|
| 1 |
|
| ເມື່ອຮຸ່ງເຊົ້າມາ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່, ພວກຄູສອນກົດບັນຍັດ ແລະ ບັນດາສະມາຊິກສະພາແຊນເຮດຣິນທັງໝົດໄດ້ປຶກສາຫາລືກັນເພື່ອວາງແຜນຂອງພວກເຂົາ. ດັ່ງນັ້ນ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະ ນໍາພຣະອົງໄປມອບໃຫ້ແກ່ປີລາດ. |
|
| 2 |
|
| ສ່ວນປີລາດໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”. |
|
| 3 |
|
| ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ. |
|
| 4 |
|
| ດັ່ງນັ້ນ, ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ເບິ່ງແມ ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍຢ່າງ”. |
|
| 5 |
|
| ແຕ່ພຣະເຢຊູເຈົ້າບໍ່ຕອບຫຍັງ ແລະ ປີລາດຈຶ່ງປະຫລາດໃຈຫລາຍ. |
|
| 6 |
|
| ບັດນີ້ ເປັນທຳນຽມໃນເທດສະການທີ່ຈະປ່ອຍນັກໂທດໜຶ່ງຄົນຕາມທີ່ປະຊາຊົນຂໍຮ້ອງ. |
|
| 7 |
|
| ມີຊາຍຄົນໜຶ່ງຊື່ວ່າບາຣາບາ ຖືກຂັງຄຸກຮ່ວມກັບພວກກະບົດທີ່ໄດ້ຂ້າຄົນໃນການກະບົດນັ້ນ. |
|
| 8 |
|
| ປະຊາຊົນໄດ້ຂຶ້ນໄປຫາປີລາດ ແລະ ໄດ້ຂໍໃຫ້ປີລາດເຮັດຕາມທີ່ເພິ່ນເຄີຍໄດ້ປະຕິບັດມາ. |
|
| 9 |
|
| ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?” |
|
| 10 |
|
| ປີລາດຮູ້ດີວ່າການທີ່ພວກຫົວໜ້າປະໂລຫິດໄດ້ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາອິດສາ. |
|
| 11 |
|
| ແຕ່ພວກຫົວໜ້າປະໂລຫິດໄດ້ຍຸຍົງປະຊາຊົນໃຫ້ຮ້ອງຂໍປີລາດໃຫ້ປ່ອຍບາຣາບາແທນ. |
|
| 12 |
|
| ປີລາດຖາມພວກເຂົາອີກວ່າ, “ແລ້ວພວກທ່ານຈະໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງຊາວຢິວ?” |
|
| 13 |
|
| ພວກເຂົາຮ້ອງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ”. |
|
| 14 |
|
| ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ກໍ່ອາດຊະຍາກຳຫຍັງ?” ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!” |
|
| 15 |
|
| ເພື່ອເອົາໃຈປະຊາຊົນ ປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ. |
|
| 16 |
|
| ພວກທະຫານໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນວັງຂອງຜູ້ປົກຄອງ (ຄືສານເພໂທຣຽມ) ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ. |
|
| 17 |
|
| ພວກເຂົາໄດ້ເອົາເສື້ອຄຸມສີມ່ວງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນ ກໍສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະອົງ. |
|
| 18 |
|
| ແລ້ວພວກເຂົາກໍເລີ່ມຮ້ອງຂຶ້ນວ່າ, “ກະສັດແຫ່ງຊາວຢິວເອີຍ ຈົ່ງຈະເລີນ!” |
|
| 19 |
|
