|
| 1 |
|
| ຕໍ່ມາ ພຣະເຢຊູເຈົ້າກໍອອກຈາກທີ່ນັ້ນໄປຍັງແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນ້ຳຈໍແດນທາງຟາກເບື້ອງນັ້ນ. ມີປະຊາຊົນຈໍານວນຫລວງຫລາຍໄດ້ມາຫາພຣະອົງອີກ, ແລະ ພຣະອົງກໍໄດ້ສັ່ງສອນພວກເຂົາເໝືອນດັ່ງທີ່ພຣະອົງເຄີຍເຮັດມາ. |
|
| 2 |
|
| ພວກຟາຣີຊາຍບາງຄົນໄດ້ມາທົດລອງພຣະອົງໂດຍຖາມພຣະອົງວ່າ, “ເປັນການຖືກຕ້ອງຕາມກົດບັນຍັດທີ່ຜູ້ຊາຍຈະຢ່າຮ້າງເມຍຂອງຕົນແມ່ນບໍ?” |
|
| 3 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?” |
|
| 4 |
|
| ພວກເຂົາຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ຜູ້ຊາຍຂຽນໜັງສືຢັ້ງຢືນການຢ່າຮ້າງ ແລະ ສົ່ງນາງໜີໄປ”. |
|
| 5 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເພາະໃຈຂອງພວກເຈົ້າທັງຫລາຍແຂງກະດ້າງ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂໍ້ນີ້ໃຫ້ພວກເຈົ້າ. |
|
| 6 |
|
| ຕັ້ງແຕ່ເລີ່ມຕົ້ນທີ່ສ້າງໂລກນັ້ນ ພຣະເຈົ້າ ‘ໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ’. |
|
| 7 |
|
| ‘ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລະ ໄປຜູກພັນຢູ່ກັບເມຍ ຂອງຕົນ |
|
| 8 |
|
| ແລະ ພວກເຂົາທັງສອງກໍເປັນກາຍດຽວກັນ’. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ເປັນສອງອີກຕໍ່ໄປ ແຕ່ເປັນກາຍດຽວກັນ. |
|
| 9 |
|
| ເຫດສະນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ”. |
|
| 10 |
|
| ເມື່ອພວກເພິ່ນກັບເຂົ້າໄປໃນເຮືອນອີກ, ພວກສາວົກກໍໄດ້ຖາມພຣະເຢຊູເຈົ້າກ່ຽວກັບເລື່ອງນີ້. |
|
| 11 |
|
| ພຣະອົງຈຶ່ງຕອບວ່າ, “ຜູ້ໃດທີ່ຢ່າຮ້າງເມຍຂອງຕົນແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຫລິ້ນຊູ້. |
|
| 12 |
|
| ແລະ ຖ້ານາງຢ່າຮ້າງຜົວຂອງຕົນແລ້ວໄປແຕ່ງງານກັບຊາຍອື່ນ ນາງກໍຫລິ້ນຊູ້”. |
|
| 13 |
|
| ປະຊາຊົນໄດ້ນໍາເດັກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ, ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້. |
|
| 14 |
|
| ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈຈຶ່ງກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ, ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ. |
|
| 15 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”. |
|
| 16 |
|
| ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍໄວ້ໃນແຂນຂອງພຣະອົງ, ວາງມືຂອງພຣະອົງເທິງພວກເຂົາ ແລະ ອວຍພອນພວກເຂົາ. |
|
| 17 |
|
| ເມື່ອພຣະເຢຊູເຈົ້າອອກເດີນທາງຕໍ່ໄປ, ມີຊາຍຄົນໜຶ່ງແລ່ນມາຫາພຣະອົງ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວຖາມວ່າ, “ອາຈານຜູ້ປະເສີດເອີຍ, ຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນ?” |
|
| 18 |
|
| ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. |
|
| 19 |
|
| ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຢ່າສໍ້ໂກງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’ ”. |
|
| 20 |
|
| ຊາຍຄົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ທັງໝົດເຫລົ່ານີ້ ຂ້ານ້ອຍໄດ້ຖືຮັກສາຕັ້ງແຕ່ເປັນເດັກນ້ອຍ”. |
