|
| 1 |
|
| “ຢ່າຕັດສິນຄົນອື່ນ ເພື່ອວ່າພຣະເຈົ້າຈະບໍ່ຕັດສິນເຈົ້າ. |
|
| 2 |
|
| ດ້ວຍວ່າ, ເຈົ້າຈະຕັດສິນຄົນອື່ນຢ່າງໃດ ພຣະເຈົ້າກໍຈະຕັດສິນເຈົ້າຢ່າງນັ້ນ ແລະເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າກໍຈະຕວງໃຫ້ເຈົ້າດ້ວຍເຄື່ອງຜອງອັນນັ້ນ. |
|
| 3 |
|
| ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງແລ້ວເຈົ້າບໍ່ເຫັນ? |
|
| 4 |
|
| ດ້ວຍເຫດໃດເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ຂໍອະນຸຍາດໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າ? |
|
| 5 |
|
| ໂອຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງເຈົ້າເອງສາກ່ອນ ແລ້ວເຈົ້າກໍຈະສາມາດເຫັນໄດ້ແຈ້ງ ເພື່ອເອົາຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.” |
|
| 6 |
|
| “ຢ່າເອົາສິ່ງທີ່ບໍຣິສຸດໂຍນໃຫ້ໝາ ຢ້ານວ່າມັນຈະຫັນຄືນມາສວບກັດເຈົ້າ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢໍ່າຖິ້ມເທົ່ານັ້ນ.” |
|
| 7 |
|
| “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ. |
|
| 8 |
|
| ດ້ວຍວ່າ, ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ ແລະທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້. |
|
| 9 |
|
| ມີຜູ້ໃດແດ່ໃນພວກເຈົ້າເມື່ອລູກຂໍເຂົ້າປັ້ນໜຶ່ງ ຈະເອົາກ້ອນຫີນໃຫ້ແກ່ລູກຂອງຕົນ? |
|
| 10 |
|
| ຫລືຖ້າລູກຂໍປາ ລາວກໍຈະບໍ່ເອົາງູໃຫ້ຕີ້? |
|
| 11 |
|
| ດ້ວຍເຫດນັ້ນ ພວກເຈົ້າທີ່ເປັນຄົນຊົ່ວກໍຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງພວກເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເອົາຂອງດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ.” |
|
| 12 |
|
| “ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ ອັນນີ້ແມ່ນກົດບັນຍັດ ແລະ ຄຳສັ່ງສອນຂອງພວກຜູ້ທຳນວາຍ.” |
|
| 13 |
|
| “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູເຂົ້າໄປນະຣົກກໍກວ້າງ ແລະທາງທີ່ນຳໄປສູ່ທີ່ນັ້ນກໍງ່າຍ ແລະຄົນທີ່ເດີນໄປຕາມທາງນັ້ນກໍມີຫລວງຫລາຍ. |
|
| 14 |
|
| ແຕ່ປະຕູທີ່ນຳໄປສູ່ຊີວິດກໍຄັບແຄບ ແລະທາງທີ່ນຳໄປສູ່ທີ່ນັ້ນກໍຍາກ ແລະຄົນທີ່ພົບທາງນັ້ນກໍມີໜ້ອຍ.” |
|
| 15 |
|
| “ຈົ່ງລະວັງຜູ້ປະກາດພຣະຄຳປອມເຂົ້າມາຫາພວກເຈົ້າ ເບິ່ງພາຍນອກເຂົາອ່ອນໂຍນຄືໂຕແກະ, ແຕ່ພາຍໃນແລ້ວເຂົາໂຫດຮ້າຍຄືໝາໄນ. |
|
| 16 |
|
| ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ ມີຜູ້ໃດເກັບໝາກອະງຸ່ນຈາກເຄືອມີໜາມ? ມີຜູ້ໃດເກັບໝາກເດື່ອເທດຈາກຕົ້ນມີໜາມ? |
|
| 17 |
|
| ດັ່ງນັ້ນ ຕົ້ນໄມ້ດີຍ່ອມເກີດໝາກດີ, ແຕ່ຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ. |
|
| 18 |
|
| ຕົ້ນໄມ້ດີເກີດຜົນບໍ່ດີກໍບໍ່ຫ່ອນເປັນ ແລະຕົ້ນໄມ້ບໍ່ດີເກີດຜົນດີກໍບໍ່ຫ່ອນໄດ້. |
|
| 19 |
|
| ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດລົງ ແລະຖືກໂຍນຖິ້ມໃສ່ໄຟເສຍ. |
|
| 20 |
|
| ດ້ວຍເຫດນັ້ນ ພວກເຈົ້າຈະຮູ້ຈັກຜູ້ປະກາດພຣະຄຳປອມດ້ວຍຜົນຂອງພວກເຂົາ.” |
|
| 21 |
|
| “ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວຈະເຂົ້າໄປໃນອານາຈັກຂອງພຣະເຈົ້າໄດ້ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມນໍ້າພຣະໄທຂອງພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. |
|
| 22 |
|
| ເມື່ອວັນພິພາກສາມາເຖິງ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃນນາມຂອງພຣະອົງ ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ’ |
|
| 23 |
|
| ເມື່ອນັ້ນ ເຮົາກໍຈະປະກາດຕໍ່ພວກເຂົາວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ ຈົ່ງຖອຍໜີໄປຈາກເຮົາເສຍ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍເອີຍ.”’ |
|
| 24 |
|
| “ດ້ວຍເຫດນັ້ນ ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວແລະປະຕິບັດຕາມ ຄົນເຫຼົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ. |
|
| 25 |
|
| ຝົນທັ່ງເທລົງມາ ນໍ້າກໍນອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ, ແຕ່ເຮືອນນັ້ນກໍບໍ່ເຈື່ອນເພພັງລົງ ເພາະມັນຖືກສ້າງຂຶ້ນຢູ່ເທິງດານຫີນ.” |
|
| 26 |
|
| “ແຕ່ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວ ແລະບໍ່ປະຕິບັດຕາມ ຄົນນັ້ນກໍເປັນດັ່ງຄົນໂງ່ທີ່ປຸກເຮືອນຂອງຕົນຢູ່ເທິງຫາດຊາຍ. |
|
| 27 |
|
| ຝົນທັ່ງເທລົງມາ ນໍ້ານອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ ແລະເຮືອນນັ້ນກໍໄດ້ເຈື່ອນເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.” |
|
| 28 |
|
| ເມື່ອພຣະເຢຊູເຈົ້າໄດ້ຊົງກ່າວຄຳເຫຼົ່ານີ້ຈົບແລ້ວ ປະຊາຊົນກໍປະຫລາດໃຈຫລາຍໃນຄຳສັ່ງສອນຂອງພຣະອົງ. |
|
| 29 |
|
| ພຣະອົງບໍ່ໄດ້ເປັນເໝືອນດັ່ງພວກທຳມະຈານ, ແຕ່ພຣະອົງໄດ້ສັ່ງສອນດ້ວຍຣິດອຳນາດ. |
|
|
|
|