| ພວກເຂົາຟາດຫົວພຣະອົງດ້ວຍໄມ້ຄ້ອນ, ຟາດແລ້ວຟາດອີກ ແລະ ຖົ່ມນ້ຳລາຍໃສ່ພຣະອົງ. ພວກເຂົາໄດ້ຄຸເຂົ່າລົງເຮັດຄືວ່າຄຳນັບພຣະອົງ. |
|
| 20 |
|
| ແລະ ເມື່ອພວກເຂົາໄດ້ເຢາະເຢີ້ຍພຣະອົງແລ້ວ, ພວກເຂົາກໍແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງເອງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນພວກເຂົາໄດ້ນຳພຣະອົງອອກໄປເພື່ອຄຶງພຣະອົງໄວ້ທີ່ໄມ້ກາງແຂນ. |
|
| 21 |
|
| ຊາຍຄົນໜຶ່ງມາຈາກເມືອງກີເຣເນ ຊື່ວ່າຊີໂມນ, ເຊິ່ງເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ, ລາວກຳລັງມາແຕ່ນອກເມືອງຜ່ານໄປທາງນັ້ນ ແລະ ພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນນັ້ນ. |
|
| 22 |
|
| ພວກເຂົາໄດ້ພາພຣະເຢຊູເຈົ້າໄປຍັງບ່ອນໜຶ່ງທີ່ເອີ້ນວ່າໂຄລະໂຄທາ (ເຊິ່ງແປວ່າສະຖານທີ່ແຫ່ງກະໂຫລກຫົວ). |
|
| 23 |
|
| ແລ້ວພວກເຂົາໄດ້ເອົາເຫລົ້າອະງຸ່ນປະສົມກັບຢາງໄມ້ຫອມຊະນິດໜຶ່ງໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ. |
|
| 24 |
|
| ພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນໄວ້. ພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນເພື່ອເບິ່ງວ່າແຕ່ລະຄົນຈະໄດ້ອັນໃດ. |
|
| 25 |
|
| ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນແມ່ນເວລາເກົ້າໂມງເຊົ້າ. |
|
| 26 |
|
| ມີປ້າຍທີ່ພວກເຂົາຂຽນຂໍ້ກ່າວຫາທີ່ລົງໂທດພຣະອົງ ເຊິ່ງອ່ານວ່າ: “ກະສັດຂອງຊາວຢິວ”.*** |
|
| 27 |
|
| ພວກເຂົາຍັງໄດ້ຄຶງໂຈນສອງຄົນທີ່ໄມ້ກາງແຂນພ້ອມກັບພຣະອົງ, ຄົນໜຶ່ງຢູ່ເບື້ອງຂວາ ແລະ ອີກຄົນໜຶ່ງຢູ່ເບື້ອງຊ້າຍຂອງພຣະອົງ. |
|
| 28 |
|
| ແລະ ຈຶ່ງເປັນຈິງຕາມພຣະຄຳພີທີ່ວ່າ, “ພວກເຂົາຖືກນັບເປັນຄົນທີ່ລ່ວງລະເມີດ”. |
|
| 29 |
|
| ບັນດາຄົນທີ່ຜ່ານໄປມາຕ່າງກໍດູຖູກພຣະອົງ, ພາກັນແກວ່ງຫົວ ແລະ ເວົ້າວ່າ, “ເປັນຢ່າງໃດ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ໃນສາມວັນ, |
|
| 30 |
|
| ຈົ່ງລົງມາຈາກໄມ້ກາງແຂນ ແລະ ຊ່ວຍຕົນເອງໃຫ້ພົ້ນສາ!” |
|
| 31 |
|
| ໃນທຳນອງດຽວກັນນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍໄດ້ພາກັນເຢາະເຢີ້ຍພຣະອົງໃນທ່າມກາງພວກເຂົາເອງເໝືອນກັນວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ແຕ່ລາວບໍ່ສາມາດຊ່ວຍຕົນເອງໄດ້! |
|
| 32 |
|
| ໃຫ້ພຣະຄຣິດເຈົ້າ, ກະສັດຂອງຊາວອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້, ເພື່ອພວກເຮົາຈະໄດ້ເຫັນ ແລະ ໄດ້ເຊື່ອ”. ບັນດາຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນພ້ອມກັບພຣະເຢຊູເຈົ້າກໍພາກັນເວົ້າດູຖູກພຣະອົງເໝືອນກັນ. |
