|
| 1 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ລົງເຮືອຂ້າມທະເລສາບກັບຄືນໄປທີ່ເມືອງຂອງພຣະອົງ |
|
| 2 |
|
| ບ່ອນນັ້ນ ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາຫາພຣະອົງ, ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງຄົນເຫຼົ່ານັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີດ ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ.” |
|
| 3 |
|
| ແລ້ວທຳມະຈານບາງຄົນກໍຄິດໃນໃຈ ແລ້ວເວົ້າກັນວ່າ, “ຄົນນີ້ເວົ້າໝິ່ນປະໝາດພຣະເຈົ້າ.” |
|
| 4 |
|
| ພຣະເຢຊູເຈົ້າໄດ້ຮູ້ຄວາມຄິດຂອງພວກເຂົາ ພຣະອົງຈຶ່ງໄດ້ກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດບໍ່ດີເຊັ່ນນີ້? |
|
| 5 |
|
| ອັນໃດງ່າຍກວ່າກັນ ທີ່ຈະເວົ້າວ່າ, ‘ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປ?’ |
|
| 6 |
|
| ແຕ່ເຮົາຢາກຈະໃຫ້ພວກເຈົ້າຮູ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກນີ້ ທີ່ຈະອະໄພບາບກຳໃຫ້ມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງເວົ້າກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າ ແລະເມືອເຮືອນສາ.” |
|
| 7 |
|
| ຄົນເປ້ຍໄດ້ລຸກຂຶ້ນ ແລະເມືອເຮືອນຂອງຕົນ. |
|
| 8 |
|
| ເມື່ອປະຊາຊົນໄດ້ເຫັນເຫດການນີ້ພວກເຂົາຈຶ່ງຢ້ານ ແລະພາກັນສັນລະເສີນພຣະເຈົ້າທີ່ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ. |
|
| 9 |
|
| ເມື່ອພຣະເຢຊູເຈົ້າຈາກທີ່ນັ້ນ ແລະຍ່າງຜ່ານໄປເຫັນຊາຍຄົນໜຶ່ງຊື່ວ່າ ມັດທາຍ ກຳລັງນັ່ງຢູ່ທີ່ດ່ານພາສີ ພຣະອົງກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.” ຝ່າຍມັດທາຍກໍລຸກຂຶ້ນ ແລະຕິດຕາມພຣະອົງໄປ. |
|
| 10 |
|
| ຂະນະທີ່ພຣະເຢຊູເຈົ້າຮ່ວມຮັບປະທານອາຫານຄໍ່າ ທີ່ເຮືອນຂອງມັດທາຍ ມີຄົນເກັບພາສີກັບຄົນນອກສິນທຳຫລາຍຄົນໄດ້ມາຮ່ວມຮັບປະທານນຳພຣະເຢຊູເຈົ້າ ແລະພວກສາວົກຂອງພຣະອົງ. |
|
| 11 |
|
| ເມື່ອພວກຟາຣີຊາຍໄດ້ເຫັນເຊັ່ນນີ້ ຈຶ່ງຖາມພວກສາວົກຂອງພຣະເຢຊູເຈົ້າວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງຮ່ວມພາເຂົ້າກັບຄົນເກັບພາສີ ແລະຄົນບາບທັງຫລາຍ?” |
|
| 12 |
|
| ພຣະເຢຊູເຈົ້າໄດ້ຍິນຄຳຖາມຂອງພວກເຂົາ ຈຶ່ງຕອບວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ. |
|
| 13 |
|
| ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.” |
|
| 14 |
|
