|
| 1 |
|
| ພໍຮຸ່ງເຊົ້າມາ ບັນດາຫົວໜ້າປະໂຣຫິດ, ພວກເຖົ້າແກ່, ພວກທຳມະຈານ ແລະບັນດາສະມາຊິກສະພາໄດ້ປຶກສາຫາລືກັນແລ້ວ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະພາໄປມອບໃຫ້ປີລາດ. |
|
| 2 |
|
| ສ່ວນປີລາດກໍໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.” |
|
| 3 |
|
| ພວກຫົວໜ້າປະໂຣຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ |
|
| 4 |
|
| ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ.” |
|
| 5 |
|
| ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ. |
|
| 6 |
|
| ໃນເທດສະການປັດສະຄາທຸກປີ, ປີລາດເຄີຍປ່ອຍນັກໂທດຄົນໜຶ່ງໃຫ້ເປັນອິດສະຫລະ ຕາມທີ່ປະຊາຊົນຂໍຮ້ອງ. |
|
| 7 |
|
| ມີຊາຍຄົນໜຶ່ງຊື່ວ່າ ບາຣາບາ ທີ່ຖືກຂັງຄຸກຮ່ວມກັບພວກກະບົດ ທີ່ໄດ້ຂ້າຄົນເນື່ອງຈາກການກະບົດນັ້ນ. |
|
| 8 |
|
| ປະຊາຊົນໄດ້ຂຶ້ນໄປຫາປີລາດ ຕັ້ງຕົ້ນຂໍໃຫ້ເພິ່ນເຮັດຕາມທີ່ເຄີຍໄດ້ປະຕິບັດມາ |
|
| 9 |
|
| ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ປ່ອຍກະສັດຂອງຊາວຢິວແກ່ພວກທ່ານບໍ?” |
|
| 10 |
|
| ປີລາດຮູ້ດີວ່າ ການທີ່ພວກຫົວໜ້າປະໂຣຫິດ ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາມີໃຈອິດສາ. |
|
| 11 |
|
| ແຕ່ພວກຫົວໜ້າປະໂຣຫິດໄດ້ຍຸຍົງປະຊາຊົນ ເພື່ອຂໍໃຫ້ປີລາດປ່ອຍບາຣາບາແທນພຣະເຢຊູເຈົ້າ. |
|
| 12 |
|
| ປີລາດຖາມພວກເຂົາອີກວ່າ, “ຖ້າດັ່ງນັ້ນ ພວກທ່ານຢາກໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າ, ກະສັດຂອງຊາດຢິວ?” |
|
| 13 |
|
| ພວກເຂົາຮ້ອງຕອບຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.” |
|
| 14 |
|
| ປີລາດຈຶ່ງຖາມພວກເຂົາວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຊໍ້າພັດຮ້ອງແຮງຍິ່ງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.” |
|
| 15 |
|
| ປີລາດຕ້ອງການເອົາໃຈປະຊາຊົນ ເພິ່ນຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເມື່ອເພິ່ນໄດ້ສັ່ງໃຫ້ເຂົາຂ້ຽນພຣະເຢຊູເຈົ້າແລ້ວ ກໍມອບພຣະອົງໃຫ້ຖືກຄຶງໄວ້ທີ່ໄມ້ກາງແຂນ. |
|
| 16 |
|
| ພວກທະຫານໄດ້ນຳພຣະເຢຊູເຈົ້າ ເຂົ້າໄປໃນເດີ່ນບ້ານຂອງຜູ້ປົກຄອງ ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ. |
|
| 17 |
|
| ພວກເຂົາໄດ້ເອົາເສື້ອສີມ່ວງມານຸ່ງໃຫ້ພຣະອົງ ເອົາເຄືອໜາມຖັກເປັນໂຄ້ງແທນມົງກຸດມາສຸບໃສ່ຫົວຂອງພຣະອົງ. |
|
| 18 |
|
| ແລ້ວພວກເຂົາກໍຕັ້ງຕົ້ນຄຳນັບແບບເຢາະເຢີ້ຍພຣະອົງ ໂດຍກ່າວວ່າ, “ກະສັດແຫ່ງຊາດຢິວເອີຍ ຈົ່ງຊົງພຣະຈະເລີນເທີ້ນ.” |
|
| 19 |
|
