|
| 1 |
|
| ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກເຂົ້າມາໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານເບັດຟາເຄ ແລະ ບ້ານເບັດທານີທີ່ພູເຂົາໝາກກອກ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນຂອງພຣະອົງລ່ວງໜ້າໄປກ່ອນ, |
|
| 2 |
|
| ໂດຍສັ່ງພວກເພິ່ນວ່າ, “ຈົ່ງໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ເມື່ອເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ຖືກມັດຢູ່ ເຊິ່ງຍັງບໍ່ເຄີຍມີຜູ້ໃດໄດ້ຂຶ້ນຂີ່ຈັກເທື່ອ. ຈົ່ງແກ້ເຊືອກອອກ ແລ້ວຈູງມາທີ່ນີ້. |
|
| 3 |
|
| ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ຈົ່ງບອກວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການ ແລະ ບໍ່ດົນກໍຈະສົ່ງມັນຄືນມາບ່ອນນີ້’”. |
|
| 4 |
|
| ແລ້ວພວກສາວົກທັງສອງຈຶ່ງໄປ ແລະ ກໍພົບລໍນ້ອຍໂຕໜຶ່ງຢູ່ແຄມທາງທີ່ຖືກມັດໄວ້ຢູ່ໃກ້ປະຕູເຮືອນ. ຂະນະທີ່ພວກເພິ່ນກຳລັງແກ້ເຊືອກຢູ່ນັ້ນ, |
|
| 5 |
|
| ມີບາງຄົນທີ່ຢືນຢູ່ໃນທີ່ນັ້ນຖາມວ່າ, “ພວກເຈົ້າກຳລັງເຮັດຫຍັງ? ພວກເຈົ້າແກ້ເຊືອກເອົາລໍນ້ອຍນັ້ນໄປເຮັດຫຍັງ?” |
|
| 6 |
|
| ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ສັ່ງໄວ້, ແລ້ວຄົນເຫລົ່ານັ້ນຈຶ່ງຍອມໃຫ້ພວກເພິ່ນເອົາໄປ. |
|
| 7 |
|
| ພວກເພິ່ນໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເສື້ອຄຸມຂອງຕົນປູເທິງຫລັງລໍ, ພຣະອົງຂຶ້ນນັ່ງຢູ່ເທິງຫລັງລໍນ້ອຍນັ້ນ. |
|
| 8 |
|
| ມີປະຊາຊົນຫລາຍຄົນໄດ້ເອົາເສື້ອຄຸມຂອງຕົນປູລົງຕາມຫົນທາງ, ແລະ ບາງຄົນກໍໄດ້ຕັດເອົາງ່າໄມ້ຕາມທົ່ງນາມາປູຕາມຫົນທາງ. |
|
| 9 |
|
| ບັນດາຄົນທີ່ຍ່າງນຳໜ້າໄປກ່ອນ ແລະ ບັນດາຄົນທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ! “ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!” |
|
| 10 |
|
| “ຂໍໃຫ້ອານາຈັກຂອງດາວິດບັນພະບຸລຸດຂອງພວກເຮົາທີ່ຈະມານີ້ ຈົ່ງຈະເລີນ!” “ໂຮຊັນນາໃນສະຫວັນສູງສຸດ!” |
|
| 11 |
|
| ພຣະເຢຊູເຈົ້າໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ ແລ້ວເຂົ້າໄປໃນເດີ່ນວິຫານ. ພຣະອົງໄດ້ຫລຽວເບິ່ງທຸກສິ່ງ, ແຕ່ເນື່ອງຈາກວ່າໃກ້ຄ່ຳແລ້ວ ພຣະອົງຈຶ່ງກັບໄປຍັງບ້ານເບັດທານີກັບພວກສາວົກທັງສິບສອງຄົນ. |
|
| 12 |
|
| ໃນວັນຕໍ່ມາ ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກກຳລັງອອກຈາກບ້ານເບັດທານີໄປ, ພຣະເຢຊູເຈົ້າຫິວເຂົ້າ. |
|
| 13 |
|
| ພຣະອົງເຫັນຕົ້ນໝາກເດື່ອຕົ້ນໜຶ່ງທີ່ມີໃບດົກໜາດີ ແລະ ພຣະອົງກໍໄປເບິ່ງວ່າມັນມີໝາກບໍ່. ແຕ່ເມື່ອພຣະອົງໄປເຖິງຕົ້ນໝາກເດື່ອແລ້ວກໍພົບວ່າບໍ່ມີໝາກມີແຕ່ໃບເທົ່ານັ້ນ ເພາະບໍ່ແມ່ນລະດູເກີດໝາກ |
|
| 14 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ຕົ້ນໝາກເດື່ອນັ້ນວ່າ, “ຕັ້ງແຕ່ນີ້ໄປ ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງມຶງອີກຈັກເທື່ອ”. ແລະ ພວກສາວົກຂອງພຣະອົງກໍໄດ້ຍິນຄຳທີ່ພຣະອົງໄດ້ກ່າວນັ້ນ. |
|
| 15 |
|
| ເມື່ອມາເຖິງນະຄອນເຢຣູຊາເລັມ ພຣະເຢຊູເຈົ້າໄດ້ເຂົ້າໄປໃນເດີ່ນວິຫານ ພຣະອົງໄດ້ເລີ່ມຂັບໄລ່ບັນດາຄົນທີ່ຊື້ ແລະ ຂາຍຢູ່ທີ່ນັ້ນອອກໄປ. ພຣະອົງໄດ້ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ ແລະ ຕັ່ງນັ່ງຂອງຄົນຂາຍນົກເຂົາ, |
|
| 16 |
|
