|
| 1 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ມີຄົນໜຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ເປັນບ່ອນບີບຄັ້ນເອົານໍ້າອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້ດ້ວຍ, ຕໍ່ມາ ເພິ່ນເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍຈາກໄປປະເທດອື່ນ. |
|
| 2 |
|
| ພໍເຖິງລະດູເກັບໝາກອະງຸ່ນມາຮອດ ເພິ່ນກໍໃຫ້ຄົນຮັບໃຊ້ຄົນໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຈາກຜົນລະປູກຂອງຕົນນຳພວກເຂົາ. |
|
| 3 |
|
| ແລະ ຄົນເຊົ່າສວນໄດ້ຈັບຄົນຮັບໃຊ້ຄົນນັ້ນມາຂ້ຽນຕີ ແລະຂັບໄລ່ເຂົາກັບຄືນເມືອມືເປົ່າ. |
|
| 4 |
|
| ແລ້ວເຈົ້າຂອງສວນກໍໃຫ້ຄົນຮັບໃຊ້ຄົນໜຶ່ງໄປອີກ ພວກຄົນເຊົ່າສວນກໍທຸບຕີເຂົາຈົນຫົວມີບາດແຜ ແລະປ້ອຍດ່າດູຖູກເຂົາອີກດ້ວຍ. |
|
| 5 |
|
| ເຈົ້າຂອງສວນໄດ້ໃຫ້ຂ້ອຍໃຊ້ຄົນໜຶ່ງໄປອີກ ແລະພວກເຂົາກໍໄດ້ຂ້າເຂົາ; ແລ້ວເຈົ້າຂອງສວນກໍຍັງສົ່ງຄົນຮັບໃຊ້ມາອີກຫລາຍໆຄົນ ພວກເຂົາກໍຂ້ຽນຕີບາງຄົນ ແລະຂ້າບາງຄົນ. |
|
| 6 |
|
| ໃນທີ່ສຸດ ກໍເຫຼືອແຕ່ລູກຊາຍຜູ້ເປັນສຸດທີ່ຮັກຂອງເພິ່ນ, ເພິ່ນຈຶ່ງໃຊ້ລູກຄົນນັ້ນໄປ ເປັນຄົນສຸດທ້າຍໂດຍຄິດວ່າ, ‘ພວກເຂົາຄົງຈະໃຫ້ຄວາມເຄົາຣົບນັບຖືລາວ.’ |
|
| 7 |
|
| ແຕ່ຄົນເຊົ່າສວນເຫຼົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫຼະ ເປັນເຈົ້າຂອງມໍຣະດົກ, ໃຫ້ພວກເຮົາຂ້າມັນສາ ແລ້ວມໍຣະດົກກໍຈະຕົກເປັນຂອງພວກເຮົາ.’ |
|
| 8 |
|
| ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນ ແລະກໍໄດ້ຂ້າລາວ, ແລ້ວພວກເຂົາກໍໂຍນຊາກສົບຂອງລາວຖິ້ມອອກໄປນອກສວນ.” |
|
| 9 |
|
| ພຣະເຢຊູເຈົ້າຖາມວ່າ, “ເມື່ອເປັນເຊັ່ນນັ້ນ ເຈົ້າຂອງສວນຈະເຮັດຢ່າງໃດ? ເພິ່ນຈະມາຂ້າຄົນເຊົ່າສວນເຫຼົ່ານັ້ນເສຍ ແລະຈະເອົາສວນອະງຸ່ນໃຫ້ຄົນອື່ນເຊົ່າ. |
|
| 10 |
|
| ແນ່ນອນພວກເຈົ້າຍັງບໍ່ໄດ້ອ່ານພຣະຄຳພີຂໍ້ນີ້ບໍວ່າ, ‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ ຫີນນັ້ນແຫຼະ ກາຍເປັນຫີນເສົາເອກ ສຳຄັນກວ່າໝູ່ໝົດ. |
|
| 11 |
|
| ເລື່ອງນີ້ມາຈາກອົງພຣະຜູ້ເປັນເຈົ້າ ແລະ ເປັນການອັດສະຈັນ ແກ່ຕາຂອງພວກເຮົາ.”’ |
|
| 12 |
|
| ຝ່າຍພວກເຂົາຈຶ່ງພະຍາຍາມຈະຈັບພຣະອົງ ເພາະພວກເຂົາຮູ້ວ່າ ພຣະອົງໄດ້ກ່າວຄຳອຸປະມານີ້ຕໍ່ສູ້ພວກຕົນ, ແຕ່ຍ້ອນຢ້ານປະຊາຊົນ ພວກເຂົາຈຶ່ງໜີໄປຈາກພຣະອົງ. |
|
| 13 |
|
| ແລ້ວພວກຟາຣີຊາຍກັບພັກພວກຂອງເຮໂຣດ ກໍໃຊ້ບາງຄົນອອກໄປຫາພຣະເຢຊູເຈົ້າ ເພື່ອຄອຍຈັບຜິດໃນຄຳເວົ້າຂອງພຣະອົງ. |
|
| 14 |
|
| ພວກເຂົາໄດ້ມາຫາພຣະອົງ ແລະໄດ້ເວົ້າວ່າ, “ອາຈານເອີຍ ພວກຂ້ານ້ອຍຮູ້ວ່າທ່ານເປັນຜູ້ສັດຊື່ ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າ ປະສົງໃຫ້ມະນຸດປະຕິບັດຕາມ ການທີ່ເສຍພາສີອາກອນໃຫ້ແກ່ກາຍຊານັ້ນ ຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສຍຫລືບໍ່?” |
|
| 15 |
|
| ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງພວກເຂົາ ຈຶ່ງຕອບວ່າ, “ພວກເຈົ້າມາທົດລອງເຮົາເຮັດຫຍັງ? ຈົ່ງນຳເງິນຫລຽນໜຶ່ງມາໃຫ້ເຮົາເບິ່ງດູ.” |
|
| 16 |
|
| ພວກເຂົາກໍເອົາມາໃຫ້ ແລະພຣະເຢຊູເຈົ້າຈຶ່ງຖາມວ່າ, “ຮູບແລະຄຳຈາລຶກນີ້ເປັນຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ.” |
|
| 17 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງສົ່ງຄືນແກ່ພຣະເຈົ້າ.” ເມື່ອທຸກຄົນໄດ້ຍິນຄຳຕອບຂອງພຣະເຢຊູເຈົ້າແລ້ວ ຕ່າງກໍປະຫລາດໃຈໃນພຣະອົງ. |
|
| 18 |
|
| ແລ້ວພວກຊາດູກາຍບາງຄົນ ກໍມາຫາພຣະເຢຊູເຈົ້າ (ພວກນີ້ເຄີຍເວົ້າວ່າການຄືນມາຈາກຕາຍນັ້ນບໍ່ມີ.) ພວກເຂົາຖາມພຣະອົງວ່າ, |
|
| 19 |
|
| “ອາຈານເອີຍ ໂມເຊໄດ້ຂຽນເປັນຄຳສັ່ງສຳລັບພວກເຮົາວ່າ, ‘ຖ້າຊາຍຄົນໜຶ່ງຕາຍໄປ ແຕ່ເມຍຂອງຜູ້ຕາຍຍັງຢູ່ໂດຍບໍ່ທັນມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’ |
|
| 20 |
|
| ຍັງມີເຈັດຊາຍອ້າຍນ້ອງນຳກັນ, ອ້າຍກົກໄດ້ເອົາເມຍແລ້ວຕາຍໄປໂດຍບໍ່ມີລູກ. |
|
| 21 |
|
| ແລ້ວນ້ອງຊາຍຂອງລາວຜູ້ທີໜຶ່ງ ກໍໄດ້ຮັບເອົາຍິງນັ້ນມາເປັນເມຍ ແລະລາວກໍຕາຍໄປອີກໂດຍບໍ່ມີລູກ ນ້ອງຊາຍຂອງລາວຜູ້ທີສອງ ກໍເຮັດເໝືອນກັບອ້າຍຂອງລາວ, |
|
| 22 |
|
| ອ້າຍນ້ອງທັງເຈັດໄດ້ເອົາຍິງນັ້ນມາເປັນເມຍ ແລະພວກເຂົາກໍຕາຍໄປໂດຍບໍ່ມີລູກ, ແລ້ວໃນທີ່ສຸດ ຍິງນັ້ນກໍຕາຍໄປເໝືອນກັນ. |
|
| 23 |
|
| ໃນວັນທີ່ຄົນຕາຍທຸກຄົນເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ.” |
|
| 24 |
|
| ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເພາະຂໍ້ນີ້ແຫຼະ ພວກເຈົ້າເຂົ້າໃຈຜິດສາແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດອຳນາດຂອງພຣະເຈົ້າ. |
|
| 25 |
|
| ດ້ວຍວ່າ, ເມື່ອຄົນຕາຍຄືນສູ່ຊີວິດນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກກັນໃຫ້ເປັນຜົວເມຍອີກ ແຕ່ພວກເຂົາຈະເປັນດັ່ງເທວະດາໃນສະຫວັນ. |
|
| 26 |
|
| ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີຂອງໂມເຊຈັກເທື່ອບໍ? ໃນຕອນທີ່ກ່າວເຖິງເລື່ອງພຸ່ມໄມ້ທີ່ມີໄຟລຸກໄໝ້ນັ້ນ, ມີຄຳຂຽນໄວ້ໃນພຣະຄຳພີວ່າ, ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’ |
|
| 27 |
|
| ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ ແຕ່ແມ່ນພຣະເຈົ້າຂອງຄົນເປັນ, ພວກເຈົ້າຫລົງຜິດໄປຢ່າງໝົດສິ້ນແລ້ວ.” |
|
| 28 |
|
| ມີທຳມະຈານຄົນໜຶ່ງ ໄດ້ເຂົ້າມາເຖິງໃນຂະນະທີ່ພຣະເຢຊູເຈົ້າ ແລະພວກຊາດູກາຍກຳລັງຖົກຖຽງກັນຢູ່ ລາວໄດ້ຍິນພຣະອົງຕອບພວກເຂົາໄດ້ດີ. ສະນັ້ນ ລາວຈຶ່ງຖາມພຣະອົງວ່າ, “ກົດບັນຍັດຂໍ້ໃດສຳຄັນທີ່ສຸດ ກວ່າຂໍ້ບັນຍັດທັງໝົດ?” |
|
| 29 |
|
| ພຣະເຢຊູເຈົ້າຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດ ຄືດັ່ງນີ້ ‘ຊາວອິດສະຣາເອນເອີຍ ຈົ່ງຟັງເທີ້ນ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແມ່ນພຣະເຈົ້າແຕ່ອົງດຽວ. |
|
| 30 |
|
| ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.’ |