|
| 21 |
|
| ພຣະເຢຊູເຈົ້າແນມເບິ່ງລາວດ້ວຍຄວາມຮັກ ແລະ ກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປ, ຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”. |
|
| 22 |
|
| ເມື່ອໄດ້ຍິນດັ່ງນັ້ນໜ້າຂອງລາວກໍເສົ້າລົງ. ລາວຈາກໄປດ້ວຍຄວາມທຸກໃຈ ເພາະລາວເປັນຄົນຮັ່ງມີຫລາຍ. |
|
| 23 |
|
| ພຣະເຢຊູເຈົ້າແນມເບິ່ງອ້ອມຮອບແລ້ວກ່າວກັບພວກສາວົກວ່າ, “ມັນຍາກແທ້ທີ່ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ!” |
|
| 24 |
|
| ພວກສາວົກຕ່າງກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ແຕ່ພຣະເຢຊູເຈົ້າໄດ້ກ່າວອີກວ່າ, “ລູກເອີຍ, ຍາກຫລາຍ ທີ່ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ! |
|
| 25 |
|
| ໃຫ້ອູດໂຕໜຶ່ງລອດຮູເຂັມຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”. |
|
| 26 |
|
| ພວກສາວົກກໍຍິ່ງປະຫລາດໃຈຫລາຍຂຶ້ນ ຈຶ່ງເວົ້າກັນວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?” |
|
| 27 |
|
| ພຣະເຢຊູເຈົ້າແນມເບິ່ງພວກເພິ່ນ ແລະ ກ່າວວ່າ, “ສຳລັບມະນຸດກໍເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າທຸກສິ່ງເປັນໄປໄດ້”. |
|
| 28 |
|
| ແລ້ວເປໂຕກໍກ່າວຂຶ້ນວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ!” |
|
| 29 |
|
| ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ໄດ້ປະຖິ້ມເຮືອນ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາຂອງຕົນເພື່ອເຮົາ ແລະ ເພື່ອຂ່າວປະເສີດ |
|
| 30 |
|
| ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍເທົ່າໃນຍຸກນີ້ຄື: ເຮືອນ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມທັງການຂົ່ມເຫັງ ແລະ ໃນຍຸກໜ້າຈະໄດ້ຊີວິດນິລັນດອນ. |
|
| 31 |
|
| ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ປາຍຈະກັບເປັນຜູ້ຕົ້ນ”. |
|
| 32 |
|
| ພວກເພິ່ນກຳລັງເດີນທາງຂຶ້ນໄປນະຄອນເຢຣູຊາເລັມ, ໂດຍມີພຣະເຢຊູເຈົ້ານຳໜ້າພວກເພິ່ນໄປ, ແລະ ພວກສາວົກກໍພາກັນປະຫລາດໃຈ, ສ່ວນຄົນທີ່ມາຕາມຫລັງນັ້ນຕ່າງກໍມີຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກອີກ ແລະ ກ່າວເຖິງສິ່ງທີ່ກຳລັງຈະເກີດຂຶ້ນກັບພຣະອົງວ່າ, |
|
| 33 |
|
| “ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ແລະ ບຸດມະນຸດຈະຖືກມອບໄວ້ກັບພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພວກເຂົາຈະລົງໂທດພຣະອົງໃຫ້ເຖິງຕາຍ ແລະ ຈະມອບພຣະອົງໃຫ້ກັບຄົນຕ່າງຊາດ, |
|
| 34 |
|
| ພວກເຂົາຈະເຢາະເຢີ້ຍພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, ຈະຂ້ຽນຕີພຣະອົງ ແລະ ຈະຂ້າພຣະອົງ. ສາມວັນຕໍ່ມາພຣະອົງຈະເປັນຄືນມາ”. |
|
| 35 |
|
| ແລ້ວຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍໄດ້ມາຫາພຣະເຢຊູເຈົ້າ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກໃຫ້ທ່ານເຮັດຕາມຄຳຂໍຂອງພວກຂ້ານ້ອຍ”. |
|
| 36 |
|
| ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?” |
|
| 37 |
|