| ແລະ ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຂົນສິນຄ້າຜ່ານເດີ່ນວິຫານ. |
|
| 17 |
|
| ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີບໍ່ແມ່ນບໍວ່າ: “‘ວິຫານຂອງເຮົາຈະເປັນທີ່ເອີ້ນວ່າວິຫານແຫ່ງການອະທິຖານສຳລັບຄົນທຸກຊາດ’? ແຕ່ພວກເຈົ້າໄດ້ເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’ ”. |
|
| 18 |
|
| ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດໄດ້ຍິນຢ່າງນັ້ນ ພວກເຂົາຈຶ່ງເລີ່ມຊອກຫາທາງທີ່ຈະຂ້າພຣະອົງ, ພວກເຂົາຢ້ານພຣະອົງ, ເພາະປະຊາຊົນທັງໝົດກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ. |
|
| 19 |
|
| ພໍຕອນຄ່ຳມາ ພຣະເຢຊູເຈົ້າ ແລະ ພວກສາວົກ ຂອງພຣະອົງກໍອອກຈາກເມືອງ. |
|
| 20 |
|
| ໃນຕອນເຊົ້າ ຂະນະທີ່ພວກເພິ່ນມາຕາມທາງ, ພວກເພິ່ນໄດ້ເຫັນຕົ້ນໝາກເດື່ອຫ່ຽວແຫ້ງໄປຈົນເຖິງຮາກ. |
|
| 21 |
|
| ເປໂຕຈື່ໄດ້ ແລະ ເວົ້າກັບພຣະເຢຊູເຈົ້າວ່າ, “ຣັບບີເອີຍ, ເບິ່ງແມ! ຕົ້ນໝາກເດື່ອທີ່ພຣະອົງສາບແຊ່ງນັ້ນໄດ້ຫ່ຽວແຫ້ງໄປແລ້ວ!” |
|
| 22 |
|
| ພຣະເຢຊູເຈົ້າຕອບວ່າ, “ຈົ່ງມີຄວາມເຊື່ອ ໃນພຣະເຈົ້າ, |
|
| 23 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດກໍຕາມທີ່ສັ່ງພູເຂົາໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍລົງໄປສູ່ທະເລ’ ແລະ ບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມທີ່ພວກເຂົາເວົ້າ ແລ້ວກໍຈະເປັນຈິງຕາມນັ້ນ. |
|
| 24 |
|
| ດ້ວຍເຫດນັ້ນ ເຮົາບອກພວກເຈົ້າທັງຫລາຍວ່າ, ສິ່ງໃດກໍຕາມທີ່ພວກເຈົ້າອະທິຖານຂໍ ຈົ່ງເຊື່ອວ່າພວກເຈົ້າໄດ້ຮັບແລ້ວ ແລະ ພວກເຈົ້າຈະໄດ້ຮັບສິ່ງນັ້ນ. |
|
| 25 |
|
| ແລະ ເມື່ອພວກເຈົ້າຢືນອະທິຖານ, ຖ້າພວກເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງ ຈົ່ງຍົກໂທດໃຫ້ພວກເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນຈະຍົກໂທດບາບຂອງພວກເຈົ້າ ”. |
|
| 26 |
|
| ແຕ່ຖ້າພວກເຈົ້າບໍ່ຍອມຍົກໂທດ ພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນກໍຈະບໍ່ຍົກໂທດບາບຂອງພວກເຈົ້າເໝືອນກັນ. |
|
| 27 |
|
| ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ກັບຄືນເຂົ້າໄປໃນນະຄອນເຢຣູຊາເລັມອີກເທື່ອໜຶ່ງ ແລະ ໃນຂະນະທີ່ພຣະເຢຊູເຈົ້າໄດ້ຍ່າງເຂົ້າໄປໃນເດີ່ນວິຫານ ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ກໍມາຫາພຣະອົງ, |
|
| 28 |
|
| ພວກເຂົາໄດ້ຖາມວ່າ “ເຈົ້າເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ? ແລະ ຜູ້ໃດໃຫ້ສິດອຳນາດແກ່ເຈົ້າເຮັດສິ່ງນີ້?” |
|
| 29 |
|
| ພຣະເຢຊູເຈົ້າຕອບວ່າ, “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງເໝືອນກັນ. ຈົ່ງຕອບເຮົາ ແລະ ເຮົາຈະບອກພວກເຈົ້າວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ. |
|
| 30 |
|
| ບັບຕິສະມາຂອງໂຢຮັນນັ້ນມາຈາກສະຫວັນ ຫລື ມາຈາກມະນຸດ? ຈົ່ງບອກເຮົາມາເບິ່ງດູ!” |
|
| 31 |
|
| ພວກເຂົາໄດ້ປຶກສາກັນເອງ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ |
|
| 32 |
|
| ແຕ່ຖ້າພວກເຮົາເວົ້າວ່າ, ‘ມາຈາກມະນຸດ’…” (ພວກເຂົາຢ້ານປະຊາຊົນ ເພາະທຸກຄົນຖືວ່າໂຢຮັນເປັນຜູ້ທຳນວາຍແທ້ໆ.) |
|
| 33 |
|
| ດັ່ງນັ້ນ, ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້ຈັກ”. ແລ້ວພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ”. |
|
|
|
|