|
| 31 |
|
| ກົດບັນຍັດຂໍ້ທີສອງນັ້ນ ຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້.” |
|
| 32 |
|
| ທຳມະຈານຄົນນີ້ຈຶ່ງເວົ້າຕໍ່ພຣະເຢຊູເຈົ້າວ່າ, “ດີແລ້ວອາຈານເອີຍ ທີ່ທ່ານໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ແມ່ນພຣະເຈົ້າແຕ່ອົງດຽວ ແລະນອກຈາກພຣະອົງແລ້ວບໍ່ມີພຣະເຈົ້າອົງອື່ນອີກ. |
|
| 33 |
|
| ແລະ ທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງຕົນ ແລະຮັກເພື່ອນບ້ານເໝືອນຮັກຕົນເອງນັ້ນ ກໍປະເສີດຫລາຍກວ່າຂອງຖວາຍ ແລະເຄື່ອງເຜົາບູຊາທັງປວງ.” |
|
| 34 |
|
| ເມື່ອພຣະເຢຊູເຈົ້າເຫັນວ່າ ລາວຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ໄກຈາກອານາຈັກຂອງພຣະເຈົ້າ.” ຕັ້ງແຕ່ນັ້ນມາ ບໍ່ມີຜູ້ໃດກ້າຖາມພຣະອົງອີກຕໍ່ໄປ. |
|
| 35 |
|
| ເມື່ອພຣະເຢຊູເຈົ້າກຳລັງສັ່ງສອນໃນພຣະວິຫານຢູ່ນັ້ນ ພຣະອົງໄດ້ຖາມວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງເວົ້າໄດ້ວ່າ ພຣະຄຣິດເປັນເຊື້ອວົງຂອງດາວິດ? |
|
| 36 |
|
| ເພາະວ່າດາວິດເອງໄດ້ກ່າວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າວ່າ, ‘ອົງພຣະຜູ້ເປັນເຈົ້າກ່າວແກ່ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາຂອງເຮົາ ຈົນກວ່າເຮົາໄດ້ປາບສັດຕູທັງຫລາຍຂອງເຈົ້າ ໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.’ |
|
| 37 |
|
| ເມື່ອກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ?” ປະຊາຊົນຢ່າງໜາແໜ້ນກຳລັງຟັງພຣະເຢຊູເຈົ້າສອນດ້ວຍຄວາມຍິນດີ. |
|
| 38 |
|
| ໃນຄຳສັ່ງສອນຂອງພຣະອົງໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ, |
|
| 39 |
|
| ພວກເຂົາມັກບ່ອນນັ່ງອັນມີກຽດໃນທຳມະສາລາ ແລະນັ່ງບ່ອນດີໆໃນງານກິນລ້ຽງ. |
|
| 40 |
|
| ພວກເຂົາສໍ້ໂກງເອົາສິ່ງຂອງ ຂອງບັນດາແມ່ໝ້າຍ ແລະເຮັດທຳທ່າພາວັນນາອະທິຖານໃຫ້ຍືດຍາວ ຄົນພວກນີ້ຈະຖືກໂທດໜັກທີ່ສຸດ.” |
|
| 41 |
|
| ພຣະເຢຊູເຈົ້ານັ່ງຢູ່ໃກ້ຫີບຖວາຍເງິນໃນພຣະວິຫານນັ້ນ ພຣະອົງກໍສັງເກດເບິ່ງປະຊາຊົນປ່ອນເງິນລົງໃນຫີບຖວາຍ ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຢ່າງຫລວງຫລາຍ, |
|
| 42 |
|
| ແລ້ວແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ໄດ້ເອົາຫລຽນທອງແດງສອງຫລຽນ ທີ່ມີຄ່າໜ້ອຍທີ່ສຸດມາປ່ອນລົງໃນຫີບຖວາຍເໝືອນກັນ. |
|
| 43 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ແມ່ໝ້າຍຍາກຈົນຄົນນີ້ ໄດ້ປ່ອນເງິນລົງໃນຫີບຖວາຍ ຫລາຍກວ່າຄົນອື່ນທັງໝົດທີ່ປ່ອນໃສ່ນັ້ນ. |
|
| 44 |
|
| ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫຼືອໃຊ້ມາປ່ອນລົງ, ແຕ່ສ່ວນຍິງຜູ້ນີ້ຍາກຈົນທີ່ສຸດ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ ມາປ່ອນລົງຈົນໝົດ ຄືນາງໄດ້ຖວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ.”’ |
|
|
|
|