| ຕໍ່ມາ ມີພວກສິດຂອງໂຢຮັນບັບຕິສະໂຕໄດ້ມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍກັບພວກຟາຣີຊາຍຈຶ່ງຖືສິນອົດອາຫານຢູ່ເລື້ອຍ ສ່ວນພວກສາວົກຂອງທ່ານພັດບໍ່ຖື?” |
|
| 15 |
|
| ພຣະເຢຊູເຈົ້າໄດ້ຕອບວ່າ, “ເພື່ອນຂອງເຈົ້າບ່າວຕ້ອງໂສກເສົ້າ ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາຊັ້ນບໍ? ຄົງເປັນໄປບໍ່ໄດ້ ແຕ່ວັນນັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ພວກເຂົາຈຶ່ງຈະຖືສິນອົດອາຫານ.” |
|
| 16 |
|
| “ບໍ່ມີຜູ້ໃດດອກທີ່ຫຍິບຕາບເສື້ອຄຸມເກົ່າດ້ວຍຜ້າໃໝ່, ດ້ວຍວ່າຜ້າໃໝ່ຈະຫົດ ແລະເຮັດໃຫ້ເສື້ອຄຸມເກົ່າຂາດເປັນຮູໃຫຍ່ຕື່ມອີກ. |
|
| 17 |
|
| ບໍ່ມີຜູ້ໃດດອກທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ. ດ້ວຍວ່າ, ຖົງໜັງນັ້ນຈະແຕກ ເຫຼົ້າອະງຸ່ນຈະໄຫລອອກ ແລະທັງຖົງໜັງກໍຈະເສຍໄປ, ແຕ່ຕ້ອງໃຊ້ຖົງໜັງໃໝ່ໃສ່ເຫຼົ້າອະງຸ່ນໃໝ່ ແລະທັງສອງຢ່າງກໍຈະຢູ່ໃນສະພາບດີ.” |
|
| 18 |
|
| ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຖ້ອຍຄຳເຫຼົ່ານີ້ຢູ່ນັ້ນ, ກໍມີເຈົ້ານາຍຢິວຄົນໜຶ່ງມາຂາບລົງຕໍ່ໜ້າພຣະອົງ ແລະເວົ້າວ່າ, “ລູກສາວຂອງຂ້ານ້ອຍຫາກໍສິ້ນໃຈຕາຍ, ແຕ່ຂໍໂຜດໄປວາງມືໃສ່ນາງດ້ວຍເຖີດ ແລ້ວນາງກໍຈະຄືນມີຊີວິດອີກ.” |
|
| 19 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງລຸກຂຶ້ນໄປກັບເຈົ້ານາຍຄົນນັ້ນ ແລະພວກສາວົກກໍຕິດຕາມພຣະອົງໄປດ້ວຍ. |
|
| 20 |
|
| ພໍດີໃນຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ ນາງຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າ ແລະບາຍເສື້ອຄຸມຂອງພຣະອົງ. |
|
| 21 |
|
| ນາງຄິດໃນໃຈວ່າ, “ຖ້າເຮົາພຽງແຕ່ບາຍເສື້ອຄຸມຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດໄດ້.” |
|
| 22 |
|
| ພຣະເຢຊູເຈົ້າຫັນຫລັງກັບມາ ແລະເຫັນນາງຈຶ່ງກ່າວວ່າ, “ລູກຍິງເອີຍ ຈົ່ງຊື່ນໃຈເທີ້ນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນເວລາດຽວກັນນັ້ນເອງນາງກໍດີພະຍາດ. |
|
| 23 |
|
| ແລ້ວພຣະເຢຊູເຈົ້າກໍເຂົ້າໄປທີ່ເຮືອນຂອງເຈົ້ານາຍຄົນນັ້ນ ແລະໄດ້ເຫັນຄົນເປົ່າຂຸ່ຍ ກັບຄົນທີ່ມາງັນເຮືອນດີວຸ້ນວາຍອຶກກະທຶກຢູ່ |
|
| 24 |
|
| ພຣະອົງຊົງກ່າວວ່າ, “ໃຫ້ທຸກຄົນອອກໄປ ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບຢູ່ເທົ່ານັ້ນ.” ແລ້ວທຸກຄົນກໍພາກັນຫົວຂວັນພຣະອົງ. |
|
| 25 |
|
| ເມື່ອປະຊາຊົນເຫຼົ່ານັ້ນອອກໄປໝົດແລ້ວ ພຣະອົງໄດ້ເຂົ້າໄປຈັບມືຂອງນາງ ແລະນາງກໍລຸກຂຶ້ນ. |
|
| 26 |
|
