|
| 1 |
|
| ຂ່າວປະເສີດເລື່ອງພຣະເຢຊູເຈົ້າພຣະເມຊີອາ ພຣະບຸດຂອງພຣະເຈົ້າ ໄດ້ເລີ່ມຕົ້ນດັ່ງນີ້, |
|
| 2 |
|
| ໃນພຣະທຳເອຊາຢາຜູ້ທຳນວາຍມີຂຽນໄວ້ວ່າ: “ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານ ເພື່ອຈັດຕຽມຫົນທາງສຳລັບທ່ານ” |
|
| 3 |
|
| “ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ, ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’”. |
|
| 4 |
|
| ແລ້ວໂຢຮັນບັບຕິສະໂຕກໍໄດ້ປາກົດໂຕໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອຮັບການອະໄພບາບ. |
|
| 5 |
|
| ປະຊາຊົນທົ່ວແຂວງຢູດາຍ ແລະ ຊາວເຢຣູຊາເລັມທັງໝົດໄດ້ພາກັນອອກໄປຫາເພິ່ນ. ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ. |
|
| 6 |
|
| ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ ແລະ ເພິ່ນກິນຕັກແຕນ ແລະ ນ້ຳເຜິ້ງປ່າ. |
|
| 7 |
|
| ແລະ ນີ້ແມ່ນຂໍ້ຄວາມຂອງເພິ່ນຄື: “ຜູ້ທີ່ຈະມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງເພິ່ນ. |
|
| 8 |
|
| ເຮົາໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍນ້ຳ ແຕ່ພຣະອົງຈະໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ”. |
|
| 9 |
|
| ໃນເວລານັ້ນ ພຣະເຢຊູເຈົ້າໄດ້ມາຈາກບ້ານນາຊາເຣັດໃນແຂວງຄາລີເລ ແລະ ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ. |
|
| 10 |
|
| ໃນຂະນະທີ່ພຣະເຢຊູເຈົ້າຂຶ້ນຈາກນ້ຳນັ້ນ, ພຣະອົງກໍເຫັນສະຫວັນເປີດອອກ ແລະ ມີພຣະວິນຍານບໍລິສຸດເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ. |
|
| 11 |
|
| ແລ້ວມີສຽງໜຶ່ງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ ເຮົາພໍໃຈທ່ານຫລາຍ”. |
|
| 12 |
|
| ໃນທັນໃດນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, |
|
| 13 |
|
| ພຣະອົງຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບວັນ, ຖືກທົດລອງໂດຍມານຊາຕານ. ພຣະອົງຢູ່ກັບສັດປ່າ ແລະ ບັນດາເທວະດາໄດ້ມາບົວລະບັດພຣະອົງ. |
|
| 14 |
|
| ຫລັງຈາກໂຢຮັນຖືກຂັງຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ. |
|
| 15 |
|
| ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະ ອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ. ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອໃນຂ່າວປະເສີດ!” |
|
| 16 |
|
| ຂະນະທີ່ພຣະເຢຊູເຈົ້າຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ ກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ. |
|
| 17 |
|
| ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”. |
|
| 18 |
|
| ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ. |
|
| 19 |
|
| ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນຜູ້ເປັນນ້ອງຊາຍຂອງຢາໂກໂບ ກຳລັງແປງມອງຂອງຕົນຢູ່ໃນເຮືອ. |
|
| 20 |
|
| ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນທັນທີ ແລະ ພວກເພິ່ນຈຶ່ງປະພໍ່ຂອງຕົນຄືເຊເບດາຍ ແລະ ລູກຈ້າງໄວ້ໃນເຮືອແລ້ວຕິດຕາມພຣະອົງໄປ. |
|
| 21 |
|
| ພຣະເຢຊູເຈົ້າ ແລະ ບັນດາສາວົກຂອງພຣະອົງໄດ້ໄປຍັງເມືອງກາເປນາອູມ, ແລະ ເມື່ອເຖິງວັນຊະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະ ໄດ້ເລີ່ມຕົ້ນສັ່ງສອນ. |
|
| 22 |
|
| ປະຊາຊົນໄດ້ຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ, ເພາະວ່າພຣະອົງໄດ້ສັ່ງສອນພວກເຂົາເໝືອນຜູ້ມີສິດອຳນາດ, ບໍ່ເໝືອນກັບພວກຄູສອນກົດບັນຍັດ. |
|
| 23 |
|
| ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາທີ່ໄດ້ຖືກວິນຍານສົກກະປົກເຂົ້າສິງຢູ່ ແລະ ຮ້ອງຂຶ້ນວ່າ, |
|
| 24 |
|