| ພວກເພິ່ນຕອບວ່າ, “ເມື່ອພຣະອົງໄດ້ຮັບສະຫງ່າລາສີ ຂໍໃຫ້ພວກຂ້ານ້ອຍໄດ້ນັ່ງທີ່ເບື້ອງຂວາຂອງພຣະອົງ ແລະ ອີກຄົນໜຶ່ງນັ່ງທີ່ເບື້ອງຊ້າຍຂອງພຣະອົງ”. |
|
| 38 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ ຈອກທີ່ເຮົາຈະດື່ມນັ້ນພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາທີ່ເຮົາຮັບນັ້ນພວກເຈົ້າຈະຮັບໄດ້ບໍ?” |
|
| 39 |
|
| ພວກເພິ່ນຕອບວ່າ, “ໄດ້ພຣະອົງເຈົ້າ”. ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະໄດ້ດື່ມຈາກຈອກທີ່ເຮົາດື່ມແທ້ ແລະ ບັບຕິສະມາທີ່ເຮົາຮັບ ພວກເຈົ້າກໍຕ້ອງໄດ້ຮັບແທ້, |
|
| 40 |
|
| ແຕ່ການນັ່ງທີ່ເບື້ອງຂວາ ຫລື ເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນເຮົາຈະເປັນຜູ້ອະນຸຍາດ. ບ່ອນເຫລົ່ານັ້ນເປັນຂອງບັນດາຜູ້ທີ່ໄດ້ຖືກຈັດຕຽມໄວ້ແລ້ວ”. |
|
| 41 |
|
| ເມື່ອສາວົກອີກສິບຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເພິ່ນກໍບໍ່ພໍໃຈກັບຢາໂກໂບ ແລະ ໂຢຮັນ. |
|
| 42 |
|
| ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາພ້ອມໜ້າກັນ ແລະ ກ່າວວ່າ, “ພວກເຈົ້າທັງຫລາຍຕ່າງກໍຮູ້ດີວ່າບັນດາຜູ້ທີ່ຖືວ່າເປັນຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນນາຍເໜືອພວກເຂົາ ແລະ ເຈົ້າໜ້າທີ່ຊັ້ນໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ. |
|
| 43 |
|
| ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ພວກເຈົ້າທັງຫລາຍ, |
|
| 44 |
|
| ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງທຸກຄົນ. |
|
| 45 |
|
| ເພາະແມ່ນແຕ່ບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ແຕ່ມາເພື່ອຮັບໃຊ້, ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”. |
|
| 46 |
|
| ຫລັງຈາກນັ້ນ ພວກເພິ່ນກໍມາຮອດເມືອງເຢຣີໂກ. ຂະນະທີ່ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງພ້ອມກັບປະຊາຊົນກຸ່ມໃຫຍ່ກຳລັງຈະອອກຈາກເມືອງ, ມີຊາຍຕາບອດຄົນໜຶ່ງຊື່ວ່າບາຣະຕີມາຍ (ທີ່ເປັນລູກຊາຍຂອງຕີມາຍ) ນັ່ງຂໍທານຢູ່ແຄມທາງ. |
|
| 47 |
|
| ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າຊາວນາຊາເຣັດກຳລັງມາໃກ້, ລາວກໍຮ້ອງສຽງດັງຂຶ້ນວ່າ, “ພຣະເຢຊູເຈົ້າ ບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!” |
|
| 48 |
|
| ມີຫລາຍຄົນໄດ້ຫ້າມໄວ້ ແລະ ບອກລາວໃຫ້ມິດຢູ່, ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!” |
|
| 49 |
|
| ພຣະເຢຊູເຈົ້າຈຶ່ງຢຸດ ແລະ ກ່າວວ່າ, “ຈົ່ງເອີ້ນລາວມາ”. ດັ່ງນັ້ນ ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນມາ ແລະ ເວົ້າວ່າ, “ຈົ່ງດີໃຈ! ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເຈົ້າ”. |
|
| 50 |
|
| ລາວຈຶ່ງໂຍນເສື້ອຄຸມຂອງຕົນຖິ້ມ ແລ້ວຟ້າວກະໂດດໄປຫາພຣະເຢຊູເຈົ້າ. |
|
| 51 |
|
| ພຣະອົງຖາມລາວວ່າ, “ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຈຶ່ງຕອບວ່າ, “ອາຈານເອີຍ, ຂ້ານ້ອຍຢາກເບິ່ງເຫັນ”. |
|
| 52 |
|
| ພຣະເຢຊູເຈົ້າກ່າວວ່າ, “ໄປສາ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນທັນໃດນັ້ນລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປຕາມທາງ. |
|
|
|
|