|
| 33 |
|
| ເມື່ອເຖິງເວລາຕອນທ່ຽງ ທົ່ວແຜ່ນດິນກໍເກີດຄວາມມືດມົວຈົນເຖິງບ່າຍສາມໂມງ. |
|
| 34 |
|
| ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງແປວ່າ: “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ?” |
|
| 35 |
|
| ເມື່ອບາງຄົນທີ່ຢືນຢູ່ໃກ້ທີ່ນັ້ນໄດ້ຍິນດັ່ງນີ້ ພວກເຂົາຈຶ່ງເວົ້າວ່າ, “ຟັງແມ, ລາວຮ້ອງຫາເອລີຢາ”. |
|
| 36 |
|
| ມີຄົນໜຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າອະງຸ່ນສົ້ມສຽບໃສ່ໄມ້ ແລ້ວຍື່ນໃຫ້ພຣະເຢຊູເຈົ້າດື່ມ ແລະ ເວົ້າວ່າ, “ຢ່າໄປຫຍຸ້ງກ່ຽວກັບລາວ. ໃຫ້ພວກເຮົາເບິ່ງວ່າເອລີຢາຈະມາຊ່ວຍລາວລົງຈາກໄມ້ກາງແຂນບໍ່”. |
|
| 37 |
|
| ເມື່ອພຣະເຢຊູເຈົ້າຮ້ອງດ້ວຍສຽງດັງແລ້ວກໍສິ້ນລົມຫາຍໃຈ. |
|
| 38 |
|
| ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ. |
|
| 39 |
|
| ແລະ ເມື່ອນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນວ່າພຣະອົງຕາຍຢ່າງໃດ, ລາວຈຶ່ງເວົ້າວ່າ, “ແທ້ຈິງແລ້ວ ທ່ານຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ!” |
|
| 40 |
|
| ມີແມ່ຍິງບາງຄົນທີ່ເຝົ້າເບິ່ງຢູ່ຫ່າງໆ. ໃນພວກເຂົານັ້ນມີມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບຜູ້ເປັນນ້ອງຊາຍ, ໂຢເຊ ແລະ ນາງຊາໂລເມ. |
|
| 41 |
|
| ແມ່ຍິງເຫລົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະ ບົວລະບັດພຣະອົງໃນແຂວງຄາລີເລ. ຍັງມີແມ່ຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ. |
|
| 42 |
|
| ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ (ເປັນວັນກ່ອນທີ່ຈະເຖິງວັນຊະບາໂຕ). ດັ່ງນັ້ນ ເມື່ອເວລາຄໍ່າມາ, |
|
| 43 |
|
| ໂຢເຊັບຈາກອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ສຳຄັນຄົນໜຶ່ງ ເພິ່ນເປັນຜູ້ທີ່ລໍຖ້າການມາປາກົດແຫ່ງອານາຈັກຂອງພຣະເຈົ້າ, ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ. |
|
| 44 |
|
| ແຕ່ປີລາດປະຫລາດໃຈຫລາຍທີ່ໄດ້ຍິນວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຖາມວ່າພຣະອົງຕາຍແລ້ວບໍ. |
|
| 45 |
|
| ເມື່ອຮູ້ຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍໄດ້ມອບສົບໃຫ້ແກ່ໂຢເຊັບ. |
|
| 46 |
|
| ດັ່ງນັ້ນ ໂຢເຊັບໄດ້ຊື້ຜ້າຝ້າຍລິນິນ ແລ້ວໄດ້ນໍາເອົາສົບລົງມາຈາກໄມ້ກາງແຂນ ແລະ ນຳໄປວາງໄວ້ໃນອຸບມຸງຫີນທີ່ເຈາະໄວ້ ແລະ ເພິ່ນກໍກຶ່ງກ້ອນຫີນໃຫຍ່ປິດທາງເຂົ້າອຸບມຸງໄວ້. |
|
| 47 |
|
| ສ່ວນມາຣີຊາວມັກດາລາ ແລະ ມາຣີແມ່ຂອງໂຢເຊັບ ກໍໄດ້ເຫັນບ່ອນທີ່ໄວ້ສົບຂອງພຣະເຢຊູເຈົ້າ. |
|
|
|
|