| “ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!” |
|
| 25 |
|
| ພຣະເຢຊູເຈົ້າສັ່ງວິນຍານສົກກະປົກຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!” |
|
| 26 |
|
| ວິນຍານສົກກະປົກໄດ້ເຮັດໃຫ້ຊາຍຄົນນັ້ນຊັກດິ້ນຢ່າງຮຸນແຮງ ແລ້ວຮ້ອງສຽງດັງ ແລະ ກໍອອກໄປຈາກລາວ. |
|
| 27 |
|
| ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ຖາມກັນວ່າ, “ນີ້ແມ່ນຫຍັງ? ເປັນຄຳສັ່ງສອນໃໝ່ ແລະ ທັງຍັງມີສິດອຳນາດ! ທ່ານຜູ້ນີ້ສັ່ງວິນຍານສົກກະປົກ ແລະ ພວກມັນກໍຍອມເຊື່ອຟັງເພິ່ນ”. |
|
| 28 |
|
| ຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວແຂວງຄາລີເລຢ່າງວ່ອງໄວ. |
|
| 29 |
|
| ໃນທັນທີທີ່ພວກເພິ່ນອອກຈາກທຳມະສາລາ ພວກເພິ່ນກໍໄປກັບຢາໂກໂບ ແລະ ໂຢຮັນ ໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ. |
|
| 30 |
|
| ແມ່ເມຍຂອງຊີໂມນນອນເປັນໄຂ້ຢູ່ເທິງຕຽງ, ພວກເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້ທັນທີ. |
|
| 31 |
|
| ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປໃກ້ ແລະ ຈັບມືຂອງນາງ ແລະ ຊ່ວຍນາງໃຫ້ລຸກຂຶ້ນ. ໃນທັນໃດນັ້ນ ໄຂ້ກໍຫາຍ ແລະ ນາງຈຶ່ງເຝົ້າຮັບໃຊ້ພວກເພິ່ນ. |
|
| 32 |
|
| ຕອນແລງວັນນັ້ນຫລັງຈາກຕາເວັນຕົກດິນ ປະຊາຊົນກໍໄດ້ພາບັນດາຄົນທີ່ເຈັບປ່ວຍ ແລະ ຄົນທີ່ຖືກຜີມານຮ້າຍເຂົ້າສິງມາຫາພຣະເຢຊູເຈົ້າ. |
|
| 33 |
|
| ຄົນເມືອງທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ປະຕູ, |
|
| 34 |
|
| ແລະ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດຕ່າງໆໃຫ້ຫາຍດີ. ພຣະອົງຍັງໄດ້ຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ, ແຕ່ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ. |
|
| 35 |
|
| ໃນເວລາເຊົ້າມືດ ພຣະເຢຊູເຈົ້າໄດ້ລຸກຂຶ້ນ, ແລ້ວອອກຈາກເຮືອນໄປຍັງບ່ອນທີ່ງຽບສະຫງົບ ບ່ອນທີ່ພຣະອົງໄດ້ອະທິຖານນັ້ນ. |
|
| 36 |
|
| ຊີໂມນ ແລະ ເພື່ອນທີ່ຢູ່ນຳກັນກໍໄດ້ອອກໄປຊອກຫາພຣະອົງ, |
|
| 37 |
|
| ເມື່ອພົບແລ້ວ ພວກເພິ່ນກໍຮ້ອງອອກມາວ່າ: “ທຸກຄົນກຳລັງຊອກຫາທ່ານຢູ່!” |
|
| 38 |
|
| ພຣະເຢຊູເຈົ້າຈຶ່ງຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປຍັງບ່ອນອື່ນໆໃນຂົງເຂດໃກ້ຄຽງນີ້ ເພື່ອເຮົາຈະໄດ້ປະກາດຂ່າວປະເສີດຢູ່ທີ່ນັ້ນດ້ວຍ. ເຮົາໄດ້ມາກໍເພື່ອພາລະກິດນີ້ແຫລະ”. |
|
| 39 |
|
| ດັ່ງນັ້ນ ພຣະອົງຈຶ່ງໄດ້ເດີນທາງໄປທົ່ວແຂວງຄາລີເລ ໄດ້ເທດສະໜາໃນທຳມະສາລາ ແລະ ຂັບໄລ່ຜີມານຮ້າຍທັງຫລາຍໃຫ້ອອກໄປ. |
|
| 40 |
|
| ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ໄດ້ມາຫາພຣະເຢຊູເຈົ້າ ແລະ ຄຸເຂົ່າລົງອ້ອນວອນຂໍພຣະອົງວ່າ, “ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”. |
|
| 41 |
|
| ພຣະເຢຊູເຈົ້າໃຈຮ້າຍ. ພຣະອົງເດ່ມືອອກໄປແຕະຕ້ອງລາວ ແລະ ກ່າວວ່າ, “ເຮົາພໍໃຈຈະຮັກສາ ຈົ່ງດີສະອາດສາ!” |
|
| 42 |
|
| ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະ ລາວຈຶ່ງດີສະອາດ. |
|
| 43 |
|
| ແລ້ວພຣະເຢຊູເຈົ້າໄດ້ສົ່ງລາວໜີໄປທັນທີ ພ້ອມກັບເຕືອນຢ່າງເຂັ້ມງວດວ່າ: |
|
| 44 |
|
| “ຈົ່ງລະວັງຢ່າບອກເລື່ອງນີ້ແກ່ຜູ້ໃດ ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານໃຫ້ແກ່ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”. |
|
| 45 |
|
| ແຕ່ພໍຊາຍຄົນນີ້ຈາກໄປແລ້ວ ລາວພັດໄປປະກາດເລື່ອງນີ້ໃຫ້ແຜ່ກະຈາຍໄປທົ່ວທຸກບ່ອນ ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ສາມາດເຂົ້າໄປໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ ແຕ່ພຣະອົງໄດ້ອາໄສຢູ່ນອກເມືອງໃນບ່ອນປ່ຽວ. ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ. |
|
|
|
|