| ພວກເຂົາໃຊ້ໄມ້ອໍ້ຕີຫົວພຣະອົງ ຖົ່ມນໍ້າລາຍໃສ່ໜ້າພຣະອົງ ແລະຄຸເຂົ່າຂາບລົງທຳທ່າຄຳນັບພຣະອົງ. |
|
| 20 |
|
| ເມື່ອເຢາະເຢີ້ຍພຣະອົງສົມໃຈແລ້ວ ພວກເຂົາຈຶ່ງແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ຄືນ, ແລ້ວນຳພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ. |
|
| 21 |
|
| ເມື່ອໄປຕາມທາງນັ້ນ ພວກເຂົາໄດ້ພົບຊາຍຄົນໜຶ່ງຊື່ວ່າ ຊີໂມນ (ຊີໂມນໄທກີເຣເນເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ.) ລາວກຳລັງມາແຕ່ບ້ານນອກຜ່ານໄປທາງນັ້ນ ແລະພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນຂອງພຣະເຢຊູເຈົ້າ. |
|
| 22 |
|
| ພວກເຂົາໄດ້ພາພຣະເຢຊູເຈົ້າ ໄປບ່ອນໜຶ່ງທີ່ຄົນເອີ້ນວ່າ, ໂຄລະໂຄທາ ຊຶ່ງແປວ່າ, “ບ່ອນກະໂຫລກຫົວ.” |
|
| 23 |
|
| ໃນທີ່ນັ້ນ ພວກເຂົາໄດ້ເອົາເຫຼົ້າອະງຸ່ນປົນກັບເຄື່ອງຢາຊະນິດໜຶ່ງ ໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ. |
|
| 24 |
|
| ເມື່ອພວກເຂົາໄດ້ຄຶງພຣະອົງໃສ່ໄມ້ກາງແຂນໄວ້ແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງພຣະອົງ ມາຈົກສະຫລາກແບ່ງປັນກັນ ເພື່ອຈະຮູ້ວ່າຜູ້ໃດຈະໄດ້ຜືນໃດ. |
|
| 25 |
|
| ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນ ແມ່ນເວລາເກົ້າໂມງເຊົ້າ. |
|
| 26 |
|
| ແຜ່ນປ້າຍທີ່ເຂົາຂຽນຂໍ້ຄວາມກ່າວຫາ ເພື່ອລົງໂທດພຣະອົງນັ້ນ ມີຂໍ້ຄວາມວ່າ, “ກະສັດຂອງຊາດຢິວ.” |
|
| 27 |
|
| ພວກເຂົາຍັງໄດ້ຄຶງໂຈນສອງຄົນໄວ້ພ້ອມກັບພຣະອົງ ເບື້ອງຂວາຄົນໜຶ່ງ ແລະ ເບື້ອງຊ້າຍຄົນໜຶ່ງ. [ |
|
| 28 |
|
| ຕ້ອງສຳເລັດຕາມພຣະຄຳພີ ທີ່ຂຽນໄວ້ວ່າ, “ເພິ່ນຖືກນັບເຂົ້າກັບຄາດຕະກອນ.”] |
|
| 29 |
|
| ແລ້ວປະຊາຊົນທີ່ຜ່ານໄປມາ ຕ່າງກໍເວົ້າໝິ່ນປະໝາດດູຖູກພຣະເຢຊູເຈົ້າ ແລະສັ່ນຫົວໂດຍກ່າວວ່າ, “ເຮີຍ ເຈົ້າຜູ້ທີ່ມ້າງພຣະວິຫານ ແລະສ້າງຂຶ້ນໃໝ່ໃນສາມວັນ |
|
| 30 |
|
| ຈົ່ງຊ່ວຍຕົນເອງໃຫ້ພົ້ນແມ ຈົ່ງລົງມາຈາກໄມ້ກາງແຂນສາ.” |
|
| 31 |
|
| ໃນທຳນອງດຽວກັນ ພວກຫົວໜ້າປະໂຣຫິດກັບພວກທຳມະຈານ ກໍໄດ້ພາກັນເຢາະເຢີ້ຍພຣະອົງ ໃນລະຫວ່າງພວກເຂົາເອງເໝືອນກັນໂດຍເວົ້າວ່າ, “ມັນຊ່ວຍຜູ້ອື່ນໃຫ້ພົ້ນໄດ້ ແຕ່ຊ່ວຍຕົນເອງບໍ່ໄດ້ |
|
| 32 |
|
| ຂໍໃຫ້ພຣະຄຣິດ ກະສັດຂອງຊາດອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້ເທາະ ເພື່ອພວກເຮົາຈະໄດ້ເຫັນແລະໄດ້ເຊື່ອ.” ສ່ວນສອງຄົນນັ້ນ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ ພ້ອມກັບພຣະເຢຊູເຈົ້າ ກໍເວົ້າໝິ່ນປະໝາດພຣະອົງເໝືອນກັນ. |
|
| 33 |
|
| ເມື່ອເຖິງເວລາທ່ຽງ ທົ່ວແຜ່ນດິນກໍບັງເກີດຄວາມມືດ ຈົນເຖິງບ່າຍສາມໂມງ. |
|
| 34 |
|
| ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ ເອໂລອີ ແລມາ ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?” |
|
| 35 |
|
| ບາງຄົນໃນປະຊາຊົນທີ່ຢືນຢູ່ໃນທີ່ນັ້ນ ໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ເບິ່ງແມ! ມັນຮ້ອງຫາ ເອລີຢາ.” |
|
| 36 |
|
| ມີຄົນໜຶ່ງໃນພວກເຂົາ ແລ່ນໄປເອົາຟອງນໍ້າຈຸ່ມເຫຼົ້າອະງຸ່ນສົ້ມ ແລະສຽບໃສ່ປາຍໄມ້ອໍ້ ແລ້ວຍື່ນຂຶ້ນໃສ່ຮິມສົບຂອງພຣະເຢຊູເຈົ້າ ແລະເວົ້າວ່າ, “ຟ້າວກ່ອນ ຖ້າເບິ່ງເອລີຢາຈະມາຊ່ວຍມັນລົງຈາກໄມ້ກາງແຂນຫລືບໍ່.” |
|
| 37 |
|
| ເມື່ອພຣະເຢຊູເຈົ້າຮ້ອງສຽງດັງແລ້ວກໍສິ້ນລົມຫາຍໃຈ. |
|
| 38 |
|
| ໃນຂະນະນັ້ນ ຜ້າກັ້ງໃນພຣະວິຫານໄດ້ຈີກອອກເປັນສອງຕ່ອນ ຕັ້ງແຕ່ເທິງຮອດລຸ່ມ. |
|
| 39 |
|
| ນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນພຣະອົງຕາຍໄປຢ່າງໃດ ລາວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ ເປັນພຣະບຸດຂອງພຣະເຈົ້າ.” |
|
| 40 |
|
| ໃນທີ່ນັ້ນ ມີພວກແມ່ຍິງບາງຄົນທີ່ຄອຍເບິ່ງຢູ່ຫ່າງໆ ໃນພວກເຂົານັ້ນມີ: ມາຣີໄທມັກດາລາ ມາຣີແມ່ຂອງຢາໂກໂບຜູ້ນ້ອງ ແລະ ຂອງໂຢເຊກັບນາງຊາໂລເມ. |
|
| 41 |
|
| ຍິງເຫຼົ່ານີ້ໄດ້ຕິດຕາມ ແລະບົວລະບັດພຣະເຢຊູເຈົ້າ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລ ແລະກໍຍັງມີຍິງຄົນອື່ນອີກຫລາຍຄົນ ທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ. |
|
| 42 |
|
| ເມື່ອເຖິງເວລາຄໍ່າແລ້ວ ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ ໝາຍຄວາມວ່າ ເປັນວັນກ່ອນເຖິງວັນຊະບາໂຕ |
|
| 43 |
|
| ໂຢເຊັບໄທອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ມີກຽດຄົນໜຶ່ງ ເພິ່ນເປັນຜູ້ທີ່ຄອງຄອຍຖ້າ ການມາປາກົດແຫ່ງອານາຈັກຂອງພຣະເຈົ້າ ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍພຣະສົບຂອງພຣະເຢຊູເຈົ້າ. |
|
| 44 |
|
| ແຕ່ປີລາດປະຫລາດໃຈຫລາຍ ທີ່ໄດ້ຍິນວ່າພຣະອົງໄດ້ຕາຍແລ້ວ. ສະນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຫາ ແລະຖາມວ່າ, ພຣະອົງຕາຍດົນນານປານໃດແລ້ວ. |
|
| 45 |
|
| ຫລັງຈາກໄດ້ຮັບຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍອະນຸຍາດໃຫ້ໂຢເຊັບເອົາພຣະສົບຂອງພຣະເຢຊູເຈົ້າໄປ. |
|
| 46 |
|
| ໂຢເຊັບໄດ້ຊື້ຜ້າປ່ານ ແລ້ວໄດ້ເອົາພຣະສົບລົງມາຈາກໄມ້ກາງແຂນ ໃຊ້ຜ້າປ່ານນັ້ນຫໍ່ພຣະສົບ ແລະນຳໄປວາງໄວ້ໃນອຸບມຸງຫີນທີ່ສະກັດແລ້ວ ແລະເພິ່ນກໍກື່ງກ້ອນຫີນໃຫຍ່ອັດປາກອຸບມຸງໄວ້. |
|
| 47 |
|
| ສ່ວນມາຣີໄທມັກດາລາ ກັບມາຣີແມ່ຂອງໂຢເຊກໍຢູ່ທີ່ນັ້ນ ໄດ້ເຫັນບ່ອນທີ່ໄວ້ພຣະສົບຂອງພຣະເຢຊູເຈົ້າ. |
|
|
|
|