|
| 1 |
|
| ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ |
|
| 2 |
|
| ເລີ່ມຕົ້ນຕາມທີ່ພຣະເຈົ້າໄດ້ກ່າວໃຫ້ຜູ້ທຳນວາຍເອຊາຢາໄດ້ຂຽນໄວ້ດັ່ງນີ້: “ເຮົາຈະໃຊ້ຜູ້ນຳຂ່າວຂອງເຮົາ ໄປກ່ອນໜ້າທ່ານ. ເພື່ອໄຂຫົນທາງໄວ້ສຳລັບທ່ານ.” |
|
| 3 |
|
| “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງປະກາດ ໃນຖິ່ນແຫ້ງແລ້ງກັນດານ ວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະຜູ້ເປັນເຈົ້າ, ຄືເຮັດທາງໃຫ້ຊື່ສຳລັບພຣະອົງ ຈະເດີນໄປ.”’ |
|
| 4 |
|
| ສະນັ້ນ ໂຢຮັນບັບຕິສະໂຕຈຶ່ງໄດ້ປາກົດຕົວໃນຖິ່ນແຫ້ງແລ້ງກັນດານ ໂດຍໃຫ້ຮັບບັບຕິສະມາ ແລະປະກາດ. “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພການບາບໃຫ້ທ່ານ.” |
|
| 5 |
|
| ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ພວກເຂົາໄດ້ສາລະພາບການບາບຂອງພວກຕົນ ແລະໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ. |
|
| 6 |
|
| ໂຢຮັນນຸ່ງເຄື່ອງທີ່ເຮັດດ້ວຍຂົນອູດ ໃສ່ສາຍໜັງຮັດແອວ ແລະກິນຕັກແຕນກັບນໍ້າເຜິ້ງປ່າເປັນອາຫານ. |
|
| 7 |
|
| ເພິ່ນໄດ້ປະກາດແກ່ປະຊາຊົນວ່າ, “ຜູ້ທີ່ຈະມາພາຍຫລັງເຮົາ ກໍຍິ່ງໃຫຍ່ກວ່າເຮົາ ຊຶ່ງເຮົາບໍ່ສົມຄວນທີ່ຈະກົ້ມລົງແກ້ ແມ່ນແຕ່ສາຍຮັດເກີບຂອງເພິ່ນ. |
|
| 8 |
|
| ຝ່າຍເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາໃນນໍ້າ ແຕ່ເພິ່ນຜູ້ນັ້ນຈະໃຫ້ເຈົ້າທັງຫລາຍຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.” |
|
| 9 |
|
| ຕໍ່ຈາກນັ້ນມາບໍ່ດົນ ພຣະເຢຊູເຈົ້າໄດ້ຈາກໝູ່ບ້ານນາຊາເຣັດໃນແຂວງຄາລີເລ ແລະຮັບບັບຕິສະມາຈາກໂຢຮັນໃນແມ່ນໍ້າຈໍແດນ. |
|
| 10 |
|
| ໃນເວລາທີ່ພຣະເຢຊູເຈົ້າຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າໄດ້ເຫັນຟ້າສະຫວັນເປີດອອກ ແລະມີພຣະວິນຍານເໝືອນນົກເຂົາລົງມາຢູ່ເທິງພຣະອົງ. |
|
| 11 |
|
| ແລະ ໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.” |
|
| 12 |
|
| ໃນທັນໃດນັ້ນ ພຣະວິນຍານໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, |
|
| 13 |
|
| ບ່ອນທີ່ພຣະອົງຖືກມານຊາຕານທົດລອງເປັນເວລາສີ່ສິບວັນ ພຣະອົງຢູ່ທ່າມກາງເຫຼົ່າສັດຮ້າຍ, ແຕ່ມີພວກເທວະດາໄດ້ມາບົວລະບັດພຣະອົງ. |
|
| 14 |
|
| ຫລັງຈາກໂຢຮັນຖືກຈັບໃສ່ຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ. |
|
| 15 |
|
| ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະເຊື່ອໃນຂ່າວປະເສີດ.” |
|
| 16 |
|
| ໃນຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງຊີໂມນກຳລັງໃຊ້ມອງຫາປາຢູ່. |
|
| 17 |
|
| ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະບັນດານພວກເຈົ້າໃຫ້ເປັນຜູ້ຫາຄົນແທນຫາປາ.” |
|
| 18 |
|
| ໃນທັນໃດນັ້ນ ຊາຍທັງສອງກໍປະມອງຂອງຕົນ ແລະຕິດຕາມພຣະອົງໄປ. |
|
| 19 |
|
| ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ພວກເພິ່ນເປັນລູກຊາຍຂອງເຊເບດາຍ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ. |
|
| 20 |
|
| ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນ ຊາຍທັງສອງຈຶ່ງປະພໍ່ຂອງຕົນ ຄືເຊເບດາຍກັບລູກຈ້າງໄວ້ໃນເຮືອ ແລະໄປກັບພຣະອົງ. |
|
| 21 |
|
| ພຣະເຢຊູເຈົ້າກັບບັນດາສາວົກຂອງພຣະອົງ ໄດ້ມາທີ່ເມືອງກາເປນາອູມ ແລະເຖິງວັນຊະບາໂຕ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະໄດ້ຕັ້ງຕົ້ນສັ່ງສອນ. |
|
| 22 |
|
