| 41 |
| ຖ້າຜູ້ໃດຈະເກນເຈົ້າໃຫ້ແບກໄປໜຶ່ງຫລັກ ຈົ່ງແບກໄປເຖິງສອງຫລັກ. |
| 42 |
| ເມື່ອຜູ້ໃດຂໍສິ່ງໃດນຳເຈົ້າ ຈົ່ງໃຫ້ເຂົາ ຢ່າປິ່ນຫລັງໃສ່ຜູ້ທີ່ຂໍຢືມນຳເຈົ້າ ຈົ່ງໃຫ້ເຂົາຢືມ.” |
| 43 |
| “ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານແລະຊັງສັດຕູ.’ |
| 44 |
| ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ ແລະພາວັນນາອະທິຖານເພື່ອຜູ້ທີ່ຂົ່ມເຫັງເຈົ້າ, |
| 45 |
| ເພື່ອວ່າເຈົ້າທັງຫລາຍຈະກາຍເປັນບຸດແຫ່ງພຣະບິດາເຈົ້າ ຜູ້ຊົງສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວແລະຄົນດີເໝືອນກັນ ແລະໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳແລະບໍ່ຊອບທຳ. |
| 46 |
| ຖ້າເຈົ້າທັງຫລາຍຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ ພວກເຈົ້າຈະໄດ້ຮັບບຳເໜັດຫຍັງຈາກພຣະເຈົ້າ? ແມ່ນແຕ່ຄົນເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? |
| 47 |
| ຖ້າເຈົ້າຄຳນັບພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າໄດ້ເຮັດຫຍັງດີລື່ນຄົນອື່ນແດ່? ແມ່ນແຕ່ຄົນບໍ່ເຊື່ອພຣະເຈົ້າກໍເຮັດເຊັ່ນນັ້ນເໝືອນກັນ. |
| 48 |
| ດ້ວຍເຫດນັ້ນ ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/matthew/005.mp3
28
5