| ແລ້ວເລື່ອງກ່ຽວກັບເຫດການທີ່ໄດ້ເກີດຂຶ້ນນີ້ ກໍຊ່າລືໄປທົ່ວທັງຂົງເຂດນັ້ນ. |
|
| 27 |
|
| ເມື່ອພຣະເຢຊູເຈົ້າຈາກບ່ອນນັ້ນແລະຜ່ານໄປ ກໍມີຊາຍຕາບອດສອງຄົນຕິດຕາມພຣະອົງໄປ ແລະຮ້ອງຂຶ້ນວ່າ, “ບຸດດາວິດເອີຍ ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ.” |
|
| 28 |
|
| ເມື່ອພຣະອົງໄດ້ເຂົ້າໄປໃນເຮືອນແລ້ວ, ຊາຍຕາບອດສອງຄົນນັ້ນ ກໍເຂົ້າມາຫາພຣະອົງ ພຣະອົງຖາມພວກເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາຊົງໂຜດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?” ພວກເຂົາຕອບວ່າ, “ເຊື່ອ ທ່ານເອີຍ”. |
|
| 29 |
|
| ແລ້ວພຣະອົງກໍໄດ້ບາຍຕາຂອງພວກເຂົາ ແລະກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຈົ້າເຖີດ.” |
|
| 30 |
|
| ແລ້ວຕາຂອງພວກເຂົາກໍກັບເຫັນຮຸ່ງ. ພຣະເຢຊູເຈົ້າສັ່ງຫ້າມພວກເຂົາຢ່າງເຂັ້ມງວດໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເປັນເດັດຂາດ.” |
|
| 31 |
|
| ແຕ່ເມື່ອພວກເຂົາຈາກໄປແລ້ວ ພວກເຂົາກໍປະກາດຂ່າວກ່ຽວກັບພຣະອົງ ໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ. |
|
| 32 |
|
| ເມື່ອພວກເຂົາກຳລັງອອກໄປນັ້ນ ກໍມີບາງຄົນນຳຊາຍປາກກືກຜູ້ໜຶ່ງທີ່ມີຜີມານຮ້າຍສິງຢູ່ ມາຫາພຣະເຢຊູເຈົ້າ. |
|
| 33 |
|
| ແຕ່ພໍພຣະອົງຂັບໄລ່ຜີມານຮ້າຍນັ້ນອອກໄປແລ້ວ ຄົນປາກກືກຜູ້ນັ້ນກໍເວົ້າໄດ້ ຄົນທັງຫລາຍງຶດປະຫລາດໃຈ ແລະພາກັນເວົ້າວ່າ, “ບໍ່ເຄີຍເຫັນເຫດການຢ່າງນີ້ຈັກເທື່ອໃນຊາດອິດສະຣາເອນ.” |
|
| 34 |
|
| ແຕ່ພວກຟາຣີຊາຍເວົ້າວ່າ, “ແມ່ນນາຍຜີມານຮ້າຍ ທີ່ໃຫ້ຣິດອຳນາດແກ່ລາວຂັບໄລ່ຜີມານຮ້າຍອອກ.” |
|
| 35 |
|
| ພຣະເຢຊູເຈົ້າໄດ້ໄປທຸກເມືອງທຸກບ້ານ ແລະພຣະອົງໄດ້ສັ່ງສອນຢູ່ໃນທຳມະສາລາຂອງພວກເຂົາ ແລະປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນໃຫ້ຫາຍດີຈາກການເຈັບໄຂ້ໄດ້ປ່ວຍ ແລະພະຍາດໂຣຄານາໆຊະນິດ. |
|
| 36 |
|
| ເມື່ອພຣະອົງເຫັນປະຊາຊົນຢ່າງຫລວງຫລາຍ ພຣະອົງກໍມີໃຈສົງສານຄົນເຫຼົ່ານັ້ນ ເພາະພວກເຂົາກັງວົນເປັນທຸກໃຈແລະຂາດທີ່ເພິ່ງ ເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ. |
|
| 37 |
|
| ສະນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງພຣະອົງວ່າ, “ເຂົ້າທີ່ພໍເກັບກ່ຽວກໍຫລາຍແທ້ ແຕ່ຄົນງານຍັງມີໜ້ອຍຢູ່. |
|
| 38 |
|
| ເຫດສະນັ້ນ ພວກເຈົ້າຈົ່ງພາວັນນາອະທິຖານຂໍນຳເຈົ້າຂອງການເກັບກ່ຽວໃຫ້ສົ່ງຄົນງານມາຫລາຍຂຶ້ນ ເພື່ອການເກັບກ່ຽວຂອງຕົນສາ.” |
|
|
|
|