| ປະຊາຊົນທີ່ໄດ້ຍິນຕ່າງກໍປະຫລາດໃຈໃນຄຳສອນຂອງພຣະອົງ ພຣະອົງໄດ້ສັ່ງສອນດ້ວຍສິດອຳນາດບໍ່ເໝືອນພວກທຳມະຈານ. |
|
| 23 |
|
| ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາຂອງພວກເຂົາທີ່ມີຜີຊົ່ວຮ້າຍສິງຢູ່ ແລະລາວໄດ້ຮ້ອງຂຶ້ນວ່າ, |
|
| 24 |
|
| “ເຢຊູໄທນາຊາເຣັດເອີຍ ທ່ານມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າທ່ານເປັນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ.” |
|
| 25 |
|
| ພຣະເຢຊູເຈົ້າສັ່ງຜີຊົ່ວຮ້າຍນັ້ນວ່າ, “ມິດແມ ແລະອອກຈາກຊາຍຄົນນີ້ສາ.” |
|
| 26 |
|
| ຜີຊົ່ວຮ້າຍໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ຮ້ອງສຽງດັງ ແລະມັນກໍອອກໄປຈາກລາວ. |
|
| 27 |
|
| ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະເວົ້າກັນວ່າ, “ນີ້ແມ່ນຫຍັງ? ຄຳສັ່ງສອນໃໝ່ມີສິດອຳນາດແທ້ ເພາະທ່ານຜູ້ນີ້ສັ່ງຜີຊົ່ວຮ້າຍ ແລະມັນກໍຍອມຟັງຄວາມເພິ່ນ.” |
|
| 28 |
|
| ດັ່ງນັ້ນ ຊື່ສຽງຂອງພຣະເຢຊູເຈົ້າຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ. |
|
| 29 |
|
| ໃນຂະນະນັ້ນ ພຣະເຢຊູເຈົ້າກໍອອກຈາກທຳມະສາລາພ້ອມກັບຢາໂກໂບ ແລະ ໂຢຮັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ. |
|
| 30 |
|
| ແມ່ເມຍຂອງຊີໂມນນອນຢູ່ ເພາະວ່ານາງເປັນໄຂ້ ພໍພຣະເຢຊູເຈົ້າມາຮອດ ເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້. |
|
| 31 |
|
| ພຣະອົງຈຶ່ງໄປຫາ ແລະຈັບມືນາງໃຫ້ລຸກຂຶ້ນ ໃນທັນໃດນັ້ນ ໄຂ້ກໍຫາຍ ແລະນາງກໍຄອຍບົວລະບັດຮັບໃຊ້ພຣະອົງແລະພວກສາວົກ. |
|
| 32 |
|
| ເມື່ອຍາມແລງພໍຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍ ແລະມີຜີມານຮ້າຍສິງມາຫາພຣະເຢຊູເຈົ້າ. |
|
| 33 |
|
| ປະຊາຊົນໃນເມືອງທັງໝົດໄດ້ມາອັ່ງອໍກັນຢູ່ປະຕູເຮືອນ. |
|
| 34 |
|
| ພຣະເຢຊູເຈົ້າໄດ້ຊົງໂຜດຫລາຍຄົນ ທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດທຸກຊະນິດໃຫ້ຫາຍດີ ແລະຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ. |
|
| 35 |
|
| ເຊົ້າວັນໃໝ່ເວລາຍັງມືດຢູ່ ພຣະເຢຊູເຈົ້າໄດ້ລຸກຂຶ້ນ ແລະໄປຍັງສະຖານທີ່ງຽບສະຫງັດ ແລ້ວພາວັນນາອະທິຖານຢູ່ທີ່ນັ້ນ. |
|
| 36 |
|
| ແຕ່ຊີໂມນກັບເພື່ອນທີ່ຢູ່ນຳກັນ ໄດ້ອອກໄປຊອກຫາພຣະອົງ, |
|
| 37 |
|
| ເມື່ອພົບແລ້ວພວກເພິ່ນກໍເວົ້າວ່າ, “ທຸກຄົນກຳລັງຊອກຫາທ່ານຢູ່.” |
|
| 38 |
|
| ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປບ່ອນອື່ນທີ່ເມືອງໃກ້ຄຽງ, ເພື່ອເຮົາຈະປະກາດຂ່າວປະເສີດໃຫ້ປະຊາຊົນໃນທີ່ເຫຼົ່ານັ້ນດ້ວຍ, ເຮົາໄດ້ມາກໍເພື່ອຈະກະທຳການນີ້ແຫຼະ.” |
|
| 39 |
|
| ດັ່ງນັ້ນ ພຣະອົງຈຶ່ງໄດ້ໄປທົ່ວແຂວງຄາລີເລໄດ້ສັ່ງສອນໃນທຳມະສາລາ ແລະຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ. |
|
| 40 |
|
| ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.” |
|
| 41 |
|
| ພຣະເຢຊູເຈົ້າມີໃຈສົງສານຄົນນັ້ນ ຈຶ່ງເດ່ມືອອກໄປແຕະຕ້ອງລາວໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ.” |
|
| 42 |
|
| ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະລາວຈຶ່ງດີສະອາດ. |
|
| 43 |
|
| ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ໜີໄປໃນທັນທີທັນໃດ |
|
| 44 |
|
| ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.” |
|
| 45 |
|
| ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງ ໃນບ່ອນປ່ຽວ ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ. |